ໂຢຊວຍ
24 ໂຢຊວຍໄດ້ໃຫ້ພວກອິດສະຣາເອນທຸກຕະກູນມາລວມໂຕກັນຢູ່ເມືອງເຊເຄັມ ແລະເອີ້ນພວກຜູ້ນຳຂອງອິດສະຣາເອນ ພວກຫົວໜ້າ ພວກຜູ້ຕັດສິນ ແລະພວກຫົວໜ້າອື່ນໆ+ໃຫ້ມາຫາ ແລະໃຫ້ເຂົາເຈົ້າຢືນຢູ່ຕໍ່ໜ້າພະເຈົ້າທ່ຽງແທ້. 2 ໂຢຊວຍເວົ້າກັບທຸກຄົນວ່າ: “ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າແນວນີ້. ‘ແຕ່ກີ້ແຕ່ກ່ອນ+ປູ່ຍ່າຕານາຍຄົນອື່ນໆຂອງພວກເຈົ້າ+ ລວມທັງເຕຣາພໍ່ຂອງອັບຣາຮາມກັບນາໂຮອາໄສຢູ່ອີກຟາກໜຶ່ງຂອງແມ່ນ້ຳ* ແລະເຂົາເຈົ້າເຄີຍນະມັດສະການພະເຈົ້າອື່ນໆ.+
3 ຕໍ່ມາ ເຮົາພາອັບຣາຮາມ+ທີ່ເປັນປູ່ຍ່າຕານາຍຂອງພວກເຈົ້າອອກຈາກແຜ່ນດິນທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳ. ໃຫ້ລາວເດີນທາງໄປທົ່ວແຜ່ນດິນການາອານ ແລະອວຍພອນໃຫ້ລາວມີລູກມີຫຼານຫຼາຍໆ.+ ເຮົາໃຫ້ລາວມີລູກຊາຍຊື່ອີຊາກ.+ 4 ຫຼັງຈາກນັ້ນ ເຮົາໃຫ້ອີຊາກມີລູກຊາຍຊື່ຢາໂຄບກັບເອຊາວ.+ ເຮົາຍົກເຂດພູເສອີໃຫ້ເປັນບ່ອນຢູ່ຂອງເອຊາວ+ ແລະຢາໂຄບກັບລູກຫຼານຂອງລາວໄດ້ໄປຢູ່ເອຢິບ.+ 5 ແລ້ວເຮົາໄດ້ສົ່ງໂມເຊກັບອາໂຣນ+ໄປຊ່ວຍພວກເຈົ້າ. ເຮົາເຮັດໃຫ້ພວກເອຢິບເຈິໄພພິບັດ+ແລະພາພວກເຈົ້າອອກມາຈາກແຜ່ນດິນນັ້ນ. 6 ຕອນທີ່ເຮົາພາປູ່ຍ່າຕານາຍຂອງພວກເຈົ້າອອກມາຈາກເອຢິບ+ ພວກເອຢິບໄດ້ເອົາລົດຮົບກັບທະຫານມ້າໄລ່ນຳເຂົາເຈົ້າມາຈົນຮອດທະເລແດງ.+ 7 ຕອນທີ່ຢູ່ທະເລແດງ ປູ່ຍ່າຕານາຍຂອງພວກເຈົ້າໄດ້ຮ້ອງຂໍໃຫ້ພະເຢໂຫວາຊ່ວຍ+ ແລ້ວເຮົາກໍເຮັດໃຫ້ມີຄວາມມືດມາຂັ້ນລະຫວ່າງພວກເຈົ້າກັບພວກເອຢິບ ແລະໄດ້ໃຫ້ນ້ຳທະເລໄຫຼມາທັບພວກເຂົາ.+ ພວກເຈົ້າກໍໄດ້ເຫັນກັບຕາຂອງໂຕເອງແລ້ວວ່າເຮົາໄດ້ເຮັດຫຍັງຢູ່ເອຢິບ.+ ຈາກນັ້ນ ພວກເຈົ້າກໍຢູ່ໃນບ່ອນກັນດານຫຼາຍປີ.+
8 ເຮົາພາພວກເຈົ້າໄປຮອດແຜ່ນດິນຂອງພວກອາໂມທີ່ຢູ່ຟາກຕາເວັນອອກຂອງແມ່ນ້ຳຈໍແດນ ແລະພວກເຂົາກໍມາຕໍ່ສູ້ພວກເຈົ້າ.+ ແຕ່ເຮົາຊ່ວຍພວກເຈົ້າໃຫ້ຊະນະແລະຍຶດແຜ່ນດິນຂອງພວກເຂົາ. ເຮົາໄດ້ທຳລາຍພວກເຂົາຕໍ່ໜ້າພວກເຈົ້າ.+ 9 ແລ້ວບາລາກທີ່ເປັນລູກຊາຍຂອງຊິບໂປແລະເປັນກະສັດຂອງຄົນໂມອາບກໍອອກມາຕໍ່ສູ້ກັບພວກອິດສະຣາເອນ. ລາວເອີ້ນບາລາອາມລູກຊາຍຂອງເບໂອໃຫ້ມາສາບແຊ່ງພວກເຈົ້າ.+ 10 ແຕ່ເຮົາບໍ່ຟັງບາລາອາມ.+ ລາວຈຶ່ງອວຍພອນໃຫ້ພວກເຈົ້າຫຼາຍເທື່ອ.+ ເຮົາຊ່ວຍພວກເຈົ້າໃຫ້ລອດຈາກມືບາລາອາມ.+
11 ແລ້ວພວກເຈົ້າກໍຂ້າມແມ່ນ້ຳຈໍແດນ+ມາຮອດເມືອງເຢຣິໂກ.+ ພວກຜູ້ນຳ*ຂອງເມືອງເຢຣິໂກ ພວກອາໂມ ພວກເປຣິຊີ ພວກການາອານ ພວກເຮດ ພວກກີກາຊີ ພວກຮີວີ ແລະພວກເຢບຸດກໍໄດ້ອອກມາຕໍ່ສູ້ພວກເຈົ້າ ແຕ່ເຮົາຊ່ວຍພວກເຈົ້າໃຫ້ເອົາຊະນະພວກເຂົາໄດ້.+ 12 ເຮົາເຮັດໃຫ້ພວກເຂົາຢ້ານພວກເຈົ້າກ່ອນແລ້ວ. ພວກເຂົາຈຶ່ງໜີໄປຈາກພວກເຈົ້າ+ຄືກັບກະສັດ 2 ອົງຂອງຄົນອາໂມ. ພວກເຈົ້າຊະນະພວກເຂົາ ບໍ່ແມ່ນຍ້ອນດາບແລະທະນູຂອງພວກເຈົ້າ.+ 13 ເຮົາໃຫ້ພວກເຈົ້າໄດ້ຢູ່ໃນແຜ່ນດິນທີ່ພວກເຈົ້າບໍ່ໄດ້ບຸກເບີກ ແລະເມືອງຕ່າງໆທີ່ພວກເຈົ້າບໍ່ໄດ້ສ້າງ.+ ພວກເຈົ້າໄດ້ກິນໝາກລະແຊັງແລະໝາກກອກຈາກສວນທີ່ພວກເຈົ້າບໍ່ໄດ້ປູກ.’+
14 ດັ່ງນັ້ນ ໃຫ້ພວກເຈົ້າຢ້ານຢຳພະເຢໂຫວາ ໃຫ້ຮັບໃຊ້ເພິ່ນດ້ວຍຄວາມສັດຊື່ແລະເຮັດຈາກໃຈ.+ ໃຫ້ພວກເຈົ້າທຳລາຍຮູບພະຕ່າງໆທີ່ປູ່ຍ່າຕານາຍຂອງພວກເຈົ້າເຄີຍນະມັດສະການຢູ່ອີກຟາກໜຶ່ງຂອງແມ່ນ້ຳແລະຢູ່ເອຢິບ+ ແລະໃຫ້ນະມັດສະການພະເຢໂຫວາ. 15 ຖ້າພວກເຈົ້າບໍ່ຢາກນະມັດສະການພະເຢໂຫວາ ມື້ນີ້ກໍໃຫ້ພວກເຈົ້າເລືອກເອງວ່າຈະນະມັດສະການໃຜ+ ຈະນະມັດສະການພະເຈົ້າຕ່າງໆທີ່ປູ່ຍ່າຕານາຍຂອງພວກເຈົ້າເຄີຍນະມັດສະການຢູ່ອີກຟາກໜຶ່ງຂອງແມ່ນ້ຳ+ ຫຼືຈະນະມັດສະການພະເຈົ້າຕ່າງໆຂອງພວກອາໂມໃນແຜ່ນດິນທີ່ພວກເຈົ້າອາໄສຢູ່ນີ້.+ ແຕ່ຂ້ອຍກັບຄອບຄົວຂອງຂ້ອຍຈະນະມັດສະການພະເຢໂຫວາ.”
16 ແລ້ວພວກປະຊາຊົນກໍຕອບວ່າ: “ພວກເຮົາບໍ່ເຄີຍຄິດທີ່ຈະປະຖິ້ມພະເຢໂຫວາ ແລະໄປນະມັດສະການພະເຈົ້າອື່ນ. 17 ພະເຢໂຫວາພະເຈົ້າຂອງພວກເຮົາເປັນຜູ້ພາພວກເຮົາແລະປູ່ຍ່າຕານາຍຂອງພວກເຮົາອອກມາຈາກເອຢິບ+ ບ່ອນທີ່ພວກເຮົາເຄີຍເປັນທາດ.+ ເພິ່ນໄດ້ເຮັດການອັດສະຈັນຫຼາຍຢ່າງຕໍ່ໜ້າພວກເຮົາ.+ ເພິ່ນປົກປ້ອງພວກເຮົາຕະຫຼອດໄລຍະທີ່ພວກເຮົາເດີນທາງ ແລະປົກປ້ອງພວກເຮົາຈາກຊາດຕ່າງໆທີ່ພວກເຮົາຍ່າງຜ່ານເຂດແດນຂອງພວກເຂົາ.+ 18 ພະເຢໂຫວາໄດ້ຂັບໄລ່ຊາດຕ່າງໆ ລວມທັງພວກອາໂມທີ່ເຄີຍຢູ່ແຜ່ນດິນນີ້ກ່ອນພວກເຮົາ. ດັ່ງນັ້ນ ພວກເຮົາກໍຈະນະມັດສະການພະເຢໂຫວາຄືກັບເຈົ້າ ຍ້ອນເພິ່ນເປັນພະເຈົ້າຂອງພວກເຮົາ.”
19 ໂຢຊວຍກໍເວົ້າກັບປະຊາຊົນວ່າ: “ພວກເຈົ້ານະມັດສະການພະເຢໂຫວາບໍ່ໄດ້ດອກ ເພາະເພິ່ນເປັນພະເຈົ້າທີ່ບໍລິສຸດ.+ ເພິ່ນເປັນພະເຈົ້າທີ່ຢາກໃຫ້ພວກເຈົ້ານະມັດສະການເພິ່ນພຽງຜູ້ດຽວ.+ ຖ້າພວກເຈົ້າເຮັດແນວນັ້ນບໍ່ໄດ້ ເພິ່ນຈະບໍ່ຍົກໂທດໃຫ້ພວກເຈົ້າແນ່ນອນ.+ 20 ເຖິງວ່າພະເຢໂຫວາຈະເຄີຍເຮັດດີກັບພວກເຈົ້າ ແຕ່ຖ້າພວກເຈົ້າປະຖິ້ມເພິ່ນແລະໄປນະມັດສະການພະເຈົ້າຂອງຊາດອື່ນໆ ເພິ່ນກໍຈະລົງໂທດແລະທຳລາຍພວກເຈົ້າ.”+
21 ແຕ່ປະຊາຊົນບອກໂຢຊວຍວ່າ: “ພວກເຮົາຈະນະມັດສະການພະເຢໂຫວາແທ້ໆ!”+ 22 ໂຢຊວຍຈຶ່ງເວົ້າກັບເຂົາເຈົ້າວ່າ: “ຄັນຊັ້ນ ໃຫ້ພວກເຈົ້າເປັນພະຍານວ່າພວກເຈົ້າເລືອກເອງວ່າຈະນະມັດສະການພະເຢໂຫວາ.”+ ປະຊາຊົນກໍເວົ້າວ່າ: “ໂດຍ ພວກເຮົາເປັນພະຍານ.”
23 ໂຢຊວຍເວົ້າວ່າ: “ໃຫ້ພວກເຈົ້າທຳລາຍຮູບພະຂອງຊາດຕ່າງໆໃຫ້ໝົດ ແລະໃຫ້ຮັບໃຊ້ພະເຢໂຫວາພະເຈົ້າຂອງອິດສະຣາເອນສຸດຫົວໃຈ.” 24 ປະຊາຊົນກໍເວົ້າກັບໂຢຊວຍວ່າ: “ພວກເຮົາຈະຮັບໃຊ້ພະເຢໂຫວາພະເຈົ້າຂອງພວກເຮົາແລະຈະເຊື່ອຟັງເພິ່ນ!”
25 ໃນມື້ນັ້ນ ໂຢຊວຍຈຶ່ງເຮັດສັນຍາກັບປະຊາຊົນແລະຕັ້ງຂໍ້ກຳນົດກັບກົດຕ່າງໆໃຫ້ເຂົາເຈົ້າຢູ່ເມືອງເຊເຄັມ. 26 ແລ້ວໂຢຊວຍກໍຂຽນສິ່ງເຫຼົ່ານັ້ນໃສ່ໃນປຶ້ມກົດໝາຍຂອງພະເຈົ້າ+ ແລະເອົາຫີນໃຫຍ່ກ້ອນໜຶ່ງ+ມາຕັ້ງໄວ້ຢູ່ກ້ອງຕົ້ນໄມ້ໃຫຍ່ທີ່ຢູ່ໃກ້ໆບ່ອນບໍລິສຸດຂອງພະເຢໂຫວາ.
27 ຈາກນັ້ນ ໂຢຊວຍກໍເວົ້າກັບປະຊາຊົນອີກວ່າ: “ຫີນນີ້ຈະເປັນພະຍານໃຫ້ພວກເຮົາ+ ຍ້ອນວ່າມັນໄດ້ຍິນທຸກຢ່າງທີ່ພະເຢໂຫວາເວົ້າກັບພວກເຮົາ. ຫີນນີ້ຈະເປັນພະຍານເພື່ອພວກເຈົ້າຈະບໍ່ກະບົດຕໍ່ພະເຈົ້າຂອງພວກເຈົ້າ.” 28 ແລ້ວໂຢຊວຍກໍໃຫ້ປະຊາຊົນກັບເມືອແຜ່ນດິນທີ່ເຂົາເຈົ້າໄດ້ເປັນມໍລະດົກ.+
29 ຫຼັງຈາກນັ້ນ ໂຢຊວຍທີ່ເປັນລູກຊາຍຂອງນູນແລະເປັນຜູ້ຮັບໃຊ້ຂອງພະເຢໂຫວາກໍຕາຍຕອນທີ່ອາຍຸໄດ້ 110 ປີ.+ 30 ພວກອິດສະຣາເອນເອົາສົບຂອງລາວໄປຝັງໄວ້ຢູ່ເມືອງຕິມນາດເສຣາ+ ເຊິ່ງຢູ່ໃນເຂດທີ່ໂຢຊວຍໄດ້ຮັບເປັນມໍລະດົກໃນເຂດພູຂອງຕະກູນເອຟຣາຢິມທາງເໜືອຂອງພູກາອາດ. 31 ພວກອິດສະຣາເອນຮັບໃຊ້ພະເຢໂຫວາຕະຫຼອດຊີວິດຂອງໂຢຊວຍ ແລະຕະຫຼອດຊີວິດຂອງພວກຜູ້ນຳທີ່ອາຍຸຍືນກວ່າໂຢຊວຍ ເຊິ່ງໄດ້ເຫັນທຸກຢ່າງທີ່ພະເຢໂຫວາເຮັດເພື່ອຄົນອິດສະຣາເອນ.+
32 ກະດູກຂອງໂຢເຊັບ+ທີ່ພວກອິດສະຣາເອນເອົາອອກມາຈາກເອຢິບນັ້ນ ເຂົາເຈົ້າເອົາໄປຝັງໄວ້ຢູ່ເມືອງເຊເຄັມໃນດິນຕອນໜຶ່ງທີ່ຢາໂຄບຊື້+ດ້ວຍເງິນ 100 ແຜ່ນ+ຈາກລູກຊາຍຂອງຮາໂມພໍ່ຂອງເຊເຄັມ. ດິນຕອນນັ້ນໄດ້ກາຍເປັນດິນມູນຂອງລູກຫຼານໂຢເຊັບ.+
33 ເອເລອາຊາລູກຊາຍຂອງອາໂຣນກໍຕາຍຄືກັນ.+ ພວກອິດສະຣາເອນໄດ້ຝັງສົບລາວໄວ້ຢູ່ໂນນທີ່ຖືກເອີ້ນວ່າຟີເນຮາດຕາມຊື່ລູກຊາຍຂອງລາວ+ ໃນເຂດພູຂອງຕະກູນເອຟຣາຢິມເຊິ່ງເປັນເຂດແດນທີ່ຟີເນຮາດໄດ້ຮັບເປັນມໍລະດົກ.