ດານີເອນ
7 ໃນປີທຳອິດທີ່ເບນຊັດຊາເຣເປັນກະສັດ+ປົກຄອງບາບີໂລນ ດານີເອນໄດ້ເຫັນນິມິດໃນຄວາມຝັນຕອນທີ່ລາວນອນຫຼັບຢູ່.+ ຈາກນັ້ນ ລາວກໍຂຽນເລື່ອງທັງໝົດນີ້ໄວ້.+ 2 ດານີເອນເລົ່າວ່າ:
“ໃນຕອນກາງຄືນຂ້ອຍໄດ້ເຫັນນິມິດ. ໃນນິມິດນັ້ນ ມີລົມພັດມາຈາກ 4 ທິດເຊິ່ງເຮັດໃຫ້ທະເລປັ່ນປ່ວນ.+ 3 ແລ້ວກໍມີສັດຮ້າຍທີ່ໃຫຍ່ໆ 4 ໂຕ+ຂຶ້ນມາຈາກທະເລ ແຕ່ລະໂຕບໍ່ຄືກັນ.
4 ສັດຮ້າຍໂຕທຳອິດມີຮູບຮ່າງຄືກັບສິງ+ ແລະມີປີກນົກອິນຊີ.+ ຂ້ອຍແນມເບິ່ງຈົນຮອດຕອນທີ່ປີກຂອງມັນຖືກດຶງອອກ. ມັນຖືກຍົກຂຶ້ນໃຫ້ຢືນ 2 ຂາຄືກັບຄົນ ແລະໃຈຂອງມັນຖືກປ່ຽນໃຫ້ເປັນໃຈຂອງຄົນ.
5 ສັດຮ້າຍໂຕທີ 2 ມີຮູບຮ່າງຄືກັບໝີ.+ ມັນຍົກຂາຂຶ້ນເບື້ອງໜຶ່ງ ແລະຄາບກະດູກຂ້າງຕ່ອນໜຶ່ງທີ່ມີ 3 ດູກຕິດກັນ. ມີສຽງບອກມັນວ່າ ‘ລຸກຂຶ້ນແລະກິນຊີ້ນໃຫ້ຫຼາຍໆໂລດ!’+
6 ຕໍ່ມາ ຂ້ອຍກໍເຫັນສັດຮ້າຍອີກໂຕໜຶ່ງມີຮູບຮ່າງຄືກັບເສືອດາວ.+ ມັນມີ 4 ຫົວ+ ແລະຢູ່ຫຼັງຂອງມັນມີປີກນົກ 4 ປີກ. ມັນໄດ້ຮັບອຳນາດໃຫ້ປົກຄອງ.
7 ໃນຄືນນັ້ນ ຂ້ອຍຍັງເຫັນນິມິດຕໍ່ອີກ. ຂ້ອຍເຫັນສັດຮ້າຍໂຕທີ 4. ມັນເປັນຕາຢ້ານ ໂຫດຮ້າຍ ແລະແຂງແຮງຫຼາຍ. ແຂ້ວຂອງມັນໃຫຍ່ແລະເປັນເຫຼັກ. ມັນທຳລາຍທຸກຢ່າງທີ່ຂວາງທາງມັນ ແລະອັນໃດທີ່ເຫຼືອມັນກໍຢຽບຈົນມຸ່ນ.+ ມັນມີເຂົາ 10 ເຂົາ. ສັດໂຕນີ້ຕ່າງຈາກສັດໂຕອື່ນໆທີ່ຂຶ້ນມາກ່ອນໜ້າມັນ. 8 ຕອນທີ່ຂ້ອຍກຳລັງແນມເບິ່ງເຂົາ 10 ເຂົານັ້ນກໍມີເຂົານ້ອຍໆອີກເຂົາໜຶ່ງ+ປົ່ງຂຶ້ນມາ. ມັນເຮັດໃຫ້ 3 ເຂົາໃນ 10 ເຂົານັ້ນຫຼຸດອອກ. ເຂົານ້ອຍໆນີ້ມີຕາຄືກັບຕາຄົນ ແລະມີປາກທີ່ເວົ້າອວດອົ່ງ.*+
9 ຕອນທີ່ຂ້ອຍເບິ່ງຢູ່ກໍມີການຕັ້ງບັນລັງຫຼາຍອັນຂຶ້ນ ແລະຜູ້ທີ່ມີຊີວິດຢູ່ແຕ່ດຶກດຳບັນ+ກໍນັ່ງຢູ່ເທິງບັນລັງຂອງເພິ່ນ.+ ເຄື່ອງນຸ່ງຂອງເພິ່ນຂາວຄືກັບຫິມະ+ ແລະຜົມຂອງເພິ່ນຂາວຄືກັບຂົນແກະທີ່ສະອາດ. ບັນລັງຂອງເພິ່ນເປັນຄືກັບແປວໄຟ ແລະກົງລໍ້ຂອງບັນລັງກໍມີໄຟລຸກຢູ່.+ 10 ມີໄຟເປັນສາຍໄຫຼອອກມາຈາກບັນລັງນັ້ນ+ ມີທູດສະຫວັນຫຼາຍພັນອົງຮັບໃຊ້ເພິ່ນ ແລະມີຫຼາຍລ້ານອົງຢືນຢູ່ຕໍ່ໜ້າເພິ່ນ.+ ສານ*+ເລີ່ມພິຈາລະນາຄະດີ ແລະປຶ້ມຫຼາຍຫົວກໍຖືກເປີດອອກ.
11 ຂ້ອຍແນມເບິ່ງຕໍ່ຍ້ອນໄດ້ຍິນສຽງເຂົານ້ອຍໆນັ້ນເວົ້າອວດອົ່ງ.+ ຂ້ອຍເບິ່ງຈົນຮອດຕອນທີ່ສັດຮ້າຍໂຕນັ້ນຖືກຂ້າ ແລະຖືກໂຍນເຂົ້າໄປໃນກອງໄຟຈົນບໍ່ເຫຼືອຫຍັງ. 12 ສ່ວນສັດຮ້າຍໂຕອື່ນໆ+ກໍໝົດອຳນາດໃນການປົກຄອງ ແຕ່ພວກມັນຍັງມີຊີວິດຢູ່ຕໍ່ໄປອີກໄລຍະໜຶ່ງ.
13 ເມື່ອຂ້ອຍເບິ່ງນິມິດຕໍ່ໄປໃນຄືນນັ້ນ ຂ້ອຍເຫັນຜູ້ໜຶ່ງທີ່ຄືກັບລູກມະນຸດ+ມາເທິງຂີ້ເຝື້ອ. ລາວໄດ້ຮັບອະນຸຍາດໃຫ້ເຂົ້າໄປຫາຜູ້ທີ່ມີຊີວິດຢູ່ແຕ່ດຶກດຳບັນ+ ແລະຖືກພາເຂົ້າໄປໃກ້ໆເພິ່ນ. 14 ລາວໄດ້ຮັບກຽດຕິຍົດ+ແລະອຳນາດໃນການປົກຄອງເປັນກະສັດ+ເພື່ອຄົນຈາກທຸກຊາດແລະທຸກພາສາຈະຮັບໃຊ້ລາວ.+ ການປົກຄອງຂອງລາວຈະຢູ່ຕະຫຼອດໄປ ແລະຈະບໍ່ຖືກໂຄ່ນລົ້ມຈັກເທື່ອ.+
15 ເມື່ອເຫັນນິມິດທັງໝົດນີ້ ຂ້ອຍດານີເອນກໍວຸ່ນວາຍໃຈຫຼາຍ ຍ້ອນສິ່ງນີ້ເຮັດໃຫ້ຂ້ອຍຢ້ານ.+ 16 ຂ້ອຍຈຶ່ງເຂົ້າໄປຫາທູດສະຫວັນອົງໜຶ່ງທີ່ຢືນຢູ່ຫັ້ນ ເພື່ອຖາມລາວວ່ານິມິດນີ້ມີຄວາມໝາຍແນວໃດແທ້ໆ. ລາວໄດ້ອະທິບາຍໃຫ້ຂ້ອຍຮູ້ຄວາມໝາຍຂອງສິ່ງເຫຼົ່ານັ້ນ.
17 ລາວບອກວ່າ ‘ສັດຮ້າຍທີ່ໃຫຍ່ໆ 4 ໂຕນີ້+ ໝາຍເຖິງກະສັດ 4 ອົງທີ່ຈະປົກຄອງຢູ່ໃນໂລກ.+ 18 ພວກທີ່ພະເຈົ້າສູງສຸດເລືອກໄວ້+ຈະໄດ້ຮັບອຳນາດການປົກຄອງ+ ແລະເຂົາເຈົ້າຈະປົກຄອງເປັນກະສັດ+ຕະຫຼອດໄປບໍ່ມີມື້ສິ້ນສຸດ.’
19 ຂ້ອຍຢາກຮູ້ຕື່ມອີກກ່ຽວກັບສັດຮ້າຍໂຕທີ 4 ທີ່ຕ່າງຈາກສັດຮ້າຍໂຕອື່ນໆ. ມັນເປັນຕາຢ້ານຫຼາຍ. ແຂ້ວຂອງມັນເປັນເຫຼັກແລະເລັບຂອງມັນເປັນທອງແດງ. ມັນກິນແລະທຳລາຍທຸກຢ່າງທີ່ຂວາງທາງມັນ ແລະອັນໃດທີ່ເຫຼືອມັນກໍຢຽບຈົນມຸ່ນ.+ 20 ຂ້ອຍຍັງຢາກຮູ້ກ່ຽວກັບເຂົາ 10 ເຂົາ+ທີ່ຢູ່ຫົວຂອງສັດຮ້າຍໂຕນັ້ນນຳ ແລະຢາກຮູ້ກ່ຽວກັບເຂົາອີກເຂົາໜຶ່ງທີ່ປົ່ງຂຶ້ນມາໃນ 10 ເຂົານັ້ນເຊິ່ງເຮັດໃຫ້ 3 ເຂົາຫຼຸດອອກ.+ ມັນມີຕາແລະມີປາກທີ່ເວົ້າອວດອົ່ງ. ເຂົານີ້ໃຫຍ່ກວ່າເຂົາອື່ນໆ.
21 ຕອນທີ່ຂ້ອຍເບິ່ງນິມິດ ຂ້ອຍເຫັນເຂົານ້ອຍໆນັ້ນເຮັດສົງຄາມກັບພວກທີ່ຖືກເລືອກ ແລະມັນກຳລັງຊະນະເຂົາເຈົ້າຢູ່+ 22 ຈົນຮອດຕອນທີ່ຜູ້ທີ່ມີຊີວິດຢູ່ແຕ່ດຶກດຳບັນທີ່ເປັນພະເຈົ້າສູງສຸດ+ມາ. ເພິ່ນໄດ້ຕັດສິນຄະດີໃຫ້ພວກທີ່ເພິ່ນເລືອກເປັນຝ່າຍຊະນະ+ ແລະຕອນນັ້ນກໍຮອດເວລາທີ່ພວກທີ່ຖືກເລືອກເລີ່ມປົກຄອງເປັນກະສັດ.+
23 ທູດສະຫວັນອະທິບາຍວ່າ ‘ສັດຮ້າຍໂຕທີ 4 ແມ່ນອານາຈັກທີ 4 ທີ່ຈະປົກຄອງໂລກ. ມັນຈະບໍ່ຄືກັບອານາຈັກອື່ນໆ. ມັນຈະກິນແລະທຳລາຍທຸກຢ່າງໃນໂລກນີ້ ແລະອັນໃດທີ່ເຫຼືອມັນກໍຈະຢຽບຈົນມຸ່ນ.+ 24 ເຂົາ 10 ເຂົາໝາຍເຖິງກະສັດ 10 ອົງທີ່ຈະປົກຄອງອານາຈັກນັ້ນ ແລະຈະມີກະສັດອີກອົງໜຶ່ງປົກຄອງນຳຫຼັງເຂົາເຈົ້າ. ລາວຈະບໍ່ຄືກັບກະສັດ 10 ອົງນັ້ນ ແລະລາວຈະຍຶດເອົາອຳນາດຂອງກະສັດ 3 ອົງ.+ 25 ລາວຈະເວົ້າຕໍ່ຕ້ານພະເຈົ້າສູງສຸດ+ ແລະຈະຂົ່ມເຫງພວກທີ່ຖືກເລືອກຂອງພະເຈົ້າສູງສຸດຕໍ່ໆໄປ. ລາວຈະພະຍາຍາມປ່ຽນເວລາກຳນົດແລະກົດໝາຍຂອງເພິ່ນ ແລະພວກທີ່ຖືກເລືອກຈະຕົກຢູ່ໃນມືລາວເປັນເວລາ 3 ປີເຄິ່ງ.*+ 26 ແຕ່ສານເລີ່ມຕັດສິນຄະດີແລະຍຶດເອົາການປົກຄອງຂອງລາວໄປ ແລ້ວລາວກໍຖືກທຳລາຍຈົນບໍ່ເຫຼືອຫຍັງ.+
27 ຈາກນັ້ນ ພວກທີ່ພະເຈົ້າສູງສຸດເລືອກໄວ້ກໍໄດ້ຮັບອຳນາດໃນການປົກຄອງເປັນກະສັດ ແລະໄດ້ຮັບຄວາມຍິ່ງໃຫຍ່ຂອງອານາຈັກຕ່າງໆທີ່ຢູ່ໃນໂລກ.+ ການປົກຄອງຂອງເຂົາເຈົ້າຈະຢູ່ຕະຫຼອດໄປ+ ແລະຊາດຕ່າງໆຈະຮັບໃຊ້ແລະເຊື່ອຟັງເຂົາເຈົ້າ.’
28 ນິມິດທີ່ຂ້ອຍເຫັນຈົບແບບນີ້. ສ່ວນຂ້ອຍດານີເອນ ເມື່ອຄິດເຖິງເລື່ອງນີ້ ຂ້ອຍກໍຢ້ານຈົນໜ້າຈືດ ແຕ່ຂ້ອຍກໍເກັບເລື່ອງນີ້ໄວ້ໃນໃຈ.”