ຈົດໝາຍເຖິງຄລິດສະຕຽນໃນເມືອງຟີລິບປອຍ
1 ຂ້ອຍໂປໂລກັບຕີໂມທຽວທາດຂອງພະຄລິດເຢຊູຂຽນຫາຜູ້ບໍລິສຸດທຸກຄົນໃນເມືອງຟີລິບປອຍເຊິ່ງເປັນລູກສິດຂອງພະຄລິດເຢຊູ+ ລວມທັງພວກຜູ້ເບິ່ງແຍງກັບຜູ້ຊ່ວຍວຽກຮັບໃຊ້.+
2 ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ແລະສັນຕິສຸກຈາກພະເຈົ້າຜູ້ເປັນພໍ່ຂອງພວກເຮົາ ແລະຈາກພະເຢຊູຄລິດຜູ້ເປັນນາຍ.
3 ຂ້ອຍຂອບໃຈພະເຈົ້າຂອງຂ້ອຍທຸກເທື່ອເມື່ອຄິດເຖິງພວກເຈົ້າ. 4 ທຸກເທື່ອທີ່ຂ້ອຍຕັ້ງໃຈອະທິດຖານເພື່ອພວກເຈົ້າ ຂ້ອຍກໍມີຄວາມສຸກ+ 5 ຍ້ອນວ່າພວກເຈົ້າສະໜັບສະໜູນ*ຂ່າວດີຕັ້ງແຕ່ມື້ທຳອິດຈົນຮອດມື້ນີ້. 6 ພະເຈົ້າໄດ້ໃຫ້ພວກເຈົ້າເລີ່ມເຮັດວຽກທີ່ດີແລ້ວ. ຂ້ອຍໝັ້ນໃຈວ່າວຽກນັ້ນຈະມີຢູ່ຕໍ່ໄປຈົນຮອດວັນຂອງພະຄລິດເຢຊູ+ ແລະພະເຈົ້າຈະເຮັດໃຫ້ວຽກນັ້ນສຳເລັດ.+ 7 ຂ້ອຍຄິດຮອດພວກເຈົ້າທຸກຄົນແບບນີ້ກໍບໍ່ແມ່ນເລື່ອງແປກຍ້ອນພວກເຈົ້າຢູ່ໃນໃຈຂ້ອຍສະເໝີ. ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຮ່ວມກັບຂ້ອຍ. ພວກເຈົ້າພ້ອມທີ່ຈະຊ່ວຍຂ້ອຍຕອນທີ່ຂ້ອຍຖືກຂັງ+ ແລະຕອນທີ່ຂ້ອຍປົກປ້ອງຂ່າວດີແລະພະຍາຍາມເຮັດໃຫ້ການປະກາດຂ່າວດີເປັນທີ່ຍອມຮັບຕາມກົດໝາຍ.+
8 ພະເຈົ້າຮູ້ວ່າຂ້ອຍຄິດຮອດພວກເຈົ້າທຸກຄົນຫຼາຍສ່ຳໃດ. ຂ້ອຍຮັກພວກເຈົ້າຄືກັບທີ່ພະຄລິດເຢຊູຮັກພວກເຈົ້າ. 9 ຂ້ອຍອະທິດຖານຢູ່ສະເໝີ ເພື່ອຂໍໃຫ້ພວກເຈົ້າມີຄວາມຮັກຫຼາຍຂຶ້ນເລື້ອຍໆ+ ມີຄວາມຮູ້ທີ່ຖືກຕ້ອງ+ ແລະມີຄວາມເຂົ້າໃຈທີ່ເລິກເຊິ່ງ.+ 10 ຂ້ອຍອະທິດຖານຂໍໃຫ້ພວກເຈົ້າເບິ່ງອອກວ່າສິ່ງໃດສຳຄັນກວ່າ+ ເພື່ອພວກເຈົ້າຈະບໍ່ມີບ່ອນຕິແລະບໍ່ເປັນອຸປະສັກຂັດຂວາງຄວາມເຊື່ອຂອງຄົນອື່ນ+ຈົນຮອດວັນຂອງພະຄລິດ. 11 ຂ້ອຍຍັງອະທິດຖານຂໍໃຫ້ພວກເຈົ້າໄດ້ຮັບປະໂຫຍດເຕັມທີຈາກວຽກທີ່ດີທຸກຢ່າງທີ່ພະເຢຊູຄລິດຊ່ວຍພວກເຮົາໃຫ້ເຮັດ+ ເຊິ່ງເຮັດໃຫ້ຄົນອື່ນຍ້ອງຍໍສັນລະເສີນພະເຈົ້າ.
12 ພີ່ນ້ອງເອີ້ຍ ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າເລື່ອງທີ່ເກີດຂຶ້ນກັບຂ້ອຍນັ້ນແຮ່ງເຮັດໃຫ້ຂ່າວດີແພ່ອອກໄປ. 13 ຕອນນີ້ ທະຫານປ້ອງກັນໂຕຈັກກະພັດແລະຄົນອື່ນໆກໍຮູ້ກ່ຽວກັບເລື່ອງທີ່ຂ້ອຍຖືກຂັງ+ຍ້ອນຄວາມເຊື່ອໃນພະຄລິດ.+ 14 ພີ່ນ້ອງສ່ວນຫຼາຍທີ່ຮັບໃຊ້ຜູ້ເປັນນາຍກໍເຂັ້ມແຂງຂຶ້ນເມື່ອໄດ້ຍິນຂ່າວເລື່ອງທີ່ຂ້ອຍຖືກຂັງ. ເຂົາເຈົ້າບໍ່ຢ້ານແລ້ວແລະກ້າຫຼາຍຂຶ້ນທີ່ຈະປະກາດຄຳສອນຂອງພະເຈົ້າ.
15 ແມ່ນຢູ່ ບາງຄົນປະກາດເລື່ອງພະຄລິດຍ້ອນຄວາມອິດສາແລະຢາກຊີງດີຊີງເດັ່ນ ແຕ່ກໍມີຄົນທີ່ປະກາດດ້ວຍເຈຕະນາດີ. 16 ເຂົາເຈົ້າປະກາດເລື່ອງພະຄລິດດ້ວຍຄວາມຮັກ ແລະຮູ້ວ່າຂ້ອຍໄດ້ຮັບມອບໝາຍໃຫ້ປົກປ້ອງຂ່າວດີ.+ 17 ສ່ວນພວກທີ່ປະກາດຍ້ອນມັກຊີງດີຊີງເດັ່ນນັ້ນບໍ່ໄດ້ເຮັດດ້ວຍຄວາມບໍລິສຸດໃຈ. ເຂົາເຈົ້າຢາກສ້າງບັນຫາໃຫ້ຂ້ອຍຕອນທີ່ຖືກຂັງຢູ່ນີ້. 18 ຜົນເປັນແນວໃດ? ບໍ່ວ່າຈະປະກາດດ້ວຍເຈຕະນາແບບໃດກໍເຮັດໃຫ້ຄົນຮູ້ເລື່ອງພະຄລິດຄືກັນ. ຂ້ອຍຈຶ່ງດີໃຈ ແລະຈະດີໃຈແບບນີ້ຕໍ່ໆໄປ. 19 ຂ້ອຍຮູ້ວ່າສຸດທ້າຍແລ້ວຂ້ອຍຈະລອດ ຍ້ອນການອ້ອນວອນຂອງພວກເຈົ້າ+ ແລະຍ້ອນພະລັງຂອງພະເຈົ້າທີ່ຂ້ອຍໄດ້ຮັບຜ່ານທາງພະເຢຊູຄລິດ.+ 20 ຂ້ອຍທັງຫວັງແລະທັງໝັ້ນໃຈວ່າຈະບໍ່ມີຫຍັງເຮັດໃຫ້ຂ້ອຍຕ້ອງອາຍ. ຂ້ອຍຈະກ້າເວົ້າເພື່ອເຮັດໃຫ້ພະຄລິດໄດ້ຮັບການຍົກຍ້ອງຄືທີ່ຜ່ານມາ ແລະຂ້ອຍຈະເຮັດແບບນັ້ນບໍ່ວ່າຈະຢູ່ຫຼືຕາຍ.+
21 ສຳລັບຂ້ອຍ ຖ້າຂ້ອຍຍັງມີຊີວິດຢູ່ກໍຈະຢູ່ເພື່ອພະຄລິດ+ ແລະຖ້າຂ້ອຍຕາຍກໍແຮ່ງດີກວ່າອີກ.+ 22 ຖ້າຂ້ອຍຍັງມີຊີວິດຢູ່ໃນຮ່າງກາຍນີ້ ຂ້ອຍກໍຈະເຮັດວຽກໃຫ້ເກີດຜົນຕໍ່ໆໄປໄດ້ ແຕ່ຂ້ອຍກໍຍັງບໍ່ຮູ້ວ່າຂ້ອຍມັກອັນໃດ. 23 ທັງສອງທາງເຮັດໃຫ້ຂ້ອຍລຳບາກໃຈ ຍ້ອນໃຈໜຶ່ງຂ້ອຍກໍຢາກຖືກປົດປ່ອຍເພື່ອໄປຢູ່ກັບພະຄລິດ+ ເຊິ່ງແທ້ໆແລ້ວແບບນັ້ນກໍດີກວ່າຫຼາຍ.+ 24 ແຕ່ຖ້າຂ້ອຍຍັງມີຊີວິດຢູ່ໃນຮ່າງກາຍນີ້ຕໍ່ໄປ ຂ້ອຍກໍຈະຊ່ວຍພວກເຈົ້າໄດ້. 25 ເມື່ອໝັ້ນໃຈແບບນີ້ແລ້ວ ຂ້ອຍຈຶ່ງຮູ້ວ່າຂ້ອຍຈະມີຊີວິດຢູ່ຕໍ່ໄປເພື່ອຊ່ວຍພວກເຈົ້າໃຫ້ກ້າວໜ້າແລະມີຄວາມສຸກຍ້ອນຄວາມເຊື່ອຂອງພວກເຈົ້າ. 26 ເມື່ອຂ້ອຍກັບໄປຫາພວກເຈົ້າອີກ ຂ້ອຍຈະເຮັດໃຫ້ພວກເຈົ້າໝັ້ນໃຈໃນພະຄລິດເຢຊູຫຼາຍຂຶ້ນອີກ.
27 ໃຫ້ພວກເຈົ້າໃຊ້ຊີວິດ*ສອດຄ່ອງກັບຂ່າວດີເລື່ອງພະຄລິດ.+ ເມື່ອເປັນແນວນັ້ນ ບໍ່ວ່າຂ້ອຍຈະໄດ້ໄປຫາພວກເຈົ້າຫຼືບໍ່ ຂ້ອຍກໍຈະໄດ້ຍິນຂ່າວດີກ່ຽວກັບພວກເຈົ້າແລະຮູ້ວ່າພວກເຈົ້າຢືນຢັດເປັນນ້ຳໜຶ່ງໃຈດຽວກັນ+ ຕໍ່ສູ້ຄຽງບ່າຄຽງໄຫຼ່ກັນຄືກັບຄົນໆດຽວເພື່ອຮັກສາຄວາມເຊື່ອໃນຂ່າວດີໄວ້. 28 ບໍ່ຕ້ອງຢ້ານພວກທີ່ຕໍ່ຕ້ານພວກເຈົ້າ. ເມື່ອພວກເຈົ້າເຮັດໃຫ້ເຫັນວ່າບໍ່ຢ້ານ ມັນກໍເປັນຫຼັກຖານຢືນຢັນວ່າເຂົາເຈົ້າຈະຕ້ອງຈິບຫາຍ+ ແຕ່ພວກເຈົ້າຈະລອດ.+ ພະເຈົ້າຈະໃຫ້ຫຼັກຖານຢືນຢັນເລື່ອງນີ້. 29 ພວກເຈົ້າມີສິດທິພິເສດໄດ້ເປັນລູກສິດຂອງພະຄລິດ ບໍ່ແມ່ນແຕ່ໃຫ້ມາເຊື່ອໃນພະຄລິດເທົ່ານັ້ນ ແຕ່ໃຫ້ທົນທຸກເພື່ອເພິ່ນນຳ.+ 30 ພວກເຈົ້າກຳລັງຕໍ່ສູ້ຄືກັບທີ່ເຄີຍເຫັນຂ້ອຍຕໍ່ສູ້ມາແລ້ວ+ ແລະພວກເຈົ້າຮູ້ວ່າຕອນນີ້ຂ້ອຍກໍຍັງຕໍ່ສູ້ຢູ່.