ເອຊາຢາ
64 ຖ້າພະອົງຈີກທ້ອງຟ້າໃຫ້ຂາດແລ້ວລົງມາ
ແລະເຮັດໃຫ້ພູຕ່າງໆສັ່ນສະເທືອນ
2 ຫຼືຖ້າພະອົງລົງມາຄືກັບໄຟທີ່ໄໝ້ຟຸ່ມໄມ້
ແລະຄືກັບໄຟທີ່ເຮັດໃຫ້ນ້ຳຟົດ
ພວກສັດຕູກໍຈະຮູ້ຈັກຊື່ຂອງພະອົງ
ແລະຊາດຕ່າງໆກໍຈະຢ້ານພະອົງຈົນໂຕສັ່ນ.
3 ເມື່ອພະອົງລົງມາ ພະອົງໄດ້ເຮັດສິ່ງທີ່ເປັນຕາຢ້ານທີ່ພວກເຮົາຄາດບໍ່ເຖິງ+
ແລະເຮັດໃຫ້ພູຕ່າງໆສັ່ນສະເທືອນຕໍ່ໜ້າພະອົງ.+
4 ຕັ້ງແຕ່ດົນມາແລ້ວ ບໍ່ເຄີຍມີໃຜໄດ້ຍິນເລື່ອງຂອງພະເຈົ້າອົງອື່ນ
ແລະບໍ່ເຄີຍມີໃຜເຫັນວ່າມີພະເຈົ້າອົງອື່ນນອກຈາກພະອົງ
ທີ່ເຮັດສິ່ງຕ່າງໆເພື່ອຄົນທີ່ລໍຖ້າພະອົງດ້ວຍຄວາມອົດທົນ.+
5 ພະອົງມາຊ່ວຍຄົນທີ່ມີຄວາມສຸກໃນການເຮັດສິ່ງທີ່ຖືກຕ້ອງ+
ມາຊ່ວຍຄົນທີ່ບໍ່ລືມພະອົງແລະເຮັດຕາມແນວທາງຂອງພະອົງ.
ແຕ່ພະອົງໃຈຮ້າຍຍ້ອນວ່າພວກເຮົາເຮັດຜິດຕະຫຼອດ.+
ພວກເຮົາເຮັດຜິດແບບນີ້ມາດົນແລ້ວ.
ຖ້າເປັນແນວນີ້ ພວກເຮົາສົມຄວນຈະໄດ້ຮັບການຊ່ວຍໃຫ້ລອດບໍ?
6 ພວກເຮົາເປັນຄືກັບຄົນທີ່ບໍ່ສະອາດ
ແລະຄວາມດີທີ່ພວກເຮົາເຮັດກໍເປັນຄືກັບຜ້າທີ່ເປື້ອນເລືອດ.*+
ພວກເຮົາຈະເປັນຄືກັບໃບໄມ້ທີ່ຫ່ຽວແຫ້ງ
ແລະຄວາມຜິດຂອງພວກເຮົາຈະພັດເອົາພວກເຮົາໄປຄືກັບລົມພັດ.
7 ບໍ່ມີໃຜຮ້ອງອອກຊື່ພະອົງ.
ບໍ່ມີໃຜພະຍາຍາມຊອກຫາຄວາມຊ່ວຍເຫຼືອຈາກພະອົງ.
ພະອົງປິ່ນໜ້າໜີຈາກພວກເຮົາ+
ແລະພະອົງເຮັດໃຫ້ພວກເຮົາໝົດແຮງ*ຍ້ອນຄວາມຜິດຂອງພວກເຮົາ.
8 ແຕ່ພະເຢໂຫວາເອີ້ຍ ພະອົງເປັນພໍ່ຂອງພວກເຮົາ.+
ພວກເຮົາເປັນດິນດາກແລະພະອົງເປັນຊ່າງປັ້ນໝໍ້.+
ພວກເຮົາທຸກຄົນເປັນຜົນງານຈາກມືຂອງພະອົງ.
9 ພະເຢໂຫວາ ຂໍພະອົງຢ່າໃຈຮ້າຍໃຫ້ພວກເຮົາຫຼາຍໂພດ+
ແລະຂໍພະອົງຢ່າຈື່ຄວາມຜິດຂອງພວກເຮົາຕະຫຼອດໄປ.
ຂໍພະອົງຢ່າລືມວ່າພວກເຮົາເປັນປະຊາຊົນຂອງພະອົງ.
10 ເມືອງບໍລິສຸດຂອງພະອົງກາຍເປັນບ່ອນກັນດານແລ້ວ.
ຊີໂອນກາຍເປັນບ່ອນກັນດານ.
ເຢຣູຊາເລັມກາຍເປັນບ່ອນຮ້າງເປົ່າ.+
11 ວິຫານທີ່ບໍລິສຸດແລະງົດງາມຂອງພວກເຮົາ
ບ່ອນທີ່ປູ່ຍ່າຕານາຍຂອງພວກເຮົາໃຊ້ເພື່ອສັນລະເສີນພະອົງ
ຖືກໄຟໄໝ້ແລ້ວ+
ແລະສິ່ງຕ່າງໆທີ່ມີຄ່າຂອງພວກເຮົາກໍຖືກທຳລາຍແລ້ວ.
12 ພະເຢໂຫວາເອີ້ຍ ເມື່ອເປັນແນວນີ້ ພະອົງຈະບໍ່ເຮັດຫຍັງເລີຍບໍ?
ພະອົງຈະມິດຢູ່ແລະປ່ອຍໃຫ້ພວກເຮົາເຈິຄວາມລຳບາກຫຼາຍສ່ຳນີ້ບໍ?+