ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ ເພງນີ້ຕັ້ງແບບເຢດູທູນ.*+ ເພງຂອງດາວິດ.
39 ຂ້ອຍເວົ້າວ່າ: “ຂ້ອຍຈະລະວັງໂຕ
ຂ້ອຍຈະບໍ່ເຮັດຜິດທາງຄຳເວົ້າ.+
ຄັນຍັງມີຄົນຊົ່ວຢູ່ອ້ອມຂ້າງຂ້ອຍຢູ່
ຂ້ອຍຈະເອົາແນວສຸບປາກມາໃສ່ເພື່ອຈະບໍ່ເວົ້າຫຍັງ.”+
2 ຂ້ອຍຈຶ່ງບໍ່ປາກແລະມິດຢູ່ຊື່ໆ+
ເຖິງວ່າຈະເປັນແນວດີໆ ຂ້ອຍກໍບໍ່ເວົ້າ.
ແຕ່ຂ້ອຍເຈັບປວດໃຈຫຼາຍຈົນທົນບໍ່ໄຫວ.
3 ໃຈຂອງຂ້ອຍຖືກເຜົາໄໝ້ຢູ່ທາງໃນ.
ແຮ່ງຂ້ອຍຄິດ* ໄຟກໍແຮ່ງລຸກໄໝ້.
ຂ້ອຍຈຶ່ງເວົ້າວ່າ:
4 “ພະເຢໂຫວາເອີ້ຍ ຂໍພະອົງຊ່ວຍລູກໃຫ້ເຂົ້າໃຈວ່າຊີວິດມັນສັ້ນອີ່ຫຼີ.
ຊີວິດຂອງລູກບໍ່ໄດ້ຍືນຍາວເລີຍ
ແລະນັບມື້ກະຍັງໄດ້.+
ເຖິງເບິ່ງຄືວ່າມະນຸດທຸກຄົນຢູ່ຢ່າງໝັ້ນຄົງ ແຕ່ແທ້ໆແລ້ວເຂົາເຈົ້າເປັນຄືກັບລົມຫາຍໃຈບາດດຽວ.+ (ເຊລາ)*
6 ຊີວິດຂອງມະນຸດເປັນຄືກັບເງົາທີ່ຢູ່ໄດ້ບຶດດຽວ.
ລາວແລ່ນໄປແລ່ນມາ*ແຕ່ກໍບໍ່ໄດ້ຫຍັງ.
ເຖິງວ່າລາວຈະທ້ອນເງິນທ້ອນຄຳໄດ້ຫຼາຍ ແຕ່ກໍບໍ່ຮູ້ວ່າຜູ້ໃດຈະໄດ້ໃຊ້.+
7 ພະເຢໂຫວາເອີ້ຍ ລູກຈະຫວັງນຳຫຍັງໄດ້?
ພະອົງເປັນຄວາມຫວັງດຽວຂອງລູກ.
8 ຂໍພະອົງຊ່ວຍລູກໃຫ້ພົ້ນຈາກຄວາມຜິດທັງໝົດຂອງລູກ.+
ຂໍຢ່າໃຫ້ຄົນໂງ່ດູຖູກລູກ.
10 ຂໍພະອົງເອົາຄວາມທຸກອອກໄປຈາກລູກ.
ລູກໝົດແຮງແລ້ວ ຍ້ອນພະອົງລົງໂທດລູກ.
11 ພະອົງລົງໂທດມະນຸດຕາມຄວາມຜິດທີ່ເຂົາເຈົ້າໄດ້ເຮັດເພື່ອສັ່ງສອນເຂົາເຈົ້າ.+
ພະອົງທຳລາຍຊັບສົມບັດຂອງເຂົາເຈົ້າຄືກັບໂຕແມງ*ທີ່ກັດກິນເຄື່ອງນຸ່ງ.
ມະນຸດທຸກຄົນເປັນຄືກັບລົມຫາຍໃຈບາດດຽວ.+ (ເຊລາ)
12 ພະເຢໂຫວາເອີ້ຍ ຂໍພະອົງຟັງຄຳອະທິດຖານຂອງລູກ
ແລະຟັງຄຳຮ້ອງຂໍຄວາມຊ່ວຍເຫຼືອຂອງລູກ.+
ຂໍພະອົງຢ່າປິ່ນໜ້າໜີເມື່ອລູກຮ້ອງໄຫ້.
ສຳລັບພະອົງແລ້ວ ລູກເປັນພຽງແຕ່ຄົນຕ່າງຊາດຄົນໜຶ່ງ+
ແລະເປັນພຽງແຕ່ຄົນຜ່ານທາງ*ຊື່ໆຄືກັບປູ່ຍ່າຕານາຍຂອງລູກ.+
13 ຂໍພະອົງຢ່າເບິ່ງລູກດ້ວຍຄວາມໃຈຮ້າຍເພື່ອລູກຈະໄດ້ຮູ້ສຶກດີໃຈແດ່
ກ່ອນທີ່ລູກຈະຕາຍ.”