ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 16
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ໂປໂລ​ເລືອກ​ຕີໂມທຽວ (1-5)

      • ນິມິດ​ເລື່ອງ​ຜູ້​ຊາຍ​ຄົນ​ມາເກໂດເນຍ (6-10)

      • ລີເດຍ​ເຂົ້າ​ມາ​ເປັນ​ລູກສິດ​ຢູ່​ເມືອງ​ຟີລິບປອຍ (11-15)

      • ໂປໂລ​ກັບ​ຊີລາ​ຖືກ​ຂັງ​ຄຸກ (16-24)

      • ຜູ້​ຄຸມ​ກັບ​ຄອບຄົວ​ຮັບ​ບັບເຕມາ (25-34)

      • ໂປໂລ​ໃຫ້​ເຈົ້າ​ໜ້າທີ່​ມາ​ຂໍ​ໂທດ (35-40)

ກິດຈະການ 16:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 14:5-7; 2ຕມ 3:11
  • +ກຈກ 19:22; ຣມ 16:21; 1ກຣ 4:17; 1ທຊ 3:2; 1ຕມ 1:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 122

ກິດຈະການ 16:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 122

ກິດຈະການ 16:3

ໄຂເງື່ອນ

  • *

    ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 122

    ຫໍສັງເກດການ

    1/12/2003

ກິດຈະການ 16:4

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 15:28, 29

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 123

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 54

ກິດຈະການ 16:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 123

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 54

ກິດຈະການ 16:6

ໄຂເງື່ອນ

  • *

    ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 18:23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 125

ກິດຈະການ 16:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ປຕ 1:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 125-126

ກິດຈະການ 16:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 125-126

ກິດຈະການ 16:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 126

ກິດຈະການ 16:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 12, 126

ກິດຈະການ 16:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 124

ກິດຈະການ 16:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 1:1

ກິດຈະການ 16:14

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 1:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 132

ກິດຈະການ 16:15

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:33; 18:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 132

    ຮຽນຈາກຄູ ໜ້າ 95

ກິດຈະການ 16:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:31; 20:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດຕະຫຼອດໄປ ໜ້າ 95

ກິດຈະການ 16:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 1:23, 24; ລກ 4:41

ກິດຈະການ 16:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 17:18; ມຣກ 1:25, 26, 34; ລກ 9:1; 10:17

ກິດຈະການ 16:19

ໄຂເງື່ອນ

  • *

    ເດີ່ນ​ສຳລັບ​ຄ້າ​ຂາຍ​ແລະ​ຊຸມນຸມ​ກັນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 19:24, 25
  • +ມທ 10:18

ກິດຈະການ 16:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2417

ກິດຈະການ 16:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 2:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 129

ກິດຈະການ 16:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 21:12

ກິດຈະການ 16:24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 129

    ສະບັບແປໂລກໃໝ່ ໜ້າ 2382

ກິດຈະການ 16:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 5:19; ກລຊ 3:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 130

ກິດຈະການ 16:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 5:18-20; 12:7

ກິດຈະການ 16:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 12:18, 19

ກິດຈະການ 16:30

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 130

    ຫໍສັງເກດການ (ສຶກສາ)

    5/2018, ໜ້າ 12

ກິດຈະການ 16:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 3:16; 6:47

ກິດຈະການ 16:32

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 130

    ຫໍສັງເກດການ (ສຶກສາ)

    3/2018, ໜ້າ 11

ກິດຈະການ 16:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 8:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 130

    ຫໍສັງເກດການ (ສຶກສາ)

    3/2018, ໜ້າ 11

ກິດຈະການ 16:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 22:25; 23:27

ກິດຈະການ 16:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 22:27-29

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 131

ກິດຈະການ 16:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 1:3, 4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 132

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 16:1ກຈກ 14:5-7; 2ຕມ 3:11
ກຈກ. 16:1ກຈກ 19:22; ຣມ 16:21; 1ກຣ 4:17; 1ທຊ 3:2; 1ຕມ 1:2
ກຈກ. 16:31ກຣ 9:20
ກຈກ. 16:4ກຈກ 15:28, 29
ກຈກ. 16:6ກຈກ 18:23
ກຈກ. 16:71ປຕ 1:1
ກຈກ. 16:12ຟລປ 1:1
ກຈກ. 16:14ພນມ 1:11
ກຈກ. 16:15ກຈກ 16:33; 18:8
ກຈກ. 16:16ລລວ 19:31; 20:6
ກຈກ. 16:17ມຣກ 1:23, 24; ລກ 4:41
ກຈກ. 16:18ມທ 17:18; ມຣກ 1:25, 26, 34; ລກ 9:1; 10:17
ກຈກ. 16:19ກຈກ 19:24, 25
ກຈກ. 16:19ມທ 10:18
ກຈກ. 16:20ກຈກ 17:6
ກຈກ. 16:221ທຊ 2:2
ກຈກ. 16:23ລກ 21:12
ກຈກ. 16:25ອຟຊ 5:19; ກລຊ 3:16
ກຈກ. 16:26ກຈກ 5:18-20; 12:7
ກຈກ. 16:27ກຈກ 12:18, 19
ກຈກ. 16:31ຢຮ 3:16; 6:47
ກຈກ. 16:33ກຈກ 8:12
ກຈກ. 16:37ກຈກ 22:25; 23:27
ກຈກ. 16:38ກຈກ 22:27-29
ກຈກ. 16:402ກຣ 1:3, 4
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 16:1-40

ກິດຈະການຂອງອັກຄະສາວົກ

16 ໂປໂລ​ເດີນທາງ​ໄປ​ຮອດ​ເມືອງ​ເດຣະເບ​ແລະ​ເມືອງ​ລີຊະທາ.+ ຢູ່​ຫັ້ນ​ມີ​ລູກສິດ​ຜູ້​ໜຶ່ງ​ຊື່​ຕີໂມທຽວ.+ ແມ່​ຂອງ​ລາວເປັນ​ຄົນ​ຢິວ​ທີ່​ມີ​ຄວາມ​ເຊື່ອ ແຕ່​ພໍ່​ຂອງ​ລາວ​ເປັນ​ຄົນ​ກຣີກ. 2 ພີ່ນ້ອງ​ໃນ​ເມືອງ​ລີຊະທາ​ແລະ​ເມືອງ​ອີໂກນີອົນ​ເວົ້າ​ເຖິງ​ຕີໂມທຽວ​ໃນ​ແງ່​ດີ. 3 ໂປໂລ​ບອກ​ວ່າ​ຢາກ​ພາ​ຕີໂມທຽວ​ໄປ​ນຳ ແລະ​ໂປໂລ​ກໍ​ໃຫ້​ລາວ​ຮັບ​ສິນຕັດ*​ເພື່ອເຫັນ​ແກ່​ຄົນ​ຢິວ​ຕາມ​ເມືອງ​ຕ່າງ​ໆ​ທີ່​ເຂົາເຈົ້າ​ຈະ​ໄປ+ ຍ້ອນ​ຄົນ​ຢິວ​ທຸກ​ຄົນ​ຮູ້​ວ່າ​ພໍ່​ຂອງ​ລາວ​ເປັນ​ຄົນ​ກຣີກ. 4 ໂປໂລ​ກັບ​ພວກ​ໝູ່​ເດີນທາງ​ໄປ​ເມືອງ​ຕ່າງ​ໆ​ເພື່ອ​ແຈ້ງຄຳ​ຕັດສິນ​ຂອງ​ພວກ​ອັກຄະ​ສາວົກ*​ແລະ​ພວກ​ຜູ້​ເບິ່ງແຍງ​ໃນ​ເມືອງ​ເຢຣູຊາເລັມ​ໃຫ້​ພີ່ນ້ອງ​ທີ່​ຢູ່​ຫັ້ນ​ຮູ້​ເພື່ອ​ເຂົາເຈົ້າ​ຈະ​ເຮັດ​ຕາມ.+ 5 ປະຊາຄົມ​ຕ່າງ​ໆ​ຈຶ່ງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ​ແລະ​ມີ​ຄົນ​ເຂົ້າ​ມາ​ເຊື່ອ​ຫຼາຍ​ຂຶ້ນ​ທຸກ​ມື້.

6 ໂປໂລ​ກັບ​ພວກ​ໝູ່​ໄປ​ທາງ​ທີ່​ຜ່ານ​ແຂວງ​ຟີເຄຍ​ແລະ​ແຂວງ​ຄາລາເຕຍ+ ຍ້ອນ​ພະລັງ​ບໍລິສຸດ​ຫ້າມ​ເຂົາເຈົ້າ​ບໍ່​ໃຫ້​ໄປ​ປະກາດ​ຄຳສອນ​ຂອງ​ພະເຈົ້າ​ໃນ​ແຂວງ​ອາຊີ.* 7 ເມື່ອ​ມາ​ຮອດ​ແຂວງ​ມີ​ເຊຍ​ແລ້ວ ເຂົາເຈົ້າ​ພະຍາຍາມ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ+ ແຕ່​ພະ​ເຢຊູ​ກໍ​ໃຊ້​ພະລັງ​ຂອງ​ພະເຈົ້າ​ຫ້າມ​ເຂົາເຈົ້າ​ໄວ້​ອີກ. 8 ເຂົາເຈົ້າ​ຈຶ່ງ​ໄປ​ທາງ​ທີ່​ຜ່ານ​ແຂວງ​ມີ​ເຊຍ​ຈົນ​ມາ​ຮອດ​ເມືອງ​ໂທອາດ. 9 ໃນ​ຄືນ​ນັ້ນ​ໂປໂລເຫັນ​ນິມິດ. ໃນ​ນິມິດ​ນັ້ນມີ​ຜູ້​ຊາຍ​ຄົນ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ອ້ອນວອນ​ໂປໂລ​ວ່າ: “ຂໍ​ມາ​ຊ່ວຍ​ພວກ​ເຮົາ​ຢູ່​ແຂວງ​ມາເກໂດເນຍ​ແດ່.” 10 ຫຼັງ​ຈາກ​ທີ່​ໂປໂລ​ເຫັນ​ນິມິດ ພວກ​ເຮົາກໍ​ພະຍາຍາມ​ຈະ​ໄປ​ແຂວງ​ມາເກໂດເນຍ​ທັນທີ ຍ້ອນ​ເຫັນ​ວ່າ​ພະເຈົ້າ​ເອີ້ນ​ພວກ​ເຮົາ​ໃຫ້​ໄປ​ປະກາດ​ຂ່າວ​ດີ​ກັບ​ຄົນ​ທີ່​ຢູ່​ຫັ້ນ.

11 ພວກ​ເຮົາ​ຈຶ່ງ​ຂີ່​ເຮືອ​ຈາກ​ເມືອງ​ໂທອາດ​ໄປ​ເກາະ​ຊາໂມທາເກ. ແລ້ວ​ໃນ​ມື້​ຕໍ່​ມາ​ກໍ​ເດີນທາງ​ໄປ​ເມືອງ​ເນອາໂປລີ. 12 ເມື່ອ​ອອກ​ຈາກ​ຫັ້ນກໍ​ໄປ​ຟີລິບປອຍ+ ເຊິ່ງ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ໂຣມ​ແລະ​ເປັນ​ເມືອງ​ສຳຄັນ​ທີ່ສຸດ​ໃນ​ເຂດ​ນັ້ນ​ຂອງ​ແຂວງ​ມາເກໂດເນຍ. ພວກ​ເຮົາ​ຢູ່​ໃນ​ເມືອງ​ນັ້ນ​ຫຼາຍ​ມື້. 13 ເມື່ອ​ຮອດ​ວັນ​ຊະບາໂຕ ພວກ​ເຮົາ​ອອກ​ນອກ​ປະຕູ​ເມືອງ​ໄປ​ແຄມ​ແມ່​ນ້ຳ​ທີ່​ພວກ​ເຮົາ​ຄິດ​ວ່າ​ມີ​ບ່ອນ​ສຳລັບ​ອະທິດຖານ. ແລ້ວ​ພວກ​ເຮົາ​ກໍ​ນັ່ງ​ລົງ​ແລະ​ເລີ່ມ​ປະກາດ​ກັບ​ພວກ​ຜູ້ຍິງ​ທີ່​ມາ​ລວມ​ກັນ​ຢູ່​ຫັ້ນ. 14 ຜູ້ຍິງ​ຄົນ​ໜຶ່ງ​ຊື່​ລີເດຍ​ກໍ​ມາ​ຟັງ​ພວກເຮົາ​ຄື​ກັນ. ລາວ​ເປັນ​ຄົນ​ຈາກ​ເມືອງ​ທົວຕີຣາ+ ເປັນ​ແມ່​ຄ້າຂາຍ​ຜ້າສີ​ມ່ວງ ແລະ​ເປັນ​ຜູ້​ນະມັດສະການ​ພະເຈົ້າ. ພະ​ເຢໂຫວາ*​ເປີດ​ໃຈ​ລາວ​ໃຫ້​ສົນໃຈ​ຟັງ​ເລື່ອງ​ທີ່​ໂປໂລ​ເວົ້າ. 15 ເມື່ອ​ລີເດຍ​ກັບ​ຄົນ​ໃນ​ເຮືອນ​ຮັບ​ບັບເຕມາ​ແລ້ວ+ ລາວ​ກໍ​ອ້ອນວອນ​ພວກ​ເຮົາ​ວ່າ: “ຖ້າ​ພວກ​ເຈົ້າ​ເຫັນ​ວ່າ​ຂ້ອຍ​ເປັນ​ຄົນ​ສັດຊື່​ຕໍ່​ພະ​ເຢໂຫວາ* ຂໍ​ໃຫ້​ມາ​ພັກ​ຢູ່​ເຮືອນ​ຂອງ​ຂ້ອຍ​ແດ່.” ລາວ​ອ້ອນວອນ​ຈົນ​ພວກ​ເຮົາ​ປະຕິເສດ​ບໍ່​ໄດ້.

16 ມື້​ໜຶ່ງ​ຕອນ​ທີ່​ພວກ​ເຮົາ​ກຳລັງ​ໄປ​ບ່ອນ​ສຳລັບ​ອະທິດຖານ ພວກ​ເຮົາ​ເຈິ​ສາວໃຊ້​ຄົນ​ໜຶ່ງ​ທີ່​ມີ​ປີສາດ​ສິງ​ຢູ່. ມັນ​ເຮັດ​ໃຫ້​ລາວ​ທຳ​ນາຍ​ອະນາຄົດ​ໄດ້.+ ລາວ​ຫາ​ເງິນ​ໃຫ້​ພວກ​ເຈົ້າ​ນາຍ​ຂອງ​ລາວ​ໄດ້​ຫຼາຍ​ຈາກ​ການ​ທຳ​ນາຍ​ໂຊກ​ຊະຕາ. 17 ຜູ້​ຍິງ​ຄົນ​ນີ້​ຍ່າງ​ນຳ​ຫຼັງ​ໂປໂລ​ກັບ​ພວກ​ເຮົາ​ໄປ​ທຸກ​ບ່ອນ​ແລະ​ຮ້ອງ​ວ່າ: “ພວກ​ນີ້​ເປັນ​ທາດ​ຂອງ​ພະເຈົ້າ​ສູງ​ສຸດ.+ ເຂົາເຈົ້າ​ມາ​ປະກາດ​ວິທີ​ທີ່​ຈະ​ລອດ​ໃຫ້​ພວກ​ເຈົ້າ​ຮູ້.” 18 ລາວ​ເຮັດ​ແບບ​ນີ້​ຫຼາຍ​ມື້​ຈົນ​ໂປໂລ​ລຳຄານ ໂປໂລ​ຈຶ່ງ​ປິ່ນ​ໄປ​ເວົ້າ​ກັບ​ປີສາດ​ໂຕ​ນັ້ນ​ວ່າ: “ໃນ​ນາມ​ຂອງ​ພະ​ເຢຊູ​ຄລິດ ອອກ​ມາ​ຈາກ​ລາວ​ດຽວ​ນີ້.” ມັນ​ກໍ​ອອກ​ມາ​ທັນທີ.+

19 ເມື່ອ​ພວກເຈົ້າ​ນາຍ​ຂອງ​ລາວ​ເຫັນ​ວ່າໝົດ​ໂອກາດ​ທີ່​ຈະ​ຫາ​ເງິນ​ແລ້ວ+ ເຂົາເຈົ້າ​ກໍ​ຈັບ​ໂປໂລ​ກັບ​ຊີລາແລ້ວ​ລາກ​ໄປ​ຕະຫຼາດ*​ເພື່ອ​ໄປ​ຫາ​ພວກ​ເຈົ້າໜ້າທີ່.+ 20 ເຂົາເຈົ້າ​ພາ​ທັງ​ສອງ​ຄົນ​ມາ​ຫາ​ພວກ​ຜູ້​ປົກຄອງ​ເມືອງ​ແລະ​ເວົ້າ​ວ່າ: “ພວກ​ນີ້ກໍ່​ຄວາມບໍ່​ສະຫງົບ​ໃນ​ບ້ານ​ເມືອງ​ຂອງ​ພວກ​ເຮົາ.+ ເຂົາເຈົ້າ​ເປັນ​ຄົນ​ຢິວ 21 ແລະ​ມາ​ເຜີຍແຜ່​ທຳນຽມ​ທີ່​ກົດໝາຍ​ຂອງ​ພວກ​ເຮົາ​ເຊິ່ງ​ເປັນ​ພົນລະເມືອງ​ໂຣມ​ຫ້າມ​ບໍ່​ໃຫ້​ຮັບ​ເອົາ​ຫຼື​ເຮັດ​ຕາມ.” 22 ຄົນ​ທີ່​ຢູ່​ຫັ້ນ​ກໍ​ລຸກ​ຂຶ້ນ​ແລະ​ຮ້ອງ​ດ່າ​ໂປໂລ​ກັບ​ຊີລາ​ດ້ວຍ​ຄວາມ​ໃຈຮ້າຍ. ສ່ວນ​ພວກ​ຜູ້​ປົກຄອງ​ເມືອງ​ກໍ​ແກ້​ເສື້ອ​ຂອງ​ທັງ​ສອງ​ຄົນ​ອອກ​ແລ້ວ​ສັ່ງ​ໃຫ້​ເອົາ​ໄມ້​ຕີ​ເຂົາເຈົ້າ.+ 23 ເຂົາເຈົ້າ​ຕີ 2 ຄົນ​ນັ້ນ​ຫຼາຍ​ບາດ ແລ້ວ​ຂັງ​ໄວ້​ໃນ​ຄຸກ​ແລະ​ສັ່ງ​ຜູ້​ຄຸມ​ໃຫ້​ເຝົ້າ​ເຂົາເຈົ້າ​ໄວ້​ດີ​ໆ​.+ 24 ຜູ້​ຄຸມ​ຮັບ​ຄຳສັ່ງ ແລ້ວ​ໂຍນ​ໂປໂລ​ກັບ​ຊີລາ​ເຂົ້າ​ໄປ​ໃນ​ຄຸກ​ຊັ້ນ​ໃນ​ແລະ​ເອົາ​ຂື່​ໃສ່​ຕີນ​ເຂົາເຈົ້າ.

25 ຕອນ​ປະມານ​ທ່ຽງ​ຄືນ ໂປໂລ​ກັບ​ຊີລາ​ອະທິດຖານ​ແລະ​ຮ້ອງເພງ​ສັນລະເສີນ​ພະເຈົ້າ+ ແລະ​ພວກ​ນັກໂທດ​ກຳລັງ​ຟັງ​ຢູ່ 26 ທັນໃດ​ນັ້ນ​ກໍ​ມີ​ແຜ່ນດິນ​ໄຫວ​ໃຫຍ່​ຈົນ​ຮາກຖານ​ຂອງ​ຄຸກສັ່ນ​ສະເທືອນ. ປະຕູ​ທຸກ​ບານ​ເປີດ​ອອກ ແລະ​ໂສ້​ກັບຂື່​ຂອງ​ນັກໂທດ​ທຸກ​ຄົນ​ກໍຫຼຸດ​ອອກ.+ 27 ເມື່ອ​ຜູ້​ຄຸມ​ຕື່ນ​ຂຶ້ນ​ມາ​ແລະ​ເຫັນ​ປະຕູ​ຄຸກ​ເປີດ​ຢູ່ກໍ​ຄິດ​ວ່າ​ພວກ​ນັກໂທດ​ໜີ​ໄປ​ໝົດ​ແລ້ວ+ ລາວ​ຈຶ່ງ​ຖອດ​ດາບ​ອອກ​ມາ​ເພື່ອ​ຈະ​ຂ້າ​ໂຕ​ຕາຍ. 28 ແຕ່​ໂປໂລ​ຮ້ອງ​ສຽງ​ດັງ​ວ່າ: “ຢ່າ​ທຳຮ້າຍ​ໂຕເອງ. ພວກ​ເຮົາ​ທຸກ​ຄົນ​ຍັງ​ຢູ່​ນີ້!” 29 ຜູ້​ຄຸມ​ບອກ​ໃຫ້​ຄົນ​ເອົາ​ໂຄມ​ໄຟ​ມາ ແລ້ວ​ລາວ​ກໍ​ຟ້າວ​ແລ່ນ​ເຂົ້າ​ໄປ​ໝູບ​ລົງ​ຕໍ່​ໜ້າ​ໂປໂລ​ກັບ​ຊີລາ​ດ້ວຍ​ຄວາມ​ຢ້ານ​ຈົນ​ໂຕ​ສັ່ນ. 30 ຈາກ​ນັ້ນ ຜູ້​ຄຸມ​ພາ​ທັງ​ສອງ​ຄົນ​ອອກ​ມາ​ທາງ​ນອກ​ແລະ​ຖາມ​ວ່າ: “ທ່ານ​ເອີ້ຍ ຂ້ອຍ​ຕ້ອງ​ເຮັດ​ຫຍັງ​ຈຶ່ງ​ຈະ​ລອດ?” 31 ໂປໂລ​ກັບ​ຊີລາ​ບອກ​ວ່າ: “ໃຫ້​ເຊື່ອ​ໃນ​ພະ​ເຢຊູ​ຜູ້​ເປັນ​ນາຍ ແລ້ວ​ເຈົ້າ​ກັບ​ຄອບຄົວຈະ​ລອດ.”+ 32 ແລ້ວ​ທັງ​ສອງ​ຄົນ​ກໍ​ປະກາດ​ຄຳສອນ​ຂອງ​ພະ​ເຢໂຫວາ*​ໃຫ້​ຜູ້​ຄຸມ​ແລະ​ທຸກ​ຄົນ​ໃນ​ເຮືອນ​ຂອງ​ລາວ​ຟັງ. 33 ໃນ​ຄືນ​ນັ້ນ ຜູ້​ຄຸມ​ພາ​ໂປໂລ​ກັບ​ຊີລາ​ໄປ​ລ້າງ​ບາດ ແລ້ວ​ລາວ​ກັບ​ທຸກ​ຄົນ​ໃນ​ເຮືອນ​ກໍ​ຮັບ​ບັບເຕມາ​ທັນທີ.+ 34 ຈາກ​ນັ້ນ ຜູ້​ຄຸມ​ກໍ​ພາ​ໂປໂລ​ກັບ​ຊີລາ​ເຂົ້າ​ໄປ​ໃນ​ເຮືອນ​ແລະ​ລ້ຽງ​ເຂົ້າ​ເຂົາເຈົ້າ. ລາວ​ກັບ​ທຸກ​ຄົນ​ໃນ​ເຮືອນ​ດີໃຈ​ຫຼາຍ​ທີ່​ໄດ້​ເຂົ້າ​ມາ​ເຊື່ອ​ພະເຈົ້າ.

35 ເມື່ອ​ຮອດ​ຕອນ​ເຊົ້າ ພວກ​ຜູ້​ປົກຄອງ​ເມືອງ​ກໍ​ໃຊ້​ເຈົ້າໜ້າທີ່​ໃຫ້​ໄປ​ບອກ​ຜູ້​ຄຸມ​ຄຸກ​ວ່າ: “ປ່ອຍ​ພວກ​ນັ້ນ​ໄປ.” 36 ຜູ້​ຄຸມ​ຈຶ່ງ​ບອກ​ໂປໂລ​ວ່າ: “ພວກ​ຜູ້​ປົກຄອງ​ເມືອງ​ໃຊ້​ຄົນ​ມາ​ບອກ​ໃຫ້​ປ່ອຍ​ພວກເຈົ້າ. ພວກ​ເຈົ້າ​ເປັນ​ອິດສະຫຼະ​ແລ້ວ ອອກ​ໄປ​ໂລດ.” 37 ແຕ່​ໂປໂລ​ບອກ​ວ່າ: “ເຂົາເຈົ້າ​ຕີ​ພວກ​ເຮົາ​ທີ່​ເປັນ​ພົນລະເມືອງ​ໂຣມ​ໃນ​ບ່ອນ​ສາທາລະນະ+​ແລະ​ຂັງ​ພວກ​ເຮົາ​ໄວ້​ໃນ​ຄຸກ ທັງ​ໆ​ທີ່​ຍັງ​ບໍ່​ໄດ້​ຕັດສິນ​ວ່າ​ມີ​ຄວາມ​ຜິດ. ຕອນນີ້​ຊິ​ໃຫ້​ພວກ​ເຮົາ​ໄປ​ມິດ​ໆ​ແບບ​ນີ້​ຫວະ? ບໍ່​ໄດ້​ດອກ! ໃຫ້​ເຂົາເຈົ້າ​ມາ​ພາ​ພວກ​ເຮົາ​ອອກ​ໄປ​ແມະ.” 38 ພວກ​ເຈົ້າ​ໜ້າ​ທີ່​ກໍ​ໄປ​ບອກ​ພວກ​ຜູ້​ປົກຄອງ​ເມືອງ​ຕາມ​ທີ່​ໂປໂລ​ເວົ້າ. ເມື່ອ​ຮູ້​ວ່າ 2 ຄົນ​ນັ້ນ​ເປັນ​ພົນລະເມືອງ​ໂຣມ ເຂົາເຈົ້າ​ກໍ​ຢ້ານ.+ 39 ເຂົາເຈົ້າ​ຈຶ່ງ​ມາ​ຂໍ​ໂທດ​ໂປໂລ​ກັບ​ຊີລາ. ເຂົາເຈົ້າ​ພາ​ທັງ​ສອງ​ຄົນ​ອອກ​ມາ​ຈາກ​ຄຸກ​ແລະ​ຂໍ​ໃຫ້​ອອກ​ໄປ​ຈາກ​ເມືອງ. 40 ຫຼັງ​ຈາກ​ອອກ​ຈາກ​ຄຸກ​ແລ້ວ ໂປໂລ​ກັບ​ຊີລາ​ກໍ​ໄປ​ເຮືອນ​ຂອງ​ລີເດຍ. ເມື່ອ​ເຈິ​ພວກ​ພີ່ນ້ອງ ເຂົາເຈົ້າ​ກໍ​ໃຫ້​ກຳລັງໃຈ​ພີ່ນ້ອງ+ ແລ້ວ​ທັງ​ສອງ​ຄົນ​ກໍ​ອອກ​ເດີນທາງ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌