ກະສັດສະບັບທີໜຶ່ງ
9 ໃນທີ່ສຸດ ໂຊໂລໂມນກໍໄດ້ເຮັດທຸກສິ່ງສຳເລັດຕາມທີ່ວາງແຜນໄວ້. ລາວໄດ້ສ້າງວິຫານຂອງພະເຢໂຫວາ ວັງຂອງໂຕເອງ+ ແລະທຸກສິ່ງທຸກຢ່າງທີ່ລາວຢາກເຮັດ.+ 2 ພະເຢໂຫວາໄດ້ມາຫາໂຊໂລໂມນທາງຄວາມຝັນເປັນເທື່ອທີ 2 ຄືກັບທີ່ເພິ່ນເຄີຍມາຫາລາວຢູ່ກິເບໂອນ.+ 3 ພະເຢໂຫວາເວົ້າກັບລາວວ່າ: “ເຮົາໄດ້ຍິນຄຳອະທິດຖານແລະຄຳອ້ອນວອນຂອງເຈົ້າແລ້ວ. ເຮົາໄດ້ເຮັດໃຫ້ວິຫານຫຼັງນີ້ທີ່ເຈົ້າສ້າງບໍລິສຸດແລ້ວ ແລະຊື່ຂອງເຮົາຈະຢູ່ນີ້ຕະຫຼອດໄປ.+ ເຮົາຈະປົກປ້ອງແລະເບິ່ງແຍງວິຫານນີ້ສະເໝີ.+ 4 ຖ້າເຈົ້າໃຊ້ຊີວິດຕາມແນວທາງຂອງເຮົາ ແລະສັດຊື່+ຕໍ່ເຮົາດ້ວຍສຸດຫົວໃຈ+ຄືກັບດາວິດພໍ່ຂອງເຈົ້າ+ ເຮັດທຸກສິ່ງຕາມທີ່ເຮົາສັ່ງເຈົ້າ+ ເຊື່ອຟັງກົດໝາຍຂອງເຮົາແລະເຮັດຕາມການຕັດສິນຂອງເຮົາ+ 5 ເຮົາຈະໃຫ້ເຈົ້າເປັນກະສັດປົກຄອງອິດສະຣາເອນຕະຫຼອດໄປ ຄືກັບທີ່ເຮົາໄດ້ສັນຍາກັບດາວິດພໍ່ຂອງເຈົ້າວ່າ ‘ຈະມີແຕ່ລູກຫຼານຂອງເຈົ້າປົກຄອງອິດສະຣາເອນຕະຫຼອດໄປ.’+ 6 ແຕ່ຖ້າເຈົ້າກັບລູກຫຼານຂອງເຈົ້າບໍ່ໃຊ້ຊີວິດຕາມແນວທາງຂອງເຮົາ ບໍ່ເຮັດຕາມຄຳສັ່ງແລະກົດໝາຍທີ່ເຮົາໃຫ້ພວກເຈົ້າ ແລ້ວໄປຂາບໄຫວ້ແລະຮັບໃຊ້ພະເຈົ້າອື່ນ+ 7 ເຮົາຈະໄລ່ພວກອິດສະຣາເອນອອກຈາກແຜ່ນດິນທີ່ເຮົາເອົາໃຫ້ເຂົາເຈົ້າ+ ແລະເຮົາກໍຈະປະຖິ້ມວິຫານທີ່ເຮົາເຮັດໃຫ້ບໍລິສຸດສຳລັບຊື່ຂອງເຮົາ+ ແລ້ວຊາດຕ່າງໆທີ່ຢູ່ອ້ອມຂ້າງຈະເວົ້າດູຖູກແລະເຍາະເຍີ້ຍພວກອິດສະຣາເອນ.+ 8 ວິຫານຫຼັງນີ້ຈະເຫຼືອແຕ່ຊາກຫັກພັງ.+ ທຸກຄົນທີ່ຍ່າງກາຍໄປກາຍມາຈະຕົກໃຈແລະເວົ້າເຍາະເຍີ້ຍ*ວ່າ ‘ເປັນຫຍັງພະເຢໂຫວາຈຶ່ງເຮັດຈັ່ງຊີ້ກັບແຜ່ນດິນນີ້ແລະວິຫານຫຼັງນີ້?’+ 9 ແລ້ວຄົນເຫຼົ່ານີ້ຈະເວົ້າວ່າ ‘ກະຍ້ອນເຂົາເຈົ້າປະຖິ້ມພະເຢໂຫວາພະເຈົ້າຂອງເຂົາເຈົ້າຜູ້ທີ່ພາປູ່ຍ່າຕານາຍຂອງເຂົາເຈົ້າອອກຈາກເອຢິບ ແລ້ວໄປຂາບໄຫວ້ແລະຮັບໃຊ້ພະເຈົ້າອື່ນ. ຍ້ອນແນວນີ້ແຫຼະ ພະເຢໂຫວາຈຶ່ງໃຫ້ເຂົາເຈົ້າເຈິເລື່ອງທີ່ໂຫດຮ້າຍແບບນີ້.’”+
10 ໂຊໂລໂມນໃຊ້ເວລາ 20 ປີເພື່ອສ້າງວິຫານຂອງພະເຢໂຫວາແລະວັງຂອງລາວ.+ 11 ຮີຣາມ+ກະສັດເມືອງຕີເຣໄດ້ສົ່ງໄມ້ຊີດ້າ* ໄມ້ຈູນິເປີ້* ແລະຄຳໄປໃຫ້ກະສັດໂຊໂລໂມນຕາມທີ່ລາວຕ້ອງການ.+ ໂຊໂລໂມນຈຶ່ງຍົກ 20 ເມືອງໃນເຂດຄາລີເລໃຫ້ຮີຣາມ. 12 ຮີຣາມໄດ້ອອກຈາກເມືອງຕີເຣເພື່ອໄປເບິ່ງເມືອງຕ່າງໆທີ່ໂຊໂລໂມນເອົາໃຫ້ ແຕ່ລາວບໍ່ມັກຈັກເມືອງ. 13 ຮີຣາມເວົ້າວ່າ: “ພີ່ນ້ອງເອີ້ຍ ເຈົ້າຄືເອົາເມືອງແບບນີ້ໃຫ້ຂ້ອຍ?” ເຂົາເຈົ້າຈຶ່ງເອີ້ນເມືອງເຫຼົ່ານັ້ນວ່າແຜ່ນດິນກາບູນ*ຈົນຮອດທຸກມື້ນີ້. 14 ຮີຣາມໄດ້ສົ່ງຄຳ 120 ຕະລັນ*ໄປໃຫ້ກະສັດໂຊໂລໂມນ.+
15 ກະສັດໂຊໂລໂມນໄດ້ສັ່ງຄົນ+ໃຫ້ມາສ້າງວິຫານຂອງພະເຢໂຫວາ+ ວັງຂອງລາວ ໂນນ*+ ກຳແພງເມືອງເຢຣູຊາເລັມ ເມືອງຮາໂສ+ ເມືອງເມກິດໂດ+ ແລະເມືອງເກເຊ.+ 16 (ກະສັດຂອງເອຢິບ*ໄດ້ໄປຍຶດເມືອງເກເຊແລະຈູດເມືອງນັ້ນ ແລະລາວໄດ້ຂ້າພວກການາອານ+ທີ່ຢູ່ຫັ້ນ. ຕອນທີ່ລູກສາວຂອງລາວ+ແຕ່ງດອງກັບໂຊໂລໂມນ ລາວໄດ້ເອົາເມືອງນັ້ນໃຫ້ລູກສາວເປັນຂອງຂວັນແຕ່ງດອງ.) 17 ໂຊໂລໂມນໄດ້ຟື້ນຟູເມືອງເກເຊຂຶ້ນໃໝ່* ລວມທັງເມືອງເບັດໂຮໂຣນທ່າ+ 18 ບ້ານບາອາລາດ+ ແລະເມືອງຕາມາໃນບ່ອນກັນດານຂອງແຜ່ນດິນນັ້ນ 19 ເມືອງຕ່າງໆເພື່ອເອົາອາຫານຂອງໂຊໂລໂມນໄວ້ ເມືອງຕ່າງໆເພື່ອເອົາລົດມ້າໄວ້+ ແລະເມືອງຕ່າງໆເພື່ອໃຫ້ພວກທະຫານມ້າຢູ່. ໂຊໂລໂມນຢາກສ້າງຫຍັງລາວກໍສ້າງໂລດໃນເມືອງເຢຣູຊາເລັມ ໃນເລບານອນ ແລະໃນແຜ່ນດິນທັງໝົດທີ່ລາວປົກຄອງ. 20 ໃນຕອນນັ້ນຍັງມີບາງຄົນທີ່ບໍ່ແມ່ນຄົນອິດສະຣາເອນ+ອາໄສຢູ່ໃນແຜ່ນດິນນັ້ນ. ເຂົາເຈົ້າເປັນຄົນອາໂມ ຄົນເຮດ ຄົນເປຣິຊີ ຄົນຮີວີ ແລະຄົນເຢບຸດ.+ 21 ເຂົາເຈົ້າຍັງຢູ່ຫັ້ນ ຍ້ອນວ່າພວກອິດສະຣາເອນບໍ່ໄດ້ຂ້າປູ່ຍ່າຕານາຍຂອງເຂົາເຈົ້າໃຫ້ໝົດ. ໂຊໂລໂມນໄດ້ໃຫ້ເຂົາເຈົ້າເຮັດວຽກເປັນກຳມະກອນຈົນຮອດທຸກມື້ນີ້.+ 22 ແຕ່ໂຊໂລໂມນບໍ່ໄດ້ໃຫ້ພວກອິດສະຣາເອນເຮັດວຽກເປັນທາດຈັກຄົນ.+ ລາວໃຫ້ເຂົາເຈົ້າເປັນທະຫານ ເປັນຂ້າລາຊະການ ເປັນເຈົ້ານາຍ ເປັນຫົວໜ້າທະຫານ ເປັນຫົວໜ້າຄົນຂັບລົດມ້າ ແລະເປັນຫົວໜ້າທະຫານມ້າ. 23 ໂຊໂລໂມນໄດ້ແຕ່ງຕັ້ງຫົວໜ້າ 550 ຄົນໃຫ້ເບິ່ງແຍງວຽກຂອງລາວແລະເບິ່ງແຍງຄົນທີ່ເຮັດວຽກທັງໝົດໃຫ້ລາວ.+
24 ລູກສາວຂອງກະສັດເອຢິບ*+ໄດ້ຍ້າຍອອກຈາກເມືອງຂອງດາວິດ+ແລ້ວມາຢູ່ວັງທີ່ໂຊໂລໂມນສ້າງໃຫ້ລາວ. ຈາກນັ້ນ ໂຊໂລໂມນກໍສ້າງໂນນ.+
25 ໂຊໂລໂມນສັ່ງໃຫ້ຄົນເຜົາເຄື່ອງບູຊາເຜົາແລະເຄື່ອງບູຊາສ້າງຄວາມສະຫງົບສຸກປີລະ 3 ເທື່ອ+ເທິງແທ່ນບູຊາທີ່ລາວສ້າງໃຫ້ພະເຢໂຫວາ+ ແລ້ວຄວັນຈາກເຄື່ອງບູຊາເຫຼົ່ານັ້ນກໍລອຍຂຶ້ນໄປຫາພະເຢໂຫວາ. ໃນທີ່ສຸດໂຊໂລໂມນກໍສ້າງວິຫານແລ້ວ.+
26 ກະສັດໂຊໂລໂມນຍັງໄດ້ສ້າງເຮືອຫຼາຍລຳຢູ່ເອັດຊີໂອນເກເບ+ທີ່ຢູ່ໃກ້ເມືອງເອໂລດ ເຊິ່ງເປັນເມືອງທີ່ຢູ່ແຄມຝັ່ງທະເລແດງໃນເອໂດມ.+ 27 ຮີຣາມໄດ້ສົ່ງຄົນຂອງລາວເຊິ່ງເປັນລູກເຮືອທີ່ມີປະສົບການໄປກັບເຮືອເຫຼົ່ານີ້+ເພື່ອເຮັດວຽກກັບຄົນຂອງໂຊໂລໂມນ. 28 ເຂົາເຈົ້າໄປໂອຟີ+ແລະເອົາຄຳ 420 ຕະລັນ*ຈາກຫັ້ນມາໃຫ້ກະສັດໂຊໂລໂມນ.