ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ ເພງນີ້ສຳລັບຮ້ອງກັບເຄື່ອງດົນຕີທີ່ມີສາຍ. ເພງຂອງດາວິດ.
61 ພະເຈົ້າເອີ້ຍ ຂໍພະອົງຟັງສຽງຮ້ອງຂໍຄວາມຊ່ວຍເຫຼືອຂອງລູກ.
ຂໍພະອົງສົນໃຈຟັງຄຳອະທິດຖານຂອງລູກ.+
ຂໍພະອົງພາລູກໄປຢູ່ເທິງຫີນຜາທີ່ສູງກວ່າໂຕລູກ.+
3 ພະອົງເປັນບ່ອນລີ້ໄພຂອງລູກ
ເປັນປ້ອມສູງທີ່ແຂງແຮງທີ່ປົກປ້ອງລູກຈາກພວກສັດຕູ.+
5 ພະອົງໄດ້ຍິນຄຳສາບານຂອງລູກແລ້ວ
ແລະພະອົງໄດ້ໃຫ້ມໍລະດົກກັບລູກຄືກັບທີ່ພະອົງເຄີຍໃຫ້ຄົນທີ່ນັບຖືຊື່ຂອງພະອົງ.+
6 ພະອົງຈະໃຫ້ກະສັດມີອາຍຸຍືນ+
ແລະລາວຈະມີຊີວິດຢູ່ຕໍ່ໄປອີກຈົນຮອດຫຼາຍເຊັ່ນຄົນ.