ໂຢຊວຍ
12 ຕໍ່ໄປນີ້ແມ່ນກະສັດຕ່າງໆທີ່ຢູ່ທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນທີ່ພວກອິດສະຣາເອນໄດ້ເອົາຊະນະແລະຍຶດແຜ່ນດິນຂອງພວກເຂົາ. ກະສັດເຫຼົ່ານີ້ເຄີຍປົກຄອງຕັ້ງແຕ່ຮ່ອມພູ*ອາໂນນ+ໄປຈົນຮອດພູເຮີໂມນ+ ແລະປົກຄອງຟາກທິດຕາເວັນອອກຂອງພູອາຣາບາທັງໝົດ.+ 2 ຄົນໜຶ່ງແມ່ນສີໂຮນ+ກະສັດຂອງຄົນອາໂມທີ່ຢູ່ເມືອງເຮັດຊະໂບນ. ລາວປົກຄອງເມືອງອາໂຣເອ+ທີ່ຢູ່ແຄມຮ່ອມພູ*ອາໂນນ.+ ລາວປົກຄອງຕັ້ງແຕ່ກາງຮ່ອມພູນັ້ນກັບເຄິ່ງໜຶ່ງຂອງເຂດກິລຽດໄປຈົນຮອດຮ່ອມພູ*ຢັບໂບກທີ່ເປັນເຂດແດນຂອງພວກອຳໂມນ. 3 ລາວຍັງປົກຄອງຟາກທິດຕາເວັນອອກຂອງຮ່ອມພູອາຣາບາຂຶ້ນໄປຈົນຮອດທະເລກິນເນເຣດ*+ ແລະລົງມາຈົນຮອດທະເລຂອງເຂດອາຣາບາທີ່ມີອີກຊື່ໜຶ່ງວ່າທະເລເກືອ* ແລ້ວອອກໄປທາງເບັດເຢຊີໂມດທີ່ຢູ່ທາງທິດຕາເວັນອອກ ແລະໄປທາງເນີນພູປິຊະກາທີ່ຢູ່ທາງທິດໃຕ້.+
4 ເຂົາເຈົ້າຍັງໄດ້ຍຶດເອົາເຂດຂອງໂອກ+ກະສັດຂອງບາຊານ ເຊິ່ງເປັນຄົນໜຶ່ງໃນພວກສຸດທ້າຍຂອງຄົນເຣຟາຢິມ.+ ກະສັດໂອກຢູ່ເມືອງອັດຊະເຕຣາດແລະເມືອງເອັດເຣອີ. 5 ລາວປົກຄອງເຂດພູເຮີໂມນ ເມືອງສາເລກາ ເຂດບາຊານ+ທັງໝົດໄປຈົນຮອດເຂດຂອງພວກເກຊູກັບພວກມາອາກາ+ ແລະປົກຄອງເຄິ່ງໜຶ່ງຂອງເຂດກິລຽດໄປຈົນຮອດເຂດແດນຂອງສີໂຮນກະສັດຂອງເມືອງເຮັດຊະໂບນ.+
6 ພວກອິດສະຣາເອນກັບໂມເຊຜູ້ຮັບໃຊ້ຂອງພະເຢໂຫວາໄດ້ຊະນະກະສັດທັງສອງອົງນັ້ນ.+ ແລ້ວໂມເຊຜູ້ຮັບໃຊ້ຂອງພະເຢໂຫວາກໍໄດ້ຍົກແຜ່ນດິນຂອງພວກເຂົາໃຫ້ຕະກູນຣູເບັນ ຕະກູນຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊ.+
7 ຕໍ່ໄປນີ້ແມ່ນກະສັດຕ່າງໆທີ່ຢູ່ທາງຟາກຕາເວັນຕົກຂອງແມ່ນ້ຳຈໍແດນທີ່ໂຢຊວຍກັບພວກອິດສະຣາເອນໄດ້ເອົາຊະນະ ແລະໄດ້ຍຶດເອົາແຜ່ນດິນຂອງພວກເຂົາ. ກະສັດເຫຼົ່ານີ້ເຄີຍປົກຄອງຕັ້ງແຕ່ບາອານກາດ+ໃນຮ່ອມພູເລບານອນ+ໄປຈົນຮອດພູຮາລັກ+ທີ່ຢູ່ໃກ້ພູເສອີ.+ ໂຢຊວຍໄດ້ແບ່ງແຜ່ນດິນທັງໝົດນີ້ໃຫ້ຕະກູນຕ່າງໆຂອງພວກອິດສະຣາເອນ.+ 8 ແຜ່ນດິນທີ່ເຂົາເຈົ້າໄດ້ຍຶດມາລວມມີ: ເຂດພູ ເຂດເຊເຟລາ ເຂດອາຣາບາ ເຂດເນີນພູ ບ່ອນກັນດານ ແລະເຂດເນເກັບ+ ເຊິ່ງເປັນແຜ່ນດິນຂອງພວກເຮດ ພວກອາໂມ+ ພວກການາອານ ພວກເປຣິຊີ ພວກຮີວີ ແລະພວກເຢບຸດ.+
9 ກະສັດຕ່າງໆທີ່ເຂົາເຈົ້າເອົາຊະນະໄດ້ມີຄື: ກະສັດຂອງເມືອງເຢຣິໂກ+ ກະສັດຂອງເມືອງອາອີ+ທີ່ຢູ່ໃກ້ເມືອງເບເທນ
10 ກະສັດຂອງເມືອງເຢຣູຊາເລັມ ກະສັດຂອງເມືອງເຮັບໂຣນ+
11 ກະສັດຂອງເມືອງຢາຣະມຸດ ກະສັດຂອງເມືອງລາກິດ
12 ກະສັດຂອງເມືອງເອັກໂລນ ກະສັດຂອງເມືອງເກເຊ+
13 ກະສັດຂອງເມືອງເດບີ+ ກະສັດຂອງເມືອງເກເດ
14 ກະສັດຂອງເມືອງໂຮມາ ກະສັດຂອງເມືອງອາຣັດ
15 ກະສັດຂອງເມືອງລິບນາ+ ກະສັດຂອງເມືອງອະດຸລາມ
16 ກະສັດຂອງເມືອງມັກເກດາ+ ກະສັດຂອງເມືອງເບເທນ+
17 ກະສັດຂອງເມືອງຕັບປົວ ກະສັດຂອງເມືອງເຮເຟ
18 ກະສັດຂອງເມືອງອາເຟັກ ກະສັດຂອງເມືອງລັດຊາໂຣນ
19 ກະສັດຂອງເມືອງມາໂດນ ກະສັດຂອງເມືອງຮາໂສ+
20 ກະສັດຂອງເມືອງຊີມໂລນເມໂລນ ກະສັດຂອງເມືອງອັກຊາບ
21 ກະສັດຂອງເມືອງຕາອານັກ ກະສັດຂອງເມືອງເມກິດໂດ
22 ກະສັດຂອງເມືອງເກເດັດ ກະສັດຂອງເມືອງໂຢກເນອາມ+ຢູ່ພູກາເມນ
23 ກະສັດຂອງເມືອງໂດເຣທີ່ຢູ່ເນີນພູໂດເຣ+ ກະສັດຂອງເມືອງໂກຢິມທີ່ຢູ່ເຂດກິນການ
24 ແລະກະສັດຂອງເມືອງຕີຣະຊາ. ລວມແລ້ວກະສັດທັງໝົດມີ 31 ອົງ.