ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮາບາກຸກ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມຮາບາກຸກ

      • ‘ຂ້ອຍ​ຈະ​ຖ້າ​ເບິ່ງ​ວ່າ​ເພິ່ນ​ຈະ​ເວົ້າ​ຫຍັງ’ (1)

      • ພະ​ເຢໂຫວາ​ຕອບ​ຜູ້ພະຍາກອນ (2-20)

        • ‘ໃຫ້​ຕັ້ງໃຈ​ລໍ​ຖ້າ​ນິມິດ’ (3)

        • ຄົນ​ດີ​ຈະ​ມີ​ຊີວິດ​ຢູ່​ຍ້ອນ​ຄວາມເຊື່ອ​ທີ່​ເຂັ້ມແຂງ (4)

        • ຄົນ​ການເດອາ​ຈະ​ຕ້ອງ​ເຈິ​ຄວາມ​ຈິບຫາຍ 5 ຢ່າງ (6-20)

          • ຄວາມ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ຈະ​ເຕັມ​ໂລກ (14)

ຮາບາກຸກ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 21:8; ມກ 7:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 18

ຮາບາກຸກ 2:2

ໄຂເງື່ອນ

  • *

    ຫຼື “ລ່ຽນ​ໄຫຼ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 17:14
  • +ພບຍ 31:9, 11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 15-16

ຮາບາກຸກ 2:3

ໄຂເງື່ອນ

  • *

    ຫຼື “ມັນ​ຈະ​ເກີດຂຶ້ນ​ແທ້”

  • *

    ແປ​ຕາມ​ໂຕ​ວ່າ “ຈະ​ບໍ່​ຕົວະ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 7:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2023, ໜ້າ 30-31

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 18-19

    ຫໍສັງເກດການ

    15/8/2015, ໜ້າ 12

ຮາບາກຸກ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 3:36; ຣມ 1:17; ຄລຕ 3:11; ຮຣ 10:38

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 19-20

ຮາບາກຸກ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 14:16, 17

ຮາບາກຸກ 2:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 14:4

ຮາບາກຸກ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:11

ຮາບາກຸກ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:17; ພສ 137:8
  • +ອຊຢ 13:19; ຢຣມ 27:6, 7; ຊຄຢ 2:7-9

ຮາບາກຸກ 2:9

ໄຂເງື່ອນ

  • *

    ຫຼື “ຊາດ”

ຮາບາກຸກ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 14:20

ຮາບາກຸກ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:58

ຮາບາກຸກ 2:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 72:19; ອຊຢ 11:9; ຊຄຢ 14:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 19-20

ຮາບາກຸກ 2:16

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ແລະ​ເຊ​ໄປ​ເຊ​ມາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 75:8; ອຊຢ 51:22, 23; ຢຣມ 25:28; 51:57

ຮາບາກຸກ 2:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 137:8; ຢຣມ 50:28; 51:24

ຮາບາກຸກ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 42:17; 44:19, 20; 45:20

ຮາບາກຸກ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 40:19; 46:6
  • +ຢຣມ 51:17

ຮາບາກຸກ 2:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 6:1
  • +ພສ 76:8; 115:3; ຊຄຢ 2:13

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຮບກ. 2:1ອຊຢ 21:8; ມກ 7:7
ຮບກ. 2:2ອພຍ 17:14
ຮບກ. 2:2ພບຍ 31:9, 11
ຮບກ. 2:3ມກ 7:7
ຮບກ. 2:4ຢຮ 3:36; ຣມ 1:17; ຄລຕ 3:11; ຮຣ 10:38
ຮບກ. 2:5ອຊຢ 14:16, 17
ຮບກ. 2:6ອຊຢ 14:4
ຮບກ. 2:7ຢຣມ 51:11
ຮບກ. 2:82ຂຄ 36:17; ພສ 137:8
ຮບກ. 2:8ອຊຢ 13:19; ຢຣມ 27:6, 7; ຊຄຢ 2:7-9
ຮບກ. 2:10ອຊຢ 14:20
ຮບກ. 2:13ຢຣມ 51:58
ຮບກ. 2:14ພສ 72:19; ອຊຢ 11:9; ຊຄຢ 14:9
ຮບກ. 2:16ພສ 75:8; ອຊຢ 51:22, 23; ຢຣມ 25:28; 51:57
ຮບກ. 2:17ພສ 137:8; ຢຣມ 50:28; 51:24
ຮບກ. 2:18ອຊຢ 42:17; 44:19, 20; 45:20
ຮບກ. 2:19ອຊຢ 40:19; 46:6
ຮບກ. 2:19ຢຣມ 51:17
ຮບກ. 2:20ອຊຢ 6:1
ຮບກ. 2:20ພສ 76:8; 115:3; ຊຄຢ 2:13
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
ຮາບາກຸກ 2:1-20

ຮາບາກຸກ

2 ຂ້ອຍ​ຈະ​ຢືນ​ເຝົ້າ​ຢູ່​ໃນ​ບ່ອນ​ທີ່​ໄດ້​ຮັບ​ມອບໝາຍ+

ແລະ​ຂ້ອຍ​ຈະ​ຢືນ​ຍາມ​ຢູ່​ເທິງ​ກຳແພງ​ເມືອງ.

ຂ້ອຍ​ຈະ​ຖ້າ​ເບິ່ງ​ວ່າ​ເພິ່ນ​ຈະ​ໃຫ້​ຂ້ອຍ​ເວົ້າ​ຫຍັງ

ແລະ​ຖ້າ​ເພິ່ນ​ຕຳໜິ​ຂ້ອຍ ຂ້ອຍ​ກໍ​ຈະ​ຍອມ​ຮັບ​ເອົາ.

 2 ແລ້ວ​ພະ​ເຢໂຫວາ​ກໍ​ຕອບ​ຂ້ອຍ​ວ່າ:

“ໃຫ້​ຂຽນ​ຂ່າວ​ສານ​ທີ່​ເຈົ້າ​ໄດ້​ຮັບ​ໃນ​ນິມິດ ແລ້ວ​ສະຫຼັກ​ລົງ​ແຜ່ນ​ຫີນ​ໃຫ້​ຈະ​ແຈ້ງ+

ເພື່ອ​ຄົນ​ທີ່​ອ່ານ​ອອກ​ສຽງ​ຈະ​ອ່ານ​ໄດ້ງ່າຍ​ໆ​.*+

 3 ນິມິດ​ນີ້​ຈະ​ເກີດ​ຂຶ້ນ​ຕາມ​ເວລາ​ທີ່​ກຳນົດ​ໄວ້.

ມັນ​ຈະ​ມາ​ໄວ​ໆ​*​ແລະ​ຈະ​ເກີດ​ຂຶ້ນ​ແນ່ນອນ.*

ເຖິງ​ຈະ​ເບິ່ງ​ຄື​ວ່າ​ມາ​ຊ້າ ແຕ່​ກໍ​ໃຫ້​ຕັ້ງໃຈ​ລໍ​ຖ້າ+

ເພາະ​ມັນ​ຈະ​ມາ​ແນ່ນອນ!

ມັນ​ຈະ​ບໍ່​ມາ​ຊ້າ​ເລີຍ!

 4 ເບິ່ງ​ຄົນ​ທີ່​ຍິ່ງ​ຈອງຫອງ​ແມ້

ແມ່ນ​ແຕ່​ໃຈ​ລາວ​ກໍ​ຍັງ​ບໍ່​ສັດຊື່

ແຕ່​ຄົນ​ດີ​ຈະ​ມີ​ຊີວິດ​ຢູ່​ຍ້ອນ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂອງ​ລາວ.+

 5 ຍ້ອນ​ເຫຼົ້າແວງ​ເຮັດ​ໃຫ້​ຄົນ​ເຮັດ​ສິ່ງ​ທີ່​ໂງ່​ໆ​

ຄົນ​ທີ່​ຍິ່ງ​ນັ້ນ​ກໍ​ຈະ​ບໍ່​ປະສົບ​ຜົນ​ສຳເລັດ.

ລາວ​ໂລບ​ຄື​ກັບ​ຂຸມ​ຝັງ​ສົບ​ທີ່​ບໍ່​ຮູ້ຈັກ​ພໍ.

ລາວ​ເປັນ​ຄື​ກັບ​ຄວາມ​ຕາຍ​ທີ່​ບໍ່​ເຄີຍ​ອີ່ມ.

ລາວ​ກວາດ​ເອົາ​ຄົນ​ທຸກ​ຊາດ​ໄປ​ເລື້ອຍ​ໆ​

ແລະ​ຈັບ​ທຸກ​ຄົນ​ໄປ​ເປັນ​ຂອງ​ລາວ​ເອງ.+

 6 ຄົນ​ທີ່​ລາວ​ຈັບ​ໄປ​ຈະ​ເວົ້າ​ຄຳ​ສຸພາສິດ ຄຳ​ປຽບ​ທຽບ ແລະ​ຄຳ​ທວາຍ​ໃສ່​ລາວ.+

ເຂົາເຈົ້າ​ຈະ​ເວົ້າ​ວ່າ

‘ຄົນ​ທີ່​ລວຍ​ຂຶ້ນ​ຍ້ອນ​ເອົາ​ສິ່ງ​ຂອງ​ທີ່​ບໍ່​ແມ່ນ​ຂອງ​ໂຕເອງ

ແລະ​ຄົນ​ທີ່​ສ້າງ​ໜີ້​ໃຫ້​ໂຕເອງ​ຫຼາຍ​ຂຶ້ນ​ໆ​ຈະ​ຕ້ອງ​ຈິບຫາຍ.

ມັນ​ຈະ​ເປັນ​ແນວ​ນີ້​ອີກ​ດົນ​ປານ​ໃດ?

 7 ພວກເຈົ້າ​ໜີ້​ຂອງ​ເຈົ້າ​ຈະ​ບໍ່​ມາ​ທວງ​ໜີ້​ເຈົ້າ​ທັນທີ​ບໍ?

ເຂົາເຈົ້າ​ຈະ​ສັ່ນ​ເຈົ້າ​ແຮງ​ໆ​ຈົນ​ເຈົ້າ​ຕື່ນ

ແລະ​ຈະ​ປຸ້ນ​ເອົາ​ເຄື່ອງ​ຂອງ​ຂອງ​ເຈົ້າ​ໄປ.+

 8 ຍ້ອນ​ເຈົ້າ​ໄດ້​ຂ້າ​ຄົນ​ມາ​ຫຼາຍ

ໄດ້​ທຳລາຍ​ແຜ່ນດິນ

ໄດ້​ທຳລາຍ​ເມືອງ​ຕ່າງ​ໆ​ແລະ​ທຸກ​ຢ່າງ​ທີ່​ຢູ່​ໃນ​ເມືອງ​ເຫຼົ່າ​ນັ້ນ+

ແລະ​ຍ້ອນ​ເຈົ້າ​ໄດ້​ປຸ້ນ​ຫຼາຍ​ໆ​ຊາດ

ຄົນ​ທີ່​ເຫຼືອ​ໃນ​ຊາດ​ເຫຼົ່າ​ນັ້ນ​ຈະ​ປຸ້ນ​ເຈົ້າ​ຄືນ.+

 9 ຄົນ​ທີ່​ຫາ​ຜົນ​ປະໂຫຍດ​ໃຫ້​ຄອບຄົວ*​ໃນ​ວິທີ​ທີ່​ຊົ່ວ​ໆ​

ແລະ​ສ້າງ​ຮັງ​ຢູ່​ເທິງ​ບ່ອນ​ສູງ​ໆ​

ເພື່ອ​ບໍ່​ໃຫ້​ໂຕເອງ​ຖືກ​ອັນຕະລາຍ​ຈະ​ຕ້ອງ​ຈິບຫາຍ.

10 ແຜນການ​ຂອງ​ເຈົ້າ​ເຮັດ​ໃຫ້​ຄອບຄົວ​ຕ້ອງ​ອັບອາຍ.

ເຈົ້າ​ມີ​ຄວາມ​ຜິດ​ຍ້ອນ​ເຈົ້າ​ໄດ້​ຂ້າ​ຄົນ​ມາ​ຫຼາຍ.+

11 ກ້ອນ​ຫີນ​ທີ່​ຢູ່​ກຳແພງ​ຈະ​ຮ້ອງ​ອອກ​ມາ

ແລະ​ໄມ້​ຂອງ​ໂຄງ​ຫຼັງ​ຄາ​ກໍ​ຈະ​ຮ້ອງ​ຕອບ.

12 ຄົນ​ທີ່​ສ້າງ​ເມືອງ​ດ້ວຍ​ເລືອດ

ແລະ​ຄົນ​ທີ່​ຕັ້ງ​ເມືອງ​ດ້ວຍ​ຄວາມ​ຊົ່ວ​ຈະ​ຕ້ອງ​ຈິບຫາຍ.

13 ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ເຮັດ​ວຽກ​ໜັກ ແຕ່​ກໍ​ບໍ່​ໄດ້​ຫຍັງ.

ເຂົາເຈົ້າ​ຈະ​ພະຍາຍາມ​ເອົາ​ແທ້​ເອົາ​ວ່າ ແຕ່​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ກໍ​ຈະ​ຖືກ​ໄຟ​ໄໝ້​ໝົດ.+

14 ຄວາມ​ຮູ້​ກ່ຽວກັບ​ຄວາມ​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ຈະ​ເຕັມ​ໂລກ

ຄື​ກັບ​ນ້ຳ​ເຕັມ​ທະເລ.+

15 ຄົນ​ທີ່​ເອົາ​ເຄື່ອງ​ດື່ມ​ທີ່​ເຮັດ​ໃຫ້​ມຶນ​ເມົາ​ໃຫ້​ໝູ່​ກິນ

ແລະ​ເອົາ​ຄວາມ​ຮ້າຍ​ປະສົມ​ໃສ່​ເພື່ອ​ເຮັດ​ໃຫ້​ເຂົາເຈົ້າ​ເມົາ

ເພື່ອ​ຈະ​ໄດ້​ເຫັນ​ເຂົາເຈົ້າ​ປະ​ເປືອຍ​ຈະ​ຕ້ອງ​ຈິບຫາຍ.

16 ເຈົ້າ​ຈະ​ຕ້ອງ​ໄດ້​ກິນ​ຄື​ກັນ​ແລະ​ຈະ​ເປືອຍ​ໂຕ​ໃຫ້​ຄົນອື່ນ​ຮູ້​ວ່າ​ເຈົ້າ​ບໍ່​ໄດ້​ຮັບ​ສິນຕັດ.*

ເຈົ້າ​ຈະ​ເສຍ​ກຽດ​ແລະ​ຈະ​ກິນ​ຄວາມ​ອັບອາຍ​ຈົນ​ຈຸກ.

ເຈົ້າ​ຈະ​ໄດ້​ກິນ​ຈາກ​ຈອກ​ທີ່​ຢູ່​ມື​ຂວາ​ຂອງ​ພະ​ເຢໂຫວາ​ນຳ+

ແລະ​ເຈົ້າ​ຈະ​ອັບອາຍ​ແທນ​ທີ່​ຈະ​ໄດ້​ຮັບ​ການ​ຍົກຍ້ອງ.

17 ເຈົ້າ​ທຳລາຍ​ເລບານອນ​ແນວໃດ ເຈົ້າ​ກໍ​ຈະ​ຖືກ​ແນວ​ນັ້ນ

ແລະ​ເຈົ້າ​ເຮັດ​ໃຫ້​ສັດ​ປ່າ​ຢ້ານ​ແນວໃດ ເຈົ້າ​ກໍ​ຈະ​ຖືກ​ແນວ​ນັ້ນ.

ຍ້ອນ​ເຈົ້າ​ໄດ້​ຂ້າ​ຄົນ​ມາ​ຫຼາຍ

ໄດ້​ທຳລາຍ​ແຜ່ນດິນ

ໄດ້​ທຳລາຍ​ເມືອງ​ຕ່າງ​ໆ​ແລະ​ທຸກ​ຢ່າງ​ທີ່​ຢູ່​ໃນ​ເມືອງ​ເຫຼົ່າ​ນັ້ນ.+

18 ຮູບ​ແກະ​ສະຫຼັກ​ຈະ​ມີ​ປະໂຫຍດ​ຫຍັງ

ເພາະ​ມັນ​ເປັນ​ແຕ່​ສິ່ງ​ທີ່​ມະນຸດ​ສ້າງ​ຂຶ້ນ​ມາ?

ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ໄວ້ໃຈຮູບ​ຫຼໍ່​ທີ່​ເປັນ​ຜູ້​ສອນ​ປອມ

ເຂົາເຈົ້າ​ກໍ​ຈະ​ບໍ່​ໄດ້​ປະໂຫຍດ​ຫຍັງ​ເລີຍ.

ພວກ​ມັນ​ເປັນ​ພະເຈົ້າ​ທີ່​ບໍ່​ມີຄ່າ​ແລະ​ເວົ້າ​ບໍ່​ໄດ້.+

19 ຄົນ​ທີ່​ເວົ້າ​ກັບ​ທ່ອນ​ໄມ້​ວ່າ “ລຸກ​ແມ້!”

ແລະ​ຄົນ​ທີ່​ເວົ້າ​ກັບ​ຫີນ​ທີ່​ເວົ້າ​ບໍ່​ໄດ້​ວ່າ “ຕື່ນ​ແມ້! ຕື່ນ​ມາ​ສອນ​ພວກ​ເຮົາ!” ຈະ​ຕ້ອງ​ຈິບຫາຍ.

ສິ່ງ​ເຫຼົ່າ​ນັ້ນ​ຖືກ​ເງິນ​ຖືກ​ຄຳ​ໂອບ​ໄວ້​ຊື່​ໆ​+

ແລະ​ພວກ​ມັນ​ບໍ່​ມີ​ລົມ​ຫາຍ​ໃຈ.+

20 ແຕ່​ພະ​ເຢໂຫວາ​ຢູ່​ໃນ​ວິຫານ​ທີ່​ບໍລິສຸດ​ຂອງ​ເພິ່ນ.+

ໃຫ້​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ມິດ​ໆ​ຢູ່​ຕໍ່​ໜ້າ​ເພິ່ນ!’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌