ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 22
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ກົດ​ໝາຍ​ສຳລັບ​ພວກ​ອິດສະຣາເອນ (1-31)

        • ກ່ຽວ​ກັບ​ຂີ້​ລັກ (1-4)

        • ກ່ຽວ​ກັບ​ຜົນລະປູກ​ທີ່​ເສຍຫາຍ (5, 6)

        • ກ່ຽວ​ກັບ​ການ​ຊົດ​ໄຊ້​ແລະ​ຄວາມ​ເປັນ​ເຈົ້າ​ຂອງ (7-15)

        • ກ່ຽວ​ກັບ​ການ​ຕົວະ​ຜູ້​ຍິງ (16, 17)

        • ກ່ຽວ​ກັບ​ການ​ນະມັດສະການ​ແລະ​ເຫັນ​ອົກ​ເຫັນ​ໃຈ​ກັນ (18-31)

ອົບພະຍົບ 22:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:6; ລກ 19:8

ອົບພະຍົບ 22:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:15

ອົບພະຍົບ 22:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:4

ອົບພະຍົບ 22:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:18; 19:17

ອົບພະຍົບ 22:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:18; 25:1
  • +ອພຍ 22:4

ອົບພະຍົບ 22:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:2-5

ອົບພະຍົບ 22:12

ໄຂເງື່ອນ

  • *

    ອາດ​ຖືກ​ລັກ​ຍ້ອນ​ລາວ​ບໍ່​ສົນໃຈ​ເບິ່ງແຍງ ຫຼື​ແທ້​ໆ​ແລ້ວ​ເປັນ​ສະຖານະການ​ທີ່​ປ້ອງກັນ​ໄດ້​ເພື່ອ​ບໍ່​ໃຫ້​ເກີດ​ຂຶ້ນ

ອົບພະຍົບ 22:16

ໄຂເງື່ອນ

  • *

    ໃນ​ພາສາ​ເຮັບເຣີ​ໝາຍເຖິງ​ຜູ້ຍິງ​ທີ່​ຍັງ​ບໍ່​ເຄີຍ​ນອນ​ນຳ​ຜູ້​ຊາຍ​ຈັກ​ເທື່ອ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 22:28, 29

ອົບພະຍົບ 22:18

ໄຂເງື່ອນ

  • *

    ພາສາ​ເຮັບເຣີ​ເນັ້ນ​ໝໍ​ຜີ​ທີ່​ເປັນ​ຜູ້ຍິງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:26; 20:6; ພບຍ 18:10-12; 1ຊມ 28:3; ຄລຕ 5:20; ພນມ 22:15

ອົບພະຍົບ 22:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:23; 20:15; ພບຍ 27:21

ອົບພະຍົບ 22:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 25:3; 1ກສ 18:40; 1ກຣ 10:20

ອົບພະຍົບ 22:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 25:35
  • +ລລວ 19:33, 34; ພບຍ 10:19

ອົບພະຍົບ 22:22

ໄຂເງື່ອນ

  • *

    ຫຼື “ລູກ​ກຳພ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 27:19; ຢກບ 1:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2019, ໜ້າ 24-25

ອົບພະຍົບ 22:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 10:18; ຢກບ 5:4

ອົບພະຍົບ 22:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 25:35, 36; ພບຍ 23:19; ລກ 6:34, 35

ອົບພະຍົບ 22:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 24:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2017, ໜ້າ 10-11

ອົບພະຍົບ 22:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 24:13
  • +ພບຍ 10:18; ພສ 34:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2017, ໜ້າ 10-11

ອົບພະຍົບ 22:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 24:11, 14
  • +ປຍຈ 10:20; ກຈກ 23:5; ຢດ 8

ອົບພະຍົບ 22:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 3:9; 2ກຣ 9:7
  • +ອພຍ 13:2

ອົບພະຍົບ 22:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 15:19
  • +ລລວ 22:27

ອົບພະຍົບ 22:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:2; ຈຊບ 15:40; 1ປຕ 1:15
  • +ລລວ 22:3, 8

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 22:12ຊມ 12:6; ລກ 19:8
ອພຍ. 22:2ອພຍ 20:15
ອພຍ. 22:7ອພຍ 22:4
ອພຍ. 22:8ພບຍ 16:18; 19:17
ອພຍ. 22:9ພບຍ 16:18; 25:1
ອພຍ. 22:9ອພຍ 22:4
ອພຍ. 22:11ລລວ 6:2-5
ອພຍ. 22:16ພບຍ 22:28, 29
ອພຍ. 22:18ລລວ 19:26; 20:6; ພບຍ 18:10-12; 1ຊມ 28:3; ຄລຕ 5:20; ພນມ 22:15
ອພຍ. 22:19ລລວ 18:23; 20:15; ພບຍ 27:21
ອພຍ. 22:20ຈຊບ 25:3; 1ກສ 18:40; 1ກຣ 10:20
ອພຍ. 22:21ລລວ 25:35
ອພຍ. 22:21ລລວ 19:33, 34; ພບຍ 10:19
ອພຍ. 22:22ພບຍ 27:19; ຢກບ 1:27
ອພຍ. 22:23ພສ 10:18; ຢກບ 5:4
ອພຍ. 22:25ລລວ 25:35, 36; ພບຍ 23:19; ລກ 6:34, 35
ອພຍ. 22:26ພບຍ 24:6
ອພຍ. 22:27ພບຍ 24:13
ອພຍ. 22:27ພບຍ 10:18; ພສ 34:6
ອພຍ. 22:28ລລວ 24:11, 14
ອພຍ. 22:28ປຍຈ 10:20; ກຈກ 23:5; ຢດ 8
ອພຍ. 22:29ສພສ 3:9; 2ກຣ 9:7
ອພຍ. 22:29ອພຍ 13:2
ອພຍ. 22:30ພບຍ 15:19
ອພຍ. 22:30ລລວ 22:27
ອພຍ. 22:31ລລວ 19:2; ຈຊບ 15:40; 1ປຕ 1:15
ອພຍ. 22:31ລລວ 22:3, 8
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 22:1-31

ອົບພະຍົບ

22 “ຖ້າ​ຜູ້​ໃດ​ລັກ​ງົວ​ໂຕ​ໜຶ່ງ​ໄປ​ຂ້າ​ຫຼື​ໄປ​ຂາຍ ລາວ​ຕ້ອງ​ໄດ້​ຊົດ​ໄຊ້​ງົວ​ຄືນ 5 ໂຕ ແລະ​ຖ້າ​ລັກ​ແກະ​ໂຕ​ໜຶ່ງ ລາວ​ຕ້ອງ​ຊົດ​ໄຊ້​ແກະ​ຄືນ 4 ໂຕ.+

2 (ຖ້າ​ຜູ້​ໃດ​ເຫັນ​ຂີ້​ລັກ+​ມາ​ລັກ​ເຄື່ອງ​ໃນ​ຕອນ​ກາງຄືນແລະ​ຂ້າ​ລາວ ຜູ້​ນັ້ນ​ຈະ​ບໍ່​ມີ​ຄວາມ​ຜິດຂໍ້​ຫາ​ຂ້າ​ຄົນ. 3 ແຕ່​ຖ້າຂີ້​ລັກມາ​ຕອນ​ກາງເວັນ ຜູ້​ທີ່​ຂ້າ​ລາວ​ຈະ​ມີ​ຄວາມ​ຜິດ.)

ຂີ້​ລັກ​ຕ້ອງ​ຊົດ​ໄຊ້​ຄືນ. ແຕ່​ຖ້າ​ລາວ​ບໍ່​ມີ​ຫຍັງ​ທີ່​ຈະ​ຊົດ​ໄຊ້​ ລາວ​ຕ້ອງ​ຂາຍ​ໂຕ​ເອງ​ເພື່ອ​ຊົດ​ໄຊ້​ສິ່ງ​ທີ່​ລາວ​ລັກ​ມາ. 4 ຖ້າ​ງົວ ລາ ຫຼື​ແກະ​ທີ່​ລາວ​ລັກ​ມາ​ຍັງ​ຢູ່​ນຳ​ລາວ​ແລະ​ມີ​ຊີວິດ​ຢູ່ ລາວ​ຕ້ອງ​ສົ່ງ​ຄືນ​ໂຕ​ທີ່​ລັກ​ມາ​ແລະ​ຊົດ​ໄຊ້​ຄືນ​ອີກ 1 ເທົ່າ.

5 ຖ້າ​ຜູ້​ໃດ​ປ່ອຍ​ສັດ​ລ້ຽງ​ໃຫ້​ໄປ​ກິນ​ຫຍ້າ ແຕ່​ພວກ​ມັນ​ໄປ​ກິນ​ຜົນລະປູກຫຼື​ໝາກ​ລະ​ແຊັງ​ຢູ່​ສວນ​ຂອງ​ຄົນ​ອື່ນ ເຈົ້າ​ຂອງ​ສັດ​ຕ້ອງ​ຊົດ​ໄຊ້​ຄືນ​ດ້ວຍ​ຜົນລະປູກ​ຫຼື​ໝາກ​ລະ​ແຊັງ​ທີ່​ດີ​ທີ່​ສຸດ​ຂອງ​ລາວ.

6 ຖ້າ​ຜູ້​ໃດ​ຈູດ​ໄຟ ແລ້ວ​ໄຟ​ນັ້ນ​ລາມ​ໄປ​ໃສ່​ຟຸ່ມ​ໄມ້​ແລະ​ໄປ​ໄໝ້​ແນວ​ປູກ​ຂອງ​ຄົນ​ອື່ນ ຜູ້​ນັ້ນ​ກໍ​ຕ້ອງ​ຊົດ​ໄຊ້​ຄືນ​ໃນ​ສ່ວນ​ທີ່​ຖືກ​ໄຟ​ໄໝ້.

7 ຖ້າ​ຜູ້​ໃດ​ຝາກ​ເງິນ​ຫຼື​ເຄື່ອງ​ຂອງ​ໄວ້​ກັບ​ຄົນ​ອື່ນ ແລະ​ມີ​ຄົນ​ມາ​ລັກ​ໄປ ແລ້ວ​ຫຼັງ​ຈາກ​ນັ້ນ​ຈັບ​ຂີ້​ລັກ​ໄດ້ ຂີ້​ລັກ​ຄົນ​ນັ້ນ​ຕ້ອງ​ເອົາ​ເຄື່ອງ​ຂອງ​ມາ​ສົ່ງ​ຄືນ ແລະ​ຊົດ​ໄຊ້​ຄືນ​ອີກ 1 ເທົ່າ.+ 8 ຖ້າ​ຈັບ​ຂີ້​ລັກ​ບໍ່​ໄດ້​ໃຫ້​ພາ​ຜູ້​ຮັບ​ຝາກ​ໄປ​ຫາ​ພວກຜູ້ຕັດສິນ ເພື່ອ​ພະເຈົ້າ​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ຜູ້​ຮັບ​ຝາກ​ເປັນຄົນ​ທີ່​ລັກຫຼື​ບໍ່.+ 9 ຖ້າ​ຜູ້​ໃດ​ເຫັນ​ຄົນ​ອື່ນມີ​ເຄື່ອງ​ຂອງ​ທີ່​ຄິດ​ວ່າ​ເປັນ​ຂອງ​ໂຕ​ເອງ​ແລະ​ທ້ວງ​ວ່າ ‘ອັນ​ນີ້​ແມ່ນ​ຂອງ​ຂ້ອຍ​ໄດ໋​ນິ!’ ບໍ່​ວ່າ​ຈະ​ເປັນ​ງົວ ລາ ແກະ ເຄື່ອງນຸ່ງ ຫຼື​ສິ່ງ​ອື່ນ​ໆ​ ເຂົາ​ເຈົ້າ​ຕ້ອງ​ໄປ​ຫາ​ພວກ​ຜູ້ຕັດສິນ ເພື່ອ​ພະເຈົ້າ​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ຜູ້​ໃດ​ເປັນ​ເຈົ້າ​ຂອງ​ແທ້​ໆ​.+ ເມື່ອ​ພະເຈົ້າ​ຕັດສິນ​ແລ້ວ ຄົນ​ທີ່​ເປັນ​ຝ່າຍ​ຜິດ​ຕ້ອງ​ສົ່ງ​ເຄື່ອງ​ຂອງ​ນັ້ນ​ຄືນ​ແລະ​ຊົດ​ໄຊ້​ຄືນ​ອີກ 1 ເທົ່າ.+

10 ຖ້າ​ຜູ້​ໃດ​ຝາກ​ລາ ງົວ ແກະ ຫຼື​ສັດ​ລ້ຽງ​ອື່ນ​ໆ​ໃຫ້​ຄົນ​ອື່ນ​ເບິ່ງ​ແຍງ ແລ້ວ​ສັດ​ນັ້ນ​ຕາຍ ຫຼື​ບາດເຈັບ​ໜັກ ຫຼື​ຖືກ​ລັກ​ເອົາ​ໄປ​ໂດຍ​ທີ່​ບໍ່​ມີ​ຄົນ​ເຫັນ 11 ຜູ້​ຮັບ​ຝາກ​ຕ້ອງ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ວ່າ​ລາວ​ບໍ່​ໄດ້​ເຮັດ​ຫຍັງ​ກັບ​ສັດ​ທີ່​ເອົາ​ມາ​ຝາກ​ໄວ້​ກັບ​ລາວ ເຈົ້າ​ຂອງ​ສັດ​ຕ້ອງ​ຍອມ​ຮັບ​ສິ່ງ​ທີ່​ລາວ​ເວົ້າ ແລະ​ຜູ້​ຮັບ​ຝາກ​ກໍ​ບໍ່​ຕ້ອງ​ຊົດ​ໄຊ້​ຄືນ.+ 12 ແຕ່​ຖ້າ​ສັດ​ນັ້ນຖືກ​ລັກ​ໄປ* ຜູ້​ຮັບ​ຝາກ​ຕ້ອງ​ຊົດ​ໄຊ້​ຄືນ​ໃຫ້​ເຈົ້າ​ຂອງ​ສັດ. 13 ຖ້າ​ມີ​ສັດ​ປ່າ​ມາ​ກັດ​ສັດ​ທີ່​ຝາກ​ໄວ້​ຈົນ​ຕາຍ ຜູ້​ຮັບ​ຝາກ​ຕ້ອງ​ເອົາ​ຊາກ​ສັດ​ໄປ​ໃຫ້​ເບິ່ງ​ເປັນ​ຫຼັກ​ຖານ ແລະ​ລາວ​ກໍ​ບໍ່​ຕ້ອງ​ຊົດ​ໄຊ້​ຄືນ.

14 ຖ້າ​ຜູ້​ໃດ​ຢືມ​ສັດ​ຂອງ​ຄົນ​ອື່ນ​ມາ​ໃຊ້​ວຽກ​ແລະ​ສັດ​ໂຕ​ນັ້ນ​ບາດເຈັບ​ໜັກ​ຫຼື​ຕາຍ​ຕອນ​ທີ່​ເຈົ້າ​ຂອງ​ບໍ່​ໄດ້​ຢູ່​ນຳ ຜູ້​ທີ່​ຢືມ​ຕ້ອງ​ຊົດ​ໄຊ້​ຄືນ. 15 ແຕ່​ຖ້າ​ເຈົ້າ​ຂອງ​ສັດ​ຢູ່​ນຳ ຜູ້​ທີ່​ຢືມ​ກໍ​ບໍ່​ຕ້ອງ​ຊົດ​ໄຊ້​ຄືນ. ຖ້າ​ລາວ​ຈ່າຍ​ເງິນ​ແລະ​ເຊົ່າ​ສັດ​ໂຕ​ນັ້ນ​ແລ້ວ​ກໍ​ບໍ່​ຕ້ອງ​ຊົດ​ໄຊ້​ຄືນ​ຄື​ກັນ.

16 ຖ້າ​ຜູ້​ຊາຍ​ຄົນ​ໜຶ່ງຕົວະ​ຜູ້​ສາວ*ທີ່​ຍັງ​ບໍ່​ມີ​ຄູ່​ໝັ້ນ​ໃຫ້​ນອນ​ນຳ. ລາວ​ຕ້ອງ​ຈ່າຍ​ເງິນ​ຄ່າ​ດອງ​ແລະ​ຮັບ​ເອົາ​ຜູ້​ສາວ​ນັ້ນ​ມາ​ເປັນ​ເມຍ.+ 17 ຖ້າ​ພໍ່​ຂອງ​ຜູ້​ສາວ​ບໍ່​ຍອມ​ຍົກ​ລູກສາວ​ໃຫ້​ລາວ ລາວ​ກໍ​ຍັງ​ຕ້ອງ​ຈ່າຍ​ຄ່າ​ດອງ​ຄື​ເກົ່າ.

18 ພວກ​ເຈົ້າ​ຕ້ອງ​ຂ້າໝໍ​ຜີ*ໃຫ້​ໝົດ.+

19 ຖ້າ​ຜູ້​ໃດ​ມີ​ເພດ​ສຳພັນ​ກັບ​ສັດ ຜູ້​ນັ້ນ​ຕ້ອງ​ຖືກ​ຂ້າ.+

20 ຖ້າ​ຜູ້​ໃດ​ຂ້າ​ສັດ​ບູຊາ​ໃຫ້​ພະເຈົ້າ​ອື່ນ​ນອກ​ຈາກ​ພະ​ເຢໂຫວາ ຜູ້​ນັ້ນ​ຕ້ອງ​ຖືກ​ຂ້າ.+

21 ຫ້າມ​ເຮັດ​ບໍ່​ດີ​ໃຫ້​ຄົນ​ຕ່າງ​ຊາດ+ ຍ້ອນ​ພວກ​ເຈົ້າ​ກໍ​ເຄີຍ​ເປັນ​ຄົນ​ຕ່າງ​ຊາດ​ໃນ​ແຜ່ນດິນ​ເອຢິບ.+

22 ຫ້າມ​ເຮັດ​ບໍ່​ດີ​ຕໍ່​ແມ່​ໝ້າຍ​ຫຼື​ລູກ​ກຳພ້າ​ພໍ່.⁠*+ 23 ຖ້າ​ເຮັດ​ບໍ່​ດີ​ໃຫ້​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ຮ້ອງ​ຂໍ​ກັບ​ເຮົາ ເຮົາ​ຈະ​ຟັງ​ເຂົາ​ເຈົ້າ.+ 24 ເຮົາ​ຈະ​ໃຈ​ຮ້າຍ​ຫຼາຍ​ແລະ​ຈະ​ເອົາ​ດາບ​ຂ້າເຈົ້າ. ເມຍ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ແມ່​ໝ້າຍ​ແລະ​ລູກ​ຂອງ​ເຈົ້າ​ກໍ​ຈະ​ບໍ່​ມີ​ພໍ່.

25 ຖ້າ​ເຈົ້າ​ເອົາ​ເງິນ​ໃຫ້​ຄົນ​ຂອງ​ເຮົາ​ທີ່​ທຸກ​ຍາກ​ຢືມ ຢ່າ​ເຮັດ​ຄື​ເຈົ້າ​ໜີ້​ທີ່​ຂູດ​ຮີດ. ເຈົ້າ​ຕ້ອງ​ບໍ່​ເອົາ​ດອກ​ເບ້ຍ​ນຳ​ລາວ.+

26 ຖ້າ​ມີ​ຜູ້​ໃດ​ເອົາ​ເຄື່ອງນຸ່ງ​ມາ​ຈຳ​ເຈົ້າ​ໄວ້+ ເຈົ້າ​ຕ້ອງ​ສົ່ງ​ເຄື່ອງນຸ່ງ​ຄືນ​ໃຫ້​ລາວ​ກ່ອນ​ຕາເວັນ​ຕົກ​ດິນ 27 ເພາະ​ມັນ​ເປັນ​ເສື້ອ​ໂຕ​ດຽວ​ທີ່​ລາວ​ເອົາ​ໄວ້​ນຸ່ງ​ເພື່ອບໍ່​ໃຫ້​ໂຕເອງ​ໜາວ. ຖ້າ​ເຈົ້າ​ບໍ່​ສົ່ງ​ຄືນ ຕອນ​ນອນ​ລາວ​ຈະເອົາ​ຫຍັງ​ມາ​ຫົ່ມ?+ ຖ້າ​ລາວ​ຮ້ອງ​ຫາ​ເຮົາ ເຮົາ​ຈະ​ຟັງ​ລາວ​ຍ້ອນ​ເຮົາ​ມີ​ຄວາມ​ເມດຕາ.+

28 ຫ້າມ​ສາບແຊ່ງ​ພະເຈົ້າ+ ແລະ​ຫ້າມ​ສາບແຊ່ງ​ພວກ​ຫົວ​ໜ້າ​ຂອງ​ພວກ​ເຈົ້າ.+

29 ຢ່າ​ລັງເລ​ທີ່​ຈະ​ເອົາ​ຜົນລະປູກ ນ້ຳມັນ ຫຼື​ເຫຼົ້າແວງ​ທີ່​ເຈົ້າ​ໄດ້​ຫຼາຍ​ໆ​ມາ​ໃຫ້​ເຮົາ+ ແລະ​ເອົາ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ເຈົ້າ​ໃຫ້​ເຮົາ.+ 30 ສ່ວນ​ງົວ​ນ້ອຍ​ຫຼື​ແກະ​ນ້ອຍ​ໂຕ​ທຳອິດ+ ເມື່ອ​ມັນ​ເກີດ​ມາ​ແລ້ວ ໃຫ້​ມັນ​ຢູ່​ກັບ​ແມ່ 7 ມື້​ກ່ອນ ແລ້ວ​ເອົາ​ມາ​ໃຫ້​ເຮົາ​ໃນ​ມື້​ທີ 8.+

31 ພວກ​ເຈົ້າ​ຕ້ອງ​ເຮັດ​ໃຫ້​ເຫັນ​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ບໍລິສຸດ.+ ຫ້າມ​ພວກ​ເຈົ້າ​ກິນຊີ້ນ​ຂອງ​ສັດທີ່​ຖືກ​ສັດ​ປ່າ​ຂ້າ​ຕາຍ+ ແຕ່​ຄວນ​ໂຍນ​ຊີ້ນ​ນັ້ນ​ໃຫ້​ໝາ​ກິນ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌