ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 18
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ທູດ​ສະຫວັນ 3 ອົງ​ມາ​ຫາ​ອັບຣາຮາມ (1-8)

      • ຊາຣາ​ຫົວ​ເມື່ອ​ໄດ້​ຍິນ​ຄຳ​ສັນຍາ​ວ່າ​ຈະ​ໄດ້​ລູກ​ຊາຍ (9-15)

      • ອັບຣາຮາມ​ອ້ອນວອນ​ເພື່ອ​ເມືອງ​ໂຊໂດມ (16-33)

ປະຖົມມະການ 18:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 16:7; ຜຕສ 13:21
  • +ປຖກ 13:18; 14:13

ປະຖົມມະການ 18:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:1

ປະຖົມມະການ 18:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:2; 24:32

ປະຖົມມະການ 18:6

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “3 ຊີ” ເທົ່າ​ກັບ 21,9 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ປະຖົມມະການ 18:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 13:2

ປະຖົມມະການ 18:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:15

ປະຖົມມະການ 18:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:21; 21:2; ຣມ 9:9

ປະຖົມມະການ 18:11

ໄຂເງື່ອນ

  • *

    ໝາຍເຖິງ​ເຊົາ​ເປັນ​ປະຈຳ​ເດືອນ​ແລ້ວ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:17
  • +ຣມ 4:19

ປະຖົມມະການ 18:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:11; 1ປຕ 3:6

ປະຖົມມະການ 18:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 40:29; ມທ 19:26; ລກ 1:36, 37

ປະຖົມມະການ 18:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 13:12

ປະຖົມມະການ 18:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 25:14; ອມ 3:7

ປະຖົມມະການ 18:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 12:1-3; ຄລຕ 3:14

ປະຖົມມະການ 18:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:9

ປະຖົມມະການ 18:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ປຕ 2:7, 8
  • +ປຖກ 13:13; ຢດ 7

ປະຖົມມະການ 18:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 11:5; ອພຍ 3:7, 8; ພສ 14:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 202

ປະຖົມມະການ 18:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:11; 32:30

ປະຖົມມະການ 18:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 16:22

ປະຖົມມະການ 18:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 37:10, 11; ສພສ 29:16; ມລກ 3:18; ມທ 13:49
  • +ພບຍ 32:4
  • +ໂຢບ 34:12; ອຊຢ 33:22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2022, ໜ້າ 28-29

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 15-16

ປະຖົມມະການ 18:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:18; ພສ 86:15

ປະຖົມມະການ 18:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 203

ປະຖົມມະການ 18:32

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 203

ປະຖົມມະການ 18:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 18:2, 22

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 18:1ປຖກ 16:7; ຜຕສ 13:21
ປຖກ. 18:1ປຖກ 13:18; 14:13
ປຖກ. 18:2ປຖກ 19:1
ປຖກ. 18:4ປຖກ 19:2; 24:32
ປຖກ. 18:8ຮຣ 13:2
ປຖກ. 18:9ປຖກ 17:15
ປຖກ. 18:10ປຖກ 17:21; 21:2; ຣມ 9:9
ປຖກ. 18:11ປຖກ 17:17
ປຖກ. 18:11ຣມ 4:19
ປຖກ. 18:12ຮຣ 11:11; 1ປຕ 3:6
ປຖກ. 18:14ອຊຢ 40:29; ມທ 19:26; ລກ 1:36, 37
ປຖກ. 18:16ປຖກ 13:12
ປຖກ. 18:17ພສ 25:14; ອມ 3:7
ປຖກ. 18:18ປຖກ 12:1-3; ຄລຕ 3:14
ປຖກ. 18:19ພບຍ 4:9
ປຖກ. 18:202ປຕ 2:7, 8
ປຖກ. 18:20ປຖກ 13:13; ຢດ 7
ປຖກ. 18:21ປຖກ 11:5; ອພຍ 3:7, 8; ພສ 14:2
ປຖກ. 18:22ປຖກ 31:11; 32:30
ປຖກ. 18:23ຈຊບ 16:22
ປຖກ. 18:25ພສ 37:10, 11; ສພສ 29:16; ມລກ 3:18; ມທ 13:49
ປຖກ. 18:25ພບຍ 32:4
ປຖກ. 18:25ໂຢບ 34:12; ອຊຢ 33:22
ປຖກ. 18:28ຈຊບ 14:18; ພສ 86:15
ປຖກ. 18:30ອພຍ 34:6
ປຖກ. 18:33ປຖກ 18:2, 22
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 18:1-33

ປະຖົມມະການ

18 ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ+ມາ​ຫາ​ອັບຣາຮາມ​ຢູ່​ເຂດ​ຕົ້ນ​ໄມ້​ໃຫຍ່​ທີ່​ມາມເຣ.+ ຕອນ​ນັ້ນ​ເປັນ​ເວລາ​ທີ່​ຮ້ອນ​ທີ່​ສຸດຂອງ​ມື້ ແລະ​ອັບຣາຮາມ​ນັ່ງ​ຢູ່​ທາງ​ເຂົ້າ​ເຕັ້ນ. 2 ເມື່ອ​ເງີຍ​ໜ້າ​ຂຶ້ນ ລາວ​ເຫັນ​ຜູ້​ຊາຍ 3 ຄົນ​ຢືນ​ຢູ່​ບໍ່​ໄກ​ປານ​ໃດ.+ ເມື່ອ​ເຫັນ​ເຂົາ​ເຈົ້າ ລາວ​ກໍ​ແລ່ນ​ໄປ​ຫາ​ແລະ​ໝູບ​ໜ້າ​ລົງ​ພື້ນ. 3 ລາວ​ເວົ້າ​ວ່າ: “ພະ​ເຢໂຫວາ ຖ້າ​ພະອົງ​ພໍ​ໃຈ​ລູກ ຂໍ​ມາ​ແວ່​ເຮືອນ​ລູກ​ກ່ອນ. 4 ພວກ​ເຮົາຊິ​ເອົາ​ນ້ຳ​ມາ​ລ້າງ​ຕີນ​ໃຫ້​ພວກ​ທ່ານ+ ແລ້ວ​ພວກ​ທ່ານ​ຊິ​ໄດ້​ພັກຜ່ອນ​ຢູ່​ກ້ອງ​ຕົ້ນ​ໄມ້​ນີ້​ກ່ອນ. 5 ຈັ່ງ​ໃດ​ພວກ​ທ່ານ​ກໍ​ມາ​ຢາມ​ຂ້ອຍ​ແລ້ວ ຂ້ອຍ​ຈະ​ເອົາ​ເຂົ້າຈີ່​ມາ​ໃຫ້​ພວກ​ທ່ານ​ກິນ​ເພື່ອ​ຊິ​ໄດ້​ມີ​ແຮງ ແລ້ວ​ຈຶ່ງ​ຄ່ອຍ​ໄປ.” ເຂົາ​ເຈົ້າ​ເວົ້າ​ວ່າ: “ກໍ​ດີ ເອົາ​ຈັ່ງ​ຊັ້ນ​ກໍ​ໄດ້.”

6 ອັບຣາຮາມ​ຈຶ່ງ​ຟ້າວ​ໄປ​ຫາ​ຊາຣາ​ຢູ່​ເຕັ້ນ​ແລະ​ເວົ້າ​ວ່າ: “ໄວ​ໆ​! ເອົາ​ແປ້ງລະອຽດ 3 ກະຕ່າ*ມາ​ນວດ​ເຮັດ​ເຂົ້າຈີ່.” 7 ແລ້ວ​ອັບຣາຮາມ​ກໍ​ແລ່ນ​ໄປ​ຫາ​ຝູງ​ງົວ ແລະ​ເລືອ​ກ​ເອົາ​ງົວ​ທີ່​ດີ​ທີ່​ສຸດ​ໂຕ​ໜຶ່ງ ແລ້ວ​ເອົາ​ໃຫ້​ຄົນ​ຮັບ​ໃຊ້​ໄປ​ເຮັດ​ອາຫານ​ມາ​ໃຫ້. 8 ລາວ​ເອົາ​ເນີຍ​ກັບ​ນົມ​ແລະເອົາ​ຊີ້ນງົວມາ​ໃຫ້​ແຂກ​ກິນ. ຕອນ​ທີ່​ເຂົາ​ເຈົ້າ​ກຳລັງ​ກິນ ອັບຣາຮາມ​ກໍ​ຢືນ​ຢູ່​ກ້ອງ​ຕົ້ນ​ໄມ້​ໃກ້​ໆ​ເຂົາ​ເຈົ້າ.+

9 ເຂົາ​ເຈົ້າ​ຖາມ​ລາວ​ວ່າ: “ຊາຣາ+​ເມຍ​ເຈົ້າ​ຢູ່​ໃສ?” ລາວ​ຕອບ​ວ່າ: “ຢູ່​ໃນ​ເຕັ້ນ.” 10 ແຂກ​ຄົນ​ໜຶ່ງ​ເວົ້າ​ວ່າ: “ຂ້ອຍ​ຈະ​ກັບ​ມາ​ຫາ​ເຈົ້າ​ໃນ​ຍາມ​ນີ້ປີ​ໜ້າ ແລ້ວ​ຊາຣາ​ເມຍ​ຂອງ​ເຈົ້າ​ຈະ​ໄດ້​ລູກ​ຊາຍ​ແລ້ວ.”+ ຕອນ​ນັ້ນ ຊາຣາ​ນັ່ງ​ຢູ່​ທາງ​ເຂົ້າ​ເຕັ້ນ​ເຊິ່ງ​ຢູ່​ທາງ​ຫຼັງ​ຄົນ​ທີ່​ເວົ້າ​ກັບ​ອັບຣາຮາມ ລາວ​ກໍ​ເລີຍ​ໄດ້​ຍິນ. 11 ອັບຣາຮາມ​ກັບ​ຊາຣາ​ເຖົ້າ​ຫຼາຍ​ແລ້ວ+ ແລະ​ຊາຣາ​ກໍກາຍ​ຍາມທີ່​ຈະ​ມີ​ລູກ​ແລ້ວ.*+ 12 ຊາຣາ​ກໍ​ເລີຍ​ຫົວ​ແລະ​ຄິດ​ວ່າ: “ຂ້ອຍ​ກັບ​ນາຍ​ຂອງ​ຂ້ອຍ​ກໍ​ເຖົ້າ​ແລ້ວ ຂ້ອຍ​ຊິ​ມີ​ລູກ​ໄດ້​ຢູ່​ບໍ?”+ 13 ພະ​ເຢໂຫວາ​ເວົ້າ​ກັບ​ອັບຣາຮາມ​ວ່າ: “ເປັນ​ຫຍັງ​ຊາຣາ​ຈຶ່ງ​ຫົວ​ແລະ​ເວົ້າ​ວ່າ ‘ຂ້ອຍ​ກໍ​ເຖົ້າ​ປານ​ນີ້ ຊິ​ມີ​ລູກ​ໄດ້​ແທ້​ໆ​ບໍ?’ 14 ມີ​ຫຍັງ​ທີ່​ເຮົາ​ເຢໂຫວາ​ເຮັດ​ບໍ່​ໄດ້?+ ເຮົາ​ຈະ​ກັບ​ມາ​ຫາ​ເຈົ້າ​ໃນ​ຍາມນີ້​ປີ​ໜ້າ ແລະ​ຊາຣາ​ຈະ​ໄດ້​ລູກ​ຊາຍ​ແລ້ວ.” 15 ແຕ່​ຍ້ອນ​ຊາຣາ​ຢ້ານ​ກໍ​ເລີຍ​ປະຕິເສດ​ວ່າ: “ລູກ​ບໍ່​ໄດ້​ຫົວ!” ແຕ່ພະເຈົ້າເວົ້າ​ວ່າ: “ບໍ່ ເຈົ້າ​ຫົວ​ແທ້​ໆ​.”

16 ຕອນ​ທີ່​ແຂກ​ກຳລັງ​ຈະ​ອອກ​ໄປ​ຈາກ​ບ່ອນ​ນັ້ນ ອັບຣາຮາມ​ກໍ​ໄປ​ສົ່ງ​ເຂົາ​ເຈົ້າ ຈົນ​ມາ​ຮອດ​ບ່ອນ​ທີ່​ແນມ​ເຫັນ​ເມືອງ​ໂຊໂດມ.+ 17 ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຈະ​ບໍ່​ປິດ​ບັງ​ອັບຣາຮາມ​ວ່າ​ເຮົາ​ກຳລັງ​ຈະ​ເຮັດ​ຫຍັງ.+ 18 ຍ້ອນ​ອັບຣາຮາມ​ຈະ​ເປັນ​ພໍ່​ຂອງ​ຄົນ​ຊາດ​ໃຫຍ່ ແລະ​ຄົນ​ທຸກ​ຊາດ​ທີ່​ຢູ່​ທົ່ວ​ໂລກ​ຈະ​ໄດ້​ພອນ​ຍ້ອນ​ລາວ.+ 19 ເຮົາ​ຮູ້ຈັກ​ລາວ​ດີ​ວ່າ ລາວ​ຈະ​ສັ່ງ​ລູກ​ແລະ​ຄົນ​ໃນ​ເຮືອນ​ໃຫ້​ໃຊ້​ຊີວິດ​ຕາມ​ທີ່ເຮົາ​ເຢໂຫວາຕ້ອງການ ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ.+ ແລ້ວ​ເຮົາ​ເຢໂຫວາ​ຈະ​ເຮັດ​ຕາມ​ທີ່​ໄດ້​ສັນຍາ​ກັບ​ອັບຣາຮາມ.”

20 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ວ່າ: “ເຮົາໄດ້​ຍິນ​ຄົນ​ຈົ່ມກ່ຽວ​ກັບເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ.+ ຄົນ​ໃນ 2 ເມືອງ​ນັ້ນ​ເຮັດ​ບາບ​ຮ້າຍແຮງ​ຫຼາຍ.+ 21 ເຮົາ​ຊິ​ລົງ​ໄປ​ເບິ່ງ​ວ່າຊິ​ແມ່ນ​ຄືກັບ​ທີ່​ເຂົາ​ເຈົ້າ​ເວົ້າ​ບໍ? ຖ້າ​ບໍ່​ແມ່ນ ເຮົາ​ກໍ​ຈະ​ຮູ້.”+

22 ຈາກ​ນັ້ນ ທັງ​ສອງ​ຄົນກໍ​ອອກ​ຈາກ​ຫັ້ນ ແຕ່​ພະ​ເຢໂຫວາ+ຍັງ​ຢູ່​ກັບ​ອັບຣາຮາມ. 23 ອັບຣາຮາມ​ເຂົ້າ​ໄປ​ຖາມ​ວ່າ: “ພະອົງ​ຈະ​ທຳລາຍ​ຄົນ​ດີ​ພ້ອມ​ກັບ​ຄົນ​ຊົ່ວ​ແທ້​ໆ​ບໍ?+ 24 ຖ້າ​ໃນ​ເມືອງ​ນັ້ນ​ມີ​ຄົນ​ດີ 50 ຄົນ ພະອົງ​ຈະ​ທຳລາຍ​ບໍ? ພະອົງ​ຈະ​ບໍ່​ຍົກ​ໂທດ​ໃຫ້​ເມືອງ​ນັ້ນ ຍ້ອນ​ມີ​ຄົນ​ດີ 50 ຄົນ​ຢູ່​ຫັ້ນ​ບໍ? 25 ເປັນ​ໄປ​ບໍ່​ໄດ້​ດອກ​ທີ່​ພະອົງ​ຈະ​ທຳລາຍ​ຄົນ​ດີ​ພ້ອມ​ກັບ​ຄົນ​ຊົ່ວ. ພະອົງ​ຈະ​ບໍ່​ໃຫ້​ຄົນ​ດີ​ໄດ້​ຮັບ​ຜົນ​ແບບ​ດຽວກັບ​ຄົນ​ຊົ່ວ​ດອກ.+ ພະອົງ​ຈະ​ບໍ່​ເຮັດ​ຈັ່ງ​ຊັ້ນ​ແນ່ນອນ.+ ພະອົງ​ທີ່​ເປັນ​ຜູ້ຕັດສິນ​ທົ່ວ​ໂລກ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ບໍ?”+ 26 ພະ​ເຢໂຫວາ​ຕອບ​ວ່າ: “ຖ້າ​ເຮົາ​ເຫັນ​ຄົນ​ດີ 50 ຄົນ​ໃນ​ເມືອງ​ໂຊໂດມ ເຮົາ​ຈະ​ຍົກ​ໂທດ​ໃຫ້​ໝົດ​ເມືອງ​ນັ້ນ​ຍ້ອນ​ເຂົາ​ເຈົ້າ.” 27 ແຕ່​ອັບຣາຮາມ​ເວົ້າ​ຕື່ມ​ອີ​ກວ່າ: “ພະ​ເຢໂຫວາ ລູກ​ເປັນ​ແຕ່​ຂີ້ຝຸ່ນ​ກັບ​ຂີ້ເທົ່າ​ ຂໍ​ອະນຸຍາດ​ໃຫ້​ລູກ​ເວົ້າ​ຕື່ມ​ອີ​ກ​ແດ່. 28 ຖ້າ​ໃນ 50 ຄົນ​ນັ້ນ ຂາດ​ໄປ 5 ຄົນ​ເດ້? ພະອົງ​ຈະ​ທຳລາຍ​ໝົດ​ເມືອງ​ນັ້ນ​ຍ້ອນ​ຂາດ 5 ຄົນ​ບໍ?” ເພິ່ນ​ຕອບ​ລາວ​ວ່າ: “ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ​ດອກ ຖ້າ​ມີ​ຄົນ​ດີ 45 ຄົນ.”+

29 ແຕ່​ລາວ​ກໍ​ຍັງ​ເວົ້າ​ກັບ​ພະເຈົ້າ​ອີ​ກວ່າ: “ຖ້າ​ຢູ່​ຫັ້ນ​ມີ​ຄົນ​ດີ​ແຕ່ 40 ຄົນ​ເດ້?” ເພິ່ນ​ຕອບ​ວ່າ: “ເຮົາ​ຈະ​ບໍ່​ທຳລາຍ​ຍ້ອນ​ມີ​ຄົນ​ດີ 40 ຄົນ​ຢູ່​ຫັ້ນ.” 30 ລາວ​ເວົ້າ​ອີກ​ວ່າ: “ພະ​ເຢໂຫວາ ຢ່າ​ຟ້າວ​ໃຈ​ຮ້າຍ​ເດີ້.+ ຂໍ​ໃຫ້​ລູກ​ເວົ້າ​ອີ​ກ​ແດ່. ຖ້າ​ຢູ່​ຫັ້ນ​ມີ​ຄົນ​ດີ​ແຕ່ 30 ຄົນ​ເດ້?” ເພິ່ນ​ກໍ​ຕອບ​ວ່າ: “ເຮົາ​ຈະ​ບໍ່​ທຳລາຍ ຖ້າ​ມີ​ຄົນ​ດີ 30 ຄົນ​ຢູ່​ຫັ້ນ.” 31 ລາວ​ຂໍ​ອີ​ກວ່າ: “ພະ​ເຢໂຫວາ ຂໍ​ໃຫ້​ລູກ​ເວົ້າ​ຕື່ມ​ອີ​ກ​ແດ່. ຖ້າ​ຢູ່​ຫັ້ນ​ມີ​ຄົນ​ດີ​ແຕ່ 20 ຄົນ​ເດ້?” ເພິ່ນ​ຕອບ​ວ່າ: “ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ ຍ້ອນ​ມີ​ຄົນ​ດີ 20 ຄົນ​ຢູ່​ຫັ້ນ.” 32 ສຸດ​ທ້າຍ ລາວ​ກໍ​ເວົ້າ​ວ່າ: “ພະ​ເຢໂຫວາ ຢ່າ​ຟ້າວ​ໃຈ​ຮ້າຍ​ເດີ້ ລູກ​ຂໍ​ເວົ້າ​ອີ​ກ​ເທື່ອ​ດຽວ. ຖ້າ​ຢູ່​ຫັ້ນ​ມີ​ຄົນ​ດີ​ແຕ່ 10 ຄົນ​ເດ້?” ເພິ່ນ​ຕອບ​ວ່າ: “ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ ຍ້ອນ​ມີ​ຄົນ​ດີ 10 ຄົນ.” 33 ຫຼັງ​ຈາກ​ພະ​ເຢໂຫວາ​ເວົ້າ​ກັບ​ອັບຣາຮາມ​ແລ້ວ ເພິ່ນ​ກໍ​ໄປ​ຈາກ​ລາວ.+ ແລ້ວ​ອັບຣາຮາມ​ກໍກັບ​ໄປ​ເຕັ້ນ​ຂອງ​ລາວ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌