ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ
4 ດັ່ງນັ້ນ ໃນເມື່ອພະເຈົ້າເມດຕາພວກເຮົາແລະມອບໝາຍວຽກຮັບໃຊ້ນີ້ໃຫ້ພວກເຮົາ ພວກເຮົາຈຶ່ງບໍ່ທໍ້ຖອຍ. 2 ພວກເຮົາໄດ້ເຊົາເຮັດສິ່ງທີ່ເປັນຕາໜ້າອາຍແລະມີເລ່ລ່ຽມ. ພວກເຮົາບໍ່ຫຼອກລວງຫຼືບິດເບືອນ*ຄຳສອນຂອງພະເຈົ້າ+ ແຕ່ພວກເຮົາເຮັດໃຫ້ຄົນຮູ້ຈັກຄວາມຈິງ ພວກເຮົາຈຶ່ງເປັນຕົວຢ່າງທີ່ດີໃຫ້ທຸກຄົນ*ໃນສາຍຕາພະເຈົ້າ.+ 3 ແຕ່ຖ້າຂ່າວດີທີ່ພວກເຮົາປະກາດຖືກເຊື່ອງໄວ້ຄືກັບມີຜ້າປົກ ກໍເຊື່ອງໄວ້ສຳລັບຄົນທີ່ຈະຖືກທຳລາຍ. 4 ສຳລັບຄົນທີ່ບໍ່ເຊື່ອ ພະເຈົ້າຂອງໂລກນີ້*+ໄດ້ເຮັດໃຫ້ໃຈຂອງເຂົາເຈົ້າມືດ+ ເພື່ອແສງຂອງຂ່າວດີທີ່ຍິ່ງໃຫຍ່ເລື່ອງພະຄລິດຜູ້ທີ່ຊ່ວຍພວກເຮົາໃຫ້ຮູ້ຈັກພະເຈົ້າດີຂຶ້ນ+ຈະສ່ອງເຂົ້າໄປບໍ່ຮອດ.+ 5 ເມື່ອພວກເຮົາປະກາດ ພວກເຮົາບໍ່ໄດ້ປະກາດເລື່ອງໂຕເອງ ແຕ່ປະກາດວ່າພະເຢຊູຄລິດແມ່ນຜູ້ເປັນນາຍ ແລະປະກາດວ່າພວກເຮົາເປັນທາດຂອງພະເຈົ້າຍ້ອນເຫັນແກ່ພະເຢຊູ. 6 ພະເຈົ້າໄດ້ບອກເອງວ່າ: “ໃຫ້ມີແສງສະຫວ່າງສ່ອງອອກມາຈາກຄວາມມືດ”+ ແລະເພິ່ນສ່ອງແສງສະຫວ່າງໃສ່ຫົວໃຈພວກເຮົາ.+ ແສງນັ້ນແມ່ນຄວາມຮູ້ທີ່ດີເລີດກ່ຽວກັບພະເຈົ້າເຊິ່ງສະທ້ອນໃຫ້ເຫັນໂດຍທາງພະຄລິດ.*
7 ເມື່ອພວກເຮົາໄດ້ຮັບວຽກພິເສດນີ້+ ພວກເຮົາກໍເປັນຄືເຄື່ອງໃຊ້ທີ່ເປັນດິນ+ທີ່ໃສ່ເຄື່ອງມີຄ່າໄວ້ ເພື່ອໃຫ້ເຫັນວ່າກຳລັງທີ່ຫຼາຍກວ່າປົກກະຕິນັ້ນມາຈາກພະເຈົ້າ ບໍ່ແມ່ນມາຈາກພວກເຮົາເອງ.+ 8 ພວກເຮົາຖືກກົດດັນຈາກທຸກດ້ານ ແຕ່ກໍຍັງບໍ່ເຖິງຂັ້ນຈົນຕາແຈ. ພວກເຮົາຮູ້ສຶກສັບສົນ ແຕ່ກໍຍັງມີທາງອອກ.+ 9 ພວກເຮົາຖືກຂົ່ມເຫງ ແຕ່ກໍບໍ່ຖືກປະຖິ້ມ.+ ພວກເຮົາເຈັບປວດຫຼາຍ ແຕ່ກໍບໍ່ເຖິງຕາຍ.+ 10 ບໍ່ວ່າພວກເຮົາຊິໄປໃສ ພວກເຮົາກໍມີໂອກາດທີ່ຈະຕາຍຄືກັບທີ່ພະເຢຊູເຈິ+ ເພື່ອຄົນອື່ນຈະເຫັນວ່າຊີວິດຂອງພວກເຮົາກໍຄືກັບຊີວິດຂອງພະເຢຊູ. 11 ຊີວິດຂອງພວກເຮົາສ່ຽງຕາຍຢູ່ຕະຫຼອດ+ຍ້ອນເຫັນແກ່ພະເຢຊູ ເພື່ອຄົນອື່ນຈະເຫັນວ່າຊີວິດຂອງພວກເຮົາກໍຄືກັບຊີວິດຂອງພະເຢຊູ. 12 ເຖິງວ່າພວກເຮົາຕ້ອງສ່ຽງຕາຍຢູ່ເລື້ອຍໆ ແຕ່ມັນກໍເຮັດໃຫ້ພວກເຈົ້າໄດ້ຊີວິດ.
13 ພວກເຮົາເຊື່ອຄືກັບທີ່ຂຽນໄວ້ໃນພະຄຳພີວ່າ: “ຂ້ອຍເຊື່ອໃນພະເຈົ້າ ຂ້ອຍຈຶ່ງເວົ້າອອກມາ.”+ ພວກເຮົາກໍເຊື່ອໃນພະເຈົ້າຄືກັນ ພວກເຮົາຈຶ່ງເວົ້າອອກມາ. 14 ຍ້ອນພວກເຮົາຮູ້ວ່າຜູ້ທີ່ປຸກພະເຢຊູໃຫ້ຟື້ນຄືນມາກໍຈະປຸກພວກເຮົາໃຫ້ໄປຢູ່ກັບພະເຢຊູ ແລະເພິ່ນຈະພາພວກເຮົາທຸກຄົນໄປຢູ່ຕໍ່ໜ້າພະເຢຊູ.+ 15 ພວກເຮົາອົດທົນກັບສິ່ງທັງໝົດນີ້ກໍເພື່ອປະໂຫຍດຂອງພວກເຈົ້າ ເພື່ອອີກຫຼາຍຄົນຈະໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຈົ້າ. ເຂົາເຈົ້າຈະຂອບໃຈພະເຈົ້າຫຼາຍຂຶ້ນເລື້ອຍໆ ແລະຈະເຮັດໃຫ້ເພິ່ນໄດ້ຮັບການຍ້ອງຍໍສັນລະເສີນ.+
16 ດັ່ງນັ້ນ ພວກເຮົາຈຶ່ງບໍ່ທໍ້ຖອຍ. ເຖິງວ່າຮ່າງກາຍພວກເຮົາເສື່ອມໂຊມລົງເລື້ອຍໆ ແຕ່ໃຈພວກເຮົາໄດ້ຮັບການເສີມໃຫ້ເຂັ້ມແຂງຂຶ້ນທຸກມື້. 17 ຄວາມທຸກລຳບາກ*ທີ່ພວກເຮົາເຈິນັ້ນຈະຢູ່ແຕ່ໄລຍະສັ້ນໆແລະບໍ່ໜັກ. ແຕ່ມັນຈະເຮັດໃຫ້ພວກເຮົາໄດ້ຮັບກຽດຫຼາຍຂຶ້ນເລື້ອຍໆ ແລະເປັນກຽດທີ່ຈະຢູ່ຕະຫຼອດໄປ.+ 18 ພວກເຮົາຈຶ່ງສົນໃຈແຕ່ສິ່ງທີ່ເບິ່ງບໍ່ເຫັນ ບໍ່ແມ່ນສິ່ງທີ່ເບິ່ງເຫັນ+ ຍ້ອນສິ່ງທີ່ເບິ່ງເຫັນຢູ່ແຕ່ຊົ່ວຄາວ ແຕ່ສິ່ງທີ່ເບິ່ງບໍ່ເຫັນຢູ່ຕະຫຼອດໄປ.