ຂ່າວດີທີ່ຂຽນໂດຍມັດທາຍ
9 ມີມື້ໜຶ່ງ ພະເຢຊູຂຶ້ນເຮືອຂ້າມຟາກກັບໄປເມືອງທີ່ເພິ່ນອາໄສຢູ່.*+ 2 ມີຄົນຫາມຜູ້ຊາຍທີ່ເປັນອຳມະພາດນອນຢູ່ເທິງເປມາຫາພະເຢຊູ. ເມື່ອເຫັນຄວາມເຊື່ອຂອງເຂົາເຈົ້າ ເພິ່ນກໍບອກຄົນທີ່ເປັນອຳມະພາດວ່າ: “ບໍ່ຕ້ອງຢ້ານເດີ້ລູກ. ຂ້ອຍຍົກໂທດບາບຂອງເຈົ້າແລ້ວ.”+ 3 ຄູສອນສາສະໜາບາງຄົນຄິດໃນໃຈວ່າ: “ຜູ້ນີ້ເວົ້າລົບລູ່ພະເຈົ້າ.” 4 ພະເຢຊູຮູ້ວ່າເຂົາເຈົ້າຄິດຫຍັງຢູ່ ເພິ່ນຈຶ່ງເວົ້າວ່າ: “ເປັນຫຍັງພວກເຈົ້າຄືຄິດຊົ່ວແບບນັ້ນ?+ 5 ມັນງ່າຍທີ່ຈະເວົ້າວ່າ ‘ບາບຂອງເຈົ້າໄດ້ຮັບການຍົກໂທດແລ້ວ.’ ແຕ່ຈະມີໃຜບອກຜູ້ຊາຍຄົນນີ້ໄດ້ບໍວ່າ ‘ລຸກຂຶ້ນແລະເມືອເຮືອນສະ ແລ້ວລາວຈະລຸກຂຶ້ນແລະຍ່າງໄດ້ແທ້ໆ’?+ 6 ແຕ່ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າ ລູກມະນຸດມີອຳນາດທີ່ຈະຍົກໂທດບາບຢູ່ໂລກນີ້ໄດ້ແທ້.” ແລ້ວພະເຢຊູກໍເວົ້າກັບຄົນທີ່ເປັນອຳມະພາດວ່າ: “ລຸກຂຶ້ນ ແລ້ວແບກເປເມືອເຮືອນ.”+ 7 ລາວກໍລຸກຂຶ້ນແລະຍ່າງເມືອເຮືອນ. 8 ເມື່ອຄົນອື່ນເຫັນແບບນັ້ນກໍຮູ້ສຶກຢ້ານ ເຂົາເຈົ້າຈຶ່ງພາກັນສັນລະເສີນພະເຈົ້າທີ່ໃຫ້ມະນຸດມີອຳນາດເຮັດແບບນັ້ນໄດ້.
9 ເມື່ອພະເຢຊູຍ່າງໄປອີກໜ້ອຍໜຶ່ງກໍເຫັນຜູ້ຊາຍຄົນໜຶ່ງຊື່ມັດທາຍນັ່ງຢູ່ດ່ານເກັບພາສີ ເພິ່ນຈຶ່ງເວົ້າກັບລາວວ່າ: “ມາເປັນລູກສິດຂ້ອຍແມ້.” ມັດທາຍກໍລຸກຂຶ້ນແລະໄປນຳເພິ່ນ.+ 10 ຕໍ່ມາ ພະເຢຊູໄປກິນເຂົ້າຢູ່ເຮືອນຂອງມັດທາຍ. ມີຄົນເກັບພາສີແລະຄົນທີ່ມັກເຮັດຜິດຫຼາຍຄົນກິນເຂົ້າຢູ່ໂຕະດຽວກັບພະເຢຊູແລະພວກລູກສິດຂອງເພິ່ນ.+ 11 ເມື່ອພວກຟາຣີຊາຍເຫັນແບບນັ້ນກໍເວົ້າກັບລູກສິດຂອງພະເຢຊູວ່າ: “ເປັນຫຍັງອາຈານຂອງພວກເຈົ້າຈຶ່ງກິນເຂົ້ານຳຄົນເກັບພາສີແລະຄົນທີ່ມັກເຮັດຜິດ?”+ 12 ເມື່ອພະເຢຊູໄດ້ຍິນແບບນັ້ນກໍເວົ້າວ່າ: “ຄົນທີ່ແຂງແຮງດີບໍ່ຕ້ອງການໝໍ ແຕ່ຄົນທີ່ບໍ່ສະບາຍຕ້ອງໃຫ້ໝໍປົວ.+ 13 ໃຫ້ພວກເຈົ້າໄປຮຽນຮູ້ຄວາມໝາຍຂອງຂໍ້ນີ້ເບິ່ງ ທີ່ພະເຈົ້າເວົ້າວ່າ ‘ເຮົາຢາກໃຫ້ພວກເຈົ້າອີ່ຕົນຄົນອື່ນ ບໍ່ໄດ້ຢາກໃຫ້ພວກເຈົ້າເອົາເຄື່ອງບູຊາມາໃຫ້.’+ ຂ້ອຍບໍ່ໄດ້ມາເພື່ອຊ່ວຍຄົນດີ* ແຕ່ມາເພື່ອຊ່ວຍຄົນທີ່ເຮັດຜິດ.”
14 ຕໍ່ມາ ລູກສິດຂອງໂຢຮັນຈຶ່ງເຂົ້າມາຖາມພະເຢຊູວ່າ: “ພວກເຮົາກັບພວກຟາຣີຊາຍອົດເຂົ້າ ແຕ່ເປັນຫຍັງພວກລູກສິດຂອງທ່ານຈຶ່ງບໍ່ອົດເຂົ້າ?”+ 15 ເພິ່ນຕອບເຂົາເຈົ້າວ່າ: “ຕອນທີ່ເຈົ້າບ່າວຍັງຢູ່ ໝູ່ເຈົ້າບ່າວກໍບໍ່ຕ້ອງໂສກເສົ້າ+ແມ່ນບໍ? ແຕ່ຈະມີມື້ໜຶ່ງຊິມີຄົນເອົາເຈົ້າບ່າວໄປຈາກເຂົາເຈົ້າ.+ ຕອນນັ້ນແຫຼະທີ່ເຂົາເຈົ້າຈະໂສກເສົ້າແລະອົດເຂົ້າ. 16 ບໍ່ມີໃຜເອົາຜ້າໃໝ່ມາຕາບເສື້ອເກົ່າ. ຖ້າຜ້າໃໝ່ຫົດ ມັນຈະດຶງຜ້າເກົ່າໃຫ້ຂາດ ແລ້ວຮອຍຂາດຈະໃຫຍ່ກວ່າເກົ່າ.+ 17 ບໍ່ມີຜູ້ໃດເອົາເຫຼົ້າແວງໃໝ່ໃສ່ຖົງໜັງເກົ່າ. ຖ້າເຮັດແບບນັ້ນ ຖົງໜັງຈະແຕກ ເຫຼົ້າແວງຈະໄຫຼອອກ ແລະຖົງໜັງນັ້ນກໍຈະໃຊ້ບໍ່ໄດ້. ແຕ່ລາວຈະເອົາເຫຼົ້າແວງໃໝ່ໃສ່ຖົງໜັງໃໝ່ ທັງສອງຢ່າງຈຶ່ງບໍ່ຕ້ອງເສຍຖິ້ມໄປລ້າໆ.”
18 ຕອນທີ່ພະເຢຊູກຳລັງສອນເລື່ອງນີ້ຢູ່ ຫົວໜ້າ*ຄົນໜຶ່ງເຂົ້າມາໝູບລົງສະແດງຄວາມນັບຖືເພິ່ນແລະເວົ້າວ່າ: “ລູກສາວຂ້ອຍບໍ່ສະບາຍແຮງ ປານນີ້ລາວຄືຊິຕາຍແລ້ວ. ຂໍໃຫ້ທ່ານມາວາງມືເທິງລາວ ລາວຈະໄດ້ຟື້ນຄືນມາ.”+
19 ພະເຢຊູຈຶ່ງລຸກຂຶ້ນແລ້ວໄປນຳລາວ ແລະພວກລູກສິດກໍໄປນຳ. 20 ຕອນທີ່ເຂົາເຈົ້າກຳລັງໄປ ມີຜູ້ຍິງຄົນໜຶ່ງທີ່ທໍລະມານຍ້ອນເປັນພະຍາດຕົກເລືອດໄດ້ 12 ປີແລ້ວ+ ລັກເຂົ້າມາທາງຫຼັງພະເຢຊູແລະບາຍຍອຍເສື້ອຄຸມຂອງເພິ່ນ.+ 21 ລາວຄິດວ່າ: “ຖ້າຂ້ອຍໄດ້ບາຍແຕ່ຍອຍເສື້ອຄຸມຂອງເພິ່ນ ຂ້ອຍຊິເຊົາແນ່ນອນ.” 22 ເມື່ອພະເຢຊູຫຼຽວຫຼັງມາເຫັນລາວ ເພິ່ນກໍເວົ້າວ່າ: “ບໍ່ຕ້ອງຢ້ານເດີ້ລູກ.* ຄວາມເຊື່ອຂອງລູກເຮັດໃຫ້ລູກເຊົາພະຍາດແລ້ວ.”+ ຜູ້ຍິງຄົນນັ້ນກໍເຊົາທັນທີ.+
23 ເມື່ອພະເຢຊູເຂົ້າໄປໃນເຮືອນຂອງຫົວໜ້າຄົນນັ້ນ ເພິ່ນກໍເຫັນຄົນເປົ່າຂຸ່ຍແລະຄົນຮ້ອງໄຫ້ສຽງດັງ+ 24 ພະເຢຊູຈຶ່ງເວົ້າວ່າ: “ໃຫ້ພວກເຈົ້າອອກໄປກ່ອນ. ເດັກນ້ອຍຜູ້ນີ້ບໍ່ໄດ້ຕາຍ ແຕ່ລາວນອນຫຼັບຊື່ໆ.”+ ເຂົາເຈົ້າຈຶ່ງຫົວຂວັນເພິ່ນ. 25 ເມື່ອຄົນອອກໄປແລ້ວ ພະເຢຊູກໍເຂົ້າໄປຈັບມືເດັກນ້ອຍຄົນນັ້ນ+ ແລ້ວລາວກໍລຸກຂຶ້ນ.+ 26 ເລື່ອງນີ້ຈຶ່ງຊ່າລືກັນໄປທົ່ວເຂດນັ້ນ.
27 ເມື່ອພະເຢຊູເດີນທາງຕໍ່ໄປກໍມີຜູ້ຊາຍຕາບອດ 2 ຄົນ+ຍ່າງມານຳຫຼັງເພິ່ນແລະຮ້ອງວ່າ: “ທ່ານທີ່ເປັນລູກຫຼານຂອງດາວິດ*ເອີ້ຍ ອີ່ຕົນພວກເຮົາແດ່!” 28 ເມື່ອພະເຢຊູເຂົ້າໄປໃນເຮືອນ ຜູ້ຊາຍຕາບອດ 2 ຄົນນັ້ນກໍນຳຫຼັງເພິ່ນໄປ ເພິ່ນຈຶ່ງຖາມເຂົາເຈົ້າວ່າ: “ພວກເຈົ້າເຊື່ອແທ້ໆບໍວ່າຂ້ອຍເຮັດໃຫ້ພວກເຈົ້າເບິ່ງເຫັນໄດ້?”+ ທັງສອງຄົນຕອບວ່າ: “ແມ່ນ ນາຍເອີ້ຍ ພວກເຮົາເຊື່ອແທ້ໆ.” 29 ພະເຢຊູຈຶ່ງບາຍຕາຂອງເຂົາເຈົ້າ+ແລະເວົ້າວ່າ: “ຄັນຊັ້ນກໍໃຫ້ເປັນໄປຕາມທີ່ພວກເຈົ້າເຊື່ອ.” 30 ແລ້ວເຂົາເຈົ້າກໍເຫັນຮຸ່ງ ແລະພະເຢຊູສັ່ງເຂົາເຈົ້າຢ່າງໜັກແໜ້ນວ່າ: “ຢ່າບອກເລື່ອງນີ້ໃຫ້ຜູ້ໃດຮູ້ເດີ້.”+ 31 ແຕ່ເມື່ອອອກໄປແລ້ວ ເຂົາເຈົ້າກໍເລົ່າເລື່ອງຂອງເພິ່ນໃຫ້ຄົນອື່ນຟັງຈົນຊ່າລືກັນໄປທົ່ວເຂດທີ່ເຂົາເຈົ້າຢູ່.
32 ຕອນທີ່ 2 ຄົນນັ້ນກຳລັງຍ່າງອອກໄປ ມີຄົນພາຜູ້ຊາຍທີ່ປາກກືກແລະຖືກປີສາດສິງມາຫາພະເຢຊູ.+ 33 ເມື່ອເພິ່ນໄລ່ປີສາດອອກໄປແລ້ວ ຜູ້ນັ້ນກໍເວົ້າໄດ້.+ ຫຼາຍຄົນຈຶ່ງຮູ້ສຶກງຶດແລະພາກັນເວົ້າວ່າ: “ບໍ່ເຄີຍເຫັນແບບນີ້ໃນອິດສະຣາເອນຈັກເທື່ອ.”+ 34 ແຕ່ພວກຟາຣີຊາຍພັດເວົ້າວ່າ: “ຜູ້ນີ້ໄລ່ພວກປີສາດອອກໄດ້ ຍ້ອນລາວໄດ້ອຳນາດຈາກຫົວໜ້າຂອງພວກປີສາດ.”+
35 ຈາກນັ້ນ ພະເຢຊູກໍເດີນທາງໄປທຸກບ້ານທຸກເມືອງ ສອນຕາມບ່ອນປະຊຸມຂອງຄົນຢິວ ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ ແລະປົວຄົນທີ່ເຈັບປ່ວຍແລະຄົນທີ່ເປັນພະຍາດຕ່າງໆ.+ 36 ເມື່ອພະເຢຊູເຫັນຄົນບັກຫຼາຍໆມາຫາເພິ່ນ ເພິ່ນກໍຮູ້ສຶກອີ່ຕົນເຂົາເຈົ້າ+ ຍ້ອນເຂົາເຈົ້າຖືກປະຖິ້ມແລະມີບາດເຕັມໂຕຄືກັບແກະທີ່ບໍ່ມີຄົນລ້ຽງ.+ 37 ເພິ່ນຈຶ່ງບອກພວກລູກສິດວ່າ: “ຢູ່ທົ່ງນາມີເຂົ້າໃຫ້ກ່ຽວຫຼາຍ ແຕ່ຄົນເຮັດວຽກຍັງມີໜ້ອຍ.+ 38 ດັ່ງນັ້ນ ໃຫ້ຂໍກັບເຈົ້າຂອງນາໃຫ້ສົ່ງຄົນເຮັດວຽກມາຕື່ມເພື່ອເຮັດວຽກເກັບກ່ຽວຂອງເພິ່ນ.”+