ຈົດໝາຍສະບັບທຳອິດເຖິງຕີໂມທຽວ
5 ຢ່າຕຳໜິຜູ້ຊາຍທີ່ສູງອາຍຸແບບແຮງໆ+ ແຕ່ໃຫ້ເວົ້າກັບລາວດີໆຄືກັບເວົ້ານຳພໍ່ ແລະເວົ້າກັບຜູ້ຊາຍທີ່ຍັງໜຸ່ມຄືກັບເວົ້ານຳອ້າຍແລະນ້ອງຊາຍ. 2 ໃຫ້ເວົ້າກັບຜູ້ຍິງທີ່ສູງອາຍຸຄືກັບເວົ້ານຳແມ່ ແລະເວົ້າກັບຜູ້ຍິງທີ່ຍັງໜຸ່ມຄືກັບເວົ້ານຳເອື້ອຍແລະນ້ອງສາວດ້ວຍຄວາມບໍລິສຸດໃຈ.
3 ໃຫ້ເບິ່ງແຍງ*ແມ່ໝ້າຍທີ່ບໍ່ມີຜູ້ໃດຊ່ວຍເຫຼືອ.*+ 4 ແຕ່ຖ້າແມ່ໝ້າຍຄົນໃດມີລູກຫຼືຫຼານ ກໍໃຫ້ລູກຫຼືຫຼານສະແດງຄວາມນັບຖືພະເຈົ້າສຸດຫົວໃຈໂດຍຮູ້ຈັກເບິ່ງແຍງຄອບຄົວຂອງໂຕເອງກ່ອນ+ ແລະຮູ້ຈັກຕອບແທນບຸນຄຸນພໍ່ແມ່ແລະພໍ່ຕູ້ແມ່ຕູ້+ ຍ້ອນພະເຈົ້າພໍໃຈທີ່ພວກເຮົາເຮັດແບບນັ້ນ.+ 5 ຜູ້ຍິງທີ່ເປັນແມ່ໝ້າຍທີ່ທຸກຍາກຂາດເຂີນແລະບໍ່ມີຜູ້ໃດຊ່ວຍເຫຼືອ ລາວໄດ້ຝາກຄວາມຫວັງໄວ້ກັບພະເຈົ້າ.+ ລາວອະທິດຖານແລະອ້ອນວອນທັງເວັນທັງຄືນ.+ 6 ສ່ວນແມ່ໝ້າຍທີ່ປ່ອຍໂຕປ່ອຍໃຈໄປກັບຄວາມຕ້ອງການທາງເພດກໍສ່ຳກັບຕາຍແລ້ວທັງໆທີ່ຍັງມີຊີວິດຢູ່. 7 ດັ່ງນັ້ນ ໃຫ້ເຕືອນ*ເຂົາເຈົ້າໃນເລື່ອງເຫຼົ່ານີ້ເພື່ອຈະບໍ່ມີຜູ້ໃດຕຳໜິເຂົາເຈົ້າໄດ້. 8 ຖ້າຜູ້ໃດບໍ່ລ້ຽງບໍ່ເບິ່ງແຍງຄົນໃນຄອບຄົວຂອງໂຕເອງ ໂດຍສະເພາະຄົນທີ່ຢູ່ໃນເຮືອນຫຼັງດຽວກັນ ຜູ້ນັ້ນກໍປະຕິເສດຄວາມເຊື່ອແລະແຮ່ງຊົ່ວກວ່າຄົນທີ່ບໍ່ມີຄວາມເຊື່ອຊ້ຳ.+
9 ແມ່ໝ້າຍທີ່ຢູ່ໃນລາຍຊື່ຄົນທີ່ຈະໄດ້ຮັບຄວາມຊ່ວຍເຫຼືອຕ້ອງມີອາຍຸ 60 ປີຂຶ້ນໄປແລະເຄີຍມີຜົວຄົນດຽວ. 10 ລາວຕ້ອງມີຊື່ສຽງວ່າເຄີຍເຮັດດີ+ ລ້ຽງລູກດີ+ ມີນ້ຳໃຈຕ້ອນຮັບແຂກ+ ລ້າງຕີນໃຫ້ພວກຜູ້ບໍລິສຸດ+ ຊ່ວຍເຫຼືອຄົນທີ່ທຸກຍາກຂາດເຂີນ+ ແລະທຸ່ມເທໃນການເຮັດດີທຸກຢ່າງ.
11 ຢ່າໃສ່ຊື່ແມ່ໝ້າຍທີ່ຍັງໜຸ່ມ ຍ້ອນວ່າເມື່ອຄວາມຕ້ອງການທາງເພດເຂົ້າມາຂັດຂວາງບໍ່ໃຫ້ຮັບໃຊ້ພະຄລິດໄດ້ຢ່າງເຕັມທີ ເຂົາເຈົ້າກໍຢາກແຕ່ງດອງອີກ. 12 ເຂົາເຈົ້າຈະມີຄວາມຜິດຍ້ອນບໍ່ໄດ້ເຮັດຕາມຄຳສັນຍາທີ່ເຄີຍເວົ້າໄວ້.* 13 ນອກຈາກນັ້ນ ເຂົາເຈົ້າຍັງກາຍເປັນຄົນບໍ່ຮູ້ຈັກເຮັດວຽກເຮັດງານ ທຽວໄປເຮືອນນັ້ນເຮືອນນີ້ ແລະບໍ່ແມ່ນແຕ່ບໍ່ເຮັດວຽກ ແຕ່ຍັງມັກເວົ້າຂວັນ ເຂົ້າໄປຫຍຸ້ງກັບເລື່ອງຂອງຄົນອື່ນ+ ແລະເວົ້າເລື່ອງທີ່ບໍ່ຄວນເວົ້າ. 14 ຄັນເປັນແນວນີ້ ຂ້ອຍຢາກໃຫ້ແມ່ໝ້າຍທີ່ຍັງໜຸ່ມພວກນັ້ນແຕ່ງດອງ+ ມີລູກ+ ແລະເບິ່ງແຍງເຮືອນຊານເພື່ອບໍ່ໃຫ້ຜູ້ຕໍ່ຕ້ານຕຳໜິພວກເຮົາໄດ້. 15 ທີ່ຈິງ ບາງຄົນໄດ້ປ່ຽນໄປຕິດຕາມຊາຕານແລ້ວ. 16 ຖ້າຜູ້ຍິງທີ່ມີຄວາມເຊື່ອມີຍາດຕິພີ່ນ້ອງເປັນແມ່ໝ້າຍ ກໍໃຫ້ລາວຊ່ວຍເຫຼືອແມ່ໝ້າຍຜູ້ນັ້ນເພື່ອຈະບໍ່ເປັນພາລະຂອງປະຊາຄົມ. ປະຊາຄົມຈະໄດ້ຊ່ວຍເຫຼືອພວກແມ່ໝ້າຍທີ່ບໍ່ມີບ່ອນເພິ່ງແທ້ໆ.+
17 ພວກຜູ້ເບິ່ງແຍງທີ່ນຳໜ້າຢ່າງດີ+ຄວນໄດ້ຮັບຄວາມນັບຖືຫຼາຍເປັນພິເສດ+ ໂດຍສະເພາະຄົນທີ່ເຮັດວຽກໜັກໃນການເວົ້າແລະການສອນ.+ 18 ພະຄຳພີບອກວ່າ: “ຢ່າເອົາແນວສຸບມາສຸບໃສ່ປາກງົວຕອນທີ່ມັນຢຽບເຂົ້າຢູ່”*+ ແລະ “ຄົນທີ່ເຮັດວຽກຄວນໄດ້ຮັບຄ່າຈ້າງ.”+ 19 ຖ້າມີໃຜກ່າວຫາຜູ້ເບິ່ງແຍງກໍຢ່າເຊື່ອ ນອກຈາກວ່າຈະມີພະຍານ 2 ຫຼື 3 ຄົນ.+ 20 ຖ້າຜູ້ໃດເຮັດຜິດເປັນນິດໄສ ກໍໃຫ້ເຕືອນ+ລາວຕໍ່ໜ້າທຸກຄົນ+ເພື່ອຊິເປັນການເຕືອນຄົນອື່ນນຳ. 21 ຂ້ອຍຂໍສັ່ງເຈົ້າຕໍ່ໜ້າພະເຈົ້າແລະພະຄລິດເຢຊູລວມທັງພວກທູດສະຫວັນທີ່ພະເຈົ້າເລືອກໄວ້ວ່າ ໃຫ້ເຈົ້າເຮັດຕາມຄຳແນະນຳເຫຼົ່ານີ້ໂດຍບໍ່ມີອະຄະຕິກັບໃຜແລະບໍ່ລຳອຽງ.+
22 ຢ່າຟ້າວວາງມືແຕ່ງຕັ້ງຜູ້ໃດ+ ແລະຢ່າມີສ່ວນຮ່ວມໃນການເຮັດຜິດຂອງຄົນອື່ນ. ໃຫ້ຮັກສາໂຕໃຫ້ບໍລິສຸດ.
23 ຢ່າກິນແຕ່ນ້ຳ ແຕ່ໃຫ້ກິນເຫຼົ້າແວງແດ່ເພື່ອຈະດີຕໍ່ກະເພາະຂອງເຈົ້າ ແລະເພື່ອຈະຊ່ວຍເຈົ້າໃນເລື່ອງທີ່ບໍ່ສະບາຍເລື້ອຍໆ.
24 ຄວາມຜິດຂອງບາງຄົນເຫັນໄດ້ແຈ້ງແລະເຮັດໃຫ້ເຂົາເຈົ້າຖືກຕັດສິນລົງໂທດທັນທີ ແຕ່ຄວາມຜິດຂອງບາງຄົນກໍເຫັນນຳຫຼັງ.+ 25 ຄວາມດີເປັນສິ່ງທີ່ເຫັນໄດ້ແຈ້ງຄືກັນ.+ ເຖິງວ່າຄວາມດີບາງຢ່າງຈະບໍ່ມີໃຜເຫັນ ແຕ່ກໍປົກປິດໄວ້ບໍ່ໄດ້.+