ເອຊາຢາ
44 “ຢາໂຄບຜູ້ຮັບໃຊ້ຂອງເຮົາ
ອິດສະຣາເອນຜູ້ທີ່ເຮົາໄດ້ເລືອກ+ ໃຫ້ຟັງເດີ້.
2 ພະເຢໂຫວາຜູ້ທີ່ສ້າງເຈົ້າ+
ຜູ້ທີ່ໃຫ້ຊີວິດເຈົ້າ
ແລະຜູ້ທີ່ຊ່ວຍເຈົ້າຕັ້ງແຕ່ຢູ່ໃນທ້ອງແມ່*ເວົ້າວ່າ
5 ຜູ້ໜຶ່ງຈະເວົ້າວ່າ “ຂ້ອຍເປັນຄົນຂອງພະເຢໂຫວາ.”+
ອີກຜູ້ໜຶ່ງຈະເອີ້ນໂຕເອງໂດຍໃຊ້ຊື່ຂອງຢາໂຄບ
ແລະອີກຜູ້ໜຶ່ງຈະຂຽນໃສ່ມືຂອງລາວວ່າ: “ພະເຢໂຫວາເປັນເຈົ້າຂອງຂ້ອຍ.”
ແລະລາວຈະໃຊ້ຊື່ອິດສະຣາເອນ.’
‘ເຮົາເປັນຜູ້ທຳອິດແລະເປັນຜູ້ສຸດທ້າຍ+
ບໍ່ມີພະເຈົ້າອື່ນນອກຈາກເຮົາ.+
7 ມີໃຜແດ່ທີ່ເຮັດໄດ້ຄືເຮົາ?+
ໃຫ້ລາວເວົ້າໂລດແລະພິສູດໃຫ້ເຮົາເຫັນ!+
ຕັ້ງແຕ່ສະໄໝແຕ່ກີ້ທີ່ເຮົາໄດ້ຕັ້ງຊາດໜຶ່ງຂຶ້ນມາ
ເຄີຍມີໃຜບໍທີ່ເຮັດໄດ້ຄືເຮົາ
ແລະບອກສິ່ງທີ່ຈະເກີດຂຶ້ນໃນອະນາຄົດໄດ້?
ເຮົາບອກພວກເຈົ້າແລ້ວແມ່ນບໍ?
ພວກເຈົ້າເປັນພະຍານຂອງເຮົາ.+
ມີພະເຈົ້າອື່ນບໍນອກຈາກເຮົາ?
ເຮົາບໍ່ເຫັນມີພະເຈົ້າອົງໃດທີ່ເປັນຄືກັບເຮົາ. ເຮົາເປັນຫີນຜາ+ທີ່ປົກປ້ອງພວກເຈົ້າໄດ້.’”
9 ທຸກຄົນທີ່ເຮັດຮູບບູຊາຂຶ້ນມາກໍເສຍແຮງລ້າໆ
ແລະຮູບບູຊາທີ່ເຂົາເຈົ້າຮັກຫຼາຍກໍບໍ່ມີປະໂຫຍດຫຍັງ.+
ຮູບບູຊາເຫຼົ່ານີ້ບໍ່ຮູ້ຫຍັງແລະເບິ່ງບໍ່ເຫັນຫຍັງ+ ມັນຈຶ່ງເປັນພະຍານບໍ່ໄດ້
ຜູ້ທີ່ເຮັດມັນຂຶ້ນມາຈະຕ້ອງອັບອາຍຂາຍໜ້າ.+
10 ແລ້ວຈະມີໃຜໂງ່ເຮັດຮູບພະຫຼືຫຼໍ່ຮູບປັ້ນ
ທີ່ບໍ່ມີປະໂຫຍດແບບນີ້ບໍ?+
11 ພວກໝູ່ຂອງລາວກໍຈະອັບອາຍຂາຍໜ້າ.+
ຜູ້ທີ່ເຮັດຮູບບູຊາກໍເປັນພຽງແຕ່ມະນຸດ.
ໃຫ້ເຂົາເຈົ້າມາລວມກັນແລະຢືນຢູ່ຊື່ໆ.
ເຂົາເຈົ້າຈະຢ້ານຫຼາຍແລະຈະຕ້ອງອັບອາຍ.
12 ຊ່າງຕີເຫຼັກເອົາເຫຼັກໄປວາງໄວ້ເທິງຖ່ານໄຟທີ່ຮ້ອນໆ
ແລ້ວໃຊ້ຄ້ອນຕີຕີເຫຼັກ.
ລາວໃຊ້ແຂນທີ່ແຂງແຮງຂອງລາວຕີເຫຼັກໃຫ້ເປັນຮູບຊົງ.+
ຕອນທີ່ເຮັດວຽກ ລາວກໍຫິວເຂົ້າຫິວນ້ຳ
ເມື່ອຍແລະໝົດແຮງ.
13 ຊ່າງໄມ້ເອົາສາຍແທກແທກໄມ້ ແລ້ວເອົາສໍຂາວແຕ້ມໃຫ້ເປັນຮ່າງ.
ລາວໃຊ້ເຄື່ອງມືຂີດໄມ້ນັ້ນເປັນຮູບວົງມົນແລະເອົາສິ່ວແກະສະຫຼັກ.
14 ມີຜູ້ໜຶ່ງທີ່ເຮັດວຽກຕັດຕົ້ນຊີດ້າ*
ລາວໄດ້ເລືອກຕົ້ນໄມ້ຊະນິດໜຶ່ງເຊິ່ງແມ່ນຕົ້ນໂອກ
ແລະປ່ອຍໃຫ້ມັນໃຫຍ່ຢູ່ໃນປ່າ.+
ລາວປູກຕົ້ນລໍເຣວ*ແລະມັນກໍໃຫຍ່ຂຶ້ນຍ້ອນຝົນຕົກໃສ່.
15 ແລ້ວຄົນກໍເອົາມັນມາເປັນຟືນດັງໄຟ.
ລາວເອົາສ່ວນໜຶ່ງມາດັງໄຟຝີງ
ແລະດັງໄຟແຕ່ງກິນ.
ແລ້ວລາວເອົາອີກສ່ວນໜຶ່ງມາເຮັດຮູບພະເພື່ອຂາບໄຫວ້.
ລາວແກະສະຫຼັກໄມ້ນັ້ນແລະກົ້ມກາບມັນ.+
16 ລາວເອົາໄມ້ເຄິ່ງໜຶ່ງມາດັງໄຟ
ແລະປີ້ງຊີ້ນກິນຈົນອີ່ມ.
ລາວຍັງຝີງໄຟກອງນັ້ນແລະເວົ້າວ່າ:
“ດີແທ້! ໄຟນີ້ເຮັດໃຫ້ຂ້ອຍອຸ່ນ.”
17 ແຕ່ໄມ້ສ່ວນທີ່ເຫຼືອລາວເອົາໄປແກະສະຫຼັກເປັນຮູບພະ.
ລາວກົ້ມກາບແລະນະມັດສະການມັນ.
ລາວອະທິດຖານກັບຮູບນັ້ນວ່າ:
“ພະເຈົ້າຂອງລູກ ປົກປ້ອງຄຸ້ມຄອງລູກແດ່ເດີ້.”+
18 ເຂົາເຈົ້າບໍ່ຮູ້ແລະບໍ່ເຂົ້າໃຈຫຍັງເລີຍ+
ຍ້ອນວ່າຕາຂອງເຂົາເຈົ້າຖືກປິດໄວ້ຈຶ່ງເຮັດໃຫ້ເບິ່ງບໍ່ເຫັນ
ແລະໃຈຂອງເຂົາເຈົ້າຖືກປິດກັ້ນຈຶ່ງເຮັດໃຫ້ບໍ່ເຂົ້າໃຈຫຍັງ.
19 ບໍ່ມີໃຜຮູ້
ບໍ່ມີໃຜເຂົ້າໃຈຫຼືຄິດໄດ້ວ່າ:
“ໄມ້ເຄິ່ງໜຶ່ງຂ້ອຍເອົາມາດັງໄຟ
ແຕ່ງກິນແລະປີ້ງຊີ້ນ
ແລ້ວຂ້ອຍຄວນເອົາໄມ້ອີກເຄິ່ງໜຶ່ງມາເຮັດສິ່ງທີ່ເປັນຕາຂີ້ດຽດບໍ?+
ຂ້ອຍຄວນຂາບໄຫວ້ທ່ອນໄມ້ນັ້ນບໍ?”
20 ລາວເປັນຄືກັບຄົນທີ່ກຳລັງກິນຂີ້ເທົ່າ.
ໃຈຂອງລາວພາລາວໄປຜິດທາງ.
ລາວຊ່ວຍຊີວິດໂຕເອງກໍບໍ່ໄດ້ແລະບໍ່ຍອມຮັບວ່າ:
“ສິ່ງທີ່ຂ້ອຍຖືຢູ່ໃນມືເປັນຮູບບູຊາທີ່ບໍ່ມີຄ່າ.”
21 “ຢາໂຄບເອີ້ຍ ອິດສະຣາເອນເອີ້ຍ ໃຫ້ເຈົ້າຈື່ສິ່ງເຫຼົ່ານີ້ໄວ້.
ເຈົ້າເປັນຜູ້ຮັບໃຊ້ຂອງເຮົາ.
ເຮົາເປັນຜູ້ສ້າງເຈົ້າແລະເຈົ້າເປັນຜູ້ຮັບໃຊ້ຂອງເຮົາ.+
ອິດສະຣາເອນເອີ້ຍ ເຮົາຈະບໍ່ລືມເຈົ້າ.+
22 ເຮົາຈະປົກຄວາມຜິດຂອງເຈົ້າຄືກັບເອົາຂີ້ເຝື້ອມາປົກໄວ້+
ເຮົາຈະປົກບາບຂອງເຈົ້າຄືກັບເອົາຂີ້ເຝື້ອໜາໆມາປົກໄວ້.
ໃຫ້ກັບມາຫາເຮົາ ແລ້ວເຮົາຈະໄຖ່ເຈົ້າຄືນມາ.+
23 ໃຫ້ທ້ອງຟ້າຮ້ອງດ້ວຍຄວາມດີໃຈ
ຍ້ອນພະເຢໂຫວາໄດ້ເຮັດຕາມສິ່ງທີ່ເພິ່ນຕ້ອງການ.
ໃຫ້ເຫວເລິກໆຮ້ອງຍິນດີໃນໄຊຊະນະ
ໃຫ້ພູຕ່າງໆ ປ່າໄມ້ ແລະຕົ້ນໄມ້ທັງໝົດຮ້ອງຢ່າງມີຄວາມສຸກ+
ຍ້ອນພະເຢໂຫວາໄດ້ໄຖ່ຢາໂຄບຄືນມາແລ້ວ
ແລະເພິ່ນໄດ້ເຮັດໃຫ້ເຫັນຄວາມງາມຂອງເພິ່ນໂດຍທາງອິດສະຣາເອນ.”+
24 ພະເຢໂຫວາຜູ້ທີ່ໄຖ່ເຈົ້າຄືນມາ+
ຜູ້ທີ່ສ້າງເຈົ້າຕັ້ງແຕ່ຢູ່ທ້ອງແມ່ເວົ້າວ່າ:
“ເຮົາແມ່ນເຢໂຫວາ. ເຮົາເປັນຜູ້ສ້າງທຸກສິ່ງທຸກຢ່າງ.
ມີໃຜຢູ່ກັບເຮົາໃນຕອນນັ້ນ?
25 ເຮົາກຳລັງເຮັດໃຫ້ເຫັນວ່າສິ່ງທີ່ພວກຜູ້ພະຍາກອນປອມເວົ້າບໍ່ແມ່ນແທ້
ແລະເຮົາເປັນຜູ້ທີ່ເຮັດໃຫ້ພວກໝໍມໍເຮັດສິ່ງທີ່ໂງ່.+
ເຮົາເປັນຜູ້ທີ່ເຮັດໃຫ້ຄົນສະຫຼາດສັບສົນ
ແລະເຮັດໃຫ້ຄວາມຮູ້ຂອງເຂົາເຈົ້າກາຍເປັນເລື່ອງໂງ່.+
26 ເຮົາເປັນຜູ້ທີ່ເຮັດໃຫ້ຄຳເວົ້າຂອງຜູ້ຮັບໃຊ້ຂອງເຮົາເປັນຈິງ
ແລະເຮັດໃຫ້ຄຳພະຍາກອນທີ່ຜູ້ສົ່ງຂ່າວຂອງເຮົາເອົາໄປບອກເກີດຂຶ້ນແທ້.+
ເຮົາເປັນຜູ້ທີ່ເວົ້າເຖິງເຢຣູຊາເລັມວ່າ ‘ເມືອງນີ້ຈະມີຄົນອາໄສຢູ່.’+
ແລະເວົ້າເຖິງເມືອງຕ່າງໆຂອງຢູດາວ່າ ‘ເມືອງເຫຼົ່ານີ້ຈະຖືກສ້າງຄືນໃໝ່.+
ເຮົາຈະຟື້ນຟູເມືອງເຢຣູຊາເລັມທີ່ເປັນຊາກຫັກພັງຄືນໃໝ່.’+
27 ເຮົາເປັນຜູ້ບອກແມ່ນ້ຳທີ່ເລິກໆວ່າ ‘ແຫ້ງສະ!
ເຮົາຈະເຮັດໃຫ້ແມ່ນ້ຳທັງໝົດຂອງເຈົ້າແຫ້ງ.’+
28 ເຮົາເປັນຜູ້ເວົ້າເຖິງໄຊຣັດວ່າ+ ‘ລາວເປັນຜູ້ລ້ຽງແກະຂອງເຮົາ.
ລາວຈະເຮັດທຸກຢ່າງຕາມທີ່ເຮົາຕ້ອງການ.’+
ເຮົາເປັນຜູ້ເວົ້າເຖິງເຢຣູຊາເລັມວ່າ ‘ເມືອງນີ້ຈະຖືກສ້າງຄືນໃໝ່’
ແລະເຮົາເປັນຜູ້ເວົ້າເຖິງວິຫານວ່າ ‘ວິຫານຈະຖືກວາງຮາກຖານ.’”+