ເພງສັນລະເສີນ
ເພງຂອງດາວິດ.
141 ພະເຢໂຫວາເອີ້ຍ ລູກຮ້ອງຫາພະອົງ.+
ຂໍພະອົງມາຊ່ວຍລູກໄວໆແດ່.+
ຂໍພະອົງສົນໃຈລູກຕອນທີ່ລູກຮ້ອງຫາພະອົງ.+
2 ຂໍໃຫ້ຄຳອະທິດຖານຂອງລູກເປັນຄືກັບເຄື່ອງຫອມ+ທີ່ກຽມໄວ້ຕໍ່ໜ້າພະອົງ+
ແລະຂໍໃຫ້ມືຂອງລູກທີ່ຍົກຂຶ້ນເປັນຄືກັບເຄື່ອງບູຊາທີ່ເຮັດຈາກເມັດເຂົ້າເຊິ່ງຕ້ອງເອົາໃຫ້ໃນຕອນແລງ.+
3 ພະເຢໂຫວາເອີ້ຍ ຂໍພະອົງຊ່ວຍລູກໃຫ້ຄວບຄຸມຄຳເວົ້າ.
ຂໍພະອົງຊ່ວຍລູກບໍ່ໃຫ້ເວົ້າແນວບໍ່ດີອອກມາ.+
4 ຂໍພະອົງຢ່າໃຫ້ລູກມີໃຈທີ່ຢາກເຮັດສິ່ງທີ່ບໍ່ດີ+
ຫຼືໄປເຮັດຊົ່ວກັບຄົນຊົ່ວ.
ລູກຈະບໍ່ມີທາງໄປກິນອາຫານດີໆຂອງເຂົາເຈົ້າ.
5 ຖ້າຄົນດີຕີລູກກໍສະແດງວ່າລາວຮັກລູກຢ່າງໝັ້ນຄົງ.+
ຖ້າລາວຕັກເຕືອນລູກ ມັນກໍເປັນຄືກັບນ້ຳມັນທີ່ເທໃສ່ຫົວຂອງລູກ.+
ລູກຈະບໍ່ປະຕິເສດເລີຍ.+
ລູກຈະອະທິດຖານຕໍ່ໆໄປຕອນທີ່ຄົນດີເຈິຄວາມລຳບາກ.
6 ເຖິງວ່າຜູ້ຕັດສິນຂອງເຂົາເຈົ້າຖືກຖິ້ມລົງຈາກຜາ
ແຕ່ປະຊາຊົນຈະຕັ້ງໃຈຟັງຄຳເວົ້າຂອງລູກ ຍ້ອນມັນເປັນຕາຟັງຫຼາຍ.
7 ກະດູກຂອງພວກເຮົາກະຈັດກະຈາຍໄປຢູ່ປາກຂຸມຝັງສົບ*
ຄືກັບຕອນທີ່ຄົນໄຖດິນໃຫ້ຜຸຜຸ່ຍ.
8 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອີ້ຍ ລູກເພິ່ງພະອົງສະເໝີ.+
ລູກໝັ້ນໃຈວ່າພະອົງຈະປົກປ້ອງລູກ.
ຂໍພະອົງຢ່າປ່ອຍໃຫ້ລູກຕາຍ.
9 ຂໍພະອົງປົກປ້ອງລູກຈາກກັບດັກທີ່ເຂົາເຈົ້າວາງໄວ້ດັກລູກ.
ຂໍພະອົງປົກປ້ອງລູກຈາກແຮ້ວຂອງຄົນຊົ່ວ.
10 ຄົນຊົ່ວທຸກຄົນຈະຖືກກັບດັກຂອງໂຕເອງ+
ແຕ່ລູກຈະຍ່າງຜ່ານໄປໄດ້ຢ່າງປອດໄພ.