ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 13
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ຄຳ​ສັ່ງ​ກ່ຽວ​ກັບ​ຄົນ​ທີ່​ເປັນ​ພະຍາດ​ຂີ້ທູດ (1-46)

      • ເຊື້ອ​ຂີ້ທູດ​ທີ່​ຕິດ​ຢູ່​ເຄື່ອງນຸ່ງ (47-59)

ລະບຽບພວກເລວີ 13:2

ໄຂເງື່ອນ

  • *

    ໃນ​ພາສາ​ເຮັບເຣີ​ຄຳ​ທີ່​ແປ​ວ່າ “ພະຍາດ​ຂີ້ທູດ” ມີ​ຄວາມໝາຍ​ກວ້າງ ອາດ​ລວມ​ເຖິງ​ພະຍາດ​ຕິດຕໍ່​ທາງ​ຜິວ​ໜັງ​ຊະນິດ​ອື່ນ​ໆ​ ແລະ​ອາດ​ໝາຍເຖິງ​ການ​ຕິດ​ເຊື້ອ​ທີ່​ເຫັນ​ໄດ້​ຢູ່​ເຄື່ອງນຸ່ງ​ກັບ​ເຮືອນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 12:10, 12; 2ຂຄ 26:19; ມທ 8:3
  • +ພບຍ 24:8; ອຊກ 44:23; ມລກ 2:7; ລກ 17:14

ລະບຽບພວກເລວີ 13:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:50; 14:38; ຈຊບ 12:15

ລະບຽບພວກເລວີ 13:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:4; ມຣກ 1:44; ລກ 5:14; 17:14

ລະບຽບພວກເລວີ 13:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:15, 25, 30, 42; ຈຊບ 12:10, 12

ລະບຽບພວກເລວີ 13:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:3
  • +ລລວ 13:24, 25

ລະບຽບພວກເລວີ 13:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:4

ລະບຽບພວກເລວີ 13:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 24:8
  • +ລລວ 13:8

ລະບຽບພວກເລວີ 13:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 5:14; 17:14

ລະບຽບພວກເລວີ 13:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 44:23

ລະບຽບພວກເລວີ 13:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:4, 50; 14:38; ຈຊບ 12:15

ລະບຽບພວກເລວີ 13:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:4; ມຣກ 1:44; ລກ 5:14; 17:14

ລະບຽບພວກເລວີ 13:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:4, 50; 14:38; ຈຊບ 12:15

ລະບຽບພວກເລວີ 13:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 24:8; ມລກ 2:7

ລະບຽບພວກເລວີ 13:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:4, 50; 14:38; ຈຊບ 12:15

ລະບຽບພວກເລວີ 13:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:4; ມຣກ 1:44; ລກ 5:14; 17:14

ລະບຽບພວກເລວີ 13:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:2

ລະບຽບພວກເລວີ 13:45

ໄຂເງື່ອນ

  • *

    ຫຼື “ໜວດ”

ລະບຽບພວກເລວີ 13:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 5:2; 12:14; 2ກສ 7:3; 2ຂຄ 26:20, 21

ລະບຽບພວກເລວີ 13:50

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:4; 14:38; ຈຊບ 12:15

ລະບຽບພວກເລວີ 13:51

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 14:44, 45

ລະບຽບພວກເລວີ 13:57

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:52

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 13:2ຈຊບ 12:10, 12; 2ຂຄ 26:19; ມທ 8:3
ລລວ. 13:2ພບຍ 24:8; ອຊກ 44:23; ມລກ 2:7; ລກ 17:14
ລລວ. 13:4ລລວ 13:50; 14:38; ຈຊບ 12:15
ລລວ. 13:6ມທ 8:4; ມຣກ 1:44; ລກ 5:14; 17:14
ລລວ. 13:8ລລວ 13:15, 25, 30, 42; ຈຊບ 12:10, 12
ລລວ. 13:10ລລວ 13:3
ລລວ. 13:10ລລວ 13:24, 25
ລລວ. 13:11ລລວ 13:4
ລລວ. 13:15ພບຍ 24:8
ລລວ. 13:15ລລວ 13:8
ລລວ. 13:17ລກ 5:14; 17:14
ລລວ. 13:20ອຊກ 44:23
ລລວ. 13:21ລລວ 13:4, 50; 14:38; ຈຊບ 12:15
ລລວ. 13:23ມທ 8:4; ມຣກ 1:44; ລກ 5:14; 17:14
ລລວ. 13:26ລລວ 13:4, 50; 14:38; ຈຊບ 12:15
ລລວ. 13:30ພບຍ 24:8; ມລກ 2:7
ລລວ. 13:31ລລວ 13:4, 50; 14:38; ຈຊບ 12:15
ລລວ. 13:37ມທ 8:4; ມຣກ 1:44; ລກ 5:14; 17:14
ລລວ. 13:39ລລວ 13:2
ລລວ. 13:46ຈຊບ 5:2; 12:14; 2ກສ 7:3; 2ຂຄ 26:20, 21
ລລວ. 13:50ລລວ 13:4; 14:38; ຈຊບ 12:15
ລລວ. 13:51ລລວ 14:44, 45
ລລວ. 13:57ລລວ 13:52
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
  • 50
  • 51
  • 52
  • 53
  • 54
  • 55
  • 56
  • 57
  • 58
  • 59
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 13:1-59

ລະບຽບພວກເລວີ

13 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ຕື່ມ​ອີກ​ວ່າ: 2 “ຖ້າ​ຜິວ​ໜັງ​ຂອງ​ຜູ້​ໃດ​ບວມ ຕົກ​ເກັດ ຫຼື​ເປັນ​ຮອຍ​ດ່າງ ແລະ​ເບິ່ງ​ຄື​ວ່າ​ອາດ​ຈະ​ເປັນ​ພະຍາດ​ຂີ້ທູດ*+ຢູ່​ຜິວ​ໜັງ ຈະ​ຕ້ອງ​ພາ​ຜູ້​ນັ້ນ​ໄປ​ຫາ​ປະໂລຫິດ​ໃຫຍ່​ອາໂຣນ ຫຼື​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ລາວ​ທີ່​ເປັນ​ປະໂລຫິດ.+ 3 ປະໂລຫິດ​ຈະ​ກວດ​ເບິ່ງ​ຜິວ​ໜັງ​ທີ່​ຕິດ​ເຊື້ອ. ຖ້າ​ຂົນ​ຢູ່​ບ່ອນ​ນັ້ນ​ປ່ຽນ​ເປັນ​ສີ​ຂາວ ແລະ​ເບິ່ງ​ຄື​ວ່າ​ມັນ​ເລິກ​ລົງ​ກາຍ​ຜິວ​ໜັງ ສະແດງ​ວ່າ​ຜູ້​ນັ້ນ​ເປັນ​ພະຍາດ​ຂີ້ທູດ. ປະໂລຫິດ​ຈະ​ກວດ​ເບິ່ງ​ບ່ອນ​ທີ່​ຕິດ​ເຊື້ອ​ນັ້ນ ແລະ​ປະກາດ​ວ່າ​ຜູ້​ນັ້ນ​ບໍ່​ສະອາດ. 4 ຖ້າ​ຮອຍ​ດ່າງ​ຢູ່​ຜິວ​ໜັງ​ຂອງ​ຄົນ​ທີ່​ຕິດ​ເຊື້ອ​ເປັນ​ສີ​ຂາວ ເບິ່ງ​ຄື​ວ່າ​ມັນ​ບໍ່​ໄດ້​ເລິກ​ລົງ​ກາຍ​ຜິວ​ໜັງ ແລະ​ຂົນ​ທີ່​ຢູ່​ບ່ອນ​ນັ້ນ​ບໍ່​ໄດ້​ປ່ຽນ​ເປັນ​ສີ​ຂາວ ປະໂລຫິດ​ຈະ​ກັກ​ໂຕ​ລາວ​ໄວ້ 7 ມື້.+ 5 ເມື່ອ​ຮອດ​ມື້​ທີ 7 ປະໂລຫິດ​ຈະ​ກວດ​ເບິ່ງ​ຜິວ​ໜັງ​ຂອງ​ຜູ້​ນັ້ນ​ອີກ​ເທື່ອ​ໜຶ່ງ. ຖ້າ​ເບິ່ງ​ຄື​ວ່າ​ການ​ຕິດ​ເຊື້ອ​ນັ້ນ​ບໍ່​ໄດ້​ລາມ​ໄປ​ໃສ ປະໂລຫິດ​ຈະ​ກັກ​ໂຕ​ລາວ​ໄວ້​ອີກ 7 ມື້.

6 ເມື່ອ​ຮອດ​ມື້​ທີ 7 ປະໂລຫິດ​ກໍ​ຈະ​ກວດ​ເບິ່ງ​ອີກ. ຖ້າ​ຜິວ​ໜັງ​ທີ່​ຕິດ​ເຊື້ອ​ນັ້ນ​ເລີ່ມ​ດີ​ຂຶ້ນ ແລະ​ບໍ່​ໄດ້​ລາມ​ໄປ​ບ່ອນ​ອື່ນ ປະໂລຫິດ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ສະອາດ.+ ຜິວ​ໜັງ​ຂອງ​ລາວ​ມີ​ແຕ່​ຕົກ​ເກັດ​ຊື່​ໆ​. ຜູ້​ນັ້ນ​ຈະ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ ແລ້ວ​ຈະ​ຖື​ວ່າ​ລາວ​ສະອາດ. 7 ແຕ່​ຫຼັງ​ຈາກປະໂລຫິດປະກາດ​ວ່າຜູ້​ນັ້ນ​ສະອາດ​ແລ້ວ ຖ້າ​ຜິວ​ໜັງ​ຂອງ​ລາວ​ຕົກ​ເກັດ​ອີກ ແລະ​ລາມ​ໄປ​ບ່ອນ​ອື່ນ ລາວ​ຕ້ອງ​ກັບ​ໄປ​ຫາ​ປະໂລຫິດ​ອີກ. 8 ປະໂລຫິດ​ຈະ​ກວດ​ເບິ່ງ ແລະ​ຖ້າ​ບ່ອນ​ຕົກ​ເກັດ​ຢູ່​ຜິວ​ໜັງ​ນັ້ນ​ລາມ​ອອກ​ໄປ​ຫຼາຍ​ກວ່າ​ເກົ່າ ປະໂລຫິດ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ບໍ່​ສະອາດ. ນີ້​ສະແດງ​ວ່າ​ລາວ​ເປັນ​ຂີ້ທູດ.+

9 ຖ້າ​ຜູ້​ໃດ​ເປັນ​ຂີ້ທູດ​ກໍ​ຕ້ອງ​ພາ​ຜູ້​ນັ້ນ​ໄປ​ຫາ​ປະໂລຫິດ. 10 ປະໂລຫິດ​ຈະ​ກວດ​ເບິ່ງ.+ ຖ້າ​ຜິວ​ໜັງ​ຂອງ​ຜູ້​ນັ້ນ​ມີ​ຕຸ່ມ​ໂພງ​ທີ່​ເປັນ​ສີ​ຂາວ ຂົນ​ຢູ່​ບ່ອນ​ນັ້ນ​ປ່ຽນ​ເປັນ​ສີ​ຂາວ ແລ້ວ​ຕຸ່ມ​ໂພງ​ນັ້ນແຕກ​ອອກ+ 11 ກໍ​ສະແດງ​ວ່າ​ລາວ​ເປັນ​ຂີ້ທູດ​ຊ້ຳ​ເຮື້ອ. ປະໂລຫິດ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ບໍ່​ສະອາດ. ປະໂລຫິດ​ບໍ່​ຄວນ​ກັກ​ໂຕ​ລາວ​ໄວ້ເພື່ອ​ເບິ່ງ​ອີກ+ ເພາະ​ລາວ​ບໍ່​ສະອາດ. 12 ຖ້າ​ປະໂລຫິດ​ເຫັນ​ຜູ້​ນັ້ນ​ມີ​ຂີ້ທູດ​ຢູ່​ທົ່ວ​ຜິວ​ໜັງ​ຕັ້ງ​ແຕ່​ຫົວ​ຈົນ​ຮອດ​ຕີນ 13 ແລະ​ເມື່ອ​ກວດ​ເບິ່ງ​ແລ້ວ​ເຫັນ​ວ່າ​ຂີ້ທູດ​ນັ້ນ​ໄປ​ທົ່ວ​ທຸກ​ສ່ວນ​ຂອງ​ຜິວ​ໜັງ ປະໂລຫິດ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ບໍ່​ສາມາດ​ແພ່​ເຊື້ອ​ໃຫ້​ຜູ້​ອື່ນ​ໄດ້​ແລ້ວ ເພາະ​ຜິວ​ໜັງ​ທຸກ​ສ່ວນ​ຂອງ​ລາວ​ປ່ຽນ​ເປັນ​ສີ​ຂາວ ສະແດງ​ວ່າ​ລາວ​ສະອາດ​ແລ້ວ. 14 ແຕ່​ຖ້າ​ເມື່ອ​ໃດ​ຜິວ​ໜັງ​ຂອງ​ລາວ​ມີ​ຕຸ່ມ​ໂພງ​ແລະ​ແຕກ​ອອກ ກໍ​ຈະ​ຖື​ວ່າ​ລາວ​ບໍ່​ສະອາດ. 15 ຖ້າ​ປະໂລຫິດ​ເຫັນ​ຕຸ່ມ​ໂພງ​ທີ່​ແຕກ​ອອກ ປະໂລຫິດ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ບໍ່​ສະອາດ.+ ຕຸ່ມ​ໂພງ​ທີ່​ແຕກ​ອອກ​ນັ້ນ​ເປັນ​ສິ່ງ​ທີ່​ບໍ່​ສະອາດ. ນີ້​ສະແດງ​ວ່າ​ຜູ້​ນັ້ນ​ເປັນ​ຂີ້ທູດ.+ 16 ຖ້າ​ຕຸ່ມ​ໂພງ​ແຕກ​ອອກ ແລະ​ປ່ຽນ​ເປັນ​ສີ​ຂາວ​ແລ້ວ ຜູ້​ນັ້ນ​ຕ້ອງ​ໄປ​ຫາ​ປະໂລຫິດ. 17 ປະໂລຫິດ​ຈະ​ກວດ​ເບິ່ງ.+ ຖ້າ​ບ່ອນ​ທີ່​ຕິດ​ເຊື້ອ​ປ່ຽນ​ເປັນ​ສີ​ຂາວ ປະໂລຫິດ​ຈະ​ປະກາດ​ວ່າ​ຜູ້​ນັ້ນສະອາດ​ແລ້ວ.

18 ຖ້າ​ຜູ້​ໃດ​ເປັນ​ຝີ​ຢູ່​ຜິວ​ໜັງ​ແລະ​ເຊົາ​ແລ້ວ 19 ແຕ່​ຫຼັງ​ຈາກ​ນັ້ນ​ບ່ອນ​ທີ່​ເຄີຍ​ເປັນ​ຝີ ມີ​ຕຸ່ມ​ໂພງ​ທີ່​ເປັນ​ສີ​ຂາວ ຫຼື​ມີ​ຮອຍ​ດ່າງ​ຂາວ​ໆ​ແດງ​ໆ​ ລາວ​ຕ້ອງ​ໄປ​ໃຫ້​ປະໂລຫິດ​ກວດ​ເບິ່ງ. 20 ປະໂລຫິດ​ກໍ​ຈະ​ກວດ​ເບິ່ງ​ຜິວ​ໜັງ​ຂອງ​ຜູ້​ນັ້ນ.+ ຖ້າ​ເບິ່ງ​ຄື​ວ່າ​ມັນ​ເລິກ​ລົງ​ກາຍ​ຜິວ​ໜັງ ແລະ​ຂົນ​ຢູ່​ບ່ອນ​ນັ້ນ​ປ່ຽນ​ເປັນ​ສີ​ຂາວ ປະໂລຫິດ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ບໍ່​ສະອາດ. ນີ້​ສະແດງ​ວ່າ​ລາວ​ເປັນ​ຂີ້ທູດ ຫຼັງ​ຈາກ​ທີ່​ລາວ​ເຊົາ​ເປັນ​ຝີ​ແລ້ວ. 21 ແຕ່​ຖ້າ​ປະໂລຫິດ​ກວດ​ເບິ່ງ​ແລ້ວ ແລະ​ຂົນ​ຢູ່​ບ່ອນ​ນັ້ນ​ບໍ່​ໄດ້​ປ່ຽນ​ເປັນ​ສີ​ຂາວ ການ​ຕິດ​ເຊື້ອ​ນັ້ນ​ບໍ່​ໄດ້​ເລິກ​ລົງ​ກາຍ​ຜິວ​ໜັງ ແລະ​ສີ​ຂອງ​ຜິວ​ໜັງ​ກໍ​ເລີ່ມ​ກັບ​ມາ​ເປັນ​ປົກກະຕິ ປະໂລຫິດ​ຈະ​ກັກ​ໂຕ​ຜູ້​ນັ້ນ​ໄວ້ 7 ມື້.+ 22 ຖ້າ​ເຫັນ​ວ່າ​ການ​ຕິດ​ເຊື້ອ​ນັ້ນ​ລາມ​ອອກ​ໄປ​ຫຼາຍ​ກວ່າ​ເກົ່າ ປະໂລຫິດ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ບໍ່​ສະອາດ. ນີ້​ສະແດງ​ວ່າ​ລາວ​ເປັນ​ຂີ້ທູດ. 23 ແຕ່​ຖ້າ​ຮອຍ​ດ່າງ​ນັ້ນ​ຢູ່​ບ່ອນ​ດຽວ​ແລະ​ບໍ່​ໄດ້​ລາມ​ໄປ​ໃສ ສະແດງ​ວ່າ​ມັນ​ອັກເສບ​ຍ້ອນ​ຝີ​ຊື່​ໆ​. ປະໂລຫິດ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ສະອາດ.+

24 ຖ້າ​ຜູ້​ໃດ​ມີ​ບາດ​ຍ້ອນ​ໄຟ​ໄໝ້ ແລະ​ຊີ້ນ​ທີ່​ຢູ່​ບ່ອນ​ບາດ​ນັ້ນ​ເປັນ​ສີ​ຂາວ ຫຼື​ມີ​ຮອຍ​ດ່າງ​ຂາວ​ໆ​ແດງ​ໆ​ 25 ປະໂລຫິດ​ຈະ​ກວດ​ເບິ່ງ​ບາດ​ນັ້ນ. ຖ້າ​ຂົນ​ຢູ່​ບ່ອນ​ນັ້ນ​ປ່ຽນ​ເປັນ​ສີ​ຂາວ ແລະ​ເບິ່ງ​ຄື​ວ່າ​ຮອຍ​ດ່າງ​ນັ້ນ​ເລິກ​ລົງ​ກາຍ​ຜິວ​ໜັງ ສະແດງ​ວ່າ​ລາວ​ເປັນ​ຂີ້ທູດ​ຫຼັງ​ຈາກ​ເປັນ​ບາດ​ໄຟ​ໄໝ້. ປະໂລຫິດ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ບໍ່​ສະອາດ. ລາວ​ເປັນ​ຂີ້ທູດ. 26 ແຕ່​ຖ້າ​ປະໂລຫິດ​ກວດ​ເບິ່ງ​ແລ້ວ​ເຫັນ​ວ່າ​ຂົນ​ທີ່​ຢູ່​ບ່ອນ​ນັ້ນ​ບໍ່​ໄດ້​ປ່ຽນ​ເປັນ​ສີ​ຂາວ ຮອຍ​ດ່າງ​ນັ້ນ​ບໍ່​ໄດ້​ເລິກ​ລົງ​ກາຍ​ຜິວ​ໜັງ ແລະ​ສີ​ຂອງ​ຜິວ​ໜັງ​ກໍ​ເລີ່ມ​ກັບ​ມາ​ເປັນ​ປົກກະຕິ ປະໂລຫິດ​ກໍ​ຈະ​ກັກ​ໂຕ​ຜູ້​ນັ້ນ​ໄວ້ 7 ມື້.+ 27 ເມື່ອ​ຮອດ​ມື້​ທີ 7 ປະໂລຫິດ​ກໍ​ຈະ​ກວດ​ເບິ່ງ​ອີກ​ເທື່ອ​ໜຶ່ງ. ຖ້າ​ເຫັນ​ວ່າ​ການ​ຕິດ​ເຊື້ອ​ນັ້ນ​ລາມ​ອອກ​ໄປ​ຫຼາຍ​ກວ່າ​ເກົ່າ ປະໂລຫິດ​ກໍ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ບໍ່​ສະອາດ. ນີ້​ສະແດງ​ວ່າ​ລາວ​ເປັນ​ຂີ້ທູດ. 28 ແຕ່​ຖ້າ​ຮອຍ​ດ່າງ​ນັ້ນ​ຢູ່​ບ່ອນ​ດຽວ ບໍ່​ໄດ້​ລາມ​ໄປ​ຜິວ​ໜັງ​ສ່ວນ​ອື່ນ ແລະ​ສີ​ຂອງ​ຜິວ​ໜັງ​ກໍ​ເລີ່ມ​ກັບ​ມາ​ເປັນ​ປົກກະຕິ ສະແດງ​ວ່າ​ບາດ​ມັນ​ບວມ​ຊື່​ໆ​. ປະໂລຫິດ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ສະອາດ ເພາະ​ບາດ​ນັ້ນ​ອັກເສບ​ຊື່​ໆ​.

29 ຖ້າ​ຜູ້​ໃດ​ຕິດເຊື້ອ​ຢູ່​ຫົວ​ຫຼື​ຢູ່​ຄາງ ປະໂລຫິດ​ຈະ​ກວດ​ເບິ່ງ​ຜູ້​ນັ້ນ. 30 ຖ້າ​ການ​ຕິດ​ເຊື້ອ​ນັ້ນ​ເບິ່ງ​ຄື​ວ່າ​ເລິກ​ລົງ​ກາຍ​ຜິວ​ໜັງ ແລ້ວ​ຜົມ​ຫຼື​ໜວດ​ກາຍ​ເປັນ​ສີ​ເຫຼືອງ ແລະ​ເປັນ​ເສັ້ນ​ບາງ​ໆ​ ປະໂລຫິດ+​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ບໍ່​ສະອາດ. ນີ້​ແມ່ນ​ການ​ຕິດ​ເຊື້ອ​ຢູ່​ໜັງ​ຫົວ​ຫຼື​ຢູ່​ໜວດ​ເຄົາ ສະແດງ​ວ່າ​ຜູ້​ນັ້ນ​ເປັນ​ຂີ້ທູດ​ຢູ່​ຫົວ​ຫຼື​ຢູ່​ຄາງ. 31 ແຕ່​ຖ້າ​ປະໂລຫິດ​ເຫັນ​ວ່າ​ການ​ຕິດ​ເຊື້ອ​ເບິ່ງ​ຄື​ວ່າ​ບໍ່​ໄດ້​ເລິກ​ລົງ​ກາຍ​ຜິວ​ໜັງ ແລະ​ບໍ່​ມີ​ຜົມ​ຫຼື​ໜວດ​ສີ​ດຳ​ຢູ່​ບ່ອນ​ນັ້ນ ປະໂລຫິດ​ຕ້ອງ​ກັກ​ໂຕ​ຜູ້​ທີ່​ຕິດ​ເຊື້ອ​ໄວ້ 7 ມື້.+ 32 ເມື່ອ​ຮອດ​ມື້​ທີ 7 ປະໂລຫິດ​ຈະ​ກວດ​ເບິ່ງ​ອີກ​ເທື່ອ​ໜຶ່ງ. ຖ້າ​ການ​ຕິດ​ເຊື້ອ​ບໍ່​ໄດ້​ລາມ​ອອກ​ໄປ​ຫຼາຍ​ກວ່າ​ເກົ່າ ບ່ອນ​ນັ້ນ​ບໍ່​ມີ​ຜົມ​ຫຼື​ໜວດ​ສີ​ເຫຼືອງ​ປົ່ງ​ຂຶ້ນ ແລະ​ການ​ຕິດ​ເຊື້ອ​ນັ້ນ​ເບິ່ງ​ຄື​ວ່າ​ບໍ່​ໄດ້​ເລິກ​ລົງ​ກາຍ​ຜິວ​ໜັງ 33 ຜູ້​ທີ່​ຕິດ​ເຊື້ອ​ຈະ​ຕ້ອງ​ແຖ​ຫົວ​ຫຼື​ແຖ​ໜວດ ແຕ່​ບໍ່​ແຖ​ບ່ອນ​ທີ່​ຕິດ​ເຊື້ອ ແລ້ວ​ປະໂລຫິດ​ຈະ​ກັກ​ໂຕ​ຜູ້​ນັ້ນ​ໄວ້​ອີກ 7 ມື້.

34 ເມື່ອ​ຮອດ​ມື້​ທີ 7 ປະໂລຫິດ​ຈະ​ກວດ​ເບິ່ງ​ອີກ​ເທື່ອ​ໜຶ່ງ. ຖ້າ​ການ​ຕິດ​ເຊື້ອ​ຢູ່​ຫົວ​ຫຼື​ຢູ່​ໜວດ​ເຄົາ ບໍ່​ໄດ້​ລາມ​ໄປ​ຜິວ​ໜັງ​ສ່ວນ​ອື່ນ ແລະ​ເບິ່ງ​ຄື​ວ່າ​ມັນ​ບໍ່​ໄດ້​ເລິກ​ລົງ​ກາຍ​ຜິວ​ໜັງ ປະໂລຫິດ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ສະອາດ. ລາວ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ ແລະ​ຈະ​ຖື​ວ່າ​ລາວ​ສະອາດ. 35 ແຕ່ຫຼັງ​ຈາກ​ປະໂລຫິດປະກາດ​ວ່າ​ຜູ້​ນັ້ນ​ສະອາດ​ແລ້ວ ຖ້າ​ເຊື້ອ​ນັ້ນ​ກັບ​ມາ​ອີກ ແລະ​ລາມ​ໄປ​ຜິວ​ໜັງ​ສ່ວນ​ອື່ນ 36 ປະໂລຫິດ​ຈະ​ກວດ​ເບິ່ງ​ຜູ້​ນັ້ນ​ອີກ​ເທື່ອ​ໜຶ່ງ. ຖ້າ​ການ​ຕິດ​ເຊື້ອ​ນັ້ນ​ລາມ​ໄປ​ບ່ອນ​ອື່ນ ປະໂລຫິດ​ກໍ​ບໍ່​ຕ້ອງ​ຊອກ​ຫາ​ເສັ້ນ​ຜົມ​ຫຼື​ໜວດ​ເຄົາ​ສີ​ເຫຼືອງ​ແລ້ວ ຍ້ອນ​ລາວ​ບໍ່​ສະອາດ. 37 ເມື່ອ​ປະໂລຫິດ​ກວດ​ເບິ່ງ​ແລ້ວ​ເຫັນ​ວ່າ​ການ​ຕິດ​ເຊື້ອ​ບໍ່​ໄດ້​ລາມ​ໄປ​ບ່ອນ​ອື່ນ ແລະ​ຢູ່​ບ່ອນ​ນັ້ນ​ມີ​ຜົມ​ຫຼື​ໜວດ​ເຄົາ​ສີ​ດຳ​ປົ່ງ​ຂຶ້ນ ສະແດງ​ວ່າ​ຜູ້​ນັ້ນ​ເຊົາ​ແລ້ວ. ປະໂລຫິດ​ຈະ​ປະກາດ​ວ່າ​ລາວ​ສະອາດ.+

38 ຖ້າ​ຜູ້​ໃດ​ມີ​ຮອຍ​ດ່າງ​ຢູ່​ຜິວ​ໜັງ ແລະ​ຮອຍ​ດ່າງ​ນັ້ນ​ເປັນ​ສີ​ຂາວ 39 ປະໂລຫິດ​ຈະ​ກວດ​ເບິ່ງ​ເຂົາ​ເຈົ້າ.+ ຖ້າ​ຮອຍ​ດ່າງ​ນັ້ນ​ເປັນ​ສີ​ດ່າງ​ຂາວ ສະແດງ​ວ່າ​ມັນ​ບໍ່​ໄດ້​ອັນຕະລາຍ​ຫຍັງ. ຜູ້​ນັ້ນ​ສະອາດ.

40 ຖ້າ​ຜູ້​ຊາຍ​ຜົມ​ຫຼົ່ນ​ຈົນ​ຫົວ​ລ້ານ ກໍ​ຖື​ວ່າ​ລາວ​ສະອາດ. 41 ຖ້າ​ຜົມ​ທາງ​ໜ້າ​ຂອງ​ລາວ​ຫຼົ່ນ​ຈົນ​ຫົວ​ລ້ານ​ທາງ​ໜ້າ ກໍ​ຖື​ວ່າ​ລາວ​ສະອາດ. 42 ແຕ່​ຖ້າ​ບ່ອນ​ທີ່​ລ້ານ​ນັ້ນ​ມີ​ບາດ​ຂາວ​ໆ​ແດງ​ໆ​ ສະແດງ​ວ່າ​ລາວ​ເປັນ​ຂີ້ທູດ​ຢູ່​ບ່ອນ​ນັ້ນ. 43 ປະໂລຫິດ​ຈະ​ກວດ​ເບິ່ງ​ລາວ. ຖ້າ​ບ່ອນ​ຕິດ​ເຊື້ອ​ບວມ ເປັນ​ຂາວ​ໆ​ແດງ​ໆ​ຢູ່​ບ່ອນ​ທີ່​ລ້ານ​ນັ້ນ ແລະ​ມັນ​ຄ້າຍ​ຄື​ກັບ​ຂີ້ທູດ​ຢູ່​ບ່ອນ​ອື່ນ​ໆ​ 44 ສະແດງ​ວ່າຜູ້​ນັ້ນ​ເປັນ​ຂີ້ທູດ. ລາວ​ບໍ່​ສະອາດ ແລະ​ປະໂລຫິດ​ຈະ​ປະກາດ​ວ່າ​ລາວ​ບໍ່​ສະອາດ​ຍ້ອນ​ເປັນ​ຂີ້ທູດ. 45 ຄົນ​ທີ່​ເປັນ​ຂີ້ທູດ​ຕ້ອງ​ຈີກ​ເຄື່ອງນຸ່ງ​ຂອງ​ໂຕເອງ ແລະ​ປ່ອຍ​ໃຫ້​ຜົມ​ຫຍຸ້ງ. ລາວ​ຕ້ອງ​ເອົາຜ້າ​ອັດປາກ*ແລະ​ຮ້ອງ​ວ່າ ‘ຂ້ອຍ​ບໍ່​ສະອາດ ຂ້ອຍ​ບໍ່​ສະອາດ!’ 46 ຕະຫຼອດ​ໄລຍະ​ທີ່​ລາວ​ເປັນ​ຂີ້ທູດ ກໍ​ຈະ​ຖື​ວ່າ​ລາວ​ບໍ່​ສະອາດ. ລາວ​ຕ້ອງ​ໄປ​ຢູ່​ນອກ​ຄ້າຍ​ພັກ​ຕ່າງ​ຫາກ​ເພາະ​ລາວ​ບໍ່​ສະອາດ.+

47 ຖ້າ​ເຊື້ອ​ຂີ້ທູດ​ໄປ​ຕິດ​ຢູ່​ເຄື່ອງນຸ່ງ ບໍ່​ວ່າ​ຈະ​ເປັນ​ເຄື່ອງນຸ່ງ​ທີ່​ເຮັດ​ຈາກ​ຂົນ​ແກະ ຫຼື​ຜ້າ​ລີນິນ 48 ຢູ່​ເສັ້ນ​ດ້າຍ​ຂອງ​ຜ້າ​ລີນິນ ຫຼື​ຜ້າ​ທີ່​ເຮັດ​ຈາກ​ຂົນ​ແກະ​ນັ້ນ ຫຼື​ເຄື່ອງ​ທຸກ​ຢ່າງ​ທີ່​ເຮັດ​ຈາກ​ໜັງ​ສັດ 49 ຖ້າ​ນ້ຳ​ໜອງ​ສີ​ເຫຼືອງ​ໆ​ຂຽວ​ໆ​ ຫຼື​ສີ​ແດງ​ໆ​ ຈາກ​ບ່ອນ​ທີ່​ເປັນ​ຂີ້ທູດ​ໄປ​ຖືກ​ເຄື່ອງນຸ່ງ ດ້າຍ​ຂອງ​ຜ້າ ຫຼື​ເຄື່ອງ​ທີ່​ເຮັດ​ຈາກ​ໜັງ​ສັດ ສະແດງ​ວ່າ​ເຄື່ອງ​ນັ້ນ​ເປື້ອນ​ເຊື້ອ​ຂີ້ທູດ. ເຈົ້າ​ຕ້ອງ​ເອົາ​ໄປ​ໃຫ້​ປະໂລຫິດ​ກວດ​ເບິ່ງ. 50 ປະໂລຫິດ​ຈະ​ກວດ​ເບິ່ງ​ເຄື່ອງ​ເຫຼົ່າ​ນັ້ນ ແລະ​ເອົາ​ໄປ​ມ້ຽນ​ໄວ້​ຕ່າງ​ຫາກ 7 ມື້.+ 51 ເມື່ອ​ຮອດ​ມື້​ທີ 7 ປະໂລຫິດ​ຈະ​ກວດ​ເບິ່ງ​ເຄື່ອງ​ນັ້ນ​ອີກ​ເທື່ອ​ໜຶ່ງ. ຖ້າ​ເຊື້ອ​ນັ້ນ​ທີ່​ຢູ່​ເຄື່ອງນຸ່ງ ເສັ້ນ​ດ້າຍ ຫຼື​ໜັງ​ສັດ​ລາມ​ອອກ​ໄປຫຼາຍ​ກວ່າ​ເກົ່າ ສະແດງ​ວ່າ​ເຊື້ອ​ນັ້ນ​ຈະ​ຕິດ​ຕໍ່​ໃສ່ຄົນ​ອື່ນ​ໄດ້ ແລະ​ຕ້ອງ​ຖື​ວ່າ​ເຄື່ອງ​ນັ້ນ​ບໍ່​ສະອາດ.+ 52 ປະໂລຫິດ​ຕ້ອງ​ເອົາ​ເຄື່ອງນຸ່ງ ຜ້າ​ລີນິນ ຜ້າ​ທີ່​ເຮັດ​ຈາກ​ຂົນ​ແກະ ຫຼື​ເຄື່ອງ​ທີ່​ເຮັດ​ຈາກ​ໜັງ​ສັດ​ທີ່​ມີ​ເຊື້ອ​ຂີ້ທູດ​ນັ້ນ​ໄປ​ຈູດ​ຖິ້ມ ເພາະ​ມັນ​ເປັນ​ຂີ້ທູດ​ທີ່​ຕິດ​ຕໍ່​ໃສ່​ຄົນ​ອື່ນ​ໄດ້. ຕ້ອງ​ຈູດ​ເຄື່ອງ​ເຫຼົ່າ​ນັ້ນ​ຖິ້ມ.

53 ແຕ່​ຖ້າ​ປະໂລຫິດ​ກວດ​ເບິ່ງ​ເຄື່ອງນຸ່ງ ຜ້າ​ທີ່​ຕ່ຳ ຫຼື​ເຄື່ອງ​ທີ່​ເຮັດ​ຈາກ​ໜັງ​ສັດ ແລະ​ເຫັນ​ວ່າ​ເຊື້ອ​ນັ້ນ​ບໍ່​ໄດ້​ລາມ​ອອກ​ໄປ​ຫຼາຍ​ກວ່າ​ເກົ່າ 54 ປະໂລຫິດ​ກໍ​ຈະ​ສັ່ງ​ເຈົ້າ​ຂອງ​ເຄື່ອງ​ໃຫ້​ຊັກ​ຫຼື​ລ້າງ​ເຄື່ອງ​ນັ້ນ ແລະ​ລາວ​ຈະ​ມ້ຽນ​ເຄື່ອງ​ນັ້ນ​ໄວ້​ອີກ 7 ມື້. 55 ຫຼັງ​ຈາກ​ທີ່​ຊັກ​ຫຼື​ລ້າງ​ເຄື່ອງ​ນັ້ນ​ດີ​ໆ​ແລ້ວ ປະໂລຫິດ​ຈະ​ກວດ​ເບິ່ງ​ອີກ​ເທື່ອ​ໜຶ່ງ. ຖ້າ​ເບິ່ງ​ຄື​ວ່າ​ເຊື້ອ​ນັ້ນ​ຍັງ​ມີ​ຢູ່​ຄື​ເກົ່າ ເຖິງ​ວ່າ​ມັນ​ບໍ່​ໄດ້​ລາມ​ໄປ​ບ່ອນ​ອື່ນ ສະແດງ​ວ່າ​ເຄື່ອງ​ນັ້ນ​ບໍ່​ສະອາດ. ເຈົ້າ​ຕ້ອງ​ຈູດ​ເຄື່ອງ​ນັ້ນ​ຖິ້ມ ເພາະ​ເຊື້ອ​ນັ້ນ​ອາດ​ຈະ​ທຳລາຍ​ທາງ​ນອກ​ຫຼື​ທາງໃນ​ເຄື່ອງ​ນັ້ນ​ແລ້ວ.

56 ແຕ່​ຫຼັງ​ຈາກ​ທີ່​ຊັກ​ຫຼື​ລ້າງ​ເຄື່ອງ​ນັ້ນ​ດີ​ໆ​ແລ້ວ ຖ້າ​ປະໂລຫິດ​ກວດ​ເບິ່ງ​ແລະ​ເຫັນ​ວ່າ​ຮອຍ​ເປື້ອນ​ນັ້ນ​ຈາງ​ລົງ ລາວ​ຕ້ອງ​ຈີກ​ບ່ອນ​ເປື້ອນ​ນັ້ນ​ອອກ​ຈາກ​ເຄື່ອງນຸ່ງ ໜັງ​ສັດ ຫຼື​ຜ້າ​ທີ່​ຕ່ຳ​ນັ້ນ. 57 ແຕ່​ຖ້າ​ເຫັນ​ເຊື້ອ​ນັ້ນ​ມີ​ຢູ່​ບ່ອນ​ອື່ນ​ໆ​ຂອງ​ເຄື່ອງນຸ່ງ ຜ້າ​ທີ່​ຕ່ຳ ຫຼື​ເຄື່ອງ​ທີ່​ເຮັດ​ຈາກ​ໜັງ​ສັດ ສະແດງ​ວ່າ​ເຊື້ອ​ນັ້ນ​ລາມ​ອອກ​ໄປ​ບ່ອນ​ອື່ນ. ເຈົ້າ​ຕ້ອງ​ຈູດ​ເຄື່ອງ​ນັ້ນ​ຖິ້ມ.+ 58 ແຕ່​ຫຼັງ​ຈາກ​ເອົາ​ເຄື່ອງ​ນັ້ນ​ໄປ​ຊັກ​ຫຼື​ລ້າງ​ແລ້ວ ຖ້າ​ເຫັນ​ວ່າ​ເຄື່ອງນຸ່ງ ຜ້າ​ທີ່​ຕ່ຳ ຫຼື​ເຄື່ອງ​ທີ່​ເຮັດ​ຈາກ​ໜັງ​ສັດ​ບໍ່​ມີ​ຮອຍ​ເປື້ອນ​ນັ້ນ​ແລ້ວ ກໍ​ໃຫ້​ຊັກ​ຫຼື​ລ້າງ​ເຄື່ອງ​ນັ້ນ​ອີກ​ເທື່ອ​ໜຶ່ງ ແລະ​ຈະ​ຖື​ວ່າ​ມັນ​ສະອາດ.

59 ນີ້​ແມ່ນ​ກົດ​ໝາຍ​ທີ່​ຊ່ວຍ​ໃຫ້​ປະໂລຫິດ​ຮູ້​ວ່າ​ເຄື່ອງນຸ່ງ​ທີ່​ເຮັດ​ຈາກ​ຂົນ​ແກະ ຫຼື​ຜ້າ​ລີນິນ ຫຼື​ຜ້າ​ທີ່​ຕ່ຳ ຫຼື​ເຄື່ອງ​ທີ່​ເຮັດ​ຈາກ​ໜັງ​ສັດ​ທີ່​ຖືກ​ເຊື້ອ​ຂີ້ທູດ​ນັ້ນ ຖື​ວ່າ​ສະອາດ​ຫຼື​ບໍ່​ສະອາດ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌