ເພງສັນລະເສີນ
ເພງຂອງດາວິດ. ຕອນທີ່ລາວຢູ່ໃນບ່ອນກັນດານຢູດາ.+
63 ພະເຈົ້າເອີ້ຍ ລູກຊອກຫາພະອົງຕະຫຼອດ.+
ລູກຕ້ອງການພະອົງຄືກັບຄົນທີ່ຫິວນ້ຳຕ້ອງການນ້ຳ.+
ລູກຮູ້ສຶກໝົດແຮງຍ້ອນຊອກຫາພະອົງຢູ່ນີ້
ເຊິ່ງເປັນບ່ອນທີ່ແຫ້ງແລ້ງແລະບໍ່ມີນ້ຳ.+
2 ລູກເຄີຍໄປຫາພະອົງຢູ່ບ່ອນບໍລິສຸດ.
ຕອນນັ້ນ ລູກໄດ້ເຫັນລິດເດດແລະແສງລັດສະໝີຂອງພະອົງ.+
4 ລູກຈະສັນລະເສີນພະອົງຕະຫຼອດຊີວິດຂອງລູກ.
ລູກຈະໃຊ້ຊື່ຂອງພະອົງຕອນທີ່ອະທິດຖານຫາພະອົງ.
5 ພະອົງເຮັດໃຫ້ລູກອີ່ມໃຈພໍໃຈຍ້ອນພະອົງໃຫ້ສິ່ງທີ່ດີທີ່ສຸດ*ກັບລູກ
ລູກຈຶ່ງສັນລະເສີນພະອົງຢ່າງມີຄວາມສຸກ.+
8 ລູກຢູ່ໃກ້ພະອົງຕະຫຼອດ.
ມືຂວາຂອງພະອົງຈັບລູກໄວ້ແໜ້ນ.+
9 ແຕ່ຄົນທີ່ພະຍາຍາມຂ້າລູກ
ຈະຕ້ອງລົງໄປຢູ່ໃນຂຸມຝັງສົບ.
10 ເຂົາເຈົ້າຈະຖືກຂ້າດ້ວຍດາບ
ແລະເຂົາເຈົ້າຈະເປັນອາຫານຂອງໝາໄນ.
11 ກະສັດຈະມີຄວາມຍິນດີຍ້ອນພະເຈົ້າ.
ທຸກຄົນທີ່ສາບານໂດຍໃຊ້ຊື່ຂອງພະອົງຈະເວົ້າເລື່ອງຂອງພະອົງດ້ວຍຄວາມພູມໃຈ*
ແຕ່ຄົນທີ່ເວົ້າຕົວະຈະຕ້ອງມິດຢູ່.