ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 21
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ດາບ​ຂອງ​ການ​ຕັດສິນ​ຂອງ​ພະເຈົ້າ​ຖືກ​ຖອດ​ອອກ​ຈາກ​ຝັກ (1-​17)

      • ກະສັດ​ບາບີໂລນ​ໂຈມຕີ​ເມືອງ​ເຢຣູຊາເລັມ (18-​24)

      • ຫົວໜ້າ​ຂອງ​ພວກ​ອິດສະຣາເອນ​ທີ່​ຊົ່ວ​ຫຼາຍ​ຖືກ​ກຳຈັດ (25-​27)

        • “ປົດ​ມົງກຸດ​ອອກ” (26)

        • “ຈົນ​ກວ່າ​ຜູ້​ມີ​ສິດ​ຕາມ​ກົດໝາຍ​ຈະ​ມາ” (27)

      • ດາບ​ມາ​ຕັດສິນ​ພວກ​ອຳໂມນ (28-​32)

ເອເຊກຽນ 21:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:33

ເອເຊກຽນ 21:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 23:20

ເອເຊກຽນ 21:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 22:4; ຢຣມ 4:19; ອຊກ 9:8

ເອເຊກຽນ 21:7

ໄຂເງື່ອນ

  • *

    ໝາຍເຖິງ​ຢ້ານ​ຈົນ​ຍ່ຽວ​ເຮ່ຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 7:15-17

ເອເຊກຽນ 21:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 66:16; ຢຣມ 12:12; ອມ 9:4

ເອເຊກຽນ 21:10

ໄຂເງື່ອນ

  • *

    ໝາຍເຖິງ​ດາບ​ຂອງ​ພະ​ເຢໂຫວາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:10; 2ຊມ 7:12, 14

ເອເຊກຽນ 21:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 25:9; 51:20

ເອເຊກຽນ 21:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 9:8; ມກ 1:8
  • +ອຊກ 19:1

ເອເຊກຽນ 21:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 6:27
  • +2ກສ 25:7; ອຊກ 19:14; 21:26

ເອເຊກຽນ 21:14

ໄຂເງື່ອນ

  • *

    ສະແດງ​ເຖິງ​ຄວາມ​ໃຈ​ຮ້າຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:1, 2

ເອເຊກຽນ 21:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 21:7

ເອເຊກຽນ 21:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:24; ອຊກ 5:13; 16:42

ເອເຊກຽນ 21:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 49:2; ອຊກ 25:5; ອມ 1:14
  • +2ຊມ 5:9; 2ຂຄ 26:9; 32:2, 5; 33:1, 14

ເອເຊກຽນ 21:21

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຮູບ​ພະ​ເທຣາຟີມ”

ເອເຊກຽນ 21:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 32:24; 52:4

ເອເຊກຽນ 21:23

ໄຂເງື່ອນ

  • *

    ໝາຍເຖິງ​ຄົນ​ທີ່​ຢູ່​ເມືອງ​ເຢຣູຊາເລັມ

  • *

    ອາດ​ໝາຍເຖິງ​ພວກ​ບາບີໂລນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:11, 13; ອຊກ 17:13
  • +2ກສ 25:6, 7

ເອເຊກຽນ 21:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:11, 13; ຢຣມ 24:8; 52:1, 2; ອຊກ 17:19

ເອເຊກຽນ 21:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:5-7; ຢຣມ 52:8, 11; ອຊກ 12:12, 13
  • +ອຊກ 21:13
  • +ພສ 75:7; ດນອ 4:17
  • +ດນອ 4:37; ລກ 21:24

ເອເຊກຽນ 21:27

ໄຂເງື່ອນ

  • *

    ຫຼື “ມົງກຸດ.” ໝາຍເຖິງ​ການ​ປົກຄອງ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:10; ພສ 89:3, 4; 110:1; ອຊຢ 9:6; 11:10; ລກ 1:32, 33; ພນມ 5:5
  • +ພສ 2:6, 8; ດນອ 7:13, 14; ລກ 22:29

ເອເຊກຽນ 21:30

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຖືກ​ສ້າງ”

ເອເຊກຽນ 21:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 25:5

ເອເຊກຽນ 21:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 49:2, 3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 21:3ລລວ 26:33
ອຊກ. 21:5ຢຣມ 23:20
ອຊກ. 21:6ອຊຢ 22:4; ຢຣມ 4:19; ອຊກ 9:8
ອຊກ. 21:7ອຊກ 7:15-17
ອຊກ. 21:9ອຊຢ 66:16; ຢຣມ 12:12; ອມ 9:4
ອຊກ. 21:10ປຖກ 49:10; 2ຊມ 7:12, 14
ອຊກ. 21:11ຢຣມ 25:9; 51:20
ອຊກ. 21:12ອຊກ 9:8; ມກ 1:8
ອຊກ. 21:12ອຊກ 19:1
ອຊກ. 21:13ຢຣມ 6:27
ອຊກ. 21:132ກສ 25:7; ອຊກ 19:14; 21:26
ອຊກ. 21:142ກສ 25:1, 2
ອຊກ. 21:15ອຊກ 21:7
ອຊກ. 21:17ອຊຢ 1:24; ອຊກ 5:13; 16:42
ອຊກ. 21:20ຢຣມ 49:2; ອຊກ 25:5; ອມ 1:14
ອຊກ. 21:202ຊມ 5:9; 2ຂຄ 26:9; 32:2, 5; 33:1, 14
ອຊກ. 21:22ຢຣມ 32:24; 52:4
ອຊກ. 21:232ຂຄ 36:11, 13; ອຊກ 17:13
ອຊກ. 21:232ກສ 25:6, 7
ອຊກ. 21:252ຂຄ 36:11, 13; ຢຣມ 24:8; 52:1, 2; ອຊກ 17:19
ອຊກ. 21:262ກສ 25:5-7; ຢຣມ 52:8, 11; ອຊກ 12:12, 13
ອຊກ. 21:26ອຊກ 21:13
ອຊກ. 21:26ພສ 75:7; ດນອ 4:17
ອຊກ. 21:26ດນອ 4:37; ລກ 21:24
ອຊກ. 21:27ປຖກ 49:10; ພສ 89:3, 4; 110:1; ອຊຢ 9:6; 11:10; ລກ 1:32, 33; ພນມ 5:5
ອຊກ. 21:27ພສ 2:6, 8; ດນອ 7:13, 14; ລກ 22:29
ອຊກ. 21:31ອຊກ 25:5
ອຊກ. 21:32ຢຣມ 49:2, 3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 21:1-32

ເອເຊກຽນ

21 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 2 “ລູກ​ມະນຸດ ໃຫ້​ເຈົ້າ​ປິ່ນ​ໜ້າ​ໄປ​ທາງ​ເມືອງ​ເຢຣູຊາເລັມ​ແລະ​ປະກາດ​ຄຳ​ຕັດສິນ​ຕໍ່​ບ່ອນ​ບໍລິສຸດ​ຕ່າງ​ໆ​ ແລະ​ໃຫ້​ພະຍາກອນ​ກ່ຽວກັບ​ແຜ່ນດິນ​ອິດສະຣາເອນ. 3 ໃຫ້​ບອກ​ແຜ່ນດິນ​ອິດສະຣາເອນ​ຈັ່ງ​ຊີ້ ‘ພະ​ເຢໂຫວາ​ເວົ້າ​ວ່າ “ເຮົາ​ຈະ​ເປັນ​ສັດຕູ​ກັບ​ເຈົ້າ. ເຮົາ​ຈະ​ຖອດ​ດາບ​ຂອງ​ເຮົາ​ອອກ​ຈາກ​ຝັກ+​ແລະ​ຈະ​ຂ້າ​ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ. 4 ເຮົາ​ຈະ​ຖອດ​ດາບ​ຂອງ​ເຮົາ​ອອກ​ຈາກ​ຝັກ​ແລະ​ຈະ​ຂ້າ​ທຸກ​ຄົນ​ຕັ້ງແຕ່​ເໜືອ​ຮອດ​ໃຕ້ ເພື່ອ​ຈະ​ກຳຈັດ​ຄົນ​ດີ​ແລະ​ຄົນ​ຊົ່ວ​ໃຫ້​ໝົດ​ໄປ​ຈາກ​ເຈົ້າ. 5 ທຸກ​ຄົນ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ໄດ້​ຖອດ​ດາບ​ອອກ​ຈາກ​ຝັກ​ແລ້ວ ແລະ​ເຮົາ​ຈະ​ບໍ່​ເອົາ​ດາບ​ໃສ່​ຝັກ​ຄືນ​ອີກ.”’+

6 ລູກ​ມະນຸດ ໃຫ້​ເຈົ້າ​ຖອນ​ຫາຍໃຈ​ດ້ວຍ​ຄວາມ​ຢ້ານ ແລະ​ຖອນ​ຫາຍໃຈ​ດ້ວຍ​ຄວາມ​ໂສກເສົ້າ​ຕໍ່​ໜ້າ​ເຂົາເຈົ້າ.+ 7 ຖ້າ​ເຂົາເຈົ້າ​ຖາມ​ວ່າ ‘ເປັນຫຍັງ​ເຈົ້າ​ຈຶ່ງ​ຖອນ​ຫາຍໃຈ?’ ໃຫ້​ຕອບ​ວ່າ ‘ຍ້ອນ​ຂ່າວ​ກ່ຽວກັບ​ເລື່ອງ​ທີ່​ກຳລັງ​ຈະ​ເກີດ​ຂຶ້ນ.’ ມັນ​ຈະ​ເກີດ​ຂຶ້ນ​ແທ້​ໆ​ແລະ​ທຸກ​ຄົນ​ຈະ​ຢ້ານ​ຫຼາຍ. ແຂນ​ຂອງ​ທຸກ​ຄົນ​ຈະ​ລ່ອຍ. ທຸກ​ຄົນ​ຈະ​ໝົດ​ກຳລັງ​ໃຈ​ແລະ​ຫົວ​ເຂົ່າ​ຂອງ​ທຸກ​ຄົນ​ຈະ​ປຽກ.*+ ‘ຖ້າ​ເບິ່ງ​ເດີ້! ມັນ​ຈະ​ເກີດ​ຂຶ້ນ​ແທ້​ໆ​! ມັນ​ຈະ​ເກີດ​ຂຶ້ນ​ແນ່ນອນ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບນີ້.”

8 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 9 “ລູກ​ມະນຸດ ໃຫ້​ເຈົ້າ​ພະຍາກອນ​ແບບນີ້ ‘ພະ​ເຢໂຫວາ​ບອກ​ວ່າ “ເບິ່ງ​ດາບ​ແມ້! ດາບ​ດວງ​ນັ້ນ+​ຝົນ​ແລ້ວ​ໆ​ແລະ​ຂັດ​ຈົນ​ເຫຼື້ອມ​ແລ້ວ. 10 ມັນ*​ຖືກ​ຝົນ​ໄວ້​ເພື່ອ​ໃຊ້​ຂ້າ​ຄົນ​ໃຫ້​ຕາຍ​ຫຼາຍແທ້​ຫຼາຍວ່າ ແລະ​ຖືກ​ຂັດ​ຈົນ​ເຫຼື້ອມ​ຄື​ກັບ​ຟ້າແມບ.”’”

“ພວກ​ເຮົາ​ຄວນ​ຈະ​ດີໃຈ​ແມ່ນ​ບໍ?”

“‘ມັນ​ຈະ​ບໍ່​ຍອມຮັບ​ຄ້ອນ​ຂອງ​ກະສັດ​ຂອງ​ລູກຊາຍ​ເຮົາ+ ຄື​ກັບ​ທີ່​ມັນ​ປະຕິເສດ​ຕົ້ນ​ໄມ້​ທຸກ​ຕົ້ນ​ບໍ?

11 ເຮົາ​ເອົາ​ດາບ​ໃຫ້​ຄົນ​ໄປ​ຂັດ​ຈົນ​ເຫຼື້ອມ. ເມື່ອ​ຖືກ​ຝົນ​ແລະ​ຂັດ​ແລ້ວ​ໆ​ ເຮົາ​ຈະ​ເອົາ​ມັນ​ໃຫ້​ຄົນ​ທີ່​ຈະ​ລົງໂທດ​ຖື​ໄວ້.+

12 ລູກ​ມະນຸດ ໃຫ້​ເຈົ້າ​ຮ້ອງ​ໄຫ້​ເສຍໃຈ​ໂລດ+ ຍ້ອນ​ດາບ​ດວງ​ນັ້ນ​ຂ້າ​ປະຊາຊົນ​ຂອງ​ເຮົາ​ແລ້ວ. ມັນ​ຂ້າ​ພວກ​ຫົວໜ້າ​ທຸກ​ຄົນ​ຂອງ​ອິດສະຣາເອນ.+ ເຂົາເຈົ້າ​ຖືກ​ຂ້າ​ດ້ວຍ​ດາບ​ນຳ​ກັນ​ກັບ​ປະຊາຊົນ​ຂອງ​ເຮົາ. ຍ້ອນ​ແນວ​ນີ້ ໃຫ້​ເຈົ້າ​ຕີ​ກົກຂາ​ຂອງ​ໂຕເອງ​ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ. 13 ປະຊາຊົນ​ຂອງ​ເຮົາ​ຖືກ​ກວດ​ສອບ​ແລ້ວ.+ ແຕ່​ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ດາບ​ບໍ່​ຍອມຮັບ​ຄ້ອນ​ຂອງ​ກະສັດ? ຄ້ອນ​ຂອງ​ກະສັດ​ກໍ​ຈະ​ດັບສູນ​ໄປ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບນີ້.

14 ລູກ​ມະນຸດ ໃຫ້​ເຈົ້າ​ພະຍາກອນ​ແລະ​ຕົບມື* ແລະ​ເວົ້າ​ວ່າ ‘ເບິ່ງ​ດາບ​ແມ້!’ 3 ເທື່ອ. ມັນ​ແມ່ນ​ດາບ​ທີ່​ຂ້າ​ຄົນ. ມັນ​ແມ່ນ​ດາບ​ທີ່​ຂ້າ​ຄົນ​ຕາຍ​ຫຼາຍແທ້​ຫຼາຍວ່າ. ມັນ​ອ້ອມ​ເຂົາເຈົ້າ​ໄວ້.+ 15 ເຂົາເຈົ້າ​ຈະ​ຢ້ານ​ຫຼາຍ+ ແລະ​ຫຼາຍ​ຄົນ​ຈະ​ຕາຍ​ຢູ່​ປະຕູ​ເມືອງ. ເຮົາ​ຈະ​ໃຊ້​ດາບ​ດວງ​ນັ້ນ​ຂ້າ​ເຂົາເຈົ້າ. ມັນ​ເຫຼື້ອມ​ຄື​ກັບ​ຟ້າແມບ​ແລະ​ຂັດ​ຈົນ​ເປັນ​ເງົາ​ເພື່ອ​ໃຊ້​ຂ້າ​ຄົນ. 16 ໃຫ້​ຟັນ​ໄປ​ເບື້ອງ​ຂວາ ແລ້ວ​ກໍ​ຟັນ​ໄປ​ເບື້ອງ​ຊ້າຍ. ຄົມ​ດາບ​ຂອງ​ເຈົ້າ​ປິ່ນ​ໄປ​ເບື້ອງ​ໃດ​ກໍ​ໃຫ້​ຟັນ​ໄປ​ເບື້ອງ​ນັ້ນ. 17 ເຮົາ​ຈະ​ຕົບມື​ໄປ​ນຳ​ແລະ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ຈົນ​ເຮົາ​ພໍໃຈ.+ ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແລ້ວ.”

18 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 19 “ລູກ​ມະນຸດ ໃຫ້​ເຈົ້າ​ແຕ້ມ​ຮູບ​ເສັ້ນ​ທາງ​ທີ່​ອອກ​ມາ​ຈາກ​ປະເທດ​ໜຶ່ງ. ມີ​ຈຸດ​ໜຶ່ງ​ທີ່​ທາງ​ເສັ້ນ​ນັ້ນ​ຈະ​ແຍກ​ອອກ​ເປັນ 2 ເສັ້ນ ແລະ​ໃຫ້​ມີ​ປ້າຍ​ຢູ່​ທາງ​ແຍກ​ນັ້ນ​ທີ່​ບອກ​ວ່າ​ເສັ້ນ​ໃດ​ຈະ​ໄປ​ເມືອງ​ໃດ. ຢູ່​ຫັ້ນ ກະສັດ​ຂອງ​ບາບີໂລນ​ທີ່​ຖື​ດາບ​ຢູ່​ຕ້ອງ​ຕັດສິນໃຈ​ວ່າ​ຈະ​ໄປ​ທາງ​ໃດ. 20 ຖ້າ​ລາວ​ໄປ​ເສັ້ນ​ໜຶ່ງ ລາວ​ຈະ​ໂຈມຕີ​ເມືອງ​ຣັບບາ+​ຂອງ​ພວກ​ອຳໂມນ ແລະ​ຖ້າ​ລາວ​ໄປ​ອີກ​ເສັ້ນ​ໜຶ່ງ ລາວ​ຈະ​ໂຈມຕີ​ເມືອງ​ເຢຣູຊາເລັມ​ຂອງ​ຢູດາ​ເຊິ່ງ​ເປັນ​ເມືອງ​ທີ່​ມີ​ປ້ອມ.+ 21 ຢູ່​ທາງ​ແຍກ​ນັ້ນ ກະສັດ​ບາບີໂລນ​ຈະ​ໃຊ້​ການ​ທຳນາຍ​ເພື່ອ​ເລືອກ​ວ່າ​ຈະ​ໄປ​ທາງ​ໃດ. ລາວ​ຈະ​ສັ່ນ​ລູກ​ທະນູ ຖາມ​ຮູບ​ບູຊາ* ແລະ​ເບິ່ງ​ຕັບ​ສັດ. 22 ແນວ​ສ່ຽງ​ທາຍ​ທີ່​ຢູ່​ມື​ເບື້ອງ​ຂວາ​ຂອງ​ລາວ​ຊີ້​ບອກ​ວ່າ​ເຂົາເຈົ້າ​ຕ້ອງ​ໄປ​ເມືອງ​ເຢຣູຊາເລັມ. ເຂົາເຈົ້າ​ຈະ​ຕ້ອງ​ຕັ້ງ​ເຄື່ອງຈັກ​ທີ່​ທຳລາຍ​ກຳແພງ ອອກ​ຄຳສັ່ງ​ໃຫ້​ຂ້າ​ຄົນ ໃຫ້​ສັນຍານ​ອອກ​ໄປ​ຕໍ່ສູ້ ຕັ້ງ​ເຄື່ອງຈັກ​ເພື່ອ​ທຳລາຍ​ປະຕູ​ເມືອງ ເຮັດ​ໂນນ ແລະ​ເຮັດ​ກຳແພງ​ອ້ອມ​ເມືອງ.+ 23 ແຕ່​ພວກ*​ທີ່​ໄດ້​ສາບານ​ກັບ​ເຂົາເຈົ້າ*​ຈະ​ຄິດ​ວ່າ​ຄຳ​ທຳນາຍ​ນັ້ນບໍ່​ແມ່ນ​ແທ້.+ ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ລາວ​ກໍ​ຈະ​ບໍ່​ລືມ​ຄວາມ​ຜິດ​ຂອງ​ເຂົາເຈົ້າ ແລະ​ຈະ​ຈັບ​ເຂົາເຈົ້າ​ໄປ​ເປັນ​ຊະເລີຍ.+

24 ດັ່ງ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ຈຶ່ງ​ເວົ້າ​ວ່າ ‘ພວກ​ເຈົ້າ​ເຮັດ​ໃຫ້​ຄົນອື່ນ​ຈື່​ຄວາມ​ຜິດ​ຂອງ​ພວກ​ເຈົ້າ ຍ້ອນ​ພວກ​ເຈົ້າ​ເປີດໂປງ​ຄວາມ​ຜິດ​ຂອງ​ໂຕເອງ ແລະ​ເຮັດ​ໃຫ້​ຄົນອື່ນ​ເຫັນ​ຄວາມ​ຜິດ​ທຸກ​ຢ່າງ​ທີ່​ພວກ​ເຈົ້າ​ເຮັດ. ຕອນ​ນີ້​ຈະ​ບໍ່​ມີ​ໃຜ​ລືມ​ພວກ​ເຈົ້າ. ພວກ​ເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.’

25 ຫົວໜ້າ​ຂອງ​ພວກ​ອິດສະຣາເອນ​ທີ່​ຊົ່ວ​ຫຼາຍ​ເຊິ່ງ​ບາດເຈັບ​ຈົນ​ໃກ້​ຊິ​ຕາຍ+ ເວລາ​ທີ່​ເຈົ້າ​ຈະ​ຖືກ​ລົງໂທດ​ຂັ້ນ​ສຸດທ້າຍ​ມາ​ຮອດ​ແລ້ວ. 26 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ໃຫ້​ແກ້​ຜ້າ​ຄຽນ​ຫົວ​ແລະ​ປົດ​ມົງກຸດ​ອອກ.+ ທຸກ​ຢ່າງ​ຈະ​ບໍ່​ຄື​ເກົ່າ.+ ຄົນ​ຕ່ຳຕ້ອຍ​ຈະ​ຖືກ​ຍົກ​ໃຫ້​ສູງ​ຂຶ້ນ+​ແລະ​ຄົນ​ສຳຄັນ​ຈະ​ຖືກ​ກົດ​ໃຫ້​ຕ່ຳ​ລົງ.+ 27 ເຮົາ​ຈະ​ທຳລາຍ ທຳລາຍ ທຳລາຍ​ມັນ*​ແທ້​ໆ​. ມັນ​ຈະ​ບໍ່​ຕົກ​ເປັນ​ຂອງ​ຜູ້​ໃດ​ຈົນ​ກວ່າ​ຜູ້​ມີ​ສິດ​ຕາມ​ກົດໝາຍ​ຈະ​ມາ+​ແລະ​ເຮົາ​ຈະ​ເອົາ​ໃຫ້​ລາວ.’+

28 ລູກ​ມະນຸດ ໃຫ້​ເຈົ້າ​ພະຍາກອນ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ເຖິງ​ພວກ​ອຳໂມນ​ແລະ​ຄຳເວົ້າ​ທີ່​ດູຖູກ​ຂອງ​ເຂົາເຈົ້າ.’ ໃຫ້​ເວົ້າ​ວ່າ ‘ດາບ ດາບ​ດວງ​ໜຶ່ງ​ຖືກ​ຖອດ​ອອກ​ມາ​ເພື່ອ​ໃຊ້​ຂ້າ​ຄົນ. ມັນ​ຖືກ​ຂັດ​ຈົນ​ເຫຼື້ອມ​ເພື່ອ​ຂ້າ​ຄົນ​ແລະ​ມັນ​ເຫຼື້ອມ​ຄື​ກັບ​ຟ້າແມບ. 29 ເຖິງ​ວ່າ​ຈະ​ມີ​ນິມິດ​ຕົວະ​ແລະ​ຄຳ​ທຳນາຍ​ທີ່​ຫຼອກລວງ​ກ່ຽວກັບ​ພວກ​ເຈົ້າ ແຕ່​ພວກ​ເຈົ້າ​ຈະ​ຖືກ​ກອງ​ໄວ້​ນຳ​ກັນ​ກັບ​ຄົນ​ທີ່​ຖືກ​ຂ້າ. ເຂົາເຈົ້າ​ແມ່ນ​ພວກ​ຄົນ​ຊົ່ວ​ທີ່​ຖືກ​ລົງໂທດ. 30 ໃຫ້​ເອົາ​ດາບ​ໃສ່​ຝັກ​ໄວ້. ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ໃນ​ບ່ອນ​ທີ່​ພວກ​ເຈົ້າ​ເກີດ*​ເຊິ່ງ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເຈົ້າ. 31 ເຮົາ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ພວກ​ເຈົ້າ. ເຮົາ​ຈະ​ເປົ່າ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ທີ່​ເປັນ​ຄື​ກັບ​ໄຟ​ໃສ່​ພວກ​ເຈົ້າ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຕົກ​ຢູ່​ໃນ​ມື​ຂອງ​ຄົນ​ທີ່​ໂຫດຮ້າຍ​ທີ່​ມັກ​ຂ້າ​ຄົນ.+ 32 ພວກ​ເຈົ້າ​ຈະ​ເປັນ​ແນວ​ອ່ອຍ​ໄຟ.+ ເລືອດ​ຂອງ​ພວກ​ເຈົ້າ​ຈະ​ໄຫຼ​ເຕັມ​ແຜ່ນດິນ​ນີ້ ແລະ​ຈະ​ບໍ່​ມີ​ໃຜ​ຈື່​ພວກ​ເຈົ້າ​ອີກ​ຕໍ່​ໄປ. ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແລ້ວ.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌