ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ກະສັດ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ກະສັດ

      • ໂຊໂລໂມນ​ຈັດ​ລະບຽບ​ການ​ປົກຄອງ (1-​19)

      • ບ້ານ​ເມືອງ​ຈະເລີນຮຸ່ງເຮືອງ​ຕອນ​ໂຊໂລໂມນ​ປົກຄອງ (20-​28)

        • ທຸກ​ຄົນ​ນັ່ງ​ຢູ່​ກ້ອງ​ເຄືອ​ໝາກ​ລະແຊັງ​ແລະ​ຢູ່​ກ້ອງ​ຕົ້ນ​ໝາກເດື່ອ​ຢ່າງ​ປອດໄພ (25)

      • ສຸພາສິດ​ແລະ​ຄຳເວົ້າ​ທີ່​ມີ​ສະຕິປັນຍາ​ຂອງ​ໂຊໂລໂມນ (29-​34)

1 ກະສັດ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 9:30; ປຍຈ 1:12

1 ກະສັດ 4:2

ໄຂເງື່ອນ

  • *

    ຫຼື “ເຈົ້ານາຍ”

  • *

    ເບິ່ງຄືວ່າເປັນປະໂລຫິດໃຫຍ່

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 6:8; 27:16, 17

1 ກະສັດ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:17; 1ຂຄ 27:32
  • +2ຊມ 8:16; 20:24

1 ກະສັດ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 1:8; 2:35; 1ຂຄ 27:5
  • +1ກສ 2:26

1 ກະສັດ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 1:9, 10
  • +2ຊມ 15:37; 1ຂຄ 27:33

1 ກະສັດ 4:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 20:24; 1ກສ 5:14; 12:18
  • +1ກສ 9:15

1 ກະສັດ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 27:1

1 ກະສັດ 4:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:42, 48

1 ກະສັດ 4:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:29
  • +ຢຊ 17:11; 1ຊມ 31:8, 10
  • +ຢຊ 21:34

1 ກະສັດ 4:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:41-43; 1ກສ 22:3
  • +ຈຊບ 32:1
  • +ຈຊບ 32:41; ພບຍ 3:14
  • +ພບຍ 3:4
  • +ຢຊ 13:8, 11

1 ກະສັດ 4:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 32:1, 2; 2ຊມ 2:8, 9

1 ກະສັດ 4:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 1:8
  • +ຢຊ 18:11

1 ກະສັດ 4:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 17:1
  • +ຈຊບ 21:21
  • +ພບຍ 3:4

1 ກະສັດ 4:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 22:15, 17
  • +ປຍຈ 2:24

1 ກະສັດ 4:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:18; ອພຍ 23:31; 2ຊມ 8:3; ພສ 72:8-10
  • +ພສ 72:10

1 ກະສັດ 4:22

ໄຂເງື່ອນ

  • *

    6.000 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    13.200 ລິດ

1 ກະສັດ 4:24

ໄຂເງື່ອນ

  • *

    ໝາຍເຖິງຟາກຕາເວັນຕົກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 1:4
  • +ປຖກ 10:19
  • +1ກສ 5:4; 1ຂຄ 22:9; ພສ 72:7

1 ກະສັດ 4:26

ໄຂເງື່ອນ

  • *

    ຈຳນວນນີ້ຢູ່ໃນສຳເນົາພະຄຳພີບາງສະບັບແລະຢູ່ໃນບັນທຶກເລື່ອງດຽວກັນໃນອີກບ່ອນໜຶ່ງຂອງພະຄຳພີນຳ ແຕ່ສຳເນົາພະຄຳພີສະບັບອື່ນ​ໆ​ບອກວ່າມີ 40.000 ຄອກ

  • *

    ຫຼື “ທະຫານມ້າ 12.000 ຄົນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 17:15, 16; 1ກສ 10:24-26; 2ຂຄ 1:14, 17

1 ກະສັດ 4:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 4:7

1 ກະສັດ 4:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 10:23; 2ຂຄ 1:10; ສພສ 2:6

1 ກະສັດ 4:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:22

1 ກະສັດ 4:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 89:ຫົວບົດ
  • +ພສ 88:ຫົວບົດ
  • +1ຂຄ 2:4, 6
  • +1ກສ 10:1, 7; ລກ 11:31

1 ກະສັດ 4:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 1:1; ປຍຈ 12:9
  • +ພຊມ 1:1

1 ກະສັດ 4:33

ໄຂເງື່ອນ

  • *

    ຕົ້ນແປກຊະນິດໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:22
  • +ສພສ 30:30
  • +ສພສ 30:19
  • +ສພສ 6:6; 30:25

1 ກະສັດ 4:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 9:1, 23

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກສ. 4:12ຂຄ 9:30; ປຍຈ 1:12
1ກສ. 4:21ຂຄ 6:8; 27:16, 17
1ກສ. 4:32ຊມ 8:17; 1ຂຄ 27:32
1ກສ. 4:32ຊມ 8:16; 20:24
1ກສ. 4:41ກສ 1:8; 2:35; 1ຂຄ 27:5
1ກສ. 4:41ກສ 2:26
1ກສ. 4:51ກສ 1:9, 10
1ກສ. 4:52ຊມ 15:37; 1ຂຄ 27:33
1ກສ. 4:62ຊມ 20:24; 1ກສ 5:14; 12:18
1ກສ. 4:61ກສ 9:15
1ກສ. 4:71ຂຄ 27:1
1ກສ. 4:9ຢຊ 19:42, 48
1ກສ. 4:122ກສ 23:29
1ກສ. 4:12ຢຊ 17:11; 1ຊມ 31:8, 10
1ກສ. 4:12ຢຊ 21:34
1ກສ. 4:13ພບຍ 4:41-43; 1ກສ 22:3
1ກສ. 4:13ຈຊບ 32:1
1ກສ. 4:13ຈຊບ 32:41; ພບຍ 3:14
1ກສ. 4:13ພບຍ 3:4
1ກສ. 4:13ຢຊ 13:8, 11
1ກສ. 4:14ປຖກ 32:1, 2; 2ຊມ 2:8, 9
1ກສ. 4:181ກສ 1:8
1ກສ. 4:18ຢຊ 18:11
1ກສ. 4:19ຢຊ 17:1
1ກສ. 4:19ຈຊບ 21:21
1ກສ. 4:19ພບຍ 3:4
1ກສ. 4:20ປຖກ 22:15, 17
1ກສ. 4:20ປຍຈ 2:24
1ກສ. 4:21ປຖກ 15:18; ອພຍ 23:31; 2ຊມ 8:3; ພສ 72:8-10
1ກສ. 4:21ພສ 72:10
1ກສ. 4:24ຢຊ 1:4
1ກສ. 4:24ປຖກ 10:19
1ກສ. 4:241ກສ 5:4; 1ຂຄ 22:9; ພສ 72:7
1ກສ. 4:26ພບຍ 17:15, 16; 1ກສ 10:24-26; 2ຂຄ 1:14, 17
1ກສ. 4:271ກສ 4:7
1ກສ. 4:291ກສ 10:23; 2ຂຄ 1:10; ສພສ 2:6
1ກສ. 4:30ກຈກ 7:22
1ກສ. 4:31ພສ 89:ຫົວບົດ
1ກສ. 4:31ພສ 88:ຫົວບົດ
1ກສ. 4:311ຂຄ 2:4, 6
1ກສ. 4:311ກສ 10:1, 7; ລກ 11:31
1ກສ. 4:32ສພສ 1:1; ປຍຈ 12:9
1ກສ. 4:32ພຊມ 1:1
1ກສ. 4:33ອພຍ 12:22
1ກສ. 4:33ສພສ 30:30
1ກສ. 4:33ສພສ 30:19
1ກສ. 4:33ສພສ 6:6; 30:25
1ກສ. 4:342ຂຄ 9:1, 23
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
ຄຳພີໄບເບິນສະບັບແປໂລກໃໝ່
1 ກະສັດ 4:1-34

ກະສັດ​ສະບັບ​ທີ​ໜຶ່ງ

4 ກະສັດ​ໂຊໂລໂມນ​ໄດ້​ປົກຄອງ​ອິດສະຣາເອນ​ທັງ​ໝົດ.+ 2 ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ*​ຂອງ​ກະສັດ​ໂຊໂລໂມນ​ມີ: ອາຊາຣີຢາ​ລູກ​ຊາຍ​ຂອງ​ຊາໂດກ​+ເປັນປະໂລຫິດ* 3 ເອລີໂຮເຣັບ​ແລະ​ອາຮີຢາ​ລູກ​ຊາຍ​ຂອງ​ຊີຊ່າ​ເປັນ​ເລຂາ+ ເຢໂຮຊາຟັດ+​ລູກ​ຊາຍ​ຂອງ​ອາຮີລຸດ​ເປັນ​ຜູ້​ຈົດ​ບັນທຶກ​ໃຫ້​ກະສັດ 4 ເບນາຢາ+ລູກ​ຊາຍ​ຂອງ​ເຢໂຮຢາດາ​ເປັນ​ຫົວ​ໜ້າ​ກອງ​ທັບ ຊາໂດກ​ແລະ​ອາບີອາທາ+ເປັນ​ປະໂລຫິດ 5 ອາຊາຣີຢາ​ລູກ​ຊາຍ​ຂອງ​ນາທານ+ເປັນ​ຫົວ​ໜ້າ​ພວກເຈົ້າ​ແຂວງ ຊາບຸດ​ລູກ​ຊາຍ​ຂອງ​ນາທານ​ເປັນ​ປະໂລຫິດ​ແລະ​ເປັນ​ໝູ່​ຂອງ​ກະສັດ+ 6 ອາຮີຊາ​ເປັນ​ຜູ້​ເບິ່ງ​ແຍງ​ວັງ​ຂອງ​ກະສັດ ແລະ​ອາໂດນີຣາມ+ລູກ​ຊາຍ​ຂອງ​ອັບດາ​ເປັນ​ຫົວ​ໜ້າ​ພວກ​ກຳມະກອນ.+

7 ໂຊໂລໂມນ​ໄດ້​ຕັ້ງ​ຫົວ​ໜ້າ 12 ຄົນ​ໃຫ້​ເບິ່ງ​ແຍງ​ພວກ​ອິດສະຣາເອນ​ທີ່​ຈັດ​ຫາ​ຂອງ​ກິນ​ໃຫ້ລາວ​ແລະ​ຄອບຄົວ. ຫົວ​ໜ້າ 12 ຄົນ​ນີ້​ຮັບຜິດຊອບ​ເບິ່ງ​ແຍງ​ຄົນ​ລະ​ເດືອນ.+ 8 ຫົວໜ້າ 12 ຄົນ​ນີ້​ມີ: ລູກ​ຊາຍ​ຂອງ​ຮູເຣ​ເບິ່ງ​ແຍງ​ແຖວ​ພູ​ໃນ​ເຂດ​ເອຟຣາຢິມ 9 ລູກ​ຊາຍ​ຂອງ​ເດເກ​ເບິ່ງ​ແຍງ​ເຂດ​ມາກາດ ເມືອງ​ຊາອານບີມ+ ເມືອງ​ເບັດເຊເມັດ ແລະ​ເມືອງ​ເອໂລນເບັດຮານານ 10 ລູກ​ຊາຍ​ຂອງ​ເຮເສັດ​ເບິ່ງ​ແຍງ​ເມືອງ​ອາຣຸບໂບດ (ລາວ​ຍັງ​ເບິ່ງ​ແຍງ​ເຂດ​ໂສໂກ​ແລະ​ເບິ່ງ​ແຍງ​ເຂດ​ເຮເຟ​ທັງ​ໝົດ.) 11 ລູກ​ຊາຍ​ຂອງ​ອາບີນາດາບ​ເບິ່ງ​ແຍງ​ເຂດ​ພູ​ຂອງ​ເມືອງ​ໂດເຣ​ທັງ​ໝົດ (ລາວ​ແຕ່ງດອງ​ກັບ​ຕາຟັດ​ລູກສາວ​ຂອງ​ກະສັດ​ໂຊໂລໂມນ.) 12 ບາອານາ​ລູກ​ຊາຍ​ຂອງ​ອາຮີລຸດ​ເບິ່ງ​ແຍງ​ເມືອງ​ຕາອານັກ ເມືອງ​ເມກິດໂດ+ ແລະ​ເຂດ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເບັດເຊອານ​+ທີ່​ຢູ່​ໃກ້​ໆ​ເມືອງ​ຊາເຣທານ​ແລະ​ຢູ່​ຕ່ຳ​ກວ່າ​ເມືອງ​ເຢດຊະເຣເອນ. ບາອານາ​ເບິ່ງ​ແຍງ​ຕັ້ງ​ແຕ່​ເມືອງ​ເບັດເຊອານ​ຈົນ​ຮອດ​ອາເບັນເມໂຮລາ​ແລະ​ຈົນ​ຮອດ​ເຂດ​ໂຢກເມອາມ+ 13 ລູກ​ຊາຍ​ຂອງ​ເກເບີ​ເບິ່ງ​ແຍງ​ເມືອງ​ຣາໂມດ​ກິລຽດ+ (ລາວ​ເບິ່ງ​ແຍງ​ບ້ານ​ນ້ອຍ​ໆ​ຫຼາຍ​ບ້ານ​ໃນ​ເຂດ​ກິລຽດ​+ທີ່​ເປັນ​ຂອງ​ຢາອີ​+ລູກ​ຊາຍ​ມານາເຊ. ລາວ​ເບິ່ງ​ແຍງ​ເຂດ​ອາໂກບ+ໃນ​ບາຊານ.+ ເຂດ​ນີ້​ມີ 60 ເມືອງ​ໃຫຍ່​ທີ່​ມີ​ກຳແພງ​ອ້ອມ​ແລະ​ປະຕູ​ເມືອງ​ມີ​ກອນ​ປະຕູ​ເປັນ​ທອງແດງ.) 14 ອາຮີນາດາບ​ລູກ​ຊາຍ​ຂອງ​ອິດໂດ​ເບິ່ງ​ແຍງ​ເມືອງ​ມາຮານາຢິມ+ 15 ອາຮີມາອາດ​ເບິ່ງ​ແຍງ​ເຂດ​ຂອງ​ຕະກູນ​ນັບທາລີ (ລາວ​ແຕ່ງດອງ​ກັບ​ບາເຊມາດ​ລູກສາວ​ອີກ​ຜູ້​ໜຶ່ງ​ຂອງ​ໂຊໂລໂມນ.) 16 ບາອານາ​ລູກ​ຊາຍ​ຂອງ​ຮູຊາຍ​ເບິ່ງ​ແຍງ​ເຂດ​ຂອງ​ຕະກູນ​ອາເຊ​ແລະ​ເຂດ​ເບອາໂລດ 17 ເຢໂຮຊາຟັດ​ລູກ​ຊາຍ​ຂອງ​ປາຣູອາ​ເບິ່ງ​ແຍງ​ເຂດ​ຂອງ​ຕະກູນ​ອິດຊາຄາ 18 ຊິເມອີ+​ລູກ​ຊາຍ​ຂອງ​ເອລ້າ​ເບິ່ງ​ແຍງ​ເຂດ​ຂອງ​ຕະກູນ​ເບັນຢາມິນ+ 19 ເກເບີ​ລູກ​ຊາຍ​ຂອງ​ອູຣີ​ເບິ່ງ​ແຍງ​ເຂດ​ກິລຽດ+ເຊິ່ງ​ກະສັດ​ສີໂຮນ+ຄົນ​ອາໂມ​ແລະ​ກະສັດ​ໂອກ​+ຄົນ​ບາຊານ​ເຄີຍ​ປົກຄອງ. ມີຜູ້​ໜຶ່ງ​ທີ່​ເປັນ​ຫົວ​ໜ້າ​ຂອງ​ພວກ​ຫົວ​ໜ້າ 12 ຄົນ​ນີ້.

20 ພວກ​ຢູດາ​ແລະ​ພວກ​ອິດສະຣາເອນ​ມີຫຼາຍ​ແທ້​ຫຼາຍ​ວ່າຄື​ກັບ​ເມັດ​ດິນ​ຊາຍ​ຢູ່​ແຄມ​ທະເລ.+ ເຂົາ​ເຈົ້າມີແນວກິນ ມີ​ແນວ​ດື່ມ ແລະມີ​ຊີວິດ​ທີ່​ມີ​ຄວາມ​ສຸກ.+

21 ໂຊໂລໂມນ​ປົກຄອງ​ທຸກ​ເຂດ​ຕັ້ງ​ແຕ່​ແມ່​ນ້ຳ​ເອິຟາຣາດ​+ຈົນ​ຮອດ​ເຂດ​ຂອງ​ພວກ​ຟີລິດສະຕີນ​ແລະ​ຈົນ​ຮອດ​ເຂດ​ແດນ​ຂອງ​ເອຢິບ. ເຂົາ​ເຈົ້າ​ເອົາເຄື່ອງ​ເສຍສ່ວຍ​ໃຫ້​ໂຊໂລໂມນ​ແລະ​ຮັບ​ໃຊ້​ໂຊໂລໂມນ​ຕະຫຼອດ​ຊີວິດ​ຂອງ​ລາວ.+

22 ໃນແຕ່ລະ​ມື້ ຂອງກິນ​ຂອງ​ໂຊໂລໂມນ​ມີ: ແປ້ງ​ລະອຽດ 30 ໂຄເຣ* ແປ້ງ​ທຳມະດາ 60 ໂຄເຣ* 23 ງົວ​ທີ່​ລ້ຽງ​ຢ່າງ​ດີ​ຢູ່​ໃນ​ຄອກ 10 ໂຕ ງົວ​ທີ່​ລ້ຽງ​ປ່ອຍ​ຕາມ​ທົ່ງ​ຫຍ້າ 20 ໂຕ ແລະ​ແກະ 100 ໂຕ. ນອກ​ຈາກ​ນັ້ນ​ຍັງ​ມີ​ກວາງ​ຊະນິດ​ຕ່າງ​ໆ​ຫຼາຍ​ໂຕ​ແລະ​ນົກ​ທີ່ລ້ຽງ​ໃຫ້​ຕຸ້ຍ​ໆ​. 24 ໂຊໂລໂມນ​ປົກຄອງ​ທຸກ​ສິ່ງ​ທີ່​ຢູ່​ຟາກ​ນີ້*​ຂອງ​ແມ່​ນ້ຳ​ເອິຟາຣາດ+ ຕັ້ງ​ແຕ່​ຕິບສາ​ຈົນ​ຮອດ​ເມືອງ​ຄາຊາ.+ ລາວ​ມີ​ອຳນາດ​ຫຼາຍ​ກວ່າ​ກະສັດ​ທຸກ​ອົງ​ທີ່​ຢູ່​ຟາກ​ນີ້​ຂອງ​ແມ່​ນ້ຳ. ທຸກ​ເຂດ​ທີ່​ລາວ​ປົກຄອງ​ມີ​ຄວາມ​ສະຫງົບ​ສຸກ.+ 25 ໃນ​ສະໄໝ​ທີ່​ໂຊໂລໂມນ​ປົກຄອງ ພວກ​ຢູດາ​ແລະ​ພວກ​ອິດສະຣາເອນ​ໄດ້​ຢູ່​ຢ່າງ​ປອດໄພ. ທຸກ​ຄົນ​ນັ່ງ​ຢູ່​ກ້ອງ​ເຄືອ​ໝາກ​ລະແຊັງ​ຂອງ​ໂຕເອງ​ແລະ​ຢູ່​ກ້ອງ​ຕົ້ນ​ໝາກ​ເດື່ອ​ຂອງ​ໂຕເອງ​ຕັ້ງ​ແຕ່​ເມືອງ​ດານ​ຈົນ​ຮອດ​ເມືອງ​ເບເອເຊບາ.

26 ໂຊໂລໂມນ​ມີ​ຄອກ​ມ້າ 4.000* ຄອກ​ສຳລັບ​ມ້າ​ທີ່​ແກ່​ລົດ​ມ້າ ແລະ​ມີ​ມ້າ 12.000 ໂຕ.*+

27 ພວກ​ຫົວ​ໜ້າ 12 ຄົນ​ນີ້​ຈັດ​ຫາຂອງກິນໃຫ້​ກະສັດ​ໂຊໂລໂມນ​ແລະ​ທຸກ​ຄົນ​ທີ່​ກິນ​ເຂົ້າຮ່ວມ​ໂຕະ​ກັບ​ກະສັດໂຊໂລໂມນ. ແຕ່​ລະ​ຄົນ​ຮັບຜິດຊອບ​ຄົນ​ລະ​ເດືອນ​ແລະ​ເບິ່ງ​ແຍງ​ໃຫ້​ທຸກ​ຢ່າງ​ມີ​ພຽງ​ພໍ.+ 28 ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຍັງ​ຮັບຜິດຊອບ​ໃຫ້​ຄົນ​ເອົາ​ເຂົ້າ​ບາເລ​ແລະ​ເຟືອງ​ໄປ​ໃຫ້ມ້າ​ກັບ​ມ້າ​ທີ່​ແກ່​ລົດ​ຮົບ​ໃນບ່ອນ​ຕ່າງ​ໆ​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້.

29 ພະເຈົ້າ​ໃຫ້​ໂຊໂລໂມນ​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ​ຫຼາຍ​ຄື​ກັບ​ດິນ​ຊາຍ​ຢູ່​ແຄມ​ທະເລ.+ 30 ໂຊໂລໂມນ​ມີ​ສະຕິປັນຍາ​ຫຼາຍ​ກວ່າ​ທຸກ​ຄົນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ແລະ​ທຸກ​ຄົນ​ທີ່​ຢູ່​ເອຢິບ.+ 31 ລາວ​ສະຫຼາດ​ກວ່າ​ທຸກ​ຄົນ. ລາວ​ສະຫຼາດ​ກວ່າ​ເອທານ+ຄົນ​ເຊຣາ ສະຫຼາດ​ກວ່າ​ເຮມານ+ ການໂກນ+ ແລະ​ດາຣາ​ລູກ​ຊາຍ​ຂອງ​ມາໂຮນ. ທຸກ​ຊາດ​ທີ່​ຢູ່​ອ້ອມ​ຂ້າງ​ຮູ້​ເລື່ອງ​ສະຕິປັນຍາ​ຂອງ​ກະສັດ​ໂຊໂລໂມນ.+ 32 ລາວ​ແຕ່ງ​ສຸພາສິດ+ 3.000 ຂໍ້ ແລະ​ແຕ່ງ​ເພງ+ 1.005 ເພງ. 33 ລາວ​ເວົ້າ​ກ່ຽວ​ກັບ​ຕົ້ນ​ໄມ້​ຕ່າງ​ໆ​ນັບ​ຕັ້ງ​ແຕ່ຕົ້ນ​ຊີດ້າ*ໃນ​ເລບານອນ​ຈົນ​ຮອດ​ຕົ້ນ​ຫູ​ສົບ+ທີ່​ຂຶ້ນ​ຢູ່​ຕາມ​ກຳແພງ. ລາວ​ເວົ້າ​ກ່ຽວ​ກັບສັດຊະນິດ​ຕ່າງ​ໆ​+ ນົກ+ ສັດ​ເລືອຄານ ແມງ​ໄມ້+ ແລະ​ປາ. 34 ຄົນ​ຈາກ​ທຸກ​ຊາດ​ລວມ​ເຖິງ​ກະສັດ​ຈາກ​ທົ່ວ​ໂລກ​ທີ່​ໄດ້​ຍິນ​ເລື່ອງ​ສະຕິປັນຍາ​ຂອງ​ກະສັດ​ໂຊໂລໂມນ​ກໍ​ພາກັນ​ມາ​ຟັງ​ລາວ​ເວົ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌