ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ກະສັດ 17
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ກະສັດ

      • ຜູ້ພະຍາກອນ​ເອລີຢາ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ເກີດ​ຄວາມ​ແຫ້ງແລ້ງ (1)

      • ກາ​ເອົາ​ຂອງກິນ​ມາ​ໃຫ້​ເອລີຢາ (2-​7)

      • ເອລີຢາ​ໄປ​ຫາ​ແມ່​ໝ້າຍ​ຢູ່​ເມືອງ​ຊາເຣຟັດ (8-​16)

      • ລູກ​ຊາຍ​ຂອງ​ແມ່​ໝ້າຍ​ຕາຍ​ແລະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ (17-​24)

1 ກະສັດ 17:1

ໄຂເງື່ອນ

  • *

    ແປວ່າ “ພະເຈົ້າຂອງຂ້ອຍແມ່ນພະ​ເຢໂຫວາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 17:15, 16, 22, 24; 18:36, 38, 46; 2ກສ 2:8, 11; ລກ 1:17; ຢຮ 1:19, 21
  • +ຢຊ 22:9
  • +ພບຍ 28:15, 23; ຢຣມ 14:22; ລກ 4:25; ຢກບ 5:17

1 ກະສັດ 17:3

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງສ່ວນ​ອະທິບາຍ​ຄຳສັບ.

1 ກະສັດ 17:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 37:25; ມທ 6:11

1 ກະສັດ 17:5

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງສ່ວນ​ອະທິບາຍ​ຄຳສັບ.

1 ກະສັດ 17:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 11:23; ຜຕສ 15:19

1 ກະສັດ 17:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 18:5

1 ກະສັດ 17:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 4:25, 26

1 ກະສັດ 17:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:32, 37

1 ກະສັດ 17:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 4:2

1 ກະສັດ 17:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 34:10; 37:17, 19; ຟລປ 4:19

1 ກະສັດ 17:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:41, 42; ລກ 4:25, 26

1 ກະສັດ 17:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 4:19, 20

1 ກະສັດ 17:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 13:26

1 ກະສັດ 17:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 4:21, 32

1 ກະສັດ 17:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 99:6

1 ກະສັດ 17:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢກບ 5:16
  • +ພບຍ 32:39; 1ຊມ 2:6; 2ກສ 4:32, 34; 13:21; ລກ 7:15; 8:54, 55; ຢຮ 5:28, 29; 11:44; ກຈກ 9:40, 41; 20:9, 10; ຣມ 14:9; ຮຣ 11:17, 19

1 ກະສັດ 17:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:35

1 ກະສັດ 17:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 3:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກສ. 17:11ກສ 17:15, 16, 22, 24; 18:36, 38, 46; 2ກສ 2:8, 11; ລກ 1:17; ຢຮ 1:19, 21
1ກສ. 17:1ຢຊ 22:9
1ກສ. 17:1ພບຍ 28:15, 23; ຢຣມ 14:22; ລກ 4:25; ຢກບ 5:17
1ກສ. 17:4ພສ 37:25; ມທ 6:11
1ກສ. 17:6ຈຊບ 11:23; ຜຕສ 15:19
1ກສ. 17:71ກສ 18:5
1ກສ. 17:9ລກ 4:25, 26
1ກສ. 17:10ຮຣ 11:32, 37
1ກສ. 17:122ກສ 4:2
1ກສ. 17:14ພສ 34:10; 37:17, 19; ຟລປ 4:19
1ກສ. 17:15ມທ 10:41, 42; ລກ 4:25, 26
1ກສ. 17:172ກສ 4:19, 20
1ກສ. 17:18ໂຢບ 13:26
1ກສ. 17:192ກສ 4:21, 32
1ກສ. 17:20ພສ 99:6
1ກສ. 17:22ຢກບ 5:16
1ກສ. 17:22ພບຍ 32:39; 1ຊມ 2:6; 2ກສ 4:32, 34; 13:21; ລກ 7:15; 8:54, 55; ຢຮ 5:28, 29; 11:44; ກຈກ 9:40, 41; 20:9, 10; ຣມ 14:9; ຮຣ 11:17, 19
1ກສ. 17:23ຮຣ 11:35
1ກສ. 17:24ຢຮ 3:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
1 ກະສັດ 17:1-24

ກະສັດ​ສະບັບ​ທີ​ໜຶ່ງ

17 ເອລີຢາ*+ຄົນ​ຕີຊະເບ​ທີ່​ຢູ່​ເມືອງ​ກິລຽດ+ໄດ້​ບອກ​ອາຮາບ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ມີ​ຊີວິດ​ຢູ່​ແລະ​ເປັນ​ຜູ້​ທີ່​ຂ້ອຍ​ຮັບ​ໃຊ້​ວ່າ ຈະ​ບໍ່​ມີ​ໝອກ​ບໍ່​ມີ​ຝົນ​ເປັນ​ເວລາ​ຫຼາຍ​ປີ​ຈົນ​ກວ່າ​ຂ້ອຍ​ຈະ​ບອກ.”+

2 ພະ​ເຢໂຫວາ​ບອກ​ເອລີຢາ​ວ່າ: 3 “ໃຫ້​ອອກ​ຈາກ​ບ່ອນ​ນີ້​ແລ້ວ​ໄປ​ທາງ​ທິດ​ຕາເວັນ​ອອກ ໄປ​ລີ້​ຢູ່​ຮ່ອມພູ*ເກຣິດ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ. 4 ໃຫ້​ເຈົ້າ​ກິນ​ນ້ຳ​ຢູ່​ຫ້ວຍ​ນັ້ນ ແລະ​ເຮົາ​ຈະ​ໃຫ້​ກາ​ເອົາ​ຂອງກິນ​ໄປ​ໃຫ້​ເຈົ້າ​ຢູ່​ຫັ້ນ.”+ 5 ເອລີຢາ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ທັນທີ. ລາວ​ໄປ​ຢູ່​ຮ່ອມພູ*ເກຣິດ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ. 6 ກາ​ເອົາ​ເຂົ້າຈີ່​ກັບ​ຊີ້ນ​ມາ​ໃຫ້​ລາວ​ຕອນ​ເຊົ້າ​ກັບ​ຕອນ​ແລງ ແລະ​ລາວ​ກໍ​ກິນ​ນ້ຳ​ຢູ່​ຫ້ວຍ​ນັ້ນ.+ 7 ເມື່ອ​ຜ່ານ​ໄປ​ໄລຍະ​ໜຶ່ງ ນ້ຳ​ຫ້ວຍ​ກໍ​ແຫ້ງ​+ຍ້ອນ​ວ່າ​ຝົນ​ບໍ່​ຕົກ​ໃນ​ແຜ່ນດິນ​ນັ້ນ.

8 ພະ​ເຢໂຫວາ​ຈຶ່ງ​ບອກ​ເອລີຢາ​ວ່າ: 9 “ໃຫ້​ເຈົ້າ​ໄປ​ເມືອງ​ຊາເຣຟັດ​ໃນ​ເຂດ​ຂອງ​ພວກ​ຊີໂດນ​ແລະ​ຢູ່​ຫັ້ນ. ເຮົາ​ຈະ​ໃຫ້​ແມ່​ໝ້າຍ​ຜູ້​ໜຶ່ງ​ຢູ່​ເມືອງ​ນັ້ນ​ລ້ຽງ​ເຈົ້າ.”+ 10 ແລ້ວ​ເອລີຢາ​ກໍ​ໄປ​ເມືອງ​ຊາເຣຟັດ. ເມື່ອ​ລາວ​ໄປ​ຮອດ​ປະຕູ​ທາງເຂົ້າ​ເມືອງ ມີ​ແມ່​ໝ້າຍ​ຄົນ​ໜຶ່ງ​ກຳລັງ​ເກັບ​ຟືນ​ຢູ່ ເອລີຢາ​ຈຶ່ງ​ຮ້ອງ​ບອກ​ລາວ​ວ່າ: “ຂ້ອຍ​ຂໍ​ກິນ​ນ້ຳ​ແດ່​ໜ້ອຍ​ໜຶ່ງ.”+ 11 ຕອນ​ທີ່​ລາວ​ໄປເອົານ້ຳ ເອລີຢາ​ກໍ​ຮ້ອງ​ບອກ​ລາວ​ວ່າ: “ຂ້ອຍ​ຂໍ​ເຂົ້າຈີ່​ນຳ​ແດ່​ປ່ຽງ​ໜຶ່ງ.” 12 ລາວ​ຈຶ່ງ​ບອກ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ ຂ້ອຍ​ບໍ່​ມີ​ເຂົ້າຈີ່​ຈັກ​ໜ້ອຍ​ເລີຍ. ຂ້ອຍ​ມີ​ແຕ່​ແປ້ງ​ກຳ​ດຽວ​ຢູ່​ໃນ​ໄຫ​ໃຫຍ່​ແລະ​ມີ​ນ້ຳມັນ​ໜ້ອຍ​ໜຶ່ງ​ຢູ່​ໃນ​ໄຫ​ນ້ອຍ​ເທົ່າ​ນັ້ນ.+ ຂ້ອຍ​ກຳລັງ​ເກັບ​ຟືນ​ສອງ​ສາມ​ດົ້ນ​ເມືອ​ເຮືອນ ຂ້ອຍ​ຄິດ​ວ່າ​ຈະ​ເຮັດ​ເຂົ້າຈີ່​ກິນ​ກັບ​ລູກ​ຊາຍ. ນີ້​ແມ່ນຂອງກິນຄາບ​ສຸດທ້າຍຂອງ​ພວກ​ເຮົາ ແລ້ວ​ພວກ​ເຮົາ​ກໍ​ຈະ​ຫິວ​ຕາຍ.”

13 ເອລີຢາ​ຈຶ່ງ​ບອກ​ແມ່​ໝ້າຍ​ວ່າ: “ບໍ່​ຕ້ອງ​ຢ້ານ. ໃຫ້​ໄປ​ເຮັດ​ຕາມ​ທີ່​ເຈົ້າ​ເວົ້າ​ໂລດ ແຕ່​ຂໍ​ໃຫ້​ເຈົ້າ​ເຮັດ​ເຂົ້າຈີ່​ກ້ອນ​ນ້ອຍ​ໆ​ມົນ​ໆ​ມາ​ໃຫ້​ຂ້ອຍ​ກ່ອນ ແລ້ວ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ກັບ​ລູກ. 14 ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ແປ້ງທີ່ຢູ່​ໃນ​ໄຫ​ໃຫຍ່​ແລະ​ນ້ຳມັນທີ່ຢູ່​ໃນ​ໄຫ​ນ້ອຍ​ຈະ​ບໍ່​ໝົດ​ຈັກ​ເທື່ອ​ຈົນ​ກວ່າ​ຈະ​ຮອດ​ມື້​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ຝົນ​ຕົກ​ໃສ່​ດິນ.’”+ 15 ລາວ​ຈຶ່ງ​ເຮັດ​ຕາມ​ທີ່​ເອລີຢາ​ບອກ. ແມ່​ໝ້າຍ​ຜູ້​ນີ້​ກັບ​ລູກ​ຂອງ​ລາວ​ແລະ​ເອລີຢາ​ກໍ​ມີ​ຂອງກິນ​ໄປ​ອີກ​ດົນ​ເຕີບ.+ 16 ແປ້ງ​ທີ່​ຢູ່​ໃນ​ໄຫ​ໃຫຍ່​ແລະ​ນ້ຳມັນ​ທີ່​ຢູ່​ໃນ​ໄຫ​ນ້ອຍ​ກໍ​ບໍ່​ໝົດ​ຈັກ​ເທື່ອ ເຊິ່ງ​ເປັນ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ຜ່ານ​ທາງ​ເອລີຢາ.

17 ຫຼັງ​ຈາກ​ນັ້ນ ລູກ​ຊາຍ​ຂອງ​ແມ່​ໝ້າຍ​ຜູ້​ນີ້​ທີ່​ເອລີຢາ​ພັກ​ຢູ່​ນຳ​ກໍບໍ່​ສະບາຍ​ແຮງ ແລະ​ຕໍ່ມາ​ລາວ​ກໍ​ຕາຍ.+ 18 ແມ່​ໝ້າຍ​ເວົ້າ​ກັບ​ເອລີຢາ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ເອີ້ຍ ຂ້ອຍ​ເຮັດ​ຫຍັງ​ໃຫ້ເຈົ້າ ເຈົ້າ​ຈຶ່ງ​ມາ​ນີ້​ເພື່ອລົງໂທດຂ້ອຍ​ສຳລັບ​ຄວາມ​ຜິດ​ທີ່​ຂ້ອຍ​ເຄີຍ​ເຮັດ ແລະ​ເຮັດ​ໃຫ້​ລູກ​ຊາຍ​ຂອງ​ຂ້ອຍ​ຕາຍ?”+ 19 ແຕ່​ເອລີຢາ​ບອກ​ລາວ​ວ່າ: “ເອົາ​ລູກ​ເຈົ້າ​ມາ​ໃຫ້​ຂ້ອຍ.” ເອລີຢາ​ອູ້ມ​ເດັກ​ນ້ອຍ​ນັ້ນ​ຂຶ້ນ​ໄປ​ຫ້ອງ​ທີ່​ຢູ່​ເທິງ​ດາດ​ຟ້າ​ເຊິ່ງ​ເປັນ​ຫ້ອງ​ທີ່​ລາວ​ພັກ​ຢູ່ ແລ້ວ​ວາງເດັກ​ນ້ອຍ​ຄົນ​ນັ້ນຢູ່​ເທິງ​ຕຽງ.+ 20 ຈາກ​ນັ້ນ ລາວ​ອະທິດຖານ​ຫາ​ພະ​ເຢໂຫວາ​ດ້ວຍສຽງ​ດັງວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ+ ພະອົງ​ທຳ​ຮ້າຍ​ແມ່​ໝ້າຍ​ທີ່​ຂ້ອຍ​ພັກ​ຢູ່​ນຳ​ໂດຍ​ເຮັດ​ໃຫ້​ລູກ​ຊາຍ​ຂອງ​ລາວ​ຕາຍ​ບໍ?” 21 ແລ້ວ​ເອລີຢາ​ກໍ​ນອນ​ເຕັງ​ເດັກ​ນ້ອຍ​ຄົນ​ນັ້ນ 3 ເທື່ອ ແລະ​ອະທິດຖານ​ຫາ​ພະ​ເຢໂຫວາ​ດ້ວຍ​ສຽງ​ດັງ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ ຂໍ​ພະອົງ​ເຮັດ​ໃຫ້​ເດັກ​ນ້ອຍ​ຄົນ​ນີ້​ກັບ​ມາ​ມີ​ຊີວິດ​ອີກ.” 22 ພະ​ເຢໂຫວາ​ຟັງ​ສິ່ງ​ທີ່​ເອລີຢາ​ຂໍ+ ແລ້ວ​ເດັກ​ນ້ອຍ​ຄົນ​ນັ້ນ​ກໍ​ກັບ​ມາມີ​ຊີວິດ.+ 23 ເອລີຢາ​ພາ​ລາວ​ລົງ​ມາ​ຈາກ​ຫ້ອງ​ທີ່​ຢູ່​ເທິງ​ດາດ​ຟ້າ​ແລະ​ພາ​ໄປ​ຫາ​ແມ່​ທີ່​ຢູ່​ໃນ​ເຮືອນ ແລ້ວ​ເວົ້າ​ວ່າ: “ເບິ່ງ​ແມ້ ລູກ​ຂອງ​ເຈົ້າ​ຟື້ນ​ແລ້ວ.”+ 24 ແມ່​ໝ້າຍ​ກໍ​ເວົ້າ​ກັບ​ເອລີຢາ​ວ່າ: “ຕອນ​ນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ເຈົ້າ​ເປັນ​ຄົນ​ຂອງ​ພະເຈົ້າ​ແທ້​ໆ​+ ແລະ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ຜ່ານ​ທາງ​ເຈົ້າ​ກໍ​ເປັນ​ຄວາມ​ຈິງ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌