ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 20
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ການ​ນະມັດສະການ​ພະ​ໂມເລັກ; ການ​ໄປ​ຫາ​ໝໍ​ຜີ (1-6)

      • ຕ້ອງ​ເປັນ​ຄົນ​ບໍລິສຸດ​ແລະ​ນັບ​ຖື​ພໍ່​ແມ່ (7-9)

      • ຄົນ​ທີ່​ມີ​ເພດ​ສຳພັນ​ທີ່​ບໍ່​ຖືກຕ້ອງ​ຈະ​ຕ້ອງ​ຕາຍ (10-21)

      • ຕ້ອງ​ເປັນ​ຄົນ​ບໍລິສຸດ​ເພື່ອ​ຈະ​ຢູ່​ໃນ​ແຜ່ນດິນ (22-26)

      • ຜູ້​ທີ່​ເປັນ​ໝໍ​ຜີ​ຈະ​ຕ້ອງ​ຕາຍ (27)

ລະບຽບພວກເລວີ 20:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:21; ພບຍ 18:10

ລະບຽບພວກເລວີ 20:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 5:11

ລະບຽບພວກເລວີ 20:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 13:6-9

ລະບຽບພວກເລວີ 20:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:5

ລະບຽບພວກເລວີ 20:6

ໄຂເງື່ອນ

  • *

    ຫຼື “ຂາຍ​ໂຕ​ໃຫ້​ພະເຈົ້າ​ອື່ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:31; ພບຍ 18:10-12; ຄລຕ 5:19, 20; ພນມ 21:8
  • +ລລວ 20:27; ກຈກ 16:16
  • +1ຂຄ 10:13

ລະບຽບພວກເລວີ 20:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:44; 1ປຕ 1:15, 16

ລະບຽບພວກເລວີ 20:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:4; ປຍຈ 12:13
  • +ອພຍ 31:13; ລລວ 21:8; 1ທຊ 5:23; 2ທຊ 2:13

ລະບຽບພວກເລວີ 20:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 21:17; ພບຍ 27:16; ສພສ 20:20; ມທ 15:4

ລະບຽບພວກເລວີ 20:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 5:18; 22:22; ຣມ 7:3; 1ກຣ 6:9, 10

ລະບຽບພວກເລວີ 20:11

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ພໍ່​ຂອງ​ລາວ​ເຈິ​ຄວາມ​ປະ​ເປືອຍ​ຂອງ​ໂຕເອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:8; ພບຍ 27:20

ລະບຽບພວກເລວີ 20:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:15, 29

ລະບຽບພວກເລວີ 20:13

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຖ້າ​ມີ​ເພດ​ສຳພັນ​ກັບ​ຜູ້​ຊາຍ​ຄື​ກັບ​ທີ່​ມີ​ເພດ​ສຳພັນ​ກັບ​ຜູ້ຍິງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:5; ລລວ 18:22; ຜຕສ 19:22; ຣມ 1:26, 27; 1ກຣ 6:9, 10; ຢດ 7

ລະບຽບພວກເລວີ 20:14

ໄຂເງື່ອນ

  • *

    ຫຼື “ເປັນ​ຕາ​ໜ້າ​ອາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:17; ພບຍ 27:23
  • +ລລວ 21:9

ລະບຽບພວກເລວີ 20:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:19; ພບຍ 27:21

ລະບຽບພວກເລວີ 20:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:23

ລະບຽບພວກເລວີ 20:17

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ເອື້ອຍ​ນ້ອງ​ຂອງ​ລາວ​ເຈິ​ຄວາມ​ປະ​ເປືອຍ​ຂອງ​ໂຕເອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:9; ພບຍ 27:22

ລະບຽບພວກເລວີ 20:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:19

ລະບຽບພວກເລວີ 20:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:12, 13

ລະບຽບພວກເລວີ 20:20

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ລຸງ​ຫຼື​ອາວ​ຂອງ​ລາວ​ເຈິ​ຄວາມ​ປະ​ເປືອຍ​ຂອງ​ໂຕເອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:14

ລະບຽບພວກເລວີ 20:21

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ອ້າຍນ້ອງ​ຂອງ​ລາວ​ເຈິ​ຄວາມ​ປະ​ເປືອຍ​ຂອງ​ໂຕເອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:16; ພບຍ 25:5

ລະບຽບພວກເລວີ 20:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 21:1; ພບຍ 5:1
  • +ປຍຈ 12:13
  • +ລລວ 18:26, 28

ລະບຽບພວກເລວີ 20:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:3, 24; ພບຍ 12:30
  • +ລລວ 18:27; ພບຍ 9:5

ລະບຽບພວກເລວີ 20:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:17; 6:8; ພບຍ 8:7-9; ອຊກ 20:6
  • +ອພຍ 19:5; 33:16; 1ກສ 8:53; 1ປຕ 2:9

ລະບຽບພວກເລວີ 20:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:46, 47; ພບຍ 14:4-20
  • +ລລວ 11:43

ລະບຽບພວກເລວີ 20:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:2; ພສ 99:5; 1ປຕ 1:15, 16; ພນມ 4:8
  • +ພບຍ 7:6

ລະບຽບພວກເລວີ 20:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:18; ລລວ 19:31; 20:6; ພບຍ 18:10-12; ພນມ 21:8

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 20:2ລລວ 18:21; ພບຍ 18:10
ລລວ. 20:3ອຊກ 5:11
ລລວ. 20:4ພບຍ 13:6-9
ລລວ. 20:5ອພຍ 20:5
ລລວ. 20:6ລລວ 19:31; ພບຍ 18:10-12; ຄລຕ 5:19, 20; ພນມ 21:8
ລລວ. 20:6ລລວ 20:27; ກຈກ 16:16
ລລວ. 20:61ຂຄ 10:13
ລລວ. 20:7ລລວ 11:44; 1ປຕ 1:15, 16
ລລວ. 20:8ລລວ 18:4; ປຍຈ 12:13
ລລວ. 20:8ອພຍ 31:13; ລລວ 21:8; 1ທຊ 5:23; 2ທຊ 2:13
ລລວ. 20:9ອພຍ 21:17; ພບຍ 27:16; ສພສ 20:20; ມທ 15:4
ລລວ. 20:10ພບຍ 5:18; 22:22; ຣມ 7:3; 1ກຣ 6:9, 10
ລລວ. 20:11ລລວ 18:8; ພບຍ 27:20
ລລວ. 20:12ລລວ 18:15, 29
ລລວ. 20:13ປຖກ 19:5; ລລວ 18:22; ຜຕສ 19:22; ຣມ 1:26, 27; 1ກຣ 6:9, 10; ຢດ 7
ລລວ. 20:14ລລວ 18:17; ພບຍ 27:23
ລລວ. 20:14ລລວ 21:9
ລລວ. 20:15ອພຍ 22:19; ພບຍ 27:21
ລລວ. 20:16ລລວ 18:23
ລລວ. 20:17ລລວ 18:9; ພບຍ 27:22
ລລວ. 20:18ລລວ 18:19
ລລວ. 20:19ລລວ 18:12, 13
ລລວ. 20:20ລລວ 18:14
ລລວ. 20:21ລລວ 18:16; ພບຍ 25:5
ລລວ. 20:22ອພຍ 21:1; ພບຍ 5:1
ລລວ. 20:22ປຍຈ 12:13
ລລວ. 20:22ລລວ 18:26, 28
ລລວ. 20:23ລລວ 18:3, 24; ພບຍ 12:30
ລລວ. 20:23ລລວ 18:27; ພບຍ 9:5
ລລວ. 20:24ອພຍ 3:17; 6:8; ພບຍ 8:7-9; ອຊກ 20:6
ລລວ. 20:24ອພຍ 19:5; 33:16; 1ກສ 8:53; 1ປຕ 2:9
ລລວ. 20:25ລລວ 11:46, 47; ພບຍ 14:4-20
ລລວ. 20:25ລລວ 11:43
ລລວ. 20:26ລລວ 19:2; ພສ 99:5; 1ປຕ 1:15, 16; ພນມ 4:8
ລລວ. 20:26ພບຍ 7:6
ລລວ. 20:27ອພຍ 22:18; ລລວ 19:31; 20:6; ພບຍ 18:10-12; ພນມ 21:8
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 20:1-27

ລະບຽບພວກເລວີ

20 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຕື່ມ​ອີກ​ວ່າ: 2 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ຖ້າ​ຄົນ​ອິດສະຣາເອນ​ແລະ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ​ຄົນ​ໃດ​ເອົາ​ລູກ​ໄປ​ເຜົາ​ບູຊາ​ພະ​ໂມເລັກ ຜູ້​ນັ້ນ​ຕ້ອງ​ຕາຍ​ແນ່ນອນ.+ ຄົນ​ອື່ນ​ໆ​ຢູ່​ໃນ​ແຜ່ນ​ດິນ​ຕ້ອງ​ດຶກ​ກ້ອນ​ຫີນ​ໃສ່​ລາວ​ຈົນ​ຕາຍ. 3 ເຮົາ​ຈະບໍ່​ຍອມ​ຮັບຜູ້​ນັ້ນ ແລະ​ລາວ​ຈະ​ຕ້ອງ​ຕາຍ​ຍ້ອນ​ເອົາ​ລູກ​ເຜົາ​ບູຊາພະ​ໂມເລັກ ເຮັດ​ໃຫ້​ບ່ອນ​ບໍລິສຸດ​ຂອງ​ເຮົາ​ບໍ່​ສະອາດ+ ແລະ​ເຮັດ​ໃຫ້​ຊື່​ທີ່​ບໍລິສຸດ​ຂອງ​ເຮົາຖືກ​ດູ​ໝິ່ນ. 4 ຕອນ​ທີ່​ຜູ້​ນັ້ນ​ເອົາ​ລູກ​ໄປ​ເຜົາ​ບູຊາ​ພະ​ໂມເລັກ ຖ້າ​ຄົນ​ອື່ນ​ໆ​ເຮັດ​ຄື​ບໍ່​ຮູ້​ບໍ່​ເຫັນ​ແລະ​ບໍ່​ໄດ້​ຂ້າ​ລາວ​ໃຫ້​ຕາຍ+ 5 ເຮົາ​ຈະ​ບໍ່​ຍອມ​ຮັບ​ຜູ້​ນັ້ນ​ກັບ​ຄອບຄົວ​ຂອງ​ລາວ​ເດັດຂາດ.+ ເຮົາ​ຈະ​ຂ້າ​ຜູ້​ນັ້ນ​ກັບ​ທຸກ​ຄົນ​ທີ່​ບໍ່​ສັດຊື່​ທີ່​ໄປ​ນະມັດສະການ​ພະ​ໂມເລັກ​ກັບ​ລາວ.

6 ຖ້າ​ຜູ້​ໃດບໍ່​ສັດຊື່ຕໍ່​ເຮົາ*ໂດຍ​ໄປ​ຫາ​ໝໍ​ຜີ+​ກັບ​ໝໍ​ດູ+ ເຮົາ​ຈະ​ບໍ່​ຍອມ​ຮັບ​ຜູ້​ນັ້ນ​ເດັດຂາດ ແລະ​ລາວ​ຈະ​ຕ້ອງ​ຕາຍ.+

7 ເຈົ້າ​ຕ້ອງແຍກ​ໂຕ​ໄວ້​ຕ່າງ​ຫາກໃຫ້​ເປັນ​ຄົນ​ສະອາດ​ແລະ​ບໍລິສຸດ+ ເພາະ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. 8 ເຈົ້າ​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ເຮົາ.+ ເຮົາ​ແມ່ນ​ເຢໂຫວາ​ຜູ້​ທີ່​ແຍກ​ເຈົ້າ​ໄວ້​ຕ່າງ​ຫາກ.+

9 ຖ້າ​ຜູ້​ໃດ​ປ້ອຍ​ດ່າ​ພໍ່​ຫຼື​ແມ່​ຂອງ​ໂຕເອງ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ​ແນ່ນອນ.+ ລາວ​ຈະ​ມີ​ຄວາມ​ຜິດ​ຍ້ອນ​ປ້ອຍ​ດ່າ​ພໍ່​ແມ່​ຂອງ​ໂຕເອງ.

10 ຕໍ່​ໄປ​ນີ້​ແມ່ນ​ກົດ​ໝາຍ​ກ່ຽວ​ກັບ​ຜູ້​ຊາຍ​ທີ່​ຫຼິ້ນ​ຊູ້​ກັບ​ເມຍ​ຂອງ​ຄົນ​ອື່ນ. ຄົນ​ທີ່ຫຼິ້ນ​ຊູ້​ກັບ​ເມຍ​ຂອງ​ເພື່ອນ​ບ້ານຈະ​ຕ້ອງ​ຕາຍ​ແນ່ນອນ. ໃຫ້​ຂ້າ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ.+ 11 ຜູ້​ທີ່​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ພໍ່​ກໍ​ເຮັດ​ໃຫ້​ພໍ່​ຂອງ​ລາວ​ອັບອາຍ*+ ທັງ​ສອງ​ຄົນ​ຈະ​ຕ້ອງ​ຕາຍ​ແນ່ນອນ. ເຂົາ​ເຈົ້າ​ຈະ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ. 12 ຖ້າ​ພໍ່​ຄົນໃດມີ​ເພດ​ສຳພັນ​ກັບ​ລູກໃພ້​ຂອງ​ໂຕເອງ ທັງ​ລາວ​ກັບ​ລູກໃພ້​ຈະ​ຕ້ອງ​ຕາຍ​ແນ່ນອນ. ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່ເປັນ​ຕາ​ຂີ້ດຽດ. ເຂົາ​ເຈົ້າ​ຈະ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ.+

13 ຖ້າ​ຜູ້​ຊາຍ​ກັບ​ຜູ້​ຊາຍມີ​ເພດ​ສຳພັນ​ກັນ* ທັງ​ສອງ​ຄົນ​ກໍ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ.+ ເຂົາ​ເຈົ້າ​ຈະ​ຕ້ອງ​ຕາຍ​ແນ່ນອນ. ເຂົາ​ເຈົ້າ​ຈະ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ.

14 ຖ້າ​ຜູ້​ຊາຍ​ມີ​ເພດ​ສຳພັນ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ ແລະ​ໄປ​ມີ​ເພດ​ສຳພັນ​ກັບ​ແມ່​ຂອງ​ຜູ້​ຍິງ​ຄົນ​ນັ້ນ​ນຳ ລາວ​ກໍ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ.*+ ທັງ​ສາມ​ຄົນ​ຕ້ອງ​ຖືກ​ຂ້າ​ແລະ​ເອົາ​ໄປ​ເຜົາ+ ເພື່ອ​ບໍ່​ໃຫ້​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ນັ້ນ​ຢູ່​ນຳ​ພວກ​ເຈົ້າ​ອີກ​ຕໍ່​ໄປ.

15 ຖ້າ​ຜູ້​ຊາຍ​ມີ​ເພດ​ສຳພັນ​ກັບ​ສັດ ລາວ​ຈະ​ຕ້ອງ​ຕາຍ​ແນ່ນອນ ແລະ​ໃຫ້​ພວກ​ເຈົ້າ​ຂ້າ​ສັດ​ໂຕ​ນັ້ນ​ນຳ.+ 16 ຖ້າ​ຜູ້​ຍິງ​ມີ​ເພດ​ສຳພັນ​ກັບ​ສັດ+ ພວກ​ເຈົ້າ​ຕ້ອງ​ຂ້າ​ທັງ​ຜູ້​ຍິງ​ແລະ​ສັດ​ໂຕ​ນັ້ນ. ຜູ້​ຊາຍ​ຫຼື​ຜູ້​ຍິງ​ທີ່​ມີ​ເພດ​ສຳພັນ​ກັບ​ສັດ​ຈະ​ຕ້ອງ​ຕາຍ​ແນ່ນອນ. ລາວ​ຈະ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ລາວ.

17 ຖ້າ​ຜູ້​ຊາຍມີ​ເພດ​ສຳພັນ​ກັບ​ເອື້ອຍ​ນ້ອງຂອງ​ລາວ ຫຼື​ລູກສາວ​ຂອງ​ພໍ່​ລາວ ຫຼື​ລູກສາວ​ຂອງ​ແມ່​ລາວ ລາວ​ກໍ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ອາຍ.+ ເຂົາ​ເຈົ້າ​ຈະ​ຕ້ອງ​ຕາຍ​ຕໍ່​ໜ້າ​ຜູ້​ຄົນ​ໃນ​ແຜ່ນດິນ. ລາວ​ເຮັດ​ໃຫ້​ເອື້ອຍ​ນ້ອງ​ຂອງ​ລາວ​ອັບອາຍ.* ລາວ​ຈະ​ຕ້ອງ​ຖືກ​ລົງໂທດ.

18 ຖ້າ​ຜູ້​ຊາຍ​ມີ​ເພດ​ສຳພັນ​ກັບ​ຜູ້​ຍິງ​ຕອນ​ທີ່​ຜູ້​ຍິງ​ເປັນ​ປະຈຳ​ເດືອນ ທັງ​ສອງ​ຄົນ​ກໍ​ບໍ່​ໄດ້ນັບ​ຖື​ເລືອດຂອງ​ລາວ.+ ເຂົາ​ເຈົ້າ​ຈະ​ຕ້ອງ​ຕາຍ.

19 ຫ້າມ​ມີ​ເພດ​ສຳພັນ​ກັບ​ເອື້ອຍ​ນ້ອງ​ຂອງ​ແມ່​ເຈົ້າ​ຫຼື​ເອື້ອຍ​ນ້ອງ​ຂອງ​ພໍ່​ເຈົ້າ ເພາະ​ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ພີ່ນ້ອງ​ສາຍ​ເລືອດ​ດຽວ​ກັນ​ກັບ​ເຈົ້າ​ອັບອາຍ.+ ເຂົາ​ເຈົ້າ​ຈະ​ຕ້ອງ​ຖືກ​ລົງໂທດ. 20 ຖ້າ​ຜູ້​ຊາຍ​ຄົນ​ໃດ​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ລຸງ​ຫຼື​ເມຍ​ຂອງ​ອາວ ຜູ້​ນັ້ນ​ກໍ​ເຮັດ​ໃຫ້​ລຸງ​ຫຼື​ອາວ​ອັບອາຍ*+ ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ຈະ​ຕ້ອງ​ຖືກ​ລົງໂທດ. ເຂົາ​ເຈົ້າ​ຈະຕາຍ​ແລະ​ບໍ່​ມີ​ລູກ. 21 ຖ້າ​ຜູ້​ຊາຍ​ເອົາ​ເມຍ​ຂອງ​ອ້າຍນ້ອງ​ມາ​ເປັນ​ເມຍ​ຂອງ​ໂຕເອງ ລາວ​ກໍ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ.+ ລາວ​ເຮັດ​ໃຫ້​ອ້າຍນ້ອງ​ຂອງ​ລາວ​ອັບອາຍ.* ເຂົາ​ເຈົ້າ​ຈະຕາຍ​ແລະ​ບໍ່​ມີ​ລູກ.

22 ພວກ​ເຈົ້າ​ຕ້ອງ​ເຊື່ອ​ຟັງ​ກົດ​ໝາຍ+ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເຮົາ+ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຖືກ​ຂັບ​ໄລ່​ອອກ​ຈາກ​ແຜ່ນດິນ​ທີ່​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄປ​ຢູ່​ນັ້ນ.+ 23 ຫ້າມ​ພວກ​ເຈົ້າ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ຊາດ​ຕ່າງ​ໆ​ເຊິ່ງ​ເຮົາ​ຈະ​ໄລ່​ອອກ​ຈາກ​ແຜ່ນດິນ​ທີ່​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄປ​ຢູ່+ ຍ້ອນ​ພວກ​ເຂົາ​ເຮັດ​ສິ່ງ​ທີ່​ເວົ້າ​ມາ​ທັງ​ໝົດ​ນີ້​ແລະ​ເຮົາ​ກຽດ​ຊັງ​ພວກ​ເຂົາ.+ 24 ຍ້ອນ​ແນວ​ນີ້​ເຮົາ​ຈຶ່ງ​ບອກ​ພວກ​ເຈົ້າ​ວ່າ “ພວກ​ເຈົ້າ​ຈະ​ໄດ້​ແຜ່ນດິນ​ຂອງ​ພວກ​ເຂົາ. ເຮົາ​ຈະ​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ​ທີ່​ມີ​ນ້ຳ​ນົມ​ແລະ​ນ້ຳ​ເຜີ້ງ​ຫຼາຍ​ໃຫ້​ພວກ​ເຈົ້າ.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ຜູ້​ທີ່​ແຍກ​ພວກ​ເຈົ້າ​ໄວ້​ຕ່າງ​ຫາກ​ຈາກ​ຊາດ​ອື່ນ​ໆ​.”+ 25 ພວກ​ເຈົ້າ​ຕ້ອງ​ແຍກ​ໃຫ້​ໄດ້​ວ່າ​ສັດ​ຊະນິດໃດ​ທີ່​ຖື​ວ່າ​ສະອາດ​ແລະ​ສັດ​ຊະນິດໃດ​ທີ່​ຖື​ວ່າ​ບໍ່​ສະອາດ ນົກ​ຊະນິດໃດ​ທີ່​ຖື​ວ່າ​ສະອາດ​ແລະ​ນົກ​ຊະນິດໃດ​ທີ່​ຖື​ວ່າ​ບໍ່​ສະອາດ.+ ພວກ​ເຈົ້າ​ຕ້ອງ​ບໍ່​ເຮັດ​ໃຫ້​ໂຕເອງ​ເປັນ​ຕາ​ໜ້າ​ລັງກຽດ​ຍ້ອນ​ສັດ ຫຼື​ນົກ ຫຼື​ສັດ​ທີ່​ໄຕ່​ໄປ​ໄດ້​ທີ່​ເຮົາ​ໄດ້​ແຍກ​ໄວ້​ເປັນ​ສັດ​ທີ່​ຖື​ວ່າ​ບໍ່​ສະອາດ.+ 26 ພວກ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ​ສຳລັບ​ເຮົາ ເພາະ​ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ+ ແລະ​ເຮົາ​ໄດ້​ແຍກ​ພວກ​ເຈົ້າ​ໄວ້​ຕ່າງ​ຫາກ​ຈາກ​ຊາດ​ອື່ນ​ໆ​ເພື່ອ​ເປັນ​ປະຊາຊົນ​ຂອງ​ເຮົາ.+

27 ຖ້າ​ຜູ້​ໃດ​ເຮັດ​ໂຕ​ເປັນ​ໝໍ​ຜີ​ຫຼື​ໝໍ​ດູ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ​ແນ່ນອນ.+ ພວກ​ເຈົ້າ​ຕ້ອງ​ດຶກ​ກ້ອນ​ຫີນ​ໃສ່​ລາວ​ຈົນ​ຕາຍ. ລາວ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ລາວ.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌