ເອຊາຢາ
11 ກິ່ງໜຶ່ງ+ຈະປົ່ງອອກມາຈາກຕໍຂອງເຢຊີ+
ແລະໜໍ່ໜຶ່ງທີ່ປົ່ງອອກມາ+ຈາກຮາກຂອງລາວຈະເກີດໝາກ.
2 ພະລັງຂອງພະເຢໂຫວາຈະຢູ່ນຳລາວ.+
ພະລັງນີ້ຈະເຮັດໃຫ້ລາວສະຫຼາດ+ແລະມີຄວາມເຂົ້າໃຈ.
ລາວຈະແຂງແຮງແລະສາມາດໃຫ້ຄຳແນະນຳທີ່ດີ.+
ລາວຈະມີຄວາມຮູ້ຫຼາຍແລະຢ້ານຢຳພະເຢໂຫວາ.
3 ລາວຈະມີຄວາມສຸກທີ່ໄດ້ຢ້ານຢຳພະເຢໂຫວາ.+
ລາວຈະບໍ່ຕັດສິນຕາມສິ່ງທີ່ເຫັນ
ແລະຈະບໍ່ຕັກເຕືອນຕາມສິ່ງທີ່ໄດ້ຍິນ.+
4 ລາວຈະຕັດສິນຄົນຕ່ຳຕ້ອຍແບບຍຸຕິທຳ
ແລະລາວຈະເຮັດສິ່ງທີ່ຖືກຕ້ອງເພື່ອປົກປ້ອງຄົນຖ່ອມ.
ຄຳເວົ້າຂອງລາວຈະເປັນຄືກັບໄມ້ແສ້ທີ່ລາວໃຊ້ເພື່ອຟາດໂລກນີ້+
5 ຄວາມຍຸຕິທຳຈະເປັນຄືກັບສາຍແອວຂອງລາວ
ແລະຄວາມສັດຊື່ຈະເປັນຄືກັບສາຍຮັດແອວທີ່ລາວມັດໄວ້.+
6 ໝາປ່າກັບແກະນ້ອຍຈະຢູ່ນຳກັນ+
ແລະເສືອດາວກັບແບ້ນ້ອຍຈະນອນຢູ່ນຳກັນ.
ສິງກັບງົວນ້ອຍແລະສັດທີ່ຕຸ້ຍໆຈະຍ່າງໄປນຳກັນ*+
ແລະເດັກນ້ອຍຈະເປັນຜູ້ພາພວກມັນໄປ.
7 ງົວກັບໝີຈະຢູ່ນຳກັນແລະກິນນຳກັນ
ແລະລູກຂອງພວກມັນຈະນອນຢູ່ນຳກັນ.
ສິງຈະກິນເຟືອງຄືກັບງົວ.+
8 ເດັກນ້ອຍທີ່ຍັງກິນນົມແມ່ຈະຫຼິ້ນຢູ່ໃກ້ໆບ່ອນທີ່ງູເຫົ່າຢູ່.
ເດັກນ້ອຍທີ່ເຊົານົມແລ້ວຈະເອົາມືວາງໄວ້ເທິງຮູງູພິດ.
9 ສັດເຫຼົ່ານີ້ຈະບໍ່ເປັນອັນຕະລາຍ+
ແລະຈະບໍ່ທຳລາຍຫຍັງຢູ່ພູບໍລິສຸດຂອງເຮົາ+
ຍ້ອນຄວາມຮູ້ກ່ຽວກັບພະເຢໂຫວາຈະມີຢູ່ເຕັມໂລກນີ້
ຄືກັບນ້ຳທີ່ມີຢູ່ເຕັມທະເລ.+
10 ໃນມື້ນັ້ນ ຜູ້ທີ່ເປັນຮາກຂອງເຢຊີ+ຈະຖືກຕັ້ງຂຶ້ນຄືກັບທຸງ*ເພື່ອໃຫ້ປະເທດຕ່າງໆເຫັນ.+
11 ໃນມື້ນັ້ນ ພະເຢໂຫວາຈະເຮັດໃຫ້ເຫັນລິດເດດຂອງເພິ່ນ* ເພື່ອຊ່ວຍປະຊາຊົນຂອງເພິ່ນເປັນເທື່ອທີ 2. ເພິ່ນຈະພາຄົນທີ່ເຫຼືອກັບມາຈາກອັດຊີເຣຍ+ ເອຢິບ+ ປັດໂຣດ+ ກູເຊ*+ ເອລາມ+ ຊີນາ* ຮາມັດ ແລະຈາກເກາະຕ່າງໆໃນທະເລ.+ 12 ເພິ່ນຈະປັກທຸງເພື່ອໃຫ້ປະເທດຕ່າງໆເຫັນ. ເພິ່ນຈະລວບລວມພວກອິດສະຣາເອນ+ກັບພວກຢູດາທີ່ກະຈັດກະຈາຍຢູ່ທົ່ວໂລກ.*+
13 ເອຟຣາຢິມຈະບໍ່ອິດສາອີກຕໍ່ໄປ+
ແລະຈະບໍ່ມີໃຜໃນເຂົາເຈົ້າເຮັດບໍ່ດີຕໍ່ຢູດາ.
ເອຟຣາຢິມຈະບໍ່ອິດສາຢູດາ
ແລະຢູດາກໍຈະເຊົາເຮັດສິ່ງທີ່ບໍ່ດີຕໍ່ເອຟຣາຢິມ.+
14 ເຂົາເຈົ້າຈະແລ່ນລົງເນີນພູທີ່ຢູ່ທາງທິດຕາເວັນຕົກເພື່ອໄປຕໍ່ສູ້ກັບພວກຟີລິດສະຕີນ
ແລະຈະພາກັນໄປປຸ້ນເອົາເຄື່ອງຂອງຄົນທີ່ຢູ່ທາງທິດຕາເວັນອອກ.
ເພິ່ນຈະເປົ່າລົມຮ້ອນທີ່ເປັນໄຟເພື່ອເຮັດໃຫ້ແມ່ນ້ຳທີ່ມີ 7 ສາຍແຫ້ງ
ແລະຄົນຈະຍ່າງຂ້າມໄປໄດ້.