ເຊຄາຣີຢາ
7 ໃນວັນທີ 4 ຂອງເດືອນທີ 9 ເຊິ່ງແມ່ນເດືອນກິດສະເລັບ*ຂອງປີທີ 4 ທີ່ກະສັດດາຣິອຸດປົກຄອງ ພະເຢໂຫວາໄດ້ມາເວົ້າກັບເຊຄາຣີຢາ.+ 2 ຄົນເບເທນໄດ້ສົ່ງຊາເຣັດເຊແລະເຣເກມເມເລັກກັບຄົນຂອງລາວໄປຂໍພອນຈາກພະເຢໂຫວາ. 3 ເຂົາເຈົ້າເວົ້າກັບປະໂລຫິດທີ່ຢູ່ວິຫານຂອງພະເຢໂຫວາຜູ້ບັນຊາການກອງທັບແລະພວກຜູ້ພະຍາກອນວ່າ: “ຊິໃຫ້ພວກເຮົາຮ້ອງໄຫ້ແລະອົດເຂົ້າໃນເດືອນທີ 5+ ຄືກັບທີ່ພວກເຮົາເຄີຍເຮັດໃນຫຼາຍປີຜ່ານມາບໍ?”
4 ພະເຢໂຫວາຜູ້ບັນຊາການກອງທັບບອກຂ້ອຍອີກວ່າ: 5 “ໃຫ້ໄປບອກປະຊາຊົນແລະພວກປະໂລຫິດທຸກຄົນໃນແຜ່ນດິນວ່າ ‘ທີ່ພວກເຈົ້າອົດເຂົ້າແລະຮ້ອງໄຫ້ໃນເດືອນທີ 5 ກັບເດືອນທີ 7+ ມາຕະຫຼອດ 70 ປີນັ້ນ+ ພວກເຈົ້າໄດ້ເຮັດເພື່ອເຮົາແທ້ໆຊັ້ນບໍ? 6 ທີ່ພວກເຈົ້າກິນແລະດື່ມ ພວກເຈົ້າກໍເຮັດເພື່ອໂຕເອງບໍ່ແມ່ນບໍ? 7 ພວກເຈົ້າຄວນຈະເຊື່ອຟັງຄຳສັ່ງຂອງພະເຢໂຫວາທີ່ບອກຜ່ານທາງພວກຜູ້ພະຍາກອນຕັ້ງແຕ່ສະໄໝແຕ່ກີ້+ ຕອນທີ່ເມືອງເຢຣູຊາເລັມກັບເມືອງທີ່ຢູ່ອ້ອມແອ້ມຍັງມີຄວາມສະຫງົບສຸກແລະຍັງມີຄົນອາໄສຢູ່ ແລະຕອນທີ່ເນເກັບກັບເຊເຟລາຍັງມີຄົນອາໄສຢູ່.’”
8 ພະເຢໂຫວາມາເວົ້າກັບເຊຄາຣີຢາອີກວ່າ: 9 “ພະເຢໂຫວາຜູ້ບັນຊາການກອງທັບເວົ້າແນວນີ້ ‘ໃຫ້ພວກເຈົ້າຕັດສິນຢ່າງຖືກຕ້ອງແລະຍຸຕິທຳ.+ ໃຫ້ຮັກກັນຢ່າງໝັ້ນຄົງ+ແລະເມດຕາກັນ. 10 ຢ່າໂກງແມ່ໝ້າຍ ລູກກຳພ້າພໍ່*+ ຄົນຕ່າງຊາດ+ແລະຄົນທຸກ+ ແລະຢ່າຄິດວາງແຜນທຳຮ້າຍກັນ.’+ 11 ແຕ່ເຂົາເຈົ້າພັດບໍ່ສົນໃຈ+ ເປັນຄົນຫົວແຂງ*+ ແລະບໍ່ຍອມຟັງເພິ່ນ.*+ 12 ພະເຢໂຫວາຜູ້ບັນຊາການກອງທັບໄດ້ໃຫ້ກົດໝາຍ*ແລະຄຳສັ່ງກັບເຂົາເຈົ້າຜ່ານທາງຜູ້ພະຍາກອນດ້ວຍພະລັງຂອງເພິ່ນ+ ແຕ່ເຂົາເຈົ້າພັດຫົວແຂງ*+ແລະບໍ່ເຊື່ອຟັງເລີຍ. ພະເຢໂຫວາຜູ້ບັນຊາການກອງທັບຈຶ່ງໃຈຮ້າຍຫຼາຍ.+
13 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ ‘ຕອນທີ່ເຮົາບອກຫຍັງກັບເຂົາເຈົ້າ ເຂົາເຈົ້າກໍບໍ່ຟັງເຮົາເລີຍ.+ ດັ່ງນັ້ນ ຕອນທີ່ເຂົາເຈົ້າຮ້ອງຂໍໃຫ້ເຮົາຊ່ວຍ ເຮົາກໍຈະບໍ່ຟັງເຂົາເຈົ້າຄືກັນ.+ 14 ເຮົາໄດ້ໃຫ້ລົມພາຍຸພັດເຂົາເຈົ້າກະຈັດກະຈາຍໄປຢູ່ປະເທດຕ່າງໆທີ່ເຂົາເຈົ້າບໍ່ເຄີຍຮູ້ຈັກ.+ ແຜ່ນດິນຂອງເຂົາເຈົ້າຈຶ່ງຖືກປະໃຫ້ຮ້າງເປົ່າ ບໍ່ມີຜູ້ໃດຜ່ານໄປຜ່ານມາຫຼືກັບໄປຢູ່ຫັ້ນອີກ+ ຍ້ອນເຂົາເຈົ້າໄດ້ເຮັດໃຫ້ແຜ່ນດິນທີ່ເປັນຕາຢູ່ກາຍເປັນແຜ່ນດິນທີ່ເປັນຕາຢ້ານ.’”