ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ກະສັດ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ກະສັດ

      • ໂຊໂລໂມນ​ແຕ່ງດອງ​ກັບ​ລູກສາວ​ຂອງ​ກະສັດ​ເອຢິບ (1-​3)

      • ພະ​ເຢໂຫວາ​ມາ​ຫາ​ໂຊໂລໂມນ​ທາງ​ຄວາມ​ຝັນ (4-​15)

        • ໂຊໂລໂມນ​ຂໍ​ໃຫ້​ມີ​ສະຕິປັນຍາ (7-​9)

      • ໂຊໂລໂມນ​ຕັດສິນ​ຄະດີ​ຜູ້​ຍິງ 2 ຄົນ (16-​28)

1 ກະສັດ 3:1

ໄຂເງື່ອນ

  • *

    ແປຕາມໂຕວ່າ “ຟາໂຣ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:3, 4; 1ກສ 7:8; 9:24; 11:1; ນຮຢ 13:25-27
  • +2ຊມ 5:7; 1ຂຄ 11:7
  • +1ກສ 7:1
  • +1ກສ 8:17-19
  • +1ກສ 9:15

1 ກະສັດ 3:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 33:17
  • +ພບຍ 12:5, 6; 1ກສ 5:3; 1ຂຄ 28:6

1 ກະສັດ 3:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 7:9; 10:8; 1ຂຄ 21:26

1 ກະສັດ 3:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 16:39, 40; 21:29
  • +2ຂຄ 1:3-6

1 ກະສັດ 3:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 1:7-10

1 ກະສັດ 3:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:1, 4

1 ກະສັດ 3:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 29:1; ຢຣມ 1:6

1 ກະສັດ 3:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:5, 6

1 ກະສັດ 3:9

ໄຂເງື່ອນ

  • *

    ຫຼືອາດແປວ່າ “ທີ່ເບິ່ງແຍງຍາກ.” ແປຕາມໂຕວ່າ “ໜັກ.”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 72:1; 119:34
  • +ຮຣ 5:14

1 ກະສັດ 3:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 15:8

1 ກະສັດ 3:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 22:12; 29:19; 2ຂຄ 1:11, 12; ສພສ 16:16

1 ກະສັດ 3:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 1:16; 1ຢຮ 5:14
  • +1ກສ 4:29; ສພສ 2:3-5; ຢກບ 1:5
  • +ມທ 12:42

1 ກະສັດ 3:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 84:11; ມທ 6:33; ອຟຊ 3:20
  • +1ກສ 4:21; ປຍຈ 7:11
  • +1ກສ 10:23

1 ກະສັດ 3:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 15:5
  • +ພສ 21:4; 91:14, 16; ສພສ 3:13, 16

1 ກະສັດ 3:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 7:11

1 ກະສັດ 3:20

ໄຂເງື່ອນ

  • *

    ຫຼື “ຢູ່ແຂນລາວ.” ແປຕາມໂຕວ່າ “ຢູ່ເອິກຂອງລາວ.”

1 ກະສັດ 3:28

ໄຂເງື່ອນ

  • *

    ແປຕາມໂຕວ່າ “ຢ້ານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 29:23-25; ພສ 72:5
  • +1ກສ 3:9, 10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກສ. 3:1ພບຍ 7:3, 4; 1ກສ 7:8; 9:24; 11:1; ນຮຢ 13:25-27
1ກສ. 3:12ຊມ 5:7; 1ຂຄ 11:7
1ກສ. 3:11ກສ 7:1
1ກສ. 3:11ກສ 8:17-19
1ກສ. 3:11ກສ 9:15
1ກສ. 3:22ຂຄ 33:17
1ກສ. 3:2ພບຍ 12:5, 6; 1ກສ 5:3; 1ຂຄ 28:6
1ກສ. 3:31ຊມ 7:9; 10:8; 1ຂຄ 21:26
1ກສ. 3:41ຂຄ 16:39, 40; 21:29
1ກສ. 3:42ຂຄ 1:3-6
1ກສ. 3:52ຂຄ 1:7-10
1ກສ. 3:61ກສ 2:1, 4
1ກສ. 3:71ຂຄ 29:1; ຢຣມ 1:6
1ກສ. 3:8ອພຍ 19:5, 6
1ກສ. 3:9ພສ 72:1; 119:34
1ກສ. 3:9ຮຣ 5:14
1ກສ. 3:10ສພສ 15:8
1ກສ. 3:111ຂຄ 22:12; 29:19; 2ຂຄ 1:11, 12; ສພສ 16:16
1ກສ. 3:12ປຍຈ 1:16; 1ຢຮ 5:14
1ກສ. 3:121ກສ 4:29; ສພສ 2:3-5; ຢກບ 1:5
1ກສ. 3:12ມທ 12:42
1ກສ. 3:13ພສ 84:11; ມທ 6:33; ອຟຊ 3:20
1ກສ. 3:131ກສ 4:21; ປຍຈ 7:11
1ກສ. 3:131ກສ 10:23
1ກສ. 3:141ກສ 15:5
1ກສ. 3:14ພສ 21:4; 91:14, 16; ສພສ 3:13, 16
1ກສ. 3:15ລລວ 7:11
1ກສ. 3:281ຂຄ 29:23-25; ພສ 72:5
1ກສ. 3:281ກສ 3:9, 10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
ຄຳພີໄບເບິນສະບັບແປໂລກໃໝ່
1 ກະສັດ 3:1-28

ກະສັດ​ສະບັບ​ທີ​ໜຶ່ງ

3 ຕໍ່ມາ ໂຊໂລໂມນ​ຢາກ​ເປັນ​ມິດ​ກັບ​ກະສັດ​ເອຢິບ* ລາວ​ຈຶ່ງ​ແຕ່ງດອງ​ກັບ​ລູກສາວ​ຂອງ​ກະສັດ​ເອຢິບ+ ແລະ​ໂຊໂລໂມນ​ໄດ້​ພາ​ເມຍ​ມາ​ຢູ່​ເມືອງ​ຂອງ​ດາວິດ+​ຈົນ​ຮອດ​ຕອນ​ທີ່​ລາວ​ສ້າງ​ວັງ​ຂອງ​ໂຕເອງ+ ວິຫານ​ຂອງ​ພະ​ເຢໂຫວາ+ ແລະ​ກຳແພງ​ອ້ອມ​ເມືອງ​ເຢຣູຊາເລັມ​ແລ້ວ​ໆ​.+ 2 ໃນ​ຕອນ​ນັ້ນ ປະຊາຊົນ​ຍັງ​ເອົາ​ເຄື່ອງ​ບູຊາ​ໄປ​ເຜົາ​ຢູ່​ບ່ອນ​ນະມັດສະການ​ຕ່າງ​ໆ​+ ຍ້ອນ​ວ່າ​ເຂົາ​ເຈົ້າ​ຍັງ​ບໍ່​ໄດ້​ສ້າງ​ວິຫານ​ເພື່ອ​ສັນລະເສີນຊື່​ຂອງ​ພະ​ເຢໂຫວາ.+ 3 ໂຊໂລໂມນ​ຍັງ​ຮັກ​ພະ​ເຢໂຫວາ​ຕໍ່​ໆ​ໄປ​ໂດຍ​ໃຊ້​ຊີວິດ​ຕາມ​ກົດ​ໝາຍ​ທີ່​ດາວິດ​ພໍ່​ຂອງ​ລາວ​ໄດ້​ສອນ​ລາວ ແຕ່​ວ່າ​ລາວ​ຍັງ​ເອົາ​ເຄື່ອງ​ບູຊາ​ໄປ​ເຜົາ​ຢູ່​ບ່ອນ​ນະມັດສະການ​ຕ່າງ​ໆ​.+

4 ກະສັດ​ໂຊໂລໂມນ​ໄປ​ເມືອງ​ກິເບໂອນ​ເພື່ອ​ເຜົາ​ເຄື່ອງ​ບູຊາ ຍ້ອນ​ວ່າ​ບ່ອນ​ນັ້ນ​ເປັນ​ບ່ອນ​ນະມັດສະການ​ທີ່​ສຳຄັນ​ທີ່​ສຸດ.+ ໂຊໂລໂມນ​ໄດ້​ເຜົາ​ສັດ 1.000 ໂຕ​ເທິງ​ແທນ​ບູຊາ​ຢູ່​ຫັ້ນ.+ 5 ມີ​ຄືນ​ໜຶ່ງ​ຕອນ​ທີ່​ໂຊໂລໂມນ​ກຳລັງ​ນອນ​ຢູ່​ເມືອງ​ກິເບໂອນ ພະ​ເຢໂຫວາ​ໄດ້​ຖາມ​ລາວ​ທາງ​ຄວາມ​ຝັນ​ວ່າ: “ເຈົ້າ​ຢາກ​ຂໍ​ຫຍັງ​ນຳ​ເຮົາ?”+ 6 ໂຊໂລໂມນ​ຕອບ​ວ່າ: “ພະອົງ​ໄດ້​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຢ່າງ​ລົ້ນ​ເຫຼືອ​ຕໍ່​ດາວິດ​ພໍ່​ຂອງ​ລູກ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ ຍ້ອນ​ເພິ່ນ​ໃຊ້​ຊີວິດ​ໃນ​ແນວ​ທາງ​ຂອງ​ພະອົງ​ຢ່າງ​ສັດຊື່ ຖືກຕ້ອງ ແລະ​ຈາກ​ໃຈ​ຈິງ. ພະອົງ​ຍັງ​ໄດ້​ສະແດງ​ຄວາມ​ຮັກ​ແບບ​ນັ້ນ​ຕໍ່​ໆ​ໄປ​ໂດຍ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ເປັນ​ກະສັດ.+ 7 ເຖິງ​ວ່າ​ຕອນ​ນີ້​ລູກ​ຍັງ​ນ້ອຍ​ແລະ​ບໍ່​ມີ​ປະສົບການ+ ແຕ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ​ກໍ​ຍັງ​ໃຫ້​ລູກ​ເປັນ​ກະສັດ​ຕໍ່​ຈາກ​ດາວິດ​ພໍ່​ຂອງ​ລູກ. 8 ພະອົງ​ເລືອກ​ລູກ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​+ຈາກ​ປະຊາຊົນ​ຂອງ​ພະອົງ​ທີ່​ມີ​ຫຼາຍ​ແທ້​ຫຼາຍ​ວ່າ. 9 ຂໍ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ຜູ້​ນີ້​ເຕັມໃຈ​ເຊື່ອ​ຟັງ ເພື່ອ​ຈະ​ຕັດສິນ​ປະຊາຊົນ​ຂອງ​ພະອົງ+ ແລະ​ເພື່ອ​ຈະ​ຮູ້​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ.+ ຄັນ​ບໍ່​ຊັ້ນ ລູກ​ຈະປົກຄອງປະຊາຊົນ​ຂອງ​ພະອົງ​ທີ່​ມີ​ຈຳນວນຫຼາຍ*ແບບ​ນີ້​ໄດ້​ແນວ​ໃດ.”

10 ພະ​ເຢໂຫວາ​ພໍ​ໃຈ​ຫຼາຍ​ທີ່​ໂຊໂລໂມນ​ຂໍ​ແບບ​ນີ້.+ 11 ພະເຈົ້າ​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: “ຍ້ອນ​ເຈົ້າ​ຂໍ​ແບບ​ນີ້​ແລະບໍ່​ໄດ້​ຂໍ​ໃຫ້​ມີ​ອາຍຸ​ຍືນ ບໍ່​ໄດ້​ຂໍ​ໃຫ້​ຮັ່ງ​ໃຫ້​ມີ ຫຼື​ບໍ່​ໄດ້​ຂໍ​ໃຫ້​ສັດຕູ​ຂອງ​ເຈົ້າ​ຕາຍ ແຕ່​ເຈົ້າ​ຂໍ​ໃຫ້​ມີສະຕິປັນຍາ​ເພື່ອ​ຈະ​ຕັດສິນ​ຢ່າງ​ຍຸຕິທຳ+ 12 ເຮົາ​ຈະ​ໃຫ້​ຕາມ​ທີ່​ເຈົ້າ​ຂໍ.+ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ+ຫຼາຍ​ຈົນ​ບໍ່​ມີ​ໃຜ​ຈະ​ທຽບ​ເຈົ້າ​ໄດ້ ທັງ​ຄົນ​ທີ່​ຢູ່​ກ່ອນ​ໜ້າ​ເຈົ້າ​ແລະ​ຫຼັງ​ຈາກ​ເຈົ້າ.+ 13 ນອກ​ຈາກ​ນັ້ນ ເຖິງ​ວ່າ​ເຈົ້າບໍ່​ໄດ້​ຂໍ ເຮົາ​ກໍ​ຈະ​ເຮັດ​ໃຫ້​ເຈົ້າ​+​ຮັ່ງ​ແລະ​ໄດ້​ຮັບ​ຄວາມ​ນັບ​ຖື​ຫຼາຍ​ທີ່​ສຸດ.+ ບໍ່​ມີ​ກະສັດ​ອົງ​ໃດ​ຈະ​ທຽບ​ເຈົ້າ​ໄດ້​ໃນ​ຕອນ​ທີ່​ເຈົ້າ​ມີ​ຊີວິດ​ຢູ່.+ 14 ຖ້າ​ເຈົ້າ​ໃຊ້​ຊີວິດ​ຕາມ​ກົດ​ໝາຍ​ແລະ​ຕາມ​ຄຳ​ສັ່ງ​ຂອງ​ເຮົາ​ຕໍ່​ໆ​ໄປ​ຄື​ກັບ​ດາວິດ​ພໍ່​ຂອງ​ເຈົ້າ+ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ຍືນ​ຍາວ.”+

15 ເມື່ອ​ໂຊໂລໂມນ​ຕື່ນ ລາວ​ກໍ​ຮູ້​ວ່າ​ພະເຈົ້າ​ໄດ້​ເວົ້າ​ກັບ​ລາວ​ທາງ​ຄວາມ​ຝັນ. ລາວ​ຈຶ່ງ​ໄປ​ເມືອງ​ເຢຣູຊາເລັມ​ແລະ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ ແລ້ວ​ກໍ​ເຜົາ​ເຄື່ອງ​ບູຊາ​ເຜົາ​ກັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ໃຫ້​ເພິ່ນ.+ ຫຼັງ​ຈາກ​ນັ້ນ ລາວ​ກໍ​ຈັດ​ງານ​ລ້ຽງ​ໃຫ້​ພວກ​ຂ້າລາຊະການ​ຂອງ​ລາວ.

16 ຕໍ່ມາ ມີ​ໂສເພນີ 2 ຄົນ​ໄດ້​ເຂົ້າ​ມາ​ຫາ​ກະສັດ. 17 ຜູ້​ຍິງ​ຄົນ​ທຳອິດ​ເວົ້າ​ວ່າ: “ກະສັດເອີ້ຍ ຂ້ອຍ​ກັບ​ຜູ້​ຍິງ​ຄົນ​ນີ້​ຢູ່​ເຮືອນ​ຫຼັງ​ດຽວ​ກັນ ແລະ​ຕອນ​ທີ່​ຂ້ອຍ​ເກີດ​ລູກ ລາວ​ກໍ​ຢູ່​ເຮືອນ. 18 ຫຼັງ​ຈາກ​ຂ້ອຍ​ເກີດ​ລູກ​ໄດ້ 3 ມື້ ລາວ​ກໍ​ເກີດ​ລູກ​ຄື​ກັນ. ຢູ່​ເຮືອນ​ຫຼັງ​ນີ້​ມີ​ແຕ່​ພວກ​ເຮົາ 2 ຄົນ​ຢູ່​ນຳ​ກັນ. 19 ຄືນ​ມື້​ໜຶ່ງ ລາວ​ໄດ້​ນອນ​ເຕັງ​ລູກ​ຊາຍ​ຂອງ​ໂຕເອງ​ຕາຍ. 20 ໃນ​ຕອນ​ເດິກ​ໆ​ທີ່​ຂ້ອຍ​ນອນ​ຫຼັບ​ຢູ່ ລາວ​ກໍ​ມາ​ລັກ​ເອົາ​ລູກ​ຊາຍ​ຂອງ​ຂ້ອຍ​ທີ່​ນອນ​ຢູ່​ທາງ​ຂ້າງ​ຂ້ອຍ​ໄປ ແລະ​ເອົາ​ລູກ​ຊາຍ​ຂອງ​ລາວ​ທີ່​ຕາຍ​ແລ້ວ​ມາ​ວາງ​ໄວ້​ແທນ. ຫຼັງ​ຈາກ​ນັ້ນ ລາວ​ກໍ​ເອົາ​ລູກ​ຊາຍ​ຂອງ​ຂ້ອຍ​ທີ່​ຍັງ​ບໍ່​ຕາຍ​ໄປ​ນອນ​ຢູ່​ທາງ​ຂ້າງ​ລາວ.* 21 ເມື່ອ​ຂ້ອຍ​ຕື່ນ​ມາ​ຕອນ​ເຊົ້າ​ເພື່ອ​ຈະ​ເອົາ​ນົມ​ໃຫ້​ລູກ​ກິນ​ກໍ​ເຫັນ​ວ່າ​ລູກ​ຕາຍ​ແລ້ວ. ແຕ່​ເມື່ອ​ເບິ່ງ​ລູກ​ຄັກ​ໆ​ ຂ້ອຍ​ກໍ​ຮູ້​ວ່າ​ບໍ່​ແມ່ນ​ລູກ​ຂ້ອຍ.” 22 ແຕ່​ຜູ້​ຍິງ​ອີກ​ຄົນ​ໜຶ່ງ​ເວົ້າ​ຂຶ້ນ​ມາ​ວ່າ: “ບໍ່​ແມ່ນ ລູກ​ຂ້ອຍ​ຍັງ​ບໍ່​ຕາຍ ລູກ​ເຈົ້າ​ແມ່ນ​ຜູ້​ທີ່​ຕາຍ!” ແຕ່​ຜູ້​ຍິງ​ຄົນ​ທຳອິດ​ເວົ້າ​ວ່າ: “ບໍ່​ແມ່ນ ລູກ​ເຈົ້າ​ຫັ້ນ​ແຫຼະ​ຕາຍ ລູກ​ຂ້ອຍ​ຍັງ​ບໍ່​ຕາຍ.” ເຂົາ​ເຈົ້າ​ຖຽງ​ກັນ​ແບບ​ນີ້​ຕໍ່​ໜ້າ​ກະສັດ.

23 ແລ້ວ​ກະສັດ​ໂຊໂລໂມນ​ກໍ​ເວົ້າ​ວ່າ: “ຜູ້​ນີ້​ບອກ​ວ່າ ‘ລູກ​ຂ້ອຍ​ຍັງ​ບໍ່​ຕາຍ ລູກ​ເຈົ້າ​ຫັ້ນ​ແຫຼະ​ຕາຍ!’ ແລະ​ຜູ້​ນັ້ນ​ກໍ​ບອກ​ວ່າ ‘ບໍ່​ແມ່ນ ລູກ​ເຈົ້າ​ຫັ້ນ​ແຫຼະ​ຕາຍ ລູກ​ຂ້ອຍ​ຍັງ​ບໍ່​ຕາຍ!’” 24 ກະສັດ​ໂຊໂລໂມນ​ຈຶ່ງ​ບອກ​ວ່າ: “ເອົາ​ດາບ​ມາ​ໃຫ້​ຂ້ອຍ.” ແລ້ວຄົນ​ຮັບ​ໃຊ້​ຂອງ​ກະສັດກໍ​ເອົາ​ດາບ​ມາ​ໃຫ້​ລາວ. 25 ຈາກ​ນັ້ນ ກະສັດ​ກໍ​ສັ່ງ​ວ່າ: “ໃຫ້​ຜ່າ​ແອ​ນ້ອຍ​ທີ່​ຍັງ​ບໍ່​ຕາຍ​ນີ້ ແລ້ວແບ່ງ​ໃຫ້ເຂົາ​ເຈົ້າ​ຄົນ​ລະ​ເຄິ່ງ.” 26 ຜູ້​ທີ່​ເປັນ​ແມ່​ແທ້​ໆ​ຂອງ​ແອ​ນ້ອຍທີ່​ຍັງ​ບໍ່​ຕາຍອີ່ຕົນ​ລູກ​ຈຶ່ງ​ອ້ອນວອນ​ກະສັດ​ວ່າ: “ກະສັດ​ເອີ້ຍ ຢ່າ​ຂ້າ​ແອນ້ອຍ! ເອົາ​ໃຫ້​ລາວ​ໂລດ.” ແຕ່​ຜູ້​ຍິງ​ອີກ​ຄົນ​ໜຶ່ງ​ເວົ້າ​ວ່າ: “ຜ່າ​ເຄິ່ງ​ໂລດ ບໍ່​ຕ້ອງ​ໃຫ້​ໃຜ​ໄດ້!” 27 ກະສັດ​ໂຊໂລໂມນ​ຈຶ່ງ​ບອກ​ວ່າ: “ບໍ່​ຕ້ອງ​ຂ້າ​ແອນ້ອຍ. ເອົາ​ໃຫ້​ຜູ້​ຍິງ​ຄົນ​ທຳອິດ​ເພາະ​ລາວ​ເປັນ​ແມ່​ແທ້​ໆ​.”

28 ເມື່ອ​ພວກ​ອິດສະຣາເອນ​ໄດ້​ຍິນ​ກ່ຽວ​ກັບ​ວິທີ​ທີ່​ກະສັດ​ໂຊໂລໂມນ​ຕັດສິນ​ຄະດີ ເຂົາ​ເຈົ້າ​ກໍ​ຮູ້ສຶກ​ງຶດ*ຫຼາຍ+ ເພາະ​ເຂົາ​ເຈົ້າ​ເຫັນ​ວ່າ​ພະເຈົ້າ​ໄດ້​ໃຫ້​ສະຕິປັນຍາ​ລາວ​ໃນ​ການ​ຕັດສິນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌