ຂ່າວດີທີ່ຂຽນໂດຍໂຢຮັນ
5 ຫຼັງຈາກນັ້ນ ມີເທດສະການ+ຂອງຄົນຢິວ ແລະພະເຢຊູໄດ້ໄປເມືອງເຢຣູຊາເລັມ. 2 ໃກ້ໆປະຕູໜຶ່ງທີ່ຊື່ປະຕູແກະໃນເມືອງເຢຣູຊາເລັມ+ ມີສະນ້ຳທີ່ເອີ້ນໃນພາສາເຮັບເຣີວ່າເບັດສະທາ ຢູ່ອ້ອມສະມີທາງຍ່າງ 5 ທາງທີ່ມີເສົາລຽນກັນ. 3 ຄົນບັກຫຼາຍໆທີ່ເຈັບປ່ວຍ ຕາບອດ ເປັນລ່ອຍ ແລະແຂນຂາລີບ*ໄດ້ມານອນຢູ່ທາງຍ່າງນັ້ນ. 4*—— 5 ຢູ່ຫັ້ນມີຜູ້ຊາຍຄົນໜຶ່ງທີ່ເຈັບປ່ວຍໄດ້ 38 ປີແລ້ວ. 6 ເມື່ອພະເຢຊູເຫັນລາວນອນຢູ່ແລະຮູ້ວ່າລາວເຈັບປ່ວຍມາດົນແລ້ວ ເພິ່ນຈຶ່ງຖາມລາວວ່າ: “ເຈົ້າຢາກເຊົາບໍ?”+ 7 ຜູ້ຊາຍຄົນນັ້ນຕອບວ່າ: “ທ່ານເອີ້ຍ ບໍ່ມີໃຜພາຂ້ອຍລົງໄປໃນສະນ້ຳເລີຍຕອນທີ່ນ້ຳສະເທືອນ ເມື່ອຂ້ອຍຈະລົງໄປຄົນອື່ນກໍລົງໄປກ່ອນ.” 8 ພະເຢຊູບອກລາວວ່າ: “ລຸກຂຶ້ນ! ກູ້ເອົາສາດ*ແລະຍ່າງໄປ.”+ 9 ຜູ້ຊາຍຄົນນັ້ນກໍເຊົາເຈັບປ່ວຍທັນທີ ແລ້ວລາວກໍກູ້ເອົາສາດແລະຍ່າງໄປ.
ມື້ນັ້ນເປັນວັນຊະບາໂຕ. 10 ພວກຢິວຈຶ່ງເວົ້າໃຫ້ຄົນທີ່ເຊົາເຈັບປ່ວຍນັ້ນວ່າ: “ມື້ນີ້ເປັນວັນຊະບາໂຕ ມັນຜິດໄດ໋ທີ່ເຈົ້າຫອບສາດໄປ.”+ 11 ແຕ່ລາວບອກວ່າ: “ຜູ້ທີ່ປົວຂ້ອຍບອກຂ້ອຍວ່າ ‘ກູ້ເອົາສາດແລະຍ່າງໄປ.’” 12 ພວກຢິວຖາມລາວວ່າ: “ໃຜເປັນຄົນບອກເຈົ້າວ່າ ‘ກູ້ເອົາສາດແລະຍ່າງໄປ’?” 13 ແຕ່ຄົນທີ່ເຊົາເຈັບປ່ວຍນັ້ນບໍ່ຮູ້ວ່າຜູ້ທີ່ປົວລາວແມ່ນໃຜ ຍ້ອນພະເຢຊູຍ່າງເຂົ້າໄປປົນຢູ່ກັບຄົນບັກຫຼາຍໆແລ້ວ.
14 ຕໍ່ມາ ພະເຢຊູກໍເຫັນຜູ້ນັ້ນອີກໃນວິຫານ ເພິ່ນບອກລາວວ່າ: “ຕອນນີ້ເຈົ້າເຊົາແລ້ວ. ຢ່າເຮັດຜິດອີກເດີ້ ເຈົ້າຈຶ່ງຊິບໍ່ເຈິເລື່ອງຮ້າຍແຮງກວ່ານີ້.” 15 ຜູ້ນັ້ນກໍເລີຍໄປບອກພວກຢິວວ່າ ຜູ້ທີ່ປົວລາວແມ່ນພະເຢຊູ. 16 ດັ່ງນັ້ນ ພວກຢິວຈຶ່ງຫາເລື່ອງພະເຢຊູຍ້ອນເພິ່ນປົວຄົນໃນວັນຊະບາໂຕ. 17 ແຕ່ເພິ່ນບອກເຂົາເຈົ້າວ່າ: “ພະເຈົ້າຜູ້ເປັນພໍ່ຂອງຂ້ອຍຍັງເຮັດວຽກຢູ່ຈົນຮອດຕອນນີ້ ແລະຂ້ອຍກໍຍັງເຮັດວຽກຢູ່ຄືກັນ.”+ 18 ຄຳເວົ້ານີ້ເຮັດໃຫ້ພວກຢິວແຮ່ງພະຍາຍາມຫຼາຍຂຶ້ນທີ່ຈະຂ້າພະເຢຊູ ຍ້ອນເຂົາເຈົ້າຖືວ່າເພິ່ນເຮັດຜິດກົດວັນຊະບາໂຕ ແລະເພິ່ນຢາກໃຫ້ຄົນອື່ນຄິດວ່າເພິ່ນເທົ່າທຽມກັບພະເຈົ້າ+ຍ້ອນເພິ່ນເອີ້ນພະເຈົ້າວ່າພໍ່.+
19 ພະເຢຊູຈຶ່ງບອກເຂົາເຈົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ລູກຂອງພະເຈົ້າບໍ່ໄດ້ເຮັດຫຍັງຕາມໃຈໂຕເອງ ແຕ່ຈະເຮັດສະເພາະສິ່ງທີ່ເຫັນພໍ່ເຮັດເທົ່ານັ້ນ.+ ພະເຈົ້າເຮັດຫຍັງ ລູກຂອງເພິ່ນກໍເຮັດຄືກັນ. 20 ເພິ່ນຮັກລູກຂອງເພິ່ນຫຼາຍ+ ແລະໃຫ້ລູກເຫັນທຸກຢ່າງທີ່ເພິ່ນເຮັດ. ເພິ່ນຈະສອນລູກໃຫ້ເຮັດວຽກທີ່ຍິ່ງໃຫຍ່ກວ່ານີ້ອີກ ແລ້ວພວກເຈົ້າຈະຕົກຕະລຶງ.+ 21 ຄືກັບທີ່ພະເຈົ້າຜູ້ເປັນພໍ່ສາມາດປຸກຄົນຕາຍໃຫ້ກັບມາມີຊີວິດໄດ້+ ລູກຂອງເພິ່ນກໍຈະເອົາຊີວິດໃຫ້ຜູ້ໃດກໍໄດ້ທີ່ລາວຢາກເອົາໃຫ້.+ 22 ພໍ່ບໍ່ຕັດສິນຜູ້ໃດ ແຕ່ມອບໝາຍໃຫ້ລູກຂອງເພິ່ນຕັດສິນທຸກຄົນ+ 23 ເພື່ອທຸກຄົນຈະນັບຖືລູກຂອງພະເຈົ້າຄືກັບທີ່ນັບຖືພະເຈົ້າຜູ້ເປັນພໍ່. ຄົນທີ່ບໍ່ນັບຖືລູກກໍບໍ່ນັບຖືພໍ່ທີ່ໃຊ້ລູກມາ.+ 24 ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ໃດທີ່ຟັງຄຳສອນຂອງຂ້ອຍແລະເຊື່ອໃນຜູ້ທີ່ໃຊ້ຂ້ອຍມາ ຜູ້ນັ້ນຈະມີຊີວິດຕະຫຼອດໄປ.+ ລາວຈະບໍ່ຖືກຕັດສິນລົງໂທດ ແຕ່ລາວໄດ້ລອດຈາກຄວາມຕາຍໄປສູ່ຊີວິດແລ້ວ.+
25 ຂ້ອຍຈະບອກໃຫ້ຮູ້ວ່າ ເວລານັ້ນເລີ່ມຕົ້ນແລ້ວ ເມື່ອຄົນຕາຍຈະໄດ້ຍິນສຽງລູກຂອງພະເຈົ້າ ແລະຄົນທີ່ເຊື່ອຟັງຈະມີຊີວິດ. 26 ພະເຈົ້າຜູ້ເປັນພໍ່ມີອຳນາດໃຫ້ຊີວິດ+ ແລະເພິ່ນກໍໃຫ້ລູກຂອງເພິ່ນມີອຳນາດໃຫ້ຊີວິດຄືກັນ.+ 27 ພະເຈົ້າໃຫ້ລູກຂອງເພິ່ນມີອຳນາດຕັດສິນ+ ຍ້ອນລາວແມ່ນລູກມະນຸດ.+ 28 ບໍ່ຕ້ອງແປກໃຈໃນເລື່ອງນີ້ ເພາະຈະມີເວລາທີ່ທຸກຄົນທີ່ຢູ່ໃນບ່ອນຝັງສົບຈະໄດ້ຍິນສຽງລາວ+ 29 ແລະຈະອອກມາ. ຄົນທີ່ເຮັດດີຈະຟື້ນຄືນມາແລ້ວໄດ້ຊີວິດ ສ່ວນຄົນທີ່ເຮັດຊົ່ວຈະຟື້ນຄືນມາແລ້ວຖືກຕັດສິນ.+ 30 ຂ້ອຍບໍ່ເຮັດຫຍັງຕາມໃຈໂຕເອງ ພະເຈົ້າບອກຂ້ອຍແນວໃດ ຂ້ອຍກໍຕັດສິນຕາມນັ້ນ ແລະຂ້ອຍຕັດສິນຢ່າງຍຸຕິທຳ+ ຍ້ອນຂ້ອຍບໍ່ເຮັດຕາມໃຈໂຕເອງ ແຕ່ເຮັດຕາມຄວາມຕ້ອງການຂອງພະເຈົ້າຜູ້ທີ່ໃຊ້ຂ້ອຍມາ.+
31 ຖ້າຂ້ອຍເປັນພະຍານໃຫ້ໂຕເອງ ຄຳເວົ້າຂອງຂ້ອຍກໍໃຊ້ເປັນຫຼັກຖານບໍ່ໄດ້.+ 32 ແຕ່ມີອີກຜູ້ໜຶ່ງເປັນພະຍານໃຫ້ຂ້ອຍ ແລະຂ້ອຍຮູ້ວ່າຄຳເວົ້າຂອງເພິ່ນໃຊ້ເປັນຫຼັກຖານຢືນຢັນໂຕຂ້ອຍໄດ້.+ 33 ພວກເຈົ້າໃຊ້ຄົນໄປຫາໂຢຮັນ ແລະໂຢຮັນເປັນພະຍານຢືນຢັນຄວາມຈິງເລື່ອງຂ້ອຍ.+ 34 ທີ່ຈິງ ບໍ່ຕ້ອງມີມະນຸດມາເປັນພະຍານໃຫ້ຂ້ອຍ ແຕ່ທີ່ຂ້ອຍບອກເລື່ອງທັງໝົດນີ້ກໍເພື່ອພວກເຈົ້າຈະລອດ. 35 ໂຢຮັນຄົນນີ້ເປັນຄືກັບຕະກຽງທີ່ໃຫ້ແສງສະຫວ່າງ ແລະພວກເຈົ້າມີຄວາມສຸກຫຼາຍກັບແສງສະຫວ່າງນັ້ນໄລຍະໜຶ່ງ.+ 36 ແຕ່ຂ້ອຍມີພະຍານຫຼັກຖານທີ່ໜັກແໜ້ນກວ່າໂຢຮັນອີກ. ວຽກທີ່ພໍ່ຂອງຂ້ອຍມອບໝາຍໃຫ້ຂ້ອຍເຮັດຈົນສຳເລັດ ຂ້ອຍກຳລັງເຮັດວຽກນີ້ຢູ່ ແລະວຽກນີ້ແຫຼະເປັນຫຼັກຖານຢືນຢັນວ່າພໍ່ໄດ້ໃຊ້ຂ້ອຍມາ.+ 37 ພໍ່ທີ່ໃຊ້ຂ້ອຍມາກໍຍັງເປັນພະຍານໃຫ້ຂ້ອຍນຳ.+ ແຕ່ພວກເຈົ້າບໍ່ເຄີຍໄດ້ຍິນສຽງເພິ່ນ ແລະບໍ່ເຄີຍເຫັນຮູບຮ່າງໜ້າຕາຂອງເພິ່ນ+ 38 ແລະຄຳສອນຂອງເພິ່ນກໍບໍ່ໄດ້ຢູ່ໃນໃຈພວກເຈົ້າ ຍ້ອນພວກເຈົ້າບໍ່ເຊື່ອຄົນທີ່ເພິ່ນໃຊ້ມາ.
39 ພວກເຈົ້າສຶກສາພະຄຳພີ+ຍ້ອນຄິດວ່າພະຄຳພີຈະເຮັດໃຫ້ພວກເຈົ້າມີຊີວິດຕະຫຼອດໄປໄດ້ ແຕ່ພະຄຳພີນີ້ແຫຼະທີ່ເປັນພະຍານຢືນຢັນກ່ຽວກັບໂຕຂ້ອຍ.+ 40 ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ຍອມມາຫາຂ້ອຍ+ເພື່ອຈະໄດ້ຊີວິດ. 41 ຂ້ອຍບໍ່ຢາກໄດ້ຄຳຍ້ອງຍໍຈາກມະນຸດ 42 ແລະຂ້ອຍກໍຮູ້ວ່າພວກເຈົ້າບໍ່ໄດ້ຮັກພະເຈົ້າ. 43 ຂ້ອຍມາໃນນາມພໍ່ຂອງຂ້ອຍ ແຕ່ພວກເຈົ້າພັດບໍ່ຕ້ອນຮັບຂ້ອຍ. ຖ້າມີຄົນອື່ນມາໃນນາມຂອງໂຕເອງ ແນ່ນອນວ່າພວກເຈົ້າຄືຊິຕ້ອນຮັບລາວ. 44 ພວກເຈົ້າຈະເຊື່ອຂ້ອຍໄດ້ແນວໃດ ໃນເມື່ອພວກເຈົ້າມັກຄຳຍ້ອງຍໍຈາກມະນຸດນຳກັນ ແລະບໍ່ສົນໃຈຄຳຍ້ອງຍໍຈາກພະເຈົ້າທ່ຽງແທ້ອົງດຽວ?+ 45 ຢ່າຄິດວ່າຂ້ອຍຈະກ່າວຫາພວກເຈົ້າຕໍ່ໜ້າພະເຈົ້າຜູ້ເປັນພໍ່ ຍ້ອນຄົນທີ່ກ່າວຫາພວກເຈົ້າແມ່ນໂມເຊ+ເຊິ່ງເປັນຄົນທີ່ພວກເຈົ້າຝາກຄວາມຫວັງໄວ້ນຳ. 46 ຖ້າພວກເຈົ້າເຊື່ອໂມເຊແທ້ ພວກເຈົ້າກໍຄວນຈະເຊື່ອຂ້ອຍນຳ ຍ້ອນໂມເຊໄດ້ຂຽນໄວ້ກ່ຽວກັບຂ້ອຍ.+ 47 ແຕ່ຖ້າພວກເຈົ້າບໍ່ເຊື່ອສິ່ງທີ່ໂມເຊຂຽນໄວ້ ພວກເຈົ້າຈະເຊື່ອສິ່ງທີ່ຂ້ອຍເວົ້າໄດ້ແນວໃດ?”