ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໂຮເຊອາ 6
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມໂຮເຊອາ

      • ເອີ້ນ​ໃຫ້​ກັບ​ໄປ​ຫາ​ພະ​ເຢໂຫວາ (1-​3)

      • ປະຊາຊົນ​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ (4-​6)

        • ເຄື່ອງ​ບູຊາ​ດີ​ກວ່າ​ຄວາມ​ຮັກ (6)

      • ເຮັດ​ຊົ່ວ​ແບບ​ບໍ່​ອາຍ (7-​11)

ໂຮເຊອາ 6:1

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ພວກ​ອິດສະຣາເອນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 5:14

ໂຮເຊອາ 6:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 58:1; ຢຣມ 1:9, 10; ອຊກ 3:8, 9
  • +ຢຣມ 23:29
  • +ຊຟຢ 3:5

ໂຮເຊອາ 6:6

ໄຂເງື່ອນ

  • *

    ຫຼື “ຄວາມ​ອີ່ຕົນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 15:22; ສພສ 21:3; ອຊຢ 1:11; ມກ 6:6-8; ມທ 9:13; 12:7

ໂຮເຊອາ 6:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:15; ອຊຢ 24:5; ຮຊອ 8:1

ໂຮເຊອາ 6:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 12:11
  • +ມກ 7:2

ໂຮເຊອາ 6:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:25

ໂຮເຊອາ 6:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:6, 7; ຢຣມ 3:6
  • +ອຊກ 23:4, 5

ໂຮເຊອາ 6:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:3; ຢຣມ 29:14; ອມ 9:14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຮຊອ. 6:1ຮຊອ 5:14
ຮຊອ. 6:5ອຊຢ 58:1; ຢຣມ 1:9, 10; ອຊກ 3:8, 9
ຮຊອ. 6:5ຢຣມ 23:29
ຮຊອ. 6:5ຊຟຢ 3:5
ຮຊອ. 6:61ຊມ 15:22; ສພສ 21:3; ອຊຢ 1:11; ມກ 6:6-8; ມທ 9:13; 12:7
ຮຊອ. 6:72ກສ 17:15; ອຊຢ 24:5; ຮຊອ 8:1
ຮຊອ. 6:8ຮຊອ 12:11
ຮຊອ. 6:8ມກ 7:2
ຮຊອ. 6:91ກສ 12:25
ຮຊອ. 6:102ກສ 17:6, 7; ຢຣມ 3:6
ຮຊອ. 6:10ອຊກ 23:4, 5
ຮຊອ. 6:11ພບຍ 30:3; ຢຣມ 29:14; ອມ 9:14
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
ຄຳພີໄບເບິນສະບັບແປໂລກໃໝ່
ໂຮເຊອາ 6:1-11

ໂຮເຊອາ

6 ໂຮເຊອາ*​ເວົ້າ​ວ່າ: “ໄປ໋ ໃຫ້​ພວກເຮົາ​ກັບ​ໄປ​ຫາ​ພະ​ເຢໂຫວາ.

ເຖິງ​ວ່າ​ເພິ່ນ​ໄດ້​ຈີກ​ພວກເຮົາ​ເປັນ​ຕ່ອນ​ໆ​+ ແຕ່​ເພິ່ນ​ກໍ​ຈະ​ປົວ​ພວກເຮົາ.

ເຖິງ​ວ່າ​ເພິ່ນ​ໄດ້​ຕີ​ພວກເຮົາ ແຕ່​ເພິ່ນ​ກໍ​ຈະ​ພັນ​ບາດ​ໃຫ້​ພວກເຮົາ.

 2 ເພິ່ນ​ຈະ​ເຮັດ​ໃຫ້​ພວກເຮົາ​ມີ​ແຮງ​ພາຍ​ໃນ​ສອງ​ມື້.

ໃນ​ມື້​ທີ​ສາມ ເພິ່ນ​ຈະ​ເຮັດ​ໃຫ້​ພວກເຮົາ​ລຸກ​ຂຶ້ນ​ໄດ້

ແລະ​ພວກເຮົາ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໜ້າ​ເພິ່ນ.

 3 ພວກເຮົາ​ຈະ​ຮູ້ຈັກ​ພະ​ເຢໂຫວາ. ພວກເຮົາ​ຈະ​ຕັ້ງໃຈ​ຊອກຫາ​ເພິ່ນ.

ເພິ່ນ​ຈະ​ມາ​ຫາ​ພວກເຮົາ​ແນ່ນອນ​ຄື​ກັບ​ຕາເວັນ​ທີ່​ຂຶ້ນ​ທຸກ​ໆ​ເຊົ້າ.

ເພິ່ນ​ຈະ​ມາ​ຫາ​ພວກເຮົາ​ຄື​ກັບ​ຝົນ​ທີ່​ຕົກ​ແຮງ​ໆ​

ຄື​ກັບ​ຝົນ​ທ້າຍ​ລະດູ​ທີ່​ເຮັດ​ໃຫ້​ດິນ​ຊຸ່ມ.

 4 ເອຟຣາຢິມ​ເອີ້ຍ ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ​ເພື່ອ​ຊ່ວຍ​ພວກເຈົ້າ?

ຢູດາ​ເອີ້ຍ ເຮົາ​ຕ້ອງ​ເຮັດ​ຫຍັງ​ຕື່ມ​ເພື່ອ​ຊ່ວຍ​ພວກເຈົ້າ?

ຄວາມ​ຮັກ​ທີ່​ໝັ້ນຄົງ​ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ເປັນ​ຄື​ກັບ​ນ້ຳ​ໝອກ​ໃນ​ຕອນ​ເຊົ້າ

ແລະ​ເປັນ​ຄື​ກັບ​ນ້ຳ​ຄ້າງ​ທີ່​ເຫີຍ​ໄວ​ໆ​.

 5 ຍ້ອນ​ແນວ​ນີ້ ເຮົາ​ຈະ​ຕັດ​ພວກເຈົ້າ​ເປັນ​ຕ່ອນ​ໆ​ດ້ວຍ​ຄຳ​ຕັດສິນ​ຂອງ​ພວກ​ຜູ້ພະຍາກອນ.+

ເຮົາ​ຈະ​ຂ້າ​ພວກເຈົ້າ​ດ້ວຍ​ຄຳເວົ້າ​ຈາກ​ປາກ​ຂອງ​ເຮົາ+

ແລະ​ການ​ຕັດສິນ​ນັ້ນ​ຈະ​ເປັນ​ຄື​ກັບ​ແສງ​ທີ່​ແຈ້ງ​ໆ​.+

 6 ເຮົາ​ຢາກ​ໄດ້​ຄວາມ​ຮັກ​ທີ່​ໝັ້ນຄົງ* ບໍ່​ແມ່ນ​ຢາກ​ໄດ້​ເຄື່ອງ​ບູຊາ.

ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້ຈັກ​ເຮົາ​ທີ່​ເປັນ​ພະເຈົ້າ ບໍ່​ແມ່ນ​ຢາກ​ໃຫ້​ພວກເຈົ້າ​ເອົາ​ເຄື່ອງ​ບູຊາ​ເຜົາ​ມາ​ໃຫ້.+

 7 ແຕ່​ພວກເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ສັນຍາ​ຄື​ກັບ​ທີ່​ມະນຸດ​ມັກ​ເຮັດ.+

ຢູ່​ຫັ້ນ ພວກເຈົ້າ​ທໍລະຍົດ​ເຮົາ.

 8 ກິລຽດ​ເປັນ​ເມືອງ​ຂອງ​ຄົນ​ທີ່​ເຮັດ​ຊົ່ວ.+

ເມືອງ​ນີ້​ມີ​ແຕ່​ຮອຍ​ຕີນ​ທີ່​ເປື້ອນ​ເລືອດ.+

 9 ພວກ​ປະໂລຫິດ​ຂອງ​ເຂົາເຈົ້າ​ເປັນ​ຄື​ກັບ​ກຸ່ມ​ໂຈນ.

ເຂົາເຈົ້າ​ຂ້າ​ຄົນ​ຕາມ​ຫົນ​ທາງ​ໄປ​ເມືອງ​ເຊເຄັມ.+

ເຂົາເຈົ້າ​ເຮັດ​ຊົ່ວ​ແບບ​ບໍ່​ອາຍ.

10 ເຮົາ​ໄດ້​ເຫັນ​ພວກ​ອິດສະຣາເອນ​ເຮັດ​ສິ່ງ​ທີ່​ຊົ່ວ​ຫຼາຍ.

ເອຟຣາຢິມ​ເຮັດ​ໂຕ​ຄື​ກັບ​ແມ່ຈ້າງ.+

ອິດສະຣາເອນ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ.+

11 ຢູດາ​ເອີ້ຍ ເຮົາ​ໄດ້​ກຳນົດ​ເວລາ​ເກັບ​ກ່ຽວ​ສຳລັບ​ເຈົ້າ​ແລ້ວ

ຕອນ​ທີ່​ເຮົາ​ລວບລວມ​ປະຊາຊົນ​ຂອງ​ເຮົາ​ທີ່​ເປັນ​ຊະເລີຍ​ໃຫ້​ກັບ​ຄືນ​ມາ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌