ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ໂກຣິນໂທ 11
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ໂກຣິນໂທ

      • “ຂໍ​ໃຫ້​ຮຽນ​ແບບ​ຂ້ອຍ” (1)

      • ຕຳແໜ່ງ​ຜູ້​ນຳ​ແລະ​ການ​ປົກ​ຫົວ (2-16)

      • ການ​ກິນ​ອາຫານ​ແລງ​ຂອງ​ພະຄລິດ (17-34)

1 ໂກຣິນໂທ 11:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 3:17; 2ທຊ 3:9

1 ໂກຣິນໂທ 11:2

ໄຂເງື່ອນ

  • *

    ຫຼື “ທຳນຽມ”

1 ໂກຣິນໂທ 11:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫົວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 14:9; ອຟຊ 4:15; ກລຊ 2:10
  • +ອຟຊ 5:23; 1ປຕ 3:1
  • +1ກຣ 15:27, 28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2021, ໜ້າ 2-3

    ຫໍສັງເກດການ

    15/11/2015, ໜ້າ 22

    ນະມັດສະການ ໜ້າ 153-154

    ຄອບຄົວ ໜ້າ 31-32

    ຄວາມຮູ້ ໜ້າ 134-136

    ຊີວິດຕະຫຼອດໄປ ໜ້າ 240

1 ໂກຣິນໂທ 11:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 2:28; ກຈກ 21:8, 9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຮັກຂອງພະເຈົ້າ” ໜ້າ 209-210

1 ໂກຣິນໂທ 11:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:27

1 ໂກຣິນໂທ 11:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:22, 23

1 ໂກຣິນໂທ 11:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:18

1 ໂກຣິນໂທ 11:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 4:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຮັກຂອງພະເຈົ້າ” ໜ້າ 211

1 ໂກຣິນໂທ 11:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:21, 22
  • +1ກຣ 8:6

1 ໂກຣິນໂທ 11:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:29, 30; 1ກຣ 1:12; 1ຕມ 4:1; 2ປຕ 2:1

1 ໂກຣິນໂທ 11:20

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜູ້​ເປັນ​ນາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 22:19, 20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 28

1 ໂກຣິນໂທ 11:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 26:20; ລກ 22:14

1 ໂກຣິນໂທ 11:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 26:26; ມຣກ 14:22; ຣມ 7:4; 1ກຣ 10:17
  • +ລກ 22:19

1 ໂກຣິນໂທ 11:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 26:27; ມຣກ 14:23; 1ກຣ 10:16
  • +ຢຣມ 31:31; ຮຣ 8:8; 9:15
  • +ລກ 22:20; ຮຣ 9:13, 14; 1ປຕ 1:18, 19
  • +ອພຍ 12:14

1 ໂກຣິນໂທ 11:26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2018, ໜ້າ 14

1 ໂກຣິນໂທ 11:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2020, ໜ້າ 27-28

    ຫໍສັງເກດການ (ສຶກສາ)

    1/2016, ໜ້າ 21-22

1 ໂກຣິນໂທ 11:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 13:5

1 ໂກຣິນໂທ 11:30

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ເຂົາເຈົ້າ​ສູນ​ເສຍ​ສາຍສຳພັນ​ກັບ​ພະເຈົ້າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 5:6

1 ໂກຣິນໂທ 11:32

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 12:5
  • +2ປຕ 2:20; 3:7

1 ໂກຣິນໂທ 11:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 11:29

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກຣ. 11:1ຟລປ 3:17; 2ທຊ 3:9
1ກຣ. 11:3ຣມ 14:9; ອຟຊ 4:15; ກລຊ 2:10
1ກຣ. 11:3ອຟຊ 5:23; 1ປຕ 3:1
1ກຣ. 11:31ກຣ 15:27, 28
1ກຣ. 11:5ຢອ 2:28; ກຈກ 21:8, 9
1ກຣ. 11:7ປຖກ 1:27
1ກຣ. 11:8ປຖກ 2:22, 23
1ກຣ. 11:9ປຖກ 2:18
1ກຣ. 11:101ກຣ 4:9
1ກຣ. 11:12ປຖກ 2:21, 22
1ກຣ. 11:121ກຣ 8:6
1ກຣ. 11:19ກຈກ 20:29, 30; 1ກຣ 1:12; 1ຕມ 4:1; 2ປຕ 2:1
1ກຣ. 11:20ລກ 22:19, 20
1ກຣ. 11:23ມທ 26:20; ລກ 22:14
1ກຣ. 11:24ມທ 26:26; ມຣກ 14:22; ຣມ 7:4; 1ກຣ 10:17
1ກຣ. 11:24ລກ 22:19
1ກຣ. 11:25ມທ 26:27; ມຣກ 14:23; 1ກຣ 10:16
1ກຣ. 11:25ຢຣມ 31:31; ຮຣ 8:8; 9:15
1ກຣ. 11:25ລກ 22:20; ຮຣ 9:13, 14; 1ປຕ 1:18, 19
1ກຣ. 11:25ອພຍ 12:14
1ກຣ. 11:282ກຣ 13:5
1ກຣ. 11:301ທຊ 5:6
1ກຣ. 11:32ຮຣ 12:5
1ກຣ. 11:322ປຕ 2:20; 3:7
1ກຣ. 11:341ກຣ 11:29
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
ຄຳພີໄບເບິນສະບັບແປໂລກໃໝ່
1 ໂກຣິນໂທ 11:1-34

ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ

11 ຂໍ​ໃຫ້​ຮຽນແບບ​ຂ້ອຍ​ຄື​ກັບ​ທີ່​ຂ້ອຍ​ຮຽນແບບ​ພະຄລິດ.+

2 ຂ້ອຍ​ຂໍ​ຊົມເຊີຍ​ພວກ​ເຈົ້າ​ທີ່​ຄິດຮອດ​ຂ້ອຍ​ສະເໝີ​ໃນ​ທຸກ​ເລື່ອງ​ແລະ​ເຮັດ​ຕາມ​ຄຳແນະນຳ*​ທີ່​ຂ້ອຍ​ເຄີຍ​ບອກ. 3 ແຕ່​ຂ້ອຍ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ພະຄລິດ​ເປັນ​ຜູ້​ນຳ*​ຂອງ​ຜູ້ຊາຍ​ທຸກ​ຄົນ+ ຜູ້ຊາຍ​ເປັນ​ຜູ້​ນຳ​ຂອງ​ຜູ້ຍິງ+ ແລະ​ພະເຈົ້າ​ເປັນ​ຜູ້​ນຳ​ຂອງ​ພະຄລິດ.+ 4 ຜູ້ຊາຍ​ທີ່​ອະທິດຖານ​ຫຼື​ພະຍາກອນ​ທັງ​ໆ​ທີ່​ປົກ​ຫົວ​ຢູ່​ກໍ​ເຮັດ​ໃຫ້​ຜູ້​ນຳ​ຂອງ​ລາວ​ອັບອາຍ. 5 ສ່ວນ​ຜູ້ຍິງ​ທີ່​ອະທິດຖານ​ຫຼື​ພະຍາກອນ+​ແລະ​ບໍ່​ມີ​ຫຍັງ​ປົກ​ຫົວ​ກໍ​ເຮັດ​ໃຫ້​ຜູ້​ນຳ​ຂອງ​ລາວ​ອັບອາຍ ສ່ຳ​ກັບ​ວ່າ​ລາວ​ແຖ​ຫົວ​ແລ້ວ. 6 ຖ້າ​ຜູ້ຍິງ​ບໍ່​ປົກ​ຫົວ​ກໍ​ໃຫ້​ລາວ​ຕັດ​ຜົມ​ສັ້ນ​ໆ​ເລີຍ. ແຕ່​ຖ້າ​ຜູ້ຍິງ​ຈະ​ຕັດ​ຜົມ​ສັ້ນ​ໆ​ຫຼື​ແຖ​ຫົວ​ແລ້ວ​ເປັນ​ເລື່ອງ​ໜ້າອາຍ ກໍ​ໃຫ້​ລາວ​ປົກ​ຫົວ​ດີ​ກວ່າ.

7 ຜູ້ຊາຍ​ບໍ່​ຄວນ​ປົກ​ຫົວ ຍ້ອນ​ຜູ້ຊາຍ​ຖືກ​ສ້າງ​ຕາມ​ແບບ​ພະເຈົ້າ+​ແລະ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ກຽດ ແຕ່​ຜູ້ຍິງ​ເຮັດ​ໃຫ້​ຜູ້ຊາຍ​ໄດ້​ຮັບ​ກຽດ. 8 ຜູ້ຊາຍ​ບໍ່​ໄດ້​ມາ​ຈາກ​ຜູ້ຍິງ ແຕ່​ຜູ້ຍິງ​ມາ​ຈາກ​ຜູ້ຊາຍ.+ 9 ຜູ້ຊາຍ​ບໍ່​ໄດ້​ຖືກ​ສ້າງ​ສຳລັບ​ຜູ້ຍິງ ແຕ່​ຜູ້ຍິງ​ຖືກ​ສ້າງ​ສຳລັບ​ຜູ້ຊາຍ.+ 10 ຍ້ອນ​ເຫດຜົນ​ທັງໝົດ​ນີ້ ຜູ້ຍິງ​ຈຶ່ງ​ຄວນ​ປົກ​ຫົວ​ເພື່ອ​ສະແດງ​ວ່າ​ຍອມ​ຢູ່​ໃຕ້​ອຳນາດ ແລະ​ເພື່ອ​ເຫັນ​ແກ່​ພວກ​ທູດສະຫວັນ.+

11 ແຕ່​ສຳລັບ​ພວກ​ລູກສິດ​ຂອງ​ຜູ້​ເປັນ​ນາຍ ຜູ້​ຍິງ​ບໍ່​ຕ່າງ​ຈາກ​ຜູ້​ຊາຍ​ແລະ​ຜູ້​ຊາຍ​ກໍ​ບໍ່​ຕ່າງ​ຈາກ​ຜູ້​ຍິງ. 12 ແມ່ນ​ຢູ່​ວ່າ​ຜູ້​ຍິງ​ເກີດ​ມາ​ຈາກ​ຜູ້​ຊາຍ+ ແຕ່​ຜູ້​ຊາຍ​ກໍ​ເກີດ​ມາ​ຈາກ​ຜູ້​ຍິງ​ຄື​ກັນ ແລະ​ທຸກ​ສິ່ງ​ເກີດ​ມາ​ຈາກ​ພະເຈົ້າ.+ 13 ພວກ​ເຈົ້າ​ຄິດ​ວ່າ​ເໝາະສົມ​ບໍ​ຖ້າ​ຜູ້​ຍິງ​ຈະ​ອະທິດຖານ​ເຖິງ​ພະເຈົ້າ​ໂດຍ​ບໍ່​ປົກ​ຫົວ? 14 ພວກ​ເຈົ້າ​ກໍ​ຮູ້​ແມ່ນ​ບໍ​ວ່າ ຕາມ​ທຳມະຊາດ​ແລ້ວ​ຜູ້​ຊາຍ​ທີ່​ຈົ່ງ​ຜົມ​ຍາວ​ກໍ​ເຮັດ​ໃຫ້​ໂຕເອງ​ບໍ່​ມີ​ກຽດ. 15 ແຕ່​ຖ້າ​ຜູ້​ຍິງ​ຈົ່ງ​ຜົມ​ຍາວ​ກໍ​ເຮັດ​ໃຫ້​ລາວ​ມີ​ກຽດ ຍ້ອນ​ເສັ້ນ​ຜົມ​ຂອງ​ລາວ​ມີ​ໄວ້​ເພື່ອ​ປົກ​ຫົວ​ແທນ​ຜ້າ. 16 ເຖິງ​ວ່າ​ຜູ້​ໃດ​ຢາກ​ຈະ​ຖຽງ​ກ່ຽວກັບ​ເລື່ອງ​ນີ້ ພວກ​ເຮົາ​ແລະ​ປະຊາຄົມ​ຕ່າງ​ໆ​ຂອງ​ພະເຈົ້າ​ກໍ​ຈະ​ບໍ່​ເຮັດ​ຕາມ​ທຳນຽມ​ອື່ນ.

17 ແຕ່​ເມື່ອ​ແນະນຳ​ເລື່ອງ​ເຫຼົ່ານີ້ ຂ້ອຍ​ຊົມເຊີຍ​ພວກ​ເຈົ້າ​ບໍ່​ໄດ້ ຍ້ອນ​ຕອນ​ພວກ​ເຈົ້າ​ມາ​ປະຊຸມ​ກັນ ແທນ​ທີ່​ຈະ​ໄດ້​ຮັບ​ປະໂຫຍດ ພວກ​ເຈົ້າ​ພັດ​ໄດ້​ຮັບ​ຜົນ​ເສຍ​ຫຼາຍ​ກວ່າ. 18 ເລື່ອງ​ທຳອິດ ຂ້ອຍ​ໄດ້​ຍິນ​ວ່າ​ຕອນ​ພວກ​ເຈົ້າ​ມາ​ປະຊຸມ ພວກ​ເຈົ້າ​ແຕກແຍກ​ກັນ. ຂ້ອຍ​ເຊື່ອ​ວ່າ​ເລື່ອງ​ນີ້​ຄື​ຊິ​ມີ​ຄວາມຈິງ​ຢູ່​ແດ່. 19 ໃນ​ພວກ​ເຈົ້າ​ຄື​ຊິ​ແບ່ງ​ເປັນ​ນິກາຍ​ຕ່າງ​ໆ​ແນ່ນອນ+ ເຊິ່ງ​ເຮັດ​ໃຫ້​ເຫັນ​ເລີຍ​ວ່າ​ຜູ້​ໃດ​ເປັນ​ຄົນ​ທີ່​ພະເຈົ້າ​ພໍໃຈ.

20 ຕອນ​ທີ່​ພວກ​ເຈົ້າ​ມາ​ປະຊຸມ​ກັນ ພວກ​ເຈົ້າບໍ່​ໄດ້​ຕັ້ງໃຈ​ແທ້​ໆ​ທີ່​ຈະ​ມາ​ກິນ​ອາຫານ​ແລງ​ຂອງ​ພະຄລິດ.*+ 21 ເມື່ອ​ຮອດ​ເວລາ​ທີ່​ຈະ​ກິນ​ອາຫານ​ແລງ​ຂອງ​ພະຄລິດ ພວກ​ເຈົ້າ​ບາງຄົນ​ກໍ​ກິນ​ເຂົ້າ​ມາ​ກ່ອນ​ແລ້ວ ບາງຄົນ​ກໍ​ຫິວ​ເຂົ້າ ແລະ​ບາງຄົນ​ກໍ​ເມົາເຫຼົ້າ. 22 ພວກ​ເຈົ້າ​ບໍ່​ມີ​ເຮືອນ​ບໍ່​ມີ​ຊານ​ຊິ​ກິນ​ເຂົ້າ​ກິນ​ນ້ຳ​ຫວະ? ພວກເຈົ້າ​ບໍ່​ນັບຖື​ປະຊາຄົມ​ຂອງ​ພະເຈົ້າ​ແລະ​ຢາກ​ເຮັດ​ໃຫ້​ຄົນ​ທຸກ​ອັບອາຍ​ບໍ? ຖ້າ​ເປັນ​ແນວ​ນີ້​ຊິ​ໃຫ້​ຂ້ອຍ​ເວົ້າ​ແນວໃດ? ຊິ​ໃຫ້​ຂ້ອຍ​ຊົມເຊີຍ​ບໍ? ໃນ​ເລື່ອງ​ນີ້ ຂ້ອຍ​ບໍ່​ມີ​ຫຍັງ​ຊິ​ຊົມເຊີຍ​ພວກ​ເຈົ້າ​ດອກ.

23 ເລື່ອງ​ທີ່​ຂ້ອຍ​ຮູ້​ຈາກ​ຜູ້​ເປັນ​ນາຍ ຂ້ອຍ​ກໍ​ບອກ​ພວກ​ເຈົ້າ​ໝົດ​ແລ້ວ. ເລື່ອງ​ນັ້ນ​ແມ່ນ ໃນ​ຄືນ​ທີ່​ພະ​ເຢຊູ​ຜູ້​ເປັນ​ນາຍ​ຈະ​ຖືກ​ຈັບ+ ເພິ່ນ​ໄດ້​ຈັບ​ເອົາ​ເຂົ້າຈີ່​ແຜ່ນ​ໜຶ່ງ. 24 ຫຼັງ​ຈາກ​ອະທິດຖານ​ຂອບໃຈ​ພະເຈົ້າ​ແລ້ວ ເພິ່ນ​ກໍ​ຫັກ​ເຂົ້າຈີ່​ແລະ​ເວົ້າ​ວ່າ: “ນີ້​ໝາຍເຖິງ​ຮ່າງກາຍ​ຂອງ​ຂ້ອຍ+​ທີ່​ຈະ​ຕ້ອງ​ສະລະ​ເພື່ອ​ພວກ​ເຈົ້າ​ທຸກ​ຄົນ. ໃຫ້​ພວກ​ເຈົ້າ​ເຮັດ​ແບບ​ນີ້​ຕໍ່​ໆ​ໄປ​ເພື່ອ​ຄິດເຖິງ​ຂ້ອຍ.”+ 25 ເມື່ອ​ກິນ​ເຂົ້າ​ແລງ​ແລ້ວ ເພິ່ນ​ກໍ​ຈັບ​ເອົາ​ຈອກ​ເຫຼົ້າແວງ​ແລະ​ເຮັດ​ຄື​ເກົ່າ+ ແລ້ວ​ເວົ້າ​ວ່າ: “ຈອກ​ນີ້​ໝາຍເຖິງ​ສັນຍາ​ໃໝ່+​ທີ່​ຈະ​ເລີ່ມ​ມີ​ຜົນ​ບັງຄັບ​ໃຊ້​ເມື່ອ​ຂ້ອຍ​ສະລະ​ເລືອດ​ຂອງ​ຂ້ອຍ.+ ໃຫ້​ພວກ​ເຈົ້າ​ເຮັດ​ແບບ​ນີ້​ຕໍ່​ໆ​ໄປ ແລະ​ທຸກ​ເທື່ອ​ທີ່​ພວກ​ເຈົ້າ​ດື່ມ​ແບບ​ນີ້​ກໍ​ໃຫ້​ຄິດເຖິງ​ຂ້ອຍ.”+ 26 ທຸກ​ເທື່ອ​ທີ່​ພວກ​ເຈົ້າ​ກິນ​ເຂົ້າຈີ່​ແລະ​ດື່ມ​ຈາກ​ຈອກ​ນັ້ນ ພວກ​ເຈົ້າ​ກໍ​ປະກາດ​ການ​ຕາຍ​ຂອງ​ຜູ້​ເປັນ​ນາຍ​ຈົນ​ກວ່າ​ເພິ່ນ​ຈະ​ມາ.

27 ດັ່ງນັ້ນ ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ດື່ມ​ຈາກ​ຈອກ​ຂອງ​ຜູ້​ເປັນ​ນາຍ​ແບບ​ບໍ່​ເໝາະສົມ ກໍ​ເຮັດ​ຜິດ​ຕໍ່​ຮ່າງກາຍ​ແລະ​ເລືອດ​ຂອງ​ຜູ້​ເປັນ​ນາຍ. 28 ທຸກ​ຄົນ​ຈຶ່ງ​ຕ້ອງ​ກວດ​ເບິ່ງ​ໃຫ້​ຄັກ​ໆ​ກ່ອນ​ວ່າ+ ໂຕເອງ​ເໝາະສົມ​ທີ່​ຈະ​ກິນ​ເຂົ້າຈີ່​ແລະ​ດື່ມ​ຈາກ​ຈອກ​ນັ້ນ​ຫຼື​ບໍ່. 29 ຄົນ​ທີ່​ກິນ​ແລະ​ດື່ມ ຖ້າ​ລາວ​ບໍ່​ໄດ້​ຄິດເຖິງ​ຄວາມໝາຍ​ຂອງ​ຮ່າງກາຍ​ນັ້ນ ການ​ກິນ​ການ​ດື່ມ​ຂອງ​ລາວ​ກໍ​ເຮັດ​ໃຫ້​ໂຕເອງ​ຖືກ​ຕັດສິນ​ລົງໂທດ. 30 ຍ້ອນ​ແນວ​ນັ້ນ​ແຫຼະ ພວກ​ເຈົ້າ​ຫຼາຍ​ຄົນ​ຈຶ່ງ​ອ່ອນແອ ເຈັບ​ປ່ວຍ ແລະ​ບາງຄົນ​ກໍ​ຕາຍ​ແລ້ວ.*+ 31 ແຕ່​ຖ້າ​ພວກ​ເຮົາ​ກວດ​ເບິ່ງ​ໂຕເອງ​ກ່ອນ ພວກ​ເຮົາ​ກໍ​ຈະ​ບໍ່​ຖືກ​ຕັດສິນ​ລົງໂທດ. 32 ແຕ່​ເມື່ອ​ພວກ​ເຮົາ​ຖືກ​ລົງໂທດ ພະ​ເຢໂຫວາ*​ກໍ​ສັ່ງ​ສອນ​ພວກ​ເຮົາ+ ເພື່ອ​ພວກ​ເຮົາ​ຈະ​ບໍ່​ຖືກ​ທຳລາຍ​ໄປ​ພ້ອມ​ກັບ​ໂລກ.+ 33 ດັ່ງນັ້ນ ພີ່ນ້ອງ​ເອີ້ຍ ເມື່ອ​ພວກ​ເຈົ້າ​ມາ​ປະຊຸມ​ກັນ​ເພື່ອ​ກິນ​ອາຫານ​ຄາບ​ນັ້ນ ໃຫ້​ລໍ​ຖ້າ​ຈົນ​ທຸກ​ຄົນ​ມາ​ຄົບ​ກ່ອນ. 34 ແຕ່​ຖ້າ​ຜູ້​ໃດ​ຫິວ​ເຂົ້າ​ກໍ​ໃຫ້​ກິນ​ຢູ່​ເຮືອນ​ກ່ອນ ລາວ​ຈຶ່ງ​ຈະ​ບໍ່​ຖືກ​ຕັດສິນ​ລົງໂທດ​ຍ້ອນ​ການ​ປະຊຸມ​ນັ້ນ.+ ສ່ວນ​ເລື່ອງ​ອື່ນ​ໆ​ ຂ້ອຍ​ຈະ​ຈັດການ​ໃຫ້​ຮຽບຮ້ອຍ​ເມື່ອ​ຂ້ອຍ​ໄປ​ຮອດ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌