ມີກາ
7 ເປັນຕາເສົ້າໃຈແທ້ໆ!
ຂ້ອຍເປັນຄືກັບຄົນທີ່ກຳລັງຊອກຫາໝາກໄມ້ຍາມຮ້ອນ
ແລະຊອກຫາໝາກລະແຊັງທີ່ຍັງເຫຼືອຢູ່ຫຼັງຈາກເກັບກ່ຽວແລ້ວ
ແຕ່ກໍບໍ່ເຫັນໝາກລະແຊັງຈັກພວງເລີຍ
ແລະໝາກເດື່ອທີ່ສຸກແລ້ວ*ທີ່ຂ້ອຍຢາກກິນກໍບໍ່ມີ.
ເຂົາເຈົ້າໄປຖ້າລັດຂ້າຄົນອື່ນ+
ແລະເປັນຄືກັບນັກລ່າທີ່ວາງກັບດັກເພື່ອຈັບອ້າຍນ້ອງຂອງໂຕເອງ.
3 ເຂົາເຈົ້າເກັ່ງໃນການເຮັດຊົ່ວ.+
ເຈົ້ານາຍຮຽກຮ້ອງເອົາສິນບົນ
ຜູ້ຕັດສິນຖາມເອົາຄ່າຈ້າງ+
ແລະຄົນທີ່ສຳຄັນຢາກໄດ້ຫຍັງກໍຂໍເອົາໂລດ.+
ພວກນີ້ຮ່ວມມືກັນ.
4 ຄົນທີ່ດີທີ່ສຸດຂອງເຂົາເຈົ້າເປັນຄືກັບຕົ້ນໜາມ.
ຄົນທີ່ສັດຊື່ທີ່ສຸດຂອງເຂົາເຈົ້າກໍແຮ່ງຮ້າຍກວ່າຟຸ່ມໜາມອີກ.
ມື້ທີ່ຄົນຍາມຂອງເຂົາເຈົ້າ*ເຄີຍເວົ້າໄວ້ແລະມື້ທີ່ປະຊາຊົນຈະຖືກຕັດສິນຈະເກີດຂຶ້ນແນ່ນອນ+
ແລະເຂົາເຈົ້າຈະພາກັນຢ້ານຫຼາຍ.+
5 ຢ່າໄວ້ໃຈໝູ່.
ຢ່າເຊື່ອໃຈໝູ່ສະໜິດ.+
ຢ່າບອກຄວາມລັບໃຫ້ຜົວຫຼືເມຍຮູ້.
6 ລູກຊາຍດູຖູກພໍ່
ລູກສາວຖຽງແມ່+
ແລະລູກໃພ້ຜິດກັບແມ່ຍ່າ.+
ຄົນໃນຄອບຄົວດຽວກັນເປັນສັດຕູກັນ.+
7 ແຕ່ສຳລັບຂ້ອຍ ຂ້ອຍຈະລໍຖ້າພະເຢໂຫວາດ້ວຍໃຈຈົດໃຈຈໍ່ຕໍ່ໆໄປ.+
ຂ້ອຍຈະອົດທົນລໍຖ້າໃຫ້ພະເຈົ້າຂອງຂ້ອຍມາຊ່ວຍຂ້ອຍໃຫ້ລອດ.+
ພະເຈົ້າຂອງຂ້ອຍຈະຟັງຂ້ອຍແນ່ນອນ.+
8 ສັດຕູຂອງຂ້ອຍເອີ້ຍ ຢ່າຟ້າວດີໃຈເດີ້.
ເຖິງວ່າຂ້ອຍລົ້ມລົງ ແຕ່ຂ້ອຍກໍຈະລຸກຂຶ້ນໄດ້.
ເຖິງວ່າຂ້ອຍຢູ່ໃນບ່ອນມືດ ແຕ່ພະເຢໂຫວາກໍຈະເປັນແສງສະຫວ່າງໃຫ້ຂ້ອຍ.
9 ພະເຢໂຫວາໃຈຮ້າຍໃຫ້ຂ້ອຍ ແຕ່ຂ້ອຍຈະອົດທົນ
ຍ້ອນຂ້ອຍໄດ້ເຮັດຜິດຕໍ່ເພິ່ນ.+
ຂ້ອຍຈະອົດທົນຈົນກວ່າເພິ່ນຈະແກ້ຄະດີຂອງຂ້ອຍ ແລະເຮັດໃຫ້ຂ້ອຍໄດ້ຮັບຄວາມຍຸຕິທຳ.
ເພິ່ນຈະພາຂ້ອຍອອກໄປເຈິແສງສະຫວ່າງ
ແລະຂ້ອຍຈະເຫັນຄວາມຍຸຕິທຳຂອງເພິ່ນ.
10 ສັດຕູຂອງຂ້ອຍກໍຈະເຫັນຄືກັນ.
ສັດຕູທີ່ເວົ້າໃຫ້ຂ້ອຍວ່າ:
“ພະເຢໂຫວາພະເຈົ້າຂອງເຈົ້າຢູ່ໃສ?”+ ຈະຕ້ອງອັບອາຍ.
ຂ້ອຍຈະແນມເບິ່ງສະພາບທີ່ເປັນຕາອີ່ຕົນຂອງລາວ.
ລາວຈະຖືກຢຽບຄືກັບຂີ້ຕົມຢູ່ຫົນທາງ.
11 ໃນມື້ນັ້ນເຈົ້າ*ຈະສ້າງກຳແພງຫີນ
ແລະເຂດແດນຂອງເຈົ້າຈະຂະຫຍາຍອອກໄປ.
12 ໃນມື້ນັ້ນຄົນຈະມາຫາເຈົ້າຈາກບ່ອນທີ່ໄກໆ.
ເຂົາເຈົ້າຈະມາຈາກອັດຊີເຣຍແລະຈາກເມືອງຕ່າງໆຂອງເອຢິບ
ຕັ້ງແຕ່ເອຢິບຈົນຮອດແມ່ນ້ຳເອິຟາຣາດ
ແລະຈາກທະເລທຸກບ່ອນກັບພູທຸກໜ່ວຍ.+
13 ແຜ່ນດິນຈະຮ້າງເປົ່າຍ້ອນຄົນໃນເມືອງນີ້
ມັນຮ້າງເປົ່າກໍຍ້ອນສິ່ງທີ່ເຂົາເຈົ້າໄດ້ເຮັດ.
14 ພະເຈົ້າເອີ້ຍ ຂໍໃຫ້ເບິ່ງແຍງປະຊາຊົນຂອງພະອົງດ້ວຍໄມ້ຄ້ອນເທົ້າຂອງພະອົງ. ເຂົາເຈົ້າເປັນຝູງແກະທີ່ເປັນຊັບສົມບັດຂອງພະອົງ.+
ເຂົາເຈົ້າກຳລັງຢູ່ໂດດດ່ຽວໃນປ່າແລະໃນສວນໝາກໄມ້.
ຂໍໃຫ້ເຂົາເຈົ້າໄດ້ກິນອີ່ມຢູ່ບາຊານແລະຢູ່ເມືອງກິລຽດ+ຄືກັບສະໄໝແຕ່ກີ້.
15 “ເຮົາຈະເຮັດສິ່ງອັດສະຈັນ
ຄືກັບຕອນທີ່ເຮົາພາພວກເຈົ້າອອກມາຈາກເອຢິບ.+
16 ຊາດຕ່າງໆຈະເຫັນແລະອັບອາຍຂາຍໜ້າ ເຖິງວ່າເຂົາເຈົ້າຈະມີອຳນາດຫຼາຍສ່ຳໃດກໍຕາມ.+
ເຂົາເຈົ້າຈະເອົາມືອັດປາກ
ແລະຫູຂອງເຂົາເຈົ້າກໍຈະໜວກ.
17 ເຂົາເຈົ້າຈະເລຍຂີ້ຝຸ່ນຄືກັບງູ+
ແລະຈະເລືອໂຕສັ່ນອອກມາຈາກບ່ອນລີ້ຄືກັບສັດເລືອຄານ.
ເຂົາເຈົ້າຈະຢ້ານເຮົາເຢໂຫວາ.
ເຂົາເຈົ້າຈະຢ້ານເຮົາຈົນໂຕສັ່ນ.”+
18 ບໍ່ມີພະເຈົ້າອົງໃດທຽບກັບພະອົງໄດ້.
ພະອົງຍົກໂທດແລະບໍ່ຈື່ຄວາມຜິດ+ຂອງປະຊາຊົນ*ຂອງພະອົງທີ່ຍັງເຫຼືອຢູ່.+
ພະອົງຈະບໍ່ໃຈຮ້າຍຕະຫຼອດໄປ
ຍ້ອນພະອົງຢາກສະແດງຄວາມຮັກທີ່ໝັ້ນຄົງ.+
19 ພະອົງຈະອີ່ຕົນພວກເຮົາອີກເທື່ອໜຶ່ງ+ ແລະຈະເອົາຊະນະ*ຄວາມຜິດຂອງພວກເຮົາຄືກັບເອົາຊະນະສັດຕູ.
ພະອົງຈະໂຍນຄວາມຜິດທັງໝົດຂອງພວກເຮົາຖິ້ມລົງທະເລທີ່ເລິກໆ.+
20 ພະອົງຈະສັດຊື່ຕໍ່ຢາໂຄບ
ແລະຈະສະແດງຄວາມຮັກທີ່ໝັ້ນຄົງຕໍ່ອັບຣາຮາມ
ຄືກັບທີ່ພະອົງໄດ້ສັນຍາກັບປູ່ຍ່າຕານາຍຂອງພວກເຮົາໃນສະໄໝແຕ່ກີ້.+