ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 24
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ດາວິດ​ບໍ່​ໄດ້​ຂ້າ​ຊາອູນ (1-​22)

        • ດາວິດ​ນັບ​ຖື​ຜູ້​ທີ່​ພະ​ເຢໂຫວາ​ເລືອກ (6)

1 ຊາມູເອນ 24:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 23:28, 29

1 ຊາມູເອນ 24:3

ໄຂເງື່ອນ

  • *

    ໝາຍເຖິງ​ຄອກ​ແກະ​ທີ່​ມີ​ກຳແພງ​ເປັນ​ຫີນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 57:ຫົວບົດ; 142:ຫົວບົດ

1 ຊາມູເອນ 24:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:8, 23

1 ຊາມູເອນ 24:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 24:10

1 ຊາມູເອນ 24:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:28; 1ຊມ 26:11; 2ຊມ 1:14; 1ຂຄ 16:22

1 ຊາມູເອນ 24:7

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ໄລ່”

1 ຊາມູເອນ 24:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:17

1 ຊາມູເອນ 24:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:19

1 ຊາມູເອນ 24:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:4
  • +1ຊມ 9:16; 10:1; 26:9; ພສ 105:15

1 ຊາມູເອນ 24:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:18; ພສ 35:7
  • +1ຊມ 23:14

1 ຊາມູເອນ 24:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:23
  • +ພບຍ 32:35
  • +1ຊມ 26:11

1 ຊາມູເອນ 24:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:20

1 ຊາມູເອນ 24:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 25:39; ພສ 35:1

1 ຊາມູເອນ 24:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:17

1 ຊາມູເອນ 24:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:21

1 ຊາມູເອນ 24:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:4, 10

1 ຊາມູເອນ 24:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:25; ພສ 18:20

1 ຊາມູເອນ 24:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 13:14; 15:28; 18:8; 20:31; 23:17

1 ຊາມູເອນ 24:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:12; ພບຍ 6:13
  • +2ຊມ 9:1; 21:7

1 ຊາມູເອນ 24:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 15:34
  • +1ຊມ 23:29

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 24:11ຊມ 23:28, 29
1ຊມ. 24:3ພສ 57:ຫົວບົດ; 142:ຫົວບົດ
1ຊມ. 24:41ຊມ 26:8, 23
1ຊມ. 24:52ຊມ 24:10
1ຊມ. 24:6ອພຍ 22:28; 1ຊມ 26:11; 2ຊມ 1:14; 1ຂຄ 16:22
1ຊມ. 24:81ຊມ 26:17
1ຊມ. 24:91ຊມ 26:19
1ຊມ. 24:101ຊມ 24:4
1ຊມ. 24:101ຊມ 9:16; 10:1; 26:9; ພສ 105:15
1ຊມ. 24:111ຊມ 26:18; ພສ 35:7
1ຊມ. 24:111ຊມ 23:14
1ຊມ. 24:121ຊມ 26:23
1ຊມ. 24:12ພບຍ 32:35
1ຊມ. 24:121ຊມ 26:11
1ຊມ. 24:141ຊມ 26:20
1ຊມ. 24:151ຊມ 25:39; ພສ 35:1
1ຊມ. 24:161ຊມ 26:17
1ຊມ. 24:171ຊມ 26:21
1ຊມ. 24:181ຊມ 24:4, 10
1ຊມ. 24:191ຊມ 26:25; ພສ 18:20
1ຊມ. 24:201ຊມ 13:14; 15:28; 18:8; 20:31; 23:17
1ຊມ. 24:21ລລວ 19:12; ພບຍ 6:13
1ຊມ. 24:212ຊມ 9:1; 21:7
1ຊມ. 24:221ຊມ 15:34
1ຊມ. 24:221ຊມ 23:29
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 24:1-22

ຊາມູເອນ​ສະບັບ​ທີ​ໜຶ່ງ

24 ຫຼັງ​ຈາກ​ຊາອູນ​ກັບ​ມາ​ຈາກ​ການ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ ມີ​ຄົນ​ມາ​ບອກ​ລາວ​ວ່າ: “ດາວິດ​ຢູ່​ບ່ອນ​ກັນດານ​ເອັນເກດີ.”+

2 ຊາອູນ​ຈຶ່ງ​ພາ​ທະຫານ 3.000 ຄົນ​ທີ່​ລາວ​ເລືອກ​ຈາກ​ພວກ​ອິດສະຣາເອນ​ໄປ​ໄລ່ລ່າ​ດາວິດ​ກັບ​ພວກ​ທະຫານ​ຢູ່​ເທິງ​ພູ​ທີ່​ເປັນ​ຫີນ​ເຊິ່ງ​ເປັນ​ບ່ອນ​ຢູ່​ຂອງ​ແບ້ປ່າ. 3 ຊາອູນ​ມາ​ຮອດ​ຄອກແກະ*ທີ່​ຢູ່​ແຄມ​ທາງ ແລະ​ຢູ່​ຫັ້ນ​ກໍ​ມີ​ຖ້ຳ ຊາອູນ​ຈຶ່ງ​ເຂົ້າ​ໄປຖ່າຍໃນ​ນັ້ນ. ຕອນ​ນັ້ນ​ດາວິດ​ກັບ​ພວກ​ທະຫານ​ນັ່ງ​ຢູ່​ທາງ​ໃນ​ສຸດ​ຂອງ​ຖ້ຳ.+ 4 ພວກ​ທະຫານ​ເວົ້າ​ກັບ​ດາວິດ​ວ່າ: “ມື້​ນີ້​ພະ​ເຢໂຫວາ​ບອກ​ເຈົ້າ​ວ່າ ‘ເຮົາ​ຈະ​ໃຫ້​ສັດຕູ​ຂອງ​ເຈົ້າ​ຕົກ​ຢູ່​ໃນ​ກຳ​ມື​ເຈົ້າ+ ແລະ​ເຈົ້າ​ຢາກ​ເຮັດ​ຫຍັງ​ໃຫ້​ລາວ​ກໍ​ເຮັດ​ໂລດ.’” ດາວິດ​ຈຶ່ງ​ລຸກ​ຂຶ້ນ​ແລະ​ຄ່ອຍ​ໆ​ລັກ​ເຂົ້າ​ໄປ​ຕັດ​ຍອຍ​ເສື້ອ​ແຂນກິ້ນ​ຂອງ​ຊາອູນ. 5 ແຕ່​ຫຼັງ​ຈາກ​ນັ້ນ ດາວິດ​ກໍ​ຮູ້ສຶກ​ເສຍໃຈ​ຫຼາຍ+ທີ່​ໄດ້​ຕັດ​ຍອຍ​ເສື້ອ​ແຂນກິ້ນ​ຂອງ​ຊາອູນ. 6 ດາວິດ​ເວົ້າ​ກັບ​ພວກ​ທະຫານ​ວ່າ: “ຂ້ອຍ​ບໍ່​ຄວນ​ເຮັດ​ແບບ​ນີ້​ກັບ​ນາຍ​ຂອງ​ຂ້ອຍ ເພາະ​ລາວ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ. ພະ​ເຢໂຫວາ​ຕ້ອງ​ບໍ່​ພໍ​ໃຈ​ແທ້​ໆ​ຖ້າ​ຂ້ອຍທຳ​ຮ້າຍຜູ້​ທີ່​ພະ​ເຢໂຫວາ​ເລືອກ.”+ 7 ດາວິດ​ເວົ້າ​ແບບ​ນີ້​ກໍ​ເພື່ອ​ຫ້າມ*ພວກ​ທະຫານ ແລະ​ລາວ​ບໍ່​ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ທຳ​ຮ້າຍ​ຊາອູນ. ຈາກ​ນັ້ນ ຊາອູນ​ກໍ​ອອກ​ໄປ​ຈາກ​ຖ້ຳ.

8 ແລ້ວ​ດາວິດ​ກໍ​ອອກ​ມາ​ຈາກ​ຖ້ຳ​ແລະ​ຮ້ອງ​ໃສ່​ຊາອູນ​ວ່າ: “ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ!”+ ເມື່ອ​ຊາອູນ​ຫຼຽວ​ຫຼັງ​ໄປ​ເບິ່ງ ດາວິດ​ກໍ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ລາວ. 9 ດາວິດ​ຖາມ​ຊາອູນ​ວ່າ: “ເປັນ​ຫຍັງ​ທ່ານ​ຈຶ່ງ​ຟັງ​ຄົນ​ທີ່​ບອກ​ວ່າ​ຂ້ອຍ​ຢາກ​ທຳ​ຮ້າຍ​ທ່ານ?+ 10 ມື້​ນີ້​ທ່ານ​ກໍ​ເຫັນ​ດ້ວຍ​ໂຕເອງ​ແລ້ວ​ວ່າ​ພະ​ເຢໂຫວາ​ໄດ້​ມອບ​ທ່ານ​ໃຫ້​ຢູ່​ໃນ​ກຳ​ມື​ຂ້ອຍ​ຕອນ​ທີ່​ຢູ່​ໃນ​ຖ້ຳ. ແຕ່​ເມື່ອ​ມີ​ຄົນ​ບອກ​ຂ້ອຍ​ໃຫ້​ຂ້າ​ທ່ານ+ ຂ້ອຍ​ກໍ​ອີ່ຕົນ​ທ່ານ​ແລະ​ເວົ້າ​ວ່າ ‘ຂ້ອຍ​ຈະ​ບໍ່​ທຳ​ຮ້າຍ​ນາຍ​ຂອງ​ຂ້ອຍ ເພາະ​ລາວ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ.’+ 11 ພໍ່​ຂອງ​ຂ້ອຍ ເບິ່ງ​ແມ້ ທ່ານ​ເຫັນ​ຍອຍ​ເສື້ອ​ທີ່​ຢູ່​ໃນ​ມື​ຂ້ອຍ​ບໍ? ຕອນ​ທີ່​ຂ້ອຍ​ຕັດ​ຍອຍ​ເສື້ອ​ແຂນກິ້ນ​ຂອງ​ທ່ານ ຂ້ອຍ​ສາມາດ​ຂ້າທ່ານໄດ້ ແຕ່​ຂ້ອຍ​ກໍ​ບໍ່​ໄດ້​ຂ້າ. ຕອນ​ນີ້ ທ່ານ​ເຫັນ​ແລະ​ເຂົ້າໃຈ​ແລ້ວ​ວ່າ​ຂ້ອຍ​ບໍ່​ຕ້ອງການ​ທຳຮ້າຍ​ຫຼື​ຕໍ່ຕ້ານ​ທ່ານ ແລະ​ຂ້ອຍ​ກໍ​ບໍ່​ເຄີຍ​ເຮັດ​ຜິດ​ຕໍ່​ທ່ານ​ເລີຍ+ ແຕ່​ທ່ານ​ພັດ​ໄລ່ລ່າ​ຢາກ​ຂ້າ​ຂ້ອຍ.+ 12 ຂໍ​ໃຫ້​ພະ​ເຢໂຫວາ​ຕັດສິນ​ເລື່ອງ​ລະຫວ່າງ​ທ່ານ​ກັບ​ຂ້ອຍ+ ແລະ​ຂໍ​ໃຫ້​ພະ​ເຢໂຫວາ​ແກ້ແຄ້ນ​ທ່ານ​ແທນ​ຂ້ອຍ.+ ແຕ່​ຂ້ອຍ​ຈະ​ບໍ່​ທຳຮ້າຍ​ທ່ານ.+ 13 ສຸພາສິດ​ບູຮານ​ບອກ​ວ່າ ‘ຄວາມ​ຊົ່ວ​ອອກ​ມາ​ຈາກ​ຄົນ​ຊົ່ວ.’ ແຕ່​ຂ້ອຍ​ຈະ​ບໍ່​ທຳຮ້າຍ​ທ່ານ. 14 ທ່ານທີ່ເປັນ​ກະສັດ​ຂອງ​ອິດສະຣາເອນ​ມາ​ໄລ່ລ່າ​ຂ້ອຍ​ເຮັດ​ຫຍັງ? ຂ້ອຍ​ແມ່ນ​ໃຜ? ຂ້ອຍ​ເປັນ​ພຽງ​ແຕ່​ໝາ​ໂຕ​ໜຶ່ງ​ທີ່​ຕາຍ​ແລ້ວ ແລະ​ເປັນ​ໝັດ​ໂຕ​ໜຶ່ງ​ເທົ່າ​ນັ້ນ.+ 15 ຂໍ​ພະ​ເຢໂຫວາ​ຕັດສິນ​ເລື່ອງ​ລະຫວ່າງ​ທ່ານ​ກັບ​ຂ້ອຍ. ເພິ່ນ​ຈະ​ເຫັນ​ແລະ​ຈະ​ສູ້​ຄະດີ​ແທນ​ຂ້ອຍ.+ ເພິ່ນ​ຈະ​ຕັດສິນ​ຂ້ອຍ​ແລະ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ລອດ​ຈາກ​ມື​ທ່ານ.”

16 ເມື່ອ​ດາວິດ​ເວົ້າ​ຈົບ ຊາອູນ​ກໍ​ຖາມ​ວ່າ: “ດາວິດ ນັ້ນ​ແມ່ນ​ສຽງ​ຂອງ​ລູກ​ບໍ?”+ ແລ້ວ​ຊາອູນ​ກໍ​ຮ້ອງໄຫ້ສຽງ​ດັງ. 17 ຊາອູນ​ເວົ້າ​ກັບ​ດາວິດ​ວ່າ: “ເຈົ້າ​ເປັນ​ຄົນ​ດີ​ກວ່າ​ຂ້ອຍ​ອີກ. ເຈົ້າ​ເຮັດ​ດີ​ຕໍ່​ຂ້ອຍ ແຕ່​ຂ້ອຍ​ພັດ​ເຮັດ​ຊົ່ວ​ຕໍ່​ເຈົ້າ.+ 18 ມື້​ນີ້​ເຈົ້າ​ໄດ້​ພິສູດ​ໃຫ້​ເຫັນ​ແລ້ວ​ວ່າ​ເຈົ້າດີຕໍ່​ຂ້ອຍ​ເພາະ​ເຈົ້າ​ບໍ່​ໄດ້​ຂ້າ​ຂ້ອຍ ເຖິງ​ວ່າ​ພະ​ເຢໂຫວາ​ໄດ້​ມອບ​ຂ້ອຍ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ເຈົ້າ.+ 19 ມີ​ໃຜ​ບໍ​ທີ່​ເຫັນ​ສັດຕູ​ຂອງ​ໂຕເອງ​ແລ້ວ​ປ່ອຍ​ໄປ​ໂດຍ​ທີ່​ບໍ່​ທຳຮ້າຍ​ເລີຍ? ຍ້ອນ​ເຈົ້າ​ໄດ້ເຮັດ​ດີຕໍ່​ຂ້ອຍ​ໃນ​ມື້​ນີ້ ພະ​ເຢໂຫວາ​ຈະ​ຕອບ​ແທນ​ເຈົ້າ​ດ້ວຍ​ສິ່ງ​ທີ່​ດີ​ໆ​.+ 20 ຂ້ອຍ​ຮູ້​ວ່າ​ເຈົ້າ​ຈະ​ເປັນ​ກະສັດ​ແນ່ນອນ+ ແລະ​ເຈົ້າ​ຈະ​ປົກຄອງ​ອິດສະຣາເອນຕໍ່​ໆ​ໄປ. 21 ຕອນ​ນີ້ ຂໍ​ໃຫ້​ເຈົ້າ​ສາບານ​ກັບ​ຂ້ອຍ​ຕໍ່​ໜ້າ​ພະ​ເຢໂຫວາ​+ວ່າ ຫຼັງ​ຈາກ​ທີ່​ຂ້ອຍ​ຕາຍ​ແລ້ວ ເຈົ້າ​ຈະ​ບໍ່​ກຳຈັດ​ລູກ​ຫຼານ​ຂອງ​ຂ້ອຍ​ແລະ​ຈະ​ບໍ່​ລຶບ​ຊື່​ຂ້ອຍ​ອອກ​ຈາກຄອບຄົວພໍ່​ຂອງ​ຂ້ອຍ.”+ 22 ດາວິດ​ຈຶ່ງ​ສາບານ​ກັບ​ຊາອູນ. ຫຼັງ​ຈາກ​ນັ້ນ ຊາອູນ​ກໍ​ກັບ​ເມືອ​ວັງ​ຂອງ​ລາວ+ ແຕ່​ດາວິດ​ກັບ​ພວກ​ທະຫານ​ກໍ​ໄປລີ້ຢູ່​ບ່ອນ​ທີ່​ປອດໄພ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌