ຈົດໝາຍສະບັບທີສອງເຖິງຕີໂມທຽວ
1 ຂ້ອຍໂປໂລເປັນອັກຄະສາວົກ*ຂອງພະຄລິດເຢຊູຕາມທີ່ພະເຈົ້າຕ້ອງການເພື່ອບອກຄົນໃຫ້ຮູ້ຈັກຄຳສັນຍາເລື່ອງຊີວິດ ເຊິ່ງເປັນໄປໄດ້ໂດຍຜ່ານທາງພະຄລິດເຢຊູ+ 2 ຂຽນຫາຕີໂມທຽວ*ລູກທີ່ຂ້ອຍຮັກ.+
ຂໍໃຫ້ເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ ຄວາມເມດຕາ ແລະສັນຕິສຸກຈາກພະເຈົ້າຜູ້ເປັນພໍ່ແລະຈາກພະຄລິດເຢຊູຜູ້ເປັນນາຍຂອງພວກເຮົາ.
3 ຂ້ອຍຂອບໃຈພະເຈົ້າຜູ້ທີ່ຂ້ອຍຮັບໃຊ້*ຄືກັບທີ່ປູ່ຍ່າຕານາຍຂອງຂ້ອຍໄດ້ເຮັດ. ຂ້ອຍຮັບໃຊ້ໂດຍບໍ່ມີຫຍັງລົບກວນໃຈຮູ້ຜິດຮູ້ຖືກ ແລະຂ້ອຍຄິດຮອດເຈົ້າສະເໝີເມື່ອອະທິດຖານອ້ອນວອນທັງເວັນທັງຄືນ. 4 ເມື່ອຄິດເຖິງຕອນທີ່ເຈົ້າຮ້ອງໄຫ້ ຂ້ອຍກໍຢາກເຈິເຈົ້າຫຼາຍ ແລະຂ້ອຍຈະມີຄວາມສຸກແທ້ໆຖ້າໄດ້ເຈິເຈົ້າ. 5 ຂ້ອຍຄິດເຖິງຄວາມເຊື່ອທີ່ມາຈາກໃຈຂອງເຈົ້າ+ ເຊິ່ງໂລອີແມ່ຕູ້ຂອງເຈົ້າກັບຢູນິເກແມ່ຂອງເຈົ້າມີຢູ່ກ່ອນແລ້ວ ແລະຂ້ອຍໝັ້ນໃຈວ່າເຈົ້າກໍມີຄືກັນ.
6 ດັ່ງນັ້ນ ຂ້ອຍຂໍໃຫ້ເຈົ້າກະຕືລືລົ້ນໃນການໃຊ້ຄວາມສາມາດ*ທີ່ມາຈາກພະເຈົ້າເຊິ່ງເຈົ້າໄດ້ຮັບຕອນທີ່ຂ້ອຍວາງມືເທິງເຈົ້າ.+ 7 ພະລັງບໍລິສຸດຂອງພະເຈົ້າບໍ່ໄດ້ເຮັດໃຫ້ພວກເຮົາມີໃຈຂີ້ຢ້ານ+ ແຕ່ເຮັດໃຫ້ພວກເຮົາມີໃຈທີ່ມີພະລັງ+ ມີຄວາມຮັກ ແລະຄິດແບບມີເຫດຜົນ. 8 ຢ່າອາຍທີ່ຈະປະກາດເລື່ອງຜູ້ເປັນນາຍຂອງພວກເຮົາ+ ແລະຢ່າອາຍເລື່ອງທີ່ຂ້ອຍເປັນນັກໂທດຍ້ອນເຫັນແກ່ເພິ່ນ. ແຕ່ຂໍໃຫ້ຍອມອົດທົນນຳກັນກັບຂ້ອຍ+ເພື່ອຂ່າວດີໂດຍເພິ່ງລິດເດດຂອງພະເຈົ້າ.+ 9 ເພິ່ນຊ່ວຍພວກເຮົາໃຫ້ລອດແລະເລືອກພວກເຮົາໃຫ້ເປັນຄົນບໍລິສຸດ+ ບໍ່ແມ່ນຍ້ອນວຽກທີ່ພວກເຮົາເຮັດ ແຕ່ຍ້ອນຄວາມຕ້ອງການແລະຄວາມກະລຸນາທີ່ຍິ່ງໃຫຍ່ຂອງເພິ່ນ.+ ພວກເຮົາໄດ້ຮັບຄວາມກະລຸນານີ້ຕັ້ງແຕ່ດົນແລ້ວຍ້ອນພະຄລິດເຢຊູ. 10 ແຕ່ຕອນນີ້ ພວກເຮົາໄດ້ເຫັນຄວາມກະລຸນານີ້ແຈ້ງຂຶ້ນໂດຍທາງພະຄລິດເຢຊູຜູ້ຊ່ວຍໃຫ້ລອດຂອງພວກເຮົາທີ່ມາຢູ່ໂລກນີ້.+ ເພິ່ນກຳຈັດຄວາມຕາຍ+ແລະເປີດເຜີຍໃຫ້ພວກເຮົາຮູ້ໂດຍທາງຂ່າວດີ+ວ່າພວກເຮົາຈະມີຊີວິດ+ແລະຮ່າງກາຍທີ່ບໍ່ເນົ່າເປື່ອຍໄດ້ແນວໃດ.+ 11 ຂ້ອຍໄດ້ຮັບມອບໝາຍໃຫ້ເປັນຜູ້ປະກາດຂ່າວດີນີ້ ເປັນອັກຄະສາວົກ ແລະເປັນຜູ້ສອນ.+
12 ຂ້ອຍຕ້ອງອົດທົນກັບຄວາມລຳບາກຍ້ອນວຽກມອບໝາຍນີ້+ ແຕ່ຂ້ອຍກໍບໍ່ອາຍ.+ ຍ້ອນຂ້ອຍຮູ້ຈັກຜູ້ທີ່ຂ້ອຍເຊື່ອແລະຂ້ອຍໝັ້ນໃຈວ່າເພິ່ນສາມາດຮັກສາສິ່ງທີ່ຂ້ອຍຝາກໄວ້ຈົນກວ່າຈະຮອດມື້ນັ້ນ.+ 13 ໃຫ້ເຈົ້າຍຶດໝັ້ນກັບມາດຕະຖານ*ຂອງຄຳສອນທີ່ເປັນປະໂຫຍດ+ທີ່ເຈົ້າໄດ້ຍິນຈາກຂ້ອຍ ແລະໃຫ້ສະແດງຄວາມເຊື່ອກັບຄວາມຮັກທີ່ເກີດຈາກການເປັນລູກສິດຂອງພະຄລິດເຢຊູ. 14 ສິ່ງມີຄ່ານີ້ທີ່ຂ້ອຍຝາກໄວ້ນຳເຈົ້າ ໃຫ້ຮັກສາໄວ້ດ້ວຍຄວາມຊ່ວຍເຫຼືອຈາກພະລັງບໍລິສຸດທີ່ມີຢູ່ນຳພວກເຮົາ.+
15 ເຈົ້າກໍຮູ້ວ່າທຸກຄົນໃນແຂວງອາຊີ*+ໄດ້ຖິ້ມຂ້ອຍໄປໝົດແລ້ວ ລວມທັງຟຸເຄໂລແລະເຮຣະໂມເກນ. 16 ຂໍໃຫ້ຜູ້ເປັນນາຍເມດຕາໂອເນຊີໂຟໂຣກັບຄົນໃນເຮືອນຂອງລາວນຳ+ ຍ້ອນລາວໃຫ້ກຳລັງໃຈຂ້ອຍເລື້ອຍໆແລະບໍ່ອາຍທີ່ຂ້ອຍຖືກລ່າມໂສ້ຢູ່. 17 ຕອນທີ່ມາເມືອງໂຣມ ລາວໄດ້ພະຍາຍາມຊອກຫາຂ້ອຍຈົນເຫັນ. 18 ຂໍໃຫ້ພະເຢໂຫວາ*ຜູ້ເປັນນາຍເມດຕາລາວຄືກັນໃນມື້ທີ່ເພິ່ນມາຕັດສິນ. ເຈົ້າກໍຮູ້ດີວ່າລາວໄດ້ຊ່ວຍຂ້ອຍຫຼາຍແທ້ໆໃນເມືອງເອເຟໂຊ.