ຂ່າວດີທີ່ຂຽນໂດຍມັດທາຍ
18 ໃນຕອນນັ້ນ ພວກລູກສິດມາຫາພະເຢຊູແລະຖາມວ່າ: “ຜູ້ໃດຈະໄດ້ເປັນໃຫຍ່ທີ່ສຸດໃນການປົກຄອງທີ່ຢູ່ໃນສະຫວັນ?”+ 2 ພະເຢຊູຈຶ່ງເອີ້ນເດັກນ້ອຍຄົນໜຶ່ງເຂົ້າມາຢືນຢູ່ຕໍ່ໜ້າເຂົາເຈົ້າ 3 ແລ້ວເວົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າພວກເຈົ້າບໍ່ຍອມປ່ຽນຄວາມຄິດ*ໃຫ້ເປັນຄືກັບເດັກນ້ອຍ+ ພວກເຈົ້າຈະບໍ່ມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ.+ 4 ດັ່ງນັ້ນ ຜູ້ທີ່ຈະເປັນໃຫຍ່ທີ່ສຸດໃນການປົກຄອງທີ່ຢູ່ໃນສະຫວັນຕ້ອງຖ່ອມໂຕຄືກັບເດັກນ້ອຍຜູ້ນີ້+ 5 ແລະຜູ້ທີ່ຕ້ອນຮັບເດັກນ້ອຍສ່ຳນີ້ໃນນາມຂອງຂ້ອຍກໍຄືກັບໄດ້ຕ້ອນຮັບຂ້ອຍນຳ. 6 ແຕ່ຖ້າຜູ້ໃດເຮັດໃຫ້ຄົນທີ່ເຊື່ອໃນຂ້ອຍທີ່ເປັນຄືກັບເດັກນ້ອຍຕ້ອງຖິ້ມຄວາມເຊື່ອ ໃຫ້ເອົາຫີນໂມ້ໜ່ວຍໃຫຍ່ໆ*ມາຜູກຄໍຜູ້ທີ່ເຮັດແນວນັ້ນ ແລ້ວເອົາລາວໄປຖິ້ມລົງທະເລເລິກໆກະຄືຊິດີກວ່າ.+
7 ຄົນໃນໂລກນີ້ທີ່ເຮັດໃຫ້ຜູ້ອື່ນຫຼົງເຮັດຜິດຈະຕ້ອງຈິບຫາຍ. ຄົນແບບນີ້ຈະມີຢູ່ໃນໂລກຢູ່ແລ້ວ ແຕ່ເຂົາເຈົ້າຈະຕ້ອງຈິບຫາຍແນ່ນອນ. 8 ຖ້າມືຫຼືຕີນເບື້ອງໜຶ່ງຂອງເຈົ້າເຮັດໃຫ້ເຈົ້າຫຼົງເຮັດຜິດ ໃຫ້ຕັດມັນຖິ້ມໂລດ.+ ຖ້າເຈົ້າມືກຸດຫຼືຕີນກຸດເບື້ອງໜຶ່ງແຕ່ໄດ້ຊີວິດ ກໍດີກວ່າທີ່ມີມືມີຕີນຄົບທັງສອງເບື້ອງ ແຕ່ຕ້ອງຖືກໂຍນເຂົ້າໄປໃນໄຟທີ່ບໍ່ມີມື້ມອດ.*+ 9 ຖ້າຕາເບື້ອງໜຶ່ງຂອງເຈົ້າເຮັດໃຫ້ເຈົ້າຫຼົງເຮັດຜິດ ໃຫ້ຈົກມັນຖິ້ມໂລດ. ຖ້າເຈົ້າມີຕາແຕ່ເບື້ອງດຽວແລ້ວໄດ້ຊີວິດ ກໍດີກວ່າມີຕາຄົບທັງສອງເບື້ອງ ແຕ່ຕ້ອງຖືກໂຍນເຂົ້າໄປໃນເກເຮັນນາ*ທີ່ມີໄຟລຸກໄໝ້.+ 10 ລະວັງໃຫ້ດີ ຢ່າດູຖູກຄົນເຫຼົ່ານີ້ທີ່ເຊື່ອໃນຂ້ອຍ. ຂ້ອຍຈະບອກໃຫ້ຮູ້ວ່າ ທູດສະຫວັນທີ່ເບິ່ງແຍງເຂົາເຈົ້າຕະຫຼອດເວລາກໍຢູ່ຕໍ່ໜ້າພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນ.+ 11*——
12 ພວກເຈົ້າຄິດແນວໃດ? ຖ້າຜູ້ໜຶ່ງມີແກະ 100 ໂຕ ແລ້ວມີໂຕໜຶ່ງເສຍ+ ລາວຈະປະແກະ 99 ໂຕໄວ້ເທິງພູ ແລ້ວໄປຊອກຫາໂຕທີ່ເສຍບໍ່ແມ່ນບໍ?+ 13 ຂ້ອຍຈະບອກໃຫ້ຮູ້ວ່າ ລາວຈະດີໃຈທີ່ໄດ້ເຫັນແກະໂຕນັ້ນຫຼາຍກວ່າທີ່ລາວມີແກະ 99 ໂຕທີ່ບໍ່ໄດ້ເສຍໄປໃສ. 14 ພໍ່ຂອງຂ້ອຍ*ທີ່ຢູ່ໃນສະຫວັນກໍຄືກັນ. ເພິ່ນບໍ່ຢາກໃຫ້ຄົນທີ່ມີຄວາມເຊື່ອເຫຼົ່ານີ້ແມ່ນແຕ່ຄົນດຽວຖືກທຳລາຍ.+
15 ຖ້າມີຄົນ*ເຮັດຜິດຕໍ່ເຈົ້າ ໃຫ້ໄປລົມກັບລາວເປັນສ່ວນໂຕກ່ອນ ແລະບອກລາວໃຫ້ຮູ້ວ່າລາວເຮັດຫຍັງຜິດ.*+ ຖ້າລາວຟັງເຈົ້າ ເຈົ້າກໍໄດ້ຊ່ວຍລາວໃຫ້ເຮັດສິ່ງທີ່ຖືກຕ້ອງ.+ 16 ແຕ່ຖ້າລາວບໍ່ຟັງ ໃຫ້ພາອີກຄົນໜຶ່ງຫຼືສອງຄົນໄປນຳ ເພື່ອທຸກເລື່ອງທີ່ລົມກັນຈະມີພະຍານ 2 ຫຼື 3 ຄົນຢືນຢັນໄດ້.+ 17 ຖ້າລາວຍັງບໍ່ຟັງ ໃຫ້ບອກປະຊາຄົມ. ແຕ່ຖ້າລາວຍັງບໍ່ຟັງປະຊາຄົມ ກໍໃຫ້ຖືວ່າລາວເປັນຄືກັບຄົນທົ່ວໄປໃນໂລກ*+ແລະເປັນຄືກັບຄົນເກັບພາສີ.+
18 ຂ້ອຍຈະບອກໃຫ້ຮູ້ວ່າ ສິ່ງໃດທີ່ພວກເຈົ້າຈະມັດ*ຢູ່ໃນໂລກ ກໍຖືກມັດໄວ້ແລ້ວໃນສະຫວັນ ແລະສິ່ງໃດທີ່ພວກເຈົ້າຈະປ່ອຍ*ຢູ່ໃນໂລກ ກໍຖືກປ່ອຍແລ້ວໃນສະຫວັນຄືກັນ. 19 ຂ້ອຍຈະບອກໃຫ້ຮູ້ອີກວ່າ ຖ້າມີ 2 ຄົນທີ່ຢູ່ໂລກນີ້ເຫັນດີນຳກັນວ່າຈະຂໍສິ່ງໃດກໍຕາມທີ່ເປັນເລື່ອງສຳຄັນ ພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນຈະເຮັດສິ່ງນັ້ນໃຫ້ເຂົາເຈົ້າ.+ 20 ຖ້າມີ 2 ຫຼື 3 ຄົນປະຊຸມກັນຢູ່ບ່ອນໃດໃນນາມຂອງຂ້ອຍ+ ຂ້ອຍຈະຢູ່ກັບເຂົາເຈົ້າໃນບ່ອນນັ້ນ.”
21 ແລ້ວເປໂຕກໍເຂົ້າມາຫາພະເຢຊູແລະຖາມວ່າ: “ອາຈານ ຂ້ອຍຄວນຈະຍົກໂທດໃຫ້ຄົນທີ່ເຮັດຜິດຕໍ່ຂ້ອຍຈັກເທື່ອ? 7 ເທື່ອພໍບໍ?” 22 ພະເຢຊູຕອບວ່າ: “ບໍ່ແມ່ນແຕ່ 7 ເທື່ອເທົ່ານັ້ນ ແຕ່ຕ້ອງຮອດ 77 ເທື່ອ.+
23 ຍ້ອນແນວນີ້ ການປົກຄອງທີ່ຢູ່ໃນສະຫວັນຈຶ່ງປຽບຄືກັບກະສັດອົງໜຶ່ງທີ່ຢາກຄິດໄລ່ໜີ້ສິນກັບທາດຂອງລາວ. 24 ເມື່ອກະສັດເລີ່ມຄິດໄລ່ໜີ້ສິນກໍມີຄົນພາຜູ້ຊາຍຄົນໜຶ່ງທີ່ຕິດໜີ້ 10.000 ຕະລັນ*ເຂົ້າມາຫາກະສັດ. 25 ແຕ່ລາວບໍ່ມີເງິນໄຊ້ໜີ້ ກະສັດຈຶ່ງສັ່ງໃຫ້ເອົາລາວກັບເມຍແລະລູກ ລວມທັງທຸກສິ່ງທີ່ລາວມີໄປຂາຍເພື່ອເອົາເງິນມາໄຊ້ໜີ້.+ 26 ທາດຄົນນີ້ຈຶ່ງໝູບລົງແລະອ້ອນວອນກະສັດວ່າ ‘ຂໍເວລາຂ້ອຍອີກໜ້ອຍໜຶ່ງແດ່ ແລ້ວຂ້ອຍຈະໄຊ້ຄືນທັງໝົດ.’ 27 ກະສັດຮູ້ສຶກອີ່ຕົນຈຶ່ງປ່ອຍລາວໄປແລະຍົກໜີ້ໃຫ້ພ້ອມ.+ 28 ເມື່ອທາດຄົນນັ້ນອອກໄປແລ້ວ ລາວກໍໄປຫາໝູ່ທີ່ເປັນທາດຄືກັນເຊິ່ງຕິດໜີ້ລາວ 100 ເດນາຣິອົນ.* ລາວໄດ້ຈັບໝູ່ຜູ້ນັ້ນບີບຄໍແລະສັ່ງວ່າ ‘ເຈົ້າຕິດໜີ້ຂ້ອຍເທົ່າໃດ ເອົາມາໄຊ້ຄືນໃຫ້ໝົດ.’ 29 ໝູ່ທີ່ເປັນທາດກໍໝູບລົງແລະຂໍຮ້ອງວ່າ ‘ຂໍເວລາຂ້ອຍອີກໜ້ອຍໜຶ່ງແດ່ ແລ້ວຂ້ອຍຈະໄຊ້ຄືນ.’ 30 ແຕ່ລາວບໍ່ຍອມ ລາວຈຶ່ງໃຫ້ຄົນຈັບທາດຜູ້ນັ້ນໄປຂັງໄວ້ໃນຄຸກຈົນກວ່າຈະໄຊ້ໜີ້ໝົດ. 31 ເມື່ອພວກໝູ່ທີ່ເປັນທາດນຳກັນເຫັນສິ່ງທີ່ເກີດຂຶ້ນກໍເສົ້າໃຈຫຼາຍ ເຂົາເຈົ້າຈຶ່ງໄປເລົ່າເລື່ອງທັງໝົດໃຫ້ກະສັດຟັງ. 32 ກະສັດກໍເອີ້ນຜູ້ຊາຍຄົນນັ້ນເຂົ້າມາແລ້ວເວົ້າວ່າ ‘ທາດຊົ່ວ ຕອນທີ່ເຈົ້າຂໍຮ້ອງຂ້ອຍ ຂ້ອຍໄດ້ຍົກໜີ້ຂອງເຈົ້າທັງໝົດ. 33 ເຈົ້າກໍຄວນຈະອີ່ຕົນໝູ່ທີ່ເປັນທາດຄືກັບທີ່ຂ້ອຍອີ່ຕົນເຈົ້າບໍ່ແມ່ນບໍ?’+ 34 ກະສັດໃຈຮ້າຍຫຼາຍຈຶ່ງສົ່ງລາວໄປໃຫ້ຜູ້ຄຸມຄຸກຂັງໄວ້ຈົນກວ່າລາວຈະໄຊ້ໜີ້ໝົດ. 35 ພະເຈົ້າຜູ້ເປັນພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນຈະເຮັດແບບນັ້ນກັບພວກເຈົ້າຄືກັນ+ ຖ້າພວກເຈົ້າບໍ່ຍົກໂທດໃຫ້ຄົນອື່ນຈາກໃຈ.”+