ໂຢບ
15 ເອລີຟັດ+ຄົນເຕມານເວົ້າວ່າ:
2 “ຄົນສະຫຼາດຈະຕອບຄົນອື່ນດ້ວຍຄວາມຮູ້ທີ່ເປັນຄືກັບລົມບໍ?
ລາວຈະເອົາຄວາມຄິດທີ່ບໍ່ຖືກຕ້ອງ*ມາໃສ່ໃນໃຈລາວບໍ?
3 ການຕັກເຕືອນທີ່ໃຊ້ແຕ່ຄຳເວົ້າລ້າໆບໍ່ມີຄ່າຫຍັງ
ແລະມີແຕ່ເວົ້າຢ່າງດຽວກໍບໍ່ມີປະໂຫຍດ.
4 ເຈົ້າເຮັດໃຫ້ຜູ້ຄົນຢ້ານຢຳພະເຈົ້າໜ້ອຍລົງ
ແລະຄິດເຖິງເພິ່ນໜ້ອຍລົງ.
5 ຍ້ອນເຈົ້າເຮັດຜິດ ເຈົ້າກໍເລີຍເວົ້າອອກມາແນວນີ້*
ແລະເຈົ້າເລືອກໃຊ້ຄຳເວົ້າທີ່ມີເລ່ລ່ຽມ.
6 ຄຳເວົ້າຂອງເຈົ້າພິສູດວ່າເຈົ້າເປັນຄົນຜິດ ບໍ່ແມ່ນຂ້ອຍ.
ຄຳເວົ້າຂອງເຈົ້າເປັນພະຍານຕໍ່ສູ້ເຈົ້າເອງ.+
7 ເຈົ້າເປັນຄົນທຳອິດທີ່ເກີດມາບໍ?
ຫຼືເຈົ້າເກີດກ່ອນພູຕ່າງໆບໍ?
8 ເຈົ້າເຄີຍໄດ້ຍິນແຜນການທີ່ເປັນຄວາມລັບຂອງພະເຈົ້າບໍ?
ມີແຕ່ເຈົ້າບໍທີ່ສະຫຼາດ?
9 ມີຫຍັງບໍທີ່ເຈົ້າຮູ້ ແລ້ວພວກເຮົາບໍ່ຮູ້?+
ມີຫຍັງບໍທີ່ເຈົ້າເຂົ້າໃຈ ແລ້ວພວກເຮົາບໍ່ເຂົ້າໃຈ?
10 ໃນພວກເຮົາມີທັງຄົນຜົມຫງອກແລະອາຍຸຫຼາຍແລ້ວ.+
ບາງຄົນອາຍຸຫຼາຍກວ່າພໍ່ຂອງເຈົ້າຊ້ຳ.
11 ເຈົ້າຄິດວ່າຄຳເວົ້າປອບໃຈຈາກພະເຈົ້າ
ແລະຄຳເວົ້າທີ່ອ່ອນໂຍນຂອງພວກເຮົາຍັງບໍ່ພໍສຳລັບເຈົ້າບໍ?
12 ເປັນຫຍັງເຈົ້າຈຶ່ງຈອງຫອງຈົນຄວບຄຸມໂຕເອງບໍ່ໄດ້?
ເປັນຫຍັງເຈົ້າຈຶ່ງໃຈຮ້າຍແລະກຶ້ງຕາໃສ່ແບບນີ້?
13 ເຈົ້າໃຈຮ້າຍໃຫ້ພະເຈົ້າ
ເຈົ້າຈຶ່ງເວົ້າອອກມາແນວນີ້.
14 ມະນຸດຈະເປັນຄົນບໍລິສຸດໄດ້ບໍ?
ຄົນເຮົາຈະເຮັດສິ່ງທີ່ຖືກຕ້ອງຕະຫຼອດໄດ້ບໍ?+
16 ຄັນຊັ້ນ ມະນຸດທີ່ເຮັດສິ່ງທີ່ເປັນຕາຂີ້ດຽດ
ແລະເຮັດສິ່ງທີ່ບໍ່ຖືກຕ້ອງເລື້ອຍໆຄືກັບກິນນ້ຳ ເພິ່ນຈະເຊື່ອໃຈໄດ້ແນວໃດ!+
17 ໃຫ້ຕັ້ງໃຈຟັງສິ່ງທີ່ຂ້ອຍຈະເວົ້າເດີ້.
ຂ້ອຍຈະເລົ່າເລື່ອງທີ່ຂ້ອຍໄດ້ຮູ້ໄດ້ເຫັນ
18 ແລະເລື່ອງທີ່ຄົນສະຫຼາດບໍ່ໄດ້ປິດບັງໄວ້
ເຊິ່ງໄດ້ຍິນຈາກປູ່ຍ່າຕານາຍຂອງເຂົາເຈົ້າ.+
19 ມີແຕ່ເຂົາເຈົ້າທີ່ໄດ້ຢູ່ໃນແຜ່ນດິນທີ່ເຂົາເຈົ້າໄດ້ຮັບ
ແລະກໍບໍ່ເຄີຍມີຜູ້ໃດຍ່າງຜ່ານແຜ່ນດິນຂອງເຂົາເຈົ້າ.
20 ຄົນຊົ່ວຈະທໍລະມານຕະຫຼອດຊີວິດ.
ຄົນທີ່ຂົ່ມເຫງຄົນອື່ນຈະມີຊີວິດທີ່ລຳບາກຕະຫຼອດ.
21 ລາວຈະໄດ້ຍິນສຽງທີ່ເປັນຕາຢ້ານ.+
ໃນຍາມທີ່ສະຫງົບສຸກກໍຈະມີໂຈນມາຕີລາວ.
22 ລາວຄິດວ່າບໍ່ມີທາງທີ່ຈະໜີຈາກຄວາມມືດໄດ້.+
ລາວຈະຕ້ອງຕາຍດ້ວຍດາບ.
23 ລາວຊອກຫາອາຫານແລະຖາມວ່າມັນຢູ່ໃສ?
ລາວຮູ້ດີວ່າວັນແຫ່ງຄວາມຕາຍໃກ້ເຂົ້າມາແລ້ວ.
24 ຄວາມເຄັ່ງຕຶງແລະຄວາມໂສກເສົ້າເຮັດໃຫ້ລາວຢ້ານ
ເພາະມັນຫຸ້ມໃສ່ລາວຄືກັບກະສັດທີ່ພ້ອມຈະໂຈມຕີ.
25 ສິ່ງເຫຼົ່ານີ້ຈະເກີດຂຶ້ນກັບລາວ ຍ້ອນລາວກ້າຕໍ່ສູ້ກັບພະເຈົ້າ
ແລະທ້າທາຍຜູ້ມີລິດເດດສູງສຸດ.
26 ລາວດື້ແລ່ນເຂົ້າມາໃສ່ພະອົງ.
ລາວຈັບເອົາໂລ້ທີ່ໜາໆແລະທົນໆໄປນຳ.
27 ໜ້າຂອງລາວເຕັມແຕ່ໄຂມັນ
ແລະທ້ອງຂອງລາວກໍເຕັມແຕ່ໄຂມັນຄືກັນ.
28 ລາວຢູ່ໃນເມືອງທີ່ຈະຖືກທຳລາຍ
ແລະຢູ່ໃນເຮືອນທີ່ບໍ່ມີໃຜຢູ່
ເຊິ່ງຈະກາຍເປັນກອງຫີນ.
29 ລາວຈະບໍ່ລວຍຂຶ້ນແລະຊັບສົມບັດຂອງລາວກໍຈະບໍ່ເພີ່ມຂຶ້ນ.
ທຸກສິ່ງທີ່ລາວມີຢູ່ເທິງໂລກນີ້ກໍຈະຫາຍໄປໝົດ.
30 ລາວຈະໜີຈາກຄວາມຕາຍບໍ່ໄດ້.
ແປວໄຟຈະເຮັດໃຫ້ງ່າໄມ້ຂອງລາວ*ແຫ້ງ
ແລະລາວຈະຖືກຂ້າດ້ວຍລົມຫາຍໃຈຂອງພະເຈົ້າ.+
31 ຢ່າໃຫ້ລາວຫຼົງໄປໄວ້ໃຈສິ່ງທີ່ບໍ່ມີຄ່າ
ເພາະລາວຈະໄດ້ແຕ່ສິ່ງທີ່ບໍ່ມີຄ່າກັບມາ.
32 ອີກບໍ່ດົນສິ່ງເຫຼົ່ານີ້ກໍຈະເກີດຂຶ້ນກັບລາວ.
ງ່າໄມ້ຂອງລາວຈະບໍ່ປົ່ງຍອດອອກມາ.+
33 ລາວຈະເປັນຄືກັບເຄືອໝາກລະແຊັງທີ່ຖືກສັ່ນຈົນບໍ່ເຫຼືອໝາກເລີຍ
ແລະເປັນຄືກັບກົກໝາກກອກທີ່ດອກຂອງມັນຫຼົ່ນຖິ້ມໝົດ.
35 ເຂົາເຈົ້າຄິດແຕ່ເລື່ອງບໍ່ດີແລະເຮັດແຕ່ແນວຊົ່ວໆ.
ໃນໃຈຂອງເຂົາເຈົ້າກໍມີແຕ່ຫາວິທີຫຼອກລວງຄົນອື່ນ.”