ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ໂກຣິນໂທ 11
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ໂກຣິນໂທ

      • ໂປໂລ​ກັບ​ພວກ​ອັກຄະສາວົກ​ທີ່​ເຮັດ​ຄື​ກັບ​ວ່າ​ໂຕເອງ​ດີ​ເລີດ (1-15)

      • ຄວາມ​ລຳບາກ​ທີ່​ໂປໂລ​ເຈິ​ໃນ​ຖານະ​ອັກຄະສາວົກ (16-33)

2 ໂກຣິນໂທ 11:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 2:19; ອຟຊ 5:23; ພນມ 21:2, 9

2 ໂກຣິນໂທ 11:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:4, 5; ຢຮ 8:44
  • +1ຕມ 6:3-5; ຮຣ 13:9; 2ປຕ 3:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຮັກຂອງພະເຈົ້າ” ໜ້າ 192

2 ໂກຣິນໂທ 11:4

ໄຂເງື່ອນ

  • *

    ຫຼື “ຄວາມ​ຄິດ”

  • *

    ຫຼື “ພະລັງ​ຂອງ​ພະເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 1:7, 8

2 ໂກຣິນໂທ 11:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 11:23

2 ໂກຣິນໂທ 11:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 10:10

2 ໂກຣິນໂທ 11:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 18:3; 1ກຣ 9:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 148-150

    ຫໍສັງເກດການ (ສຶກສາ)

    4/2019, ໜ້າ 4

2 ໂກຣິນໂທ 11:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 4:10

2 ໂກຣິນໂທ 11:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 4:15, 16
  • +1ທຊ 2:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 151

2 ໂກຣິນໂທ 11:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:14, 15

2 ໂກຣິນໂທ 11:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:11, 12

2 ໂກຣິນໂທ 11:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 16:17, 18; 2ປຕ 2:1

2 ໂກຣິນໂທ 11:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 1:8; 2ທຊ 2:9

2 ໂກຣິນໂທ 11:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 16:27; ຟລປ 3:18, 19; 2ຕມ 4:14

2 ໂກຣິນໂທ 11:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 22:3
  • +ຣມ 11:1; ຟລປ 3:4, 5

2 ໂກຣິນໂທ 11:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 11:13; 1ກຣ 15:10
  • +ກຈກ 16:23, 24
  • +ກຈກ 9:15, 16; 2ກຣ 6:4, 5; 1ປຕ 2:20, 21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    10/2021, ໜ້າ 26

2 ໂກຣິນໂທ 11:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 25:3

2 ໂກຣິນໂທ 11:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:22
  • +ກຈກ 14:19
  • +ກຈກ 27:41

2 ໂກຣິນໂທ 11:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:3; 23:10
  • +ກຈກ 14:5, 6
  • +ກຈກ 13:50

2 ໂກຣິນໂທ 11:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:31
  • +1ກຣ 4:11
  • +2ກຣ 6:4, 5

2 ໂກຣິນໂທ 11:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 2:4; ກລຊ 2:1

2 ໂກຣິນໂທ 11:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:24, 25

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກຣ. 11:2ມຣກ 2:19; ອຟຊ 5:23; ພນມ 21:2, 9
2ກຣ. 11:3ປຖກ 3:4, 5; ຢຮ 8:44
2ກຣ. 11:31ຕມ 6:3-5; ຮຣ 13:9; 2ປຕ 3:17
2ກຣ. 11:4ຄລຕ 1:7, 8
2ກຣ. 11:52ກຣ 11:23
2ກຣ. 11:62ກຣ 10:10
2ກຣ. 11:7ກຈກ 18:3; 1ກຣ 9:18
2ກຣ. 11:8ຟລປ 4:10
2ກຣ. 11:9ຟລປ 4:15, 16
2ກຣ. 11:91ທຊ 2:9
2ກຣ. 11:101ກຣ 9:14, 15
2ກຣ. 11:121ກຣ 9:11, 12
2ກຣ. 11:13ຣມ 16:17, 18; 2ປຕ 2:1
2ກຣ. 11:14ຄລຕ 1:8; 2ທຊ 2:9
2ກຣ. 11:15ມທ 16:27; ຟລປ 3:18, 19; 2ຕມ 4:14
2ກຣ. 11:22ກຈກ 22:3
2ກຣ. 11:22ຣມ 11:1; ຟລປ 3:4, 5
2ກຣ. 11:23ຣມ 11:13; 1ກຣ 15:10
2ກຣ. 11:23ກຈກ 16:23, 24
2ກຣ. 11:23ກຈກ 9:15, 16; 2ກຣ 6:4, 5; 1ປຕ 2:20, 21
2ກຣ. 11:24ພບຍ 25:3
2ກຣ. 11:25ກຈກ 16:22
2ກຣ. 11:25ກຈກ 14:19
2ກຣ. 11:25ກຈກ 27:41
2ກຣ. 11:26ກຈກ 20:3; 23:10
2ກຣ. 11:26ກຈກ 14:5, 6
2ກຣ. 11:26ກຈກ 13:50
2ກຣ. 11:27ກຈກ 20:31
2ກຣ. 11:271ກຣ 4:11
2ກຣ. 11:272ກຣ 6:4, 5
2ກຣ. 11:282ກຣ 2:4; ກລຊ 2:1
2ກຣ. 11:33ກຈກ 9:24, 25
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
ຄຳພີໄບເບິນສະບັບແປໂລກໃໝ່
2 ໂກຣິນໂທ 11:1-33

ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ

11 ຖ້າ​ເບິ່ງ​ຄື​ວ່າ​ຂ້ອຍ​ເຮັດ​ຫຍັງ​ທີ່​ບໍ່​ມີ​ເຫດຜົນ​ກໍ​ຂໍ​ໃຫ້​ອົດທົນ​ກັບ​ຂ້ອຍ​ແດ່. ແຕ່​ທີ່ຈິງ ພວກ​ເຈົ້າ​ກໍ​ກຳລັງ​ອົດທົນ​ຢູ່​ແລ້ວ. 2 ຂ້ອຍ​ໄດ້​ໝັ້ນ​ພວກ​ເຈົ້າ​ໄວ້​ໃຫ້​ແຕ່ງດອງ​ກັບ​ເຈົ້າບ່າວ​ພຽງ​ຄົນ​ດຽວ ຜູ້ນັ້ນ​ແມ່ນ​ພະຄລິດ. ຂ້ອຍ​ຈຶ່ງ​ຫວງ​ພວກ​ເຈົ້າ​ຄື​ກັບ​ທີ່​ພະເຈົ້າ​ຫວງ ຍ້ອນ​ຂ້ອຍ​ຢາກ​ຈະ​ສົ່ງ​ພວກ​ເຈົ້າ​ທີ່​ເປັນ​ສາວ​ບໍລິສຸດ​ໃຫ້​ເພິ່ນ.+ 3 ແຕ່​ຂ້ອຍ​ຢ້ານ​ວ່າ​ພວກ​ເຈົ້າ​ຈະ​ເປັນ​ຄື​ເອວາ​ທີ່​ຖືກ​ງູ​ຫຼອກລວງ​ດ້ວຍ​ເລ່ລ່ຽມ​ຂອງ​ມັນ.+ ຂ້ອຍ​ບໍ່​ຢາກ​ໃຫ້​ພວກ​ເຈົ້າ​ຖືກ​ຕົວະ​ແລະ​ຄິດ​ໃນ​ທາງ​ທີ່​ຊົ່ວ​ຈົນ​ກາຍ​ເປັນ​ຄົນ​ບໍ່​ສັດຊື່​ແລະ​ບໍ່​ບໍລິສຸດ ແລ້ວ​ພວກ​ເຈົ້າ​ຈະ​ບໍ່​ສົມ​ກັບ​ພະຄລິດ.+ 4 ຂ້ອຍ​ສັງເກດ​ວ່າ ຖ້າ​ມີ​ບາງຄົນ​ມາ​ສອນ​ເລື່ອງ​ພະ​ເຢຊູ​ຕ່າງ​ຈາກ​ທີ່​ພວກ​ເຮົາ​ເຄີຍ​ສອນ ຫຼື​ຖ້າ​ເຂົາເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າ​ຮັບ​ເອົາ​ນ້ຳໃຈ*​ທີ່​ຕ່າງ​ຈາກ​ນ້ຳໃຈ*​ທີ່​ພວກ​ເຈົ້າ​ເຄີຍ​ໄດ້​ຮັບ ຫຼື​ຖ້າ​ເຂົາເຈົ້າ​ມາ​ປະກາດ​ຂ່າວດີ​ທີ່​ຕ່າງ​ຈາກ​ທີ່​ພວກ​ເຈົ້າ​ເຄີຍ​ຮັບ​ເອົາ+ ພວກ​ເຈົ້າ​ກໍ​ຍັງ​ຍອມ​ທົນ​ກັບ​ສິ່ງ​ເຫຼົ່າ​ນີ້. 5 ຂ້ອຍ​ໝັ້ນໃຈ​ວ່າ​ຂ້ອຍ​ບໍ່​ມີ​ຫຍັງ​ດ້ອຍ​ກວ່າ​ພວກ​ອັກຄະ​ສາວົກ​ຂອງ​ພວກ​ເຈົ້າ​ທີ່​ເຮັດ​ຄື​ກັບ​ວ່າ​ໂຕເອງ​ດີ​ເລີດ.+ 6 ແມ່ນ​ຢູ່ ຂ້ອຍ​ອາດ​ຈະ​ເວົ້າ​ບໍ່​ເກັ່ງ+ ແຕ່​ຂ້ອຍ​ກໍ​ມີ​ຄວາມ​ຮູ້. ພວກ​ເຈົ້າ​ກໍ​ເຫັນ​ແລ້ວ​ຈາກ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ຜ່ານ​ມາ.

7 ຂ້ອຍ​ເຮັດ​ຜິດ​ບໍ​ທີ່​ຖ່ອມ​ໂຕ​ລົງ​ເພື່ອ​ໃຫ້​ກຽດ​ພວກ​ເຈົ້າ​ດ້ວຍ​ການ​ເຕັມໃຈ​ປະກາດ​ຂ່າວດີ​ຂອງ​ພະເຈົ້າ​ກັບ​ພວກ​ເຈົ້າ​ໂດຍ​ບໍ່​ເອົາ​ຄ່າ​ຕອບ​ແທນ?+ 8 ຂ້ອຍ​ຍອມຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ປະຊາຄົມ​ອື່ນ​ເພື່ອ​ຮັບໃຊ້​ພວກ​ເຈົ້າ ເຊິ່ງ​ກໍ​ສ່ຳ​ກັບ​ວ່າ​ຂ້ອຍ​ປຸ້ນ​ເຂົາເຈົ້າ.+ 9 ຕອນ​ທີ່​ຢູ່​ນຳ​ພວກ​ເຈົ້າ ເມື່ອ​ຂາດເຂີນ​ສິ່ງ​ທີ່​ຈຳເປັນ ຂ້ອຍ​ກໍ​ບໍ່​ໄດ້​ເປັນ​ພາລະ​ຂອງ​ຜູ້​ໃດ ຍ້ອນ​ພີ່ນ້ອງ​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ​ໄດ້​ເອົາສິ່ງ​ທີ່​ຂ້ອຍ​ຂາດເຂີນ​ມາ​ໃຫ້​ຢ່າງ​ເຫຼືອເຟືອ.+ ຂ້ອຍ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ຂອງ​ພວກ​ເຈົ້າ​ແລະ​ຈະ​ພະຍາຍາມ​ຕໍ່ໄປ.+ 10 ຕາບ​ໃດ​ທີ່​ຂ້ອຍ​ຍັງ​ຕິດຕາມ​ພະຄລິດ​ຢູ່ ຂ້ອຍ​ກໍ​ມີ​ເຫດຜົນ​ທີ່​ຈະ​ພູມໃຈ​ກັບ​ເລື່ອງ​ນີ້​ສະເໝີ+​ໃນ​ແຂວງ​ອະຂາຢາ. 11 ເປັນຫຍັງ​ຂ້ອຍ​ຈຶ່ງ​ເຮັດ​ແນວ​ນີ້? ບໍ່​ແມ່ນ​ຍ້ອນ​ຂ້ອຍ​ຮັກ​ພວກ​ເຈົ້າ​ບໍ? ພະເຈົ້າ​ຮູ້​ດີ​ວ່າ​ຂ້ອຍ​ຮັກ​ພວກ​ເຈົ້າ.

12 ມີ​ບາງຄົນ​ອວດ​ວ່າ​ໂຕເອງ​ເປັນ​ອັກຄະ​ສາວົກ​ຄື​ກັບ​ພວກ​ເຮົາ. ດັ່ງນັ້ນ ຂ້ອຍ​ຈະ​ເຮັດ​ຄື​ກັບ​ທີ່​ເຮັດ​ຢູ່​ນີ້​ຕໍ່ໄປ+​ເພື່ອ​ບໍ່​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ການ​ອວດ​ອ້າງ​ຂອງ​ເຂົາເຈົ້າ​ມີ​ເຫດຜົນ. 13 ເຂົາເຈົ້າ​ເປັນ​ອັກຄະ​ສາວົກ​ປອມ ມັກ​ຫຼອກລວງ​ຄົນ​ອື່ນ ແລະ​ປອມ​ໂຕ​ເປັນ​ອັກຄະ​ສາວົກ​ຂອງ​ພະຄລິດ.+ 14 ແຕ່​ມັນ​ກໍ​ບໍ່​ແປກ ຍ້ອນ​ຊາຕານ​ເອງ​ກໍ​ຍັງ​ປອມ​ໂຕ​ເປັນ​ທູດ​ຂອງ​ຄວາມ​ສະຫວ່າງ.+ 15 ດັ່ງນັ້ນ ຄື​ຊິ​ບໍ່​ແປກ​ທີ່​ຜູ້​ຮັບໃຊ້​ຂອງ​ມັນ​ຈະ​ເຮັດ​ທຳທ່າ​ຄື​ກັບ​ວ່າ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ. ແຕ່​ໃນທີ່ສຸດ ຄົນ​ເຫຼົ່ານັ້ນ​ຈະ​ຕ້ອງ​ຮັບ​ຜົນ​ຈາກ​ສິ່ງ​ທີ່​ໂຕເອງ​ເຮັດ.+

16 ຂ້ອຍ​ຂໍ​ເວົ້າ​ຊ້ຳ​ອີກ​ເທື່ອ​ໜຶ່ງ​ວ່າ ຢ່າ​ຄິດ​ວ່າ​ຂ້ອຍ​ເປັນ​ຄົນ​ບໍ່​ມີ​ເຫດຜົນ. ແຕ່​ຖ້າ​ພວກ​ເຈົ້າ​ຄິດ​ແບບນັ້ນ ກໍ​ຂໍ​ໃຫ້​ອົດທົນ​ກັບ​ຂ້ອຍ ຍ້ອນ​ຂ້ອຍ​ຈະ​ອວດ​ຄື​ກັບ​ຄົນ​ພວກ​ນັ້ນ​ແດ່. 17 ຂ້ອຍ​ເວົ້າ​ໂອ້​ອວດ​ແລະ​ຖື​ໂຕ​ແບບ​ນີ້ ບໍ່​ໄດ້​ເປັນ​ຕາມ​ແບບ​ຢ່າງ​ຂອງ​ຜູ້​ເປັນ​ນາຍ ແຕ່​ຂ້ອຍ​ກຳລັງ​ເວົ້າ​ຄື​ກັບ​ຄົນ​ບໍ່​ມີ​ເຫດຜົນ. 18 ໃນ​ເມື່ອ​ຫຼາຍ​ຄົນ​ອວດ​ສິ່ງ​ທີ່​ຄົນ​ທົ່ວໄປ​ໃນ​ໂລກ​ອວດ​ກັນ ຂ້ອຍ​ກໍ​ຈະ​ອວດ​ຄື​ກັນ. 19 ຖ້າ​ພວກ​ເຈົ້າ​ຄິດ​ວ່າ​ໂຕເອງ​ມີ​ເຫດຜົນ​ຫຼາຍ ຄັນຊັ້ນ​ເປັນຫຍັງ​ພວກ​ເຈົ້າ​ຈຶ່ງ​ຍອມ​ອົດທົນ​ກັບ​ຄົນ​ທີ່​ບໍ່​ມີ​ເຫດຜົນ? 20 ທີ່ຈິງ ພວກ​ເຈົ້າ​ຍອມ​ອົດທົນ​ກັບ​ຄົນ​ທີ່​ເຮັດ​ກັບ​ພວກ​ເຈົ້າຄື​ທາດ ຍົວະ​ກິນ​ຍົວະ​ໃຊ້​ພວກ​ເຈົ້າ ເອົາ​ປຽບ​ພວກ​ເຈົ້າ ຍົກ​ໂຕເອງ​ໃຫ້​ເໜືອ​ກວ່າ​ພວກ​ເຈົ້າ ແລະ​ຕົບ​ໜ້າ​ພວກ​ເຈົ້າ​ນຳ​ອີກ.

21 ຂ້ອຍ​ເວົ້າ​ແບບ​ນີ້​ກໍ​ເປັນ​ຕາ​ໜ້າ​ອາຍ ເພາະ​ເບິ່ງ​ຄື​ວ່າ​ພວກ​ເຮົາ​ບໍ່​ເດັດຂາດ.

ຖ້າ​ບາງຄົນ​ບໍ່​ອາຍ​ທີ່​ຈະ​ອວດ ຂ້ອຍ​ກໍ​ບໍ່​ອາຍ​ທີ່​ຈະ​ອວດ​ຄື​ກັນ ເຖິງ​ບາງຄົນ​ຈະ​ຖື​ວ່າ​ຂ້ອຍ​ບໍ່​ມີ​ເຫດຜົນ. 22 ເຂົາເຈົ້າ​ເປັນ​ຄົນເຮັບເຣີບໍ? ຂ້ອຍ​ກໍ​ເປັນ.+ ເຂົາເຈົ້າ​ເປັນ​ຄົນ​ອິດສະຣາເອນ​ບໍ? ຂ້ອຍ​ກໍ​ເປັນ​ຄື​ກັນ. ເຂົາເຈົ້າ​ເປັນ​ລູກ​ຫຼານ​ຂອງ​ອັບຣາຮາມ​ບໍ? ຂ້ອຍ​ກໍ​ເປັນ​ຄື​ກັນ.+ 23 ເຂົາເຈົ້າ​ເປັນ​ຜູ້​ຮັບໃຊ້​ຂອງ​ພະຄລິດ​ບໍ? ຂ້ອຍ​ຂໍ​ເວົ້າ​ແບບ​ຄົນ​ເສຍ​ສະຕິ​ວ່າ ຂ້ອຍ​ເປັນ​ຜູ້​ຮັບໃຊ້​ທີ່​ເດັ່ນ​ກວ່າ​ເຂົາເຈົ້າ​ອີກ ຍ້ອນ​ຂ້ອຍ​ເຮັດ​ວຽກ​ຫຼາຍ​ກວ່າ​ເຂົາເຈົ້າ+ ຕິດ​ຄຸກ​ເລື້ອຍ​ກວ່າ​ເຂົາເຈົ້າ+ ຖືກ​ເອົາ​ແສ້​ຟາດນັບ​ເທື່ອ​ບໍ່​ໄດ້ ແລະ​ເກືອບ​ຕາຍ​ຫຼາຍ​ເທື່ອ.+ 24 ຂ້ອຍ​ຖືກ​ພວກ​ຢິວ​ເອົາ​ແສ້​ຟາດ 5 ເທື່ອ ເທື່ອ​ລະ 39 ບາດ.+ 25 ຂ້ອຍ​ຖືກ​ເອົາ​ໄມ້​ແສ້​ຟາດ 3 ເທື່ອ+ ຖືກ​ດຶກ​ກ້ອນ​ຫີນ​ໃສ່ 1 ເທື່ອ+ ເຮືອ​ແຕກ 3 ເທື່ອ+ ແລະ​ຕ້ອງ​ຢູ່​ໃນ​ທະເລ 1 ມື້ 1 ຄືນ. 26 ຂ້ອຍ​ເດີນທາງ​ຫຼາຍ​ເທື່ອ​ແລະ​ຕ້ອງ​ເຈິ​ອັນຕະລາຍ​ໃນ​ແມ່​ນ້ຳ ອັນຕະລາຍ​ຈາກ​ໂຈນ​ປຸ້ນ ຈາກ​ຄົນ​ຊາດດຽວກັນ+ ຈາກ​ຄົນ​ຕ່າງ​ຊາດ+ ອັນຕະລາຍ​ໃນ​ເມືອງ+ ໃນ​ບ່ອນ​ກັນດານ ໃນ​ທະເລ ອັນຕະລາຍ​ຈາກ​ພວກ​ພີ່ນ້ອງ​ປອມ 27 ຕ້ອງ​ເຮັດ​ວຽກ​ໜັກ​ແລະ​ເມື່ອຍ​ຫຼາຍ ອົດ​ຫຼັບ​ອົດ​ນອນ​ເລື້ອຍ​ໆ​+ ຫິວ​ເຂົ້າ​ຫິວ​ນ້ຳ+ ອົດ​ເຂົ້າ​ອົດ​ນ້ຳຫຼາຍ​ເທື່ອ+ ທັງ​ໜາວ​ແລະບໍ່​ມີ​ເຄື່ອງນຸ່ງ​ໃສ່.

28 ນອກ​ຈາກ​ບັນຫາ​ເຫຼົ່ານັ້ນ​ແລ້ວ ຍັງ​ມີ​ເລື່ອງ​ທີ່​ບີບ​ຮັດ​ຂ້ອຍ​ຢູ່​ທຸກ​ມື້ ນັ້ນ​ແມ່ນ​ຄວາມ​ກັງວົນ​ກ່ຽວກັບ​ທຸກ​ໆ​ປະຊາຄົມ.+ 29 ມີ​ຜູ້​ໃດ​ອ່ອນແອ​ແລ້ວ​ຂ້ອຍ​ບໍ່​ອ່ອນແອ​ນຳ​ບໍ? ມີ​ຜູ້​ໃດ​ທີ່​ຖືກ​ຊັກຈູງ​ໃຫ້​ຖິ້ມ​ຄວາມ​ເຊື່ອ​ແລ້ວ​ຂ້ອຍ​ບໍ່​ໃຈຮ້າຍ​ບໍ?

30 ຖ້າ​ຕ້ອງ​ອວດ ຂ້ອຍ​ຈະ​ອວດ​ສິ່ງ​ທີ່​ສະແດງ​ວ່າ​ຂ້ອຍ​ອ່ອນແອ. 31 ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ ເພິ່ນ​ຈະ​ໄດ້​ຮັບ​ການຍ້ອງຍໍ​ສັນລະເສີນ​ຕະຫຼອດ​ໄປ. ເພິ່ນ​ຮູ້​ວ່າ​ຂ້ອຍ​ບໍ່​ໄດ້​ຕົວະ. 32 ຢູ່​ເມືອງ​ດາມາເຊ ເຈົ້າແຂວງ​ທີ່​ປົກຄອງ​ໃນ​ສະໄໝ​ຂອງ​ກະສັດ​ອາເຣຕາ​ໄດ້​ໃຫ້​ທະຫານ​ເຝົ້າ​ປະຕູ​ເມືອງ​ໄວ້​ເພື່ອ​ຖ້າ​ຈັບ​ຂ້ອຍ. 33 ແຕ່​ມີ​ຄົນ​ໃຫ້​ຂ້ອຍ​ນັ່ງ​ໃນ​ກະຕ່າ​ຫວາຍ​ແລ້ວ​ຢ່ອນ​ລົງ​ທາງ​ປ່ອງ​ຢ້ຽມ​ຂອງ​ກຳແພງ​ເມືອງ+ ຂ້ອຍ​ຈຶ່ງ​ໜີ​ລອດ​ຈາກລາວ​ມາ​ໄດ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌