ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດຊະຣາ

      • ເອັດຊະຣາ​ກັບ​ມາ​ເມືອງ​ເຢຣູຊາເລັມ (1-​10)

      • ກະສັດ​ອາຕາເຊເຊັດ​ຂຽນ​ຈົດ​ໝາຍ​ໃຫ້​ເອັດຊະຣາ (11-​26)

      • ເອັດຊະຣາ​ສັນລະເສີນ​ພະ​ເຢໂຫວາ (27, 28)

ເອັດຊະຣາ 7:1

ໄຂເງື່ອນ

  • *

    ອາຕາເຊເຊັດ​ທີ 1

  • *

    ແປ​ວ່າ “ຊ່ວຍເຫຼືອ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 2:1
  • +ນຮຢ 8:2; 12:26
  • +1ຂຄ 6:14
  • +2ກສ 22:8

ເອັດຊະຣາ 7:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 31:10

ເອັດຊະຣາ 7:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 25:11; ຜຕສ 20:28
  • +ອພຍ 6:23, 25; ຈຊບ 3:32; ພບຍ 10:6
  • +ອພຍ 7:1; 28:1

ເອັດຊະຣາ 7:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 8:1, 4

ເອັດຊະຣາ 7:7

ໄຂເງື່ອນ

  • *

    ຫຼື “ພວກ​ເນທິນິມ.” ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ມອບ​ໄວ້.”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 8:18, 19
  • +1ຂຄ 6:31, 32
  • +1ຂຄ 9:22-27
  • +1ຂຄ 9:2; ອຊຣ 8:20

ເອັດຊະຣາ 7:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 8:22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2418-2419, 2500

ເອັດຊະຣາ 7:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ກຽມ​ຫົວໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 5:1; 17:10
  • +ພບຍ 33:8, 10; ມລກ 2:7

ເອັດຊະຣາ 7:12

ໄຂເງື່ອນ

  • *

    ໃນ​ຕົ້ນ​ສະບັບ​ຕັ້ງແຕ່ ອຊຣ 7:12 ຫາ 7:26 ຂຽນ​ເປັນ​ພາສາ​ອາຣາເມອິກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 6:14; ນຮຢ 2:1

ເອັດຊະຣາ 7:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 1:2, 3

ເອັດຊະຣາ 7:14

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ກົດໝາຍ​ຂອງ​ພະເຈົ້າ​ຂອງ​ເຈົ້າ​ທີ່​ຢູ່​ໃນ​ມື​ເຈົ້າ”

ເອັດຊະຣາ 7:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 1:5, 6; 8:25

ເອັດຊະຣາ 7:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:3
  • +ລລວ 1:10
  • +ຈຊບ 28:3
  • +ຈຊບ 15:4
  • +ຈຊບ 15:5

ເອັດຊະຣາ 7:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 8:30

ເອັດຊະຣາ 7:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 6:3, 4, 8

ເອັດຊະຣາ 7:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:6; ນຮຢ 8:2

ເອັດຊະຣາ 7:22

ໄຂເງື່ອນ

  • *

    3.420 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

  • *

    22.000 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    2.200 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 2:13
  • +ຈຊບ 15:5
  • +ອພຍ 27:20; ລລວ 2:1

ເອັດຊະຣາ 7:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 1:2
  • +ອຊຣ 6:9, 10

ເອັດຊະຣາ 7:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 5:4
  • +1ຂຄ 15:16
  • +1ຂຄ 9:2

ເອັດຊະຣາ 7:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 8:2, 3

ເອັດຊະຣາ 7:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 6:22; ສພສ 21:1; ອຊຢ 60:13

ເອັດຊະຣາ 7:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 9:9; ນຮຢ 1:11
  • +ອຊຣ 7:14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຣ. 7:1ນຮຢ 2:1
ອຊຣ. 7:1ນຮຢ 8:2; 12:26
ອຊຣ. 7:11ຂຄ 6:14
ອຊຣ. 7:12ກສ 22:8
ອຊຣ. 7:32ຂຄ 31:10
ອຊຣ. 7:5ຈຊບ 25:11; ຜຕສ 20:28
ອຊຣ. 7:5ອພຍ 6:23, 25; ຈຊບ 3:32; ພບຍ 10:6
ອຊຣ. 7:5ອພຍ 7:1; 28:1
ອຊຣ. 7:6ນຮຢ 8:1, 4
ອຊຣ. 7:7ອຊຣ 8:18, 19
ອຊຣ. 7:71ຂຄ 6:31, 32
ອຊຣ. 7:71ຂຄ 9:22-27
ອຊຣ. 7:71ຂຄ 9:2; ອຊຣ 8:20
ອຊຣ. 7:9ອຊຣ 8:22
ອຊຣ. 7:10ພບຍ 5:1; 17:10
ອຊຣ. 7:10ພບຍ 33:8, 10; ມລກ 2:7
ອຊຣ. 7:12ອຊຣ 6:14; ນຮຢ 2:1
ອຊຣ. 7:13ອຊຣ 1:2, 3
ອຊຣ. 7:16ອຊຣ 1:5, 6; 8:25
ອຊຣ. 7:17ລລວ 1:3
ອຊຣ. 7:17ລລວ 1:10
ອຊຣ. 7:17ຈຊບ 28:3
ອຊຣ. 7:17ຈຊບ 15:4
ອຊຣ. 7:17ຈຊບ 15:5
ອຊຣ. 7:19ອຊຣ 8:30
ອຊຣ. 7:20ອຊຣ 6:3, 4, 8
ອຊຣ. 7:21ອຊຣ 7:6; ນຮຢ 8:2
ອຊຣ. 7:22ລລວ 2:13
ອຊຣ. 7:22ຈຊບ 15:5
ອຊຣ. 7:22ອພຍ 27:20; ລລວ 2:1
ອຊຣ. 7:23ອຊຣ 1:2
ອຊຣ. 7:23ອຊຣ 6:9, 10
ອຊຣ. 7:24ນຮຢ 5:4
ອຊຣ. 7:241ຂຄ 15:16
ອຊຣ. 7:241ຂຄ 9:2
ອຊຣ. 7:25ນຮຢ 8:2, 3
ອຊຣ. 7:27ອຊຣ 6:22; ສພສ 21:1; ອຊຢ 60:13
ອຊຣ. 7:28ອຊຣ 9:9; ນຮຢ 1:11
ອຊຣ. 7:28ອຊຣ 7:14
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
ຄຳພີໄບເບິນສະບັບແປໂລກໃໝ່
ເອັດຊະຣາ 7:1-28

ເອັດຊະຣາ

7 ຕອນ​ທີ່ອາຕາເຊເຊັດ*+​ກະສັດ​ຂອງ​ເປີເຊຍ​ປົກຄອງ ເອັດຊະຣາ*​+​ໄດ້​ກັບ​ມາ​ເມືອງເຢຣູຊາເລັມ. ເອັດຊະຣາ​ເປັນ​ລູກ​ຊາຍ​ຂອງ​ເສຣາຢາ+ ເສຣາຢາ​ເປັນ​ລູກ​ຊາຍ​ຂອງ​ອາຊາຣີຢາ ອາຊາຣີຢາ​ເປັນ​ລູກ​ຊາຍ​ຂອງ​ຮິນກີຢາ+ 2 ຮິນກີຢາ​ເປັນ​ລູກ​ຊາຍ​ຂອງ​ຊາລຶມ ຊາລຶມ​ເປັນ​ລູກ​ຊາຍ​ຂອງ​ຊາໂດກ ຊາໂດກ​ເປັນ​ລູກ​ຊາຍ​ຂອງ​ອາຮີຕຸບ 3 ອາຮີຕຸບ​ເປັນ​ລູກ​ຊາຍ​ຂອງ​ອາມາຣີຢາ ອາມາຣີຢາ​ເປັນ​ລູກ​ຊາຍ​ຂອງ​ອາຊາຣີຢາ+ ອາຊາຣີຢາ​ເປັນ​ລູກ​ຊາຍ​ຂອງ​ເມຣາໂຢດ 4 ເມຣາໂຢດ​ເປັນ​ລູກ​ຊາຍ​ຂອງ​ເຊຣາຮີຢາ ເຊຣາຮີຢາ​ເປັນ​ລູກ​ຊາຍ​ຂອງ​ອຸດຊີ ອຸດຊີ​ເປັນ​ລູກ​ຊາຍ​ຂອງ​ບຸກກີ 5 ບຸກກີ​ເປັນ​ລູກ​ຊາຍ​ຂອງ​ອາບີຊູອາ ອາບີຊູອາ​ເປັນ​ລູກ​ຊາຍ​ຂອງ​ຟີເນຮາດ+ ຟີເນຮາດ​ເປັນ​ລູກ​ຊາຍ​ຂອງ​ເອເລອາຊາ+ ເອເລອາຊາ​ເປັນ​ລູກ​ຊາຍ​ຂອງ​ປະໂລຫິດ​ໃຫຍ່​ອາໂຣນ.+ 6 ເອັດຊະຣາ​ມາ​ຈາກ​ບາບີໂລນ. ລາວ​ຊຳນານ​ໃນ​ການ​ຄັດ​ລອກ​ກົດ​ໝາຍ​ຂອງ​ໂມເຊ+​ເຊິ່ງ​ເປັນ​ກົດໝາຍ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເອົາ​ໃຫ້ປະຊາຊົນຂອງ​ເພິ່ນ. ເອັດຊະຣາ​ຂໍ​ຫຍັງ​ນຳ​ກະສັດ​ກໍ​ໄດ້​ໝົດ ຍ້ອນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ຢູ່​ກັບ​ລາວ.

7 ໃນ​ປີ​ທີ 7 ທີ່​ກະສັດ​ອາຕາເຊເຊັດ​ປົກຄອງ ບາງຄົນ​ທີ່​ເປັນ​ຄົນ​ອິດສະຣາເອນ ເປັນ​ປະໂລຫິດ ຄົນ​ເລວີ+ ນັກຮ້ອງ+ ຄົນຍາມ​ປະຕູ+ ແລະ​ຄົນ​ຮັບ​ໃຊ້​ໃນ​ວິຫານ*+​ໄດ້​ກັບ​ໄປ​ເມືອງ​ເຢຣູຊາເລັມ. 8 ເອັດຊະຣາ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ໃນ​ເດືອນ​ທີ 5 ຂອງ​ປີ​ທີ 7 ທີ່​ກະສັດ​ອາຕາເຊເຊັດ​ປົກຄອງ. 9 ເອັດຊະຣາ​ເລີ່ມ​ເດີນ​ທາງ​ອອກ​ຈາກ​ບາບີໂລນ​ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 1 ແລະ​ຍ້ອນ​ວ່າ​ພະເຈົ້າ​ຢູ່​ກັບ​ລາວຕະຫຼອດ​ການ​ເດີນ​ທາງນັ້ນ+ ລາວ​ຈຶ່ງ​ໄປ​ຮອດ​ເມືອງ​ເຢຣູຊາເລັມ​ໃນ​ວັນ​ທີ 1 ຂອງ​ເດືອນ​ທີ 5. 10 ເອັດຊະຣາກຽມໂຕ*​ເພື່ອ​ຈະ​ສຶກສາແລະ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ+ ແລະສອນ​ຂໍ້​ກຳນົດແລະ​ການ​ຕັດສິນ​ທີ່​ຢູ່​ໃນ​ກົດ​ໝາຍ​ນັ້ນ​ໃຫ້​ພວກ​ອິດສະຣາເອນ.+

11 ນີ້​ແມ່ນ​ຈົດ​ໝາຍ​ທີ່​ກະສັດ​ອາຕາເຊເຊັດ​ເອົາ​ໃຫ້​ເອັດຊະຣາ​ທີ່​ເປັນ​ປະໂລຫິດ ເປັນ​ຜູ້​ຄັດ​ລອກ ແລະ​ເປັນ​ຜູ້​ທີ່​ຊຳນານ​ໃນ​ເລື່ອງ​ກົດ​ໝາຍ​ແລະ​ຂໍ້​ກຳນົດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໃຫ້​ພວກ​ອິດສະຣາເອນ. ຈົດ​ໝາຍ​ນັ້ນ​ຂຽນ​ວ່າ:

12 * “ຈາກ​ອາຕາເຊເຊັດ+​ກະສັດ​ຜູ້​ຍິ່ງ​ໃຫຍ່ ເຖິງ​ເອັດຊະຣາ​ທີ່​ເປັນ​ປະໂລຫິດ​ແລະ​ເປັນ​ຜູ້​ຄັດ​ລອກ​ກົດ​ໝາຍ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ. ຂໍ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ. 13 ຂ້ອຍ​ອອກ​ຄຳ​ສັ່ງ​ວ່າ ຖ້າ​ປະໂລຫິດ ຫຼື​ຄົນ​ເລວີ ຫຼື​ຄົນ​ອິດສະຣາເອນ​ຜູ້​ໃດ​ກໍ​ຕາມ​ທີ່​ຢູ່​ໃນ​ແຜ່ນດິນ​ຂອງ​ຂ້ອຍ​ຢາກ​ກັບ​ໄປ​ເຢຣູຊາເລັມ​ນຳ​ກັນ​ກັບ​ເຈົ້າ ເຂົາ​ເຈົ້າ​ກໍ​ໄປ​ໄດ້.+ 14 ຂ້ອຍ​ກັບ​ທີ່​ປຶກສາ 7 ຄົນ​ສົ່ງ​ເຈົ້າ​ໄປ​ເມືອງ​ເຢຣູຊາເລັມ​ເພື່ອ​ເບິ່ງ​ວ່າ​ຄົນ​ຢູດາ​ກັບ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ກຳລັງ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະເຈົ້າ​ຂອງ​ເຈົ້າ*​ຫຼື​ບໍ່. 15 ໃຫ້​ເຈົ້າ​ເອົາ​ເງິນ​ເອົາ​ຄຳ​ທີ່​ຂ້ອຍ​ກັບ​ພວກ​ທີ່​ປຶກສາ​ຂອງ​ຂ້ອຍ​ບໍລິຈາກ​ໃຫ້​ໄປ​ນຳ​ເພື່ອ​ເອົາ​ໄປ​ໃຫ້​ພະເຈົ້າ​ຂອງ​ອິດສະຣາເອນ​ທີ່​ຢູ່​ເມືອງ​ເຢຣູຊາເລັມ. 16 ເງິນ​ຄຳ​ທັງ​ໝົດ​ທີ່​ໄດ້​ຈາກ​ທົ່ວ​ແຂວງ​ບາບີໂລນ​ກັບ​ເຄື່ອງ​ທຸກ​ຢ່າງ​ທີ່​ຄົນ​ບໍລິຈາກ​ໃຫ້​ພະເຈົ້າ​ທີ່​ຢູ່​ເມືອງ​ເຢຣູຊາເລັມ​ກໍ​ໃຫ້​ເຈົ້າ​ເອົາ​ໄປ​ນຳ​ຄື​ກັນ.+ 17 ໃຫ້​ເຈົ້າ​ເອົາ​ເງິນ​ນີ້​ໄປ​ຊື້​ງົວ​ໂຕ​ຜູ້+ ແກະ​ໂຕ​ຜູ້+ ແກະ​ນ້ອຍ​ໂຕ​ຜູ້+ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ແລະ​ເຄື່ອງ​ບູຊາ​ດື່ມ+ ແລ້ວ​ເອົາ​ໄປ​ເຜົາ​ເທິງ​ແທ່ນ​ບູຊາ​ຢູ່​ວິຫານ​ຂອງ​ພະເຈົ້າ​ຂອງ​ເຈົ້າ​ໃນ​ເມືອງ​ເຢຣູຊາເລັມ.

18 ເຈົ້າ​ກັບ​ພວກ​ພີ່ນ້ອງ​ຂອງ​ເຈົ້າ​ຢາກ​ເຮັດ​ແນວ​ໃດ​ກັບ​ເງິນ​ຄຳ​ທີ່​ເຫຼືອ​ກໍ​ເຮັດ​ໄດ້​ຕາມ​ທີ່​ພະເຈົ້າ​ຂອງ​ພວກ​ເຈົ້າ​ຕ້ອງການ. 19 ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ເອົາ​ໃຫ້​ເຈົ້າ​ເຊິ່ງ​ໃຊ້​ໃນ​ການ​ນະມັດສະການ​ຢູ່​ວິຫານ​ພະເຈົ້າ​ຂອງ​ເຈົ້າ ໃຫ້​ເຈົ້າ​ເອົາ​ໄປ​ໃຫ້​ເພິ່ນ​ຢູ່​ເມືອງ​ເຢຣູຊາເລັມ.+ 20 ສຳລັບ​ເຄື່ອງໃຊ້​ອື່ນ​ໆ​ທີ່​ຈຳເປັນ​ຕ້ອງ​ໃຊ້​ໃນ​ວິຫານ​ພະເຈົ້າ​ຂອງ​ເຈົ້າ ໃຫ້​ເຈົ້າ​ເອົາ​ຈາກ​ຄັງ​ຊັບສິນ​ໃນ​ວັງ​ຂອງ​ກະສັດ.+

21 ຂ້ອຍ​ກະສັດ​ອາຕາເຊເຊັດ​ອອກ​ຄຳ​ສັ່ງ​ໃຫ້​ທຸກ​ຄົນ​ທີ່​ເປັນ​ຜູ້​ເບິ່ງ​ແຍງ​ຄັງ​ຊັບສິນ​ທີ່​ຢູ່​ເຂດ​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ​ວ່າ ຖ້າ​ເອັດຊະຣາ+​ທີ່​ເປັນ​ປະໂລຫິດ​ແລະ​ເປັນ​ຜູ້​ຄັດ​ລອກ​ກົດ​ໝາຍ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ຂໍ​ຫຍັງ​ຈາກ​ພວກ​ເຈົ້າ ພວກ​ເຈົ້າ​ກໍ​ຕ້ອງ​ເຮັດ​ຕາມ​ທັນທີ. 22 ຖ້າ​ລາວ​ຢາກ​ໄດ້​ເກືອ+ ເຖິງ​ວ່າ​ຈະ​ຫຼາຍ​ສ່ຳ​ໃດ​ກໍ​ໃຫ້​ລາວ​ໂລດ. ເຖິງ​ວ່າ​ລາວ​ຂໍ​ເງິນ 100 ຕະລັນ* ເຂົ້າວີດ* 100 ໂຄເຣ* ເຫຼົ້າແວງ+ 100 ບັດ* ແລະ​ນ້ຳມັນ​ໝາກກອກ+ 100 ບັດ ພວກ​ເຈົ້າ​ກໍ​ຕ້ອງ​ເອົາ​ໃຫ້​ລາວ. 23 ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ສັ່ງ​ໃຫ້​ເຮັດ​ຫຍັງ​ສຳລັບ​ວິຫານ​ຂອງ​ເພິ່ນ+ ພວກ​ເຈົ້າ​ກໍ​ຕ້ອງ​ຕັ້ງ​ໃຈ​ເຮັດ​ເພື່ອ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ຈະ​ບໍ່​ໃຈ​ຮ້າຍ​ໃຫ້​ຂ້ອຍ​ກັບ​ພວກ​ລູກ​ຂອງ​ຂ້ອຍແລະ​ປະຊາຊົນ.+ 24 ຂ້ອຍ​ຍັງ​ອອກ​ຄຳ​ສັ່ງ​ບໍ່​ໃຫ້​ເກັບ​ພາສີ ເງິນ​ເສຍ​ສ່ວຍ+ ຫຼື​ຄ່າ​ທຳນຽມ​ຕ່າງ​ໆ​ນຳ​ພວກ​ປະໂລຫິດ​ກັບ​ພວກເລວີ ພວກ​ນັກ​ດົນຕີ+ ພວກ​ຄົນຍາມ​ປະຕູ ພວກ​ຄົນ​ຮັບ​ໃຊ້​ໃນ​ວິຫານ+ ແລະ​ຄົນ​ອື່ນ​ໆ​ທີ່​ເຮັດ​ວຽກ​ຢູ່​ວິຫານ​ຂອງ​ພະເຈົ້າ.

25 ສຳລັບ​ເຈົ້າ ເອັດຊະຣາ ໃຫ້​ເຈົ້າ​ໃຊ້​ສະຕິປັນຍາ​ທີ່​ໄດ້​ຮັບ​ຈາກ​ພະເຈົ້າ​ຂອງ​ເຈົ້າ​ເພື່ອ​ແຕ່ງຕັ້ງ​ພວກ​ຜູ້ປົກຄອງ​ແລະ​ພວກ​ຜູ້ຕັດສິນ ແລ້ວ​ໃຫ້​ເຂົາ​ເຈົ້າ​ຕັດສິນ​ທຸກ​ຄົນ​ທີ່​ຢູ່​ເຂດ​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳເອິຟາຣາດ​ທີ່​ຮູ້ຈັກ​ກົດ​ໝາຍ​ຂອງ​ພະເຈົ້າ​ຂອງ​ເຈົ້າ. ແຕ່​ຖ້າຜູ້​ໃດ​ບໍ່​ຮູ້ຈັກກົດ​ໝາຍ​ນັ້ນ​ກໍ​ໃຫ້​ເຈົ້າ​ສອນ​ເຂົາ​ເຈົ້າ.+ 26 ຜູ້​ໃດ​ທີ່​ບໍ່​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະເຈົ້າ​ຂອງ​ເຈົ້າ​ແລະ​ບໍ່​ເຮັດ​ຕາມກົດ​ໝາຍ​ຂອງ​ກະສັດ ລາວ​ຕ້ອງ​ຖືກ​ຕັດສິນ​ລົງໂທດ​ທັນທີ. ຜູ້​ນັ້ນ​ອາດ​ຖືກ​ຂ້າ​ຖິ້ມ ຖືກ​ເນລະເທດ ຖືກ​ປັບ​ໄໝ ຫຼື​ຖືກ​ຂັງ​ຄຸກ.”

27 ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ສັນລະເສີນ ຍ້ອນ​ເພິ່ນ​ໄດ້​ກະຕຸ້ນ​ກະສັດ​ໃຫ້​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຢູ່​ເມືອງ​ເຢຣູຊາເລັມ​ໃຫ້​ງາມ.+ 28 ເພິ່ນ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຂ້ອຍ ເພິ່ນ​ຈຶ່ງ​ໃຫ້​ກະສັດ+ ພວກ​ທີ່​ປຶກສາ+ ແລະ​ພວກ​ເຈົ້າ​ນາຍ​ທຸກ​ຄົນ​ຂອງ​ກະສັດມັກ​ຂ້ອຍ​ແລະ​ຢາກ​ຊ່ວຍ​ຂ້ອຍ. ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ​ຢູ່​ນຳ​ຂ້ອຍ ຂ້ອຍ​ຈຶ່ງ​ກ້າຫານ ແລະ​ຂ້ອຍ​ໄດ້​ພາ​ຫົວ​ໜ້າ​ບາງຄົນຂອງ​ພວກ​ອິດສະຣາເອນ​ກັບ​ໄປ​ເມືອງເຢຣູຊາເລັມນຳ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌