ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ
6 ຄັນເປັນແນວນັ້ນ ພວກເຮົາຈະເຮັດຜິດຕໍ່ໄປເພື່ອພະເຈົ້າຈະໄດ້ສະແດງຄວາມກະລຸນາທີ່ຍິ່ງໃຫຍ່ຫຼາຍຂຶ້ນບໍ? 2 ບໍ່ແມ່ນແນວນັ້ນ! ເມື່ອພວກເຮົາຫຼຸດພົ້ນຈາກອຳນາດຂອງບາບແລ້ວ*+ ພວກເຮົາຈະໃຊ້ຊີວິດຈົມຢູ່ກັບບາບອີກຕໍ່ໄປໄດ້ແນວໃດ?+ 3 ພວກເຈົ້າບໍ່ຮູ້ບໍວ່າ ພວກເຮົາທຸກຄົນທີ່ໄດ້ຮັບບັບເຕມາເພື່ອເປັນອັນໜຶ່ງອັນດຽວກັບພະຄລິດເຢຊູ+ກໍໄດ້ຮັບບັບເຕມາເພື່ອຈະຕາຍຄືກັບເພິ່ນ?+ 4 ເມື່ອພວກເຮົາຮັບບັບເຕມາເພື່ອຈະຕາຍຄືກັບພະຄລິດ ກໍສ່ຳກັບວ່າພວກເຮົາຖືກຝັງຮ່ວມກັບເພິ່ນ.+ ແລ້ວພວກເຮົາຈະໃຊ້ຊີວິດແບບໃໝ່ຄືກັບທີ່ພະຄລິດຖືກປຸກໃຫ້ຄືນມາຈາກຕາຍແລະມີຊີວິດໃໝ່ດ້ວຍລິດເດດຍິ່ງໃຫຍ່ຂອງພະເຈົ້າຜູ້ເປັນພໍ່.+ 5 ພວກເຮົາເປັນອັນໜຶ່ງອັນດຽວກັບພະຄລິດຍ້ອນເພິ່ນໄດ້ຕາຍແລ້ວ ແລະໃນແງ່ໜຶ່ງກໍສ່ຳກັບວ່າພວກເຮົາໄດ້ຕາຍແລ້ວຄືກັນ.+ ພວກເຮົາຍັງຈະເປັນອັນໜຶ່ງອັນດຽວກັບພະຄລິດໄດ້ອີກ ຍ້ອນພວກເຮົາຈະຖືກປຸກໃຫ້ຄືນມາຈາກຕາຍຄືກັບເພິ່ນ.+ 6 ພວກເຮົາຮູ້ວ່ານິດໄສເກົ່າຂອງພວກເຮົາຖືກຄຶງໄປພ້ອມກັບພະຄລິດແລ້ວ+ ເພື່ອຮ່າງກາຍທີ່ມີບາບຈະບໍ່ມີອຳນາດເໜືອພວກເຮົາ+ ແລະພວກເຮົາຈະບໍ່ໄດ້ເປັນທາດຂອງບາບອີກຕໍ່ໄປ.+ 7 ຄົນທີ່ຕາຍແລ້ວກໍພົ້ນໂທດ*ຈາກບາບຂອງໂຕເອງ.
8 ຖ້າພວກເຮົາໄດ້ຕາຍກັບພະຄລິດແລ້ວ ພວກເຮົາກໍເຊື່ອວ່າພວກເຮົາຈະມີຊີວິດຢູ່ກັບເພິ່ນຄືກັນ. 9 ພວກເຮົາຮູ້ວ່າພະຄລິດຖືກປຸກໃຫ້ຄືນມາຈາກຕາຍແລ້ວ+ ແລະເພິ່ນຈະບໍ່ຕາຍອີກ.+ ຄວາມຕາຍຈະບໍ່ມີອຳນາດເໜືອເພິ່ນອີກເລີຍ. 10 ພະຄລິດຕາຍແຕ່ເທື່ອດຽວເພື່ອກຳຈັດບາບຕະຫຼອດໄປ+ ແລະຕອນນີ້ພະຄລິດມີຊີວິດເພື່ອເຮັດຕາມສິ່ງທີ່ພະເຈົ້າຕ້ອງການ. 11 ພວກເຈົ້າກໍຄືກັນ ໃຫ້ຈື່ໄວ້ວ່າພວກເຈົ້າຫຼຸດພົ້ນຈາກອຳນາດຂອງບາບແລ້ວ ແລະມີຊີວິດຢູ່ເພື່ອເຮັດຕາມສິ່ງທີ່ພະເຈົ້າຕ້ອງການໃນຖານະລູກສິດຂອງພະຄລິດເຢຊູ.+
12 ດັ່ງນັ້ນ ຢ່າໃຫ້ບາບມີອຳນາດຄວບຄຸມ*ຊີວິດຂອງພວກເຈົ້າ+ ແລະຢ່າເຮັດຕາມຄວາມຕ້ອງການຂອງຮ່າງກາຍທີ່ຕາຍໄດ້ຂອງພວກເຈົ້າ. 13 ເຊົາໃຫ້ບາບໃຊ້ຮ່າງກາຍ*ຂອງພວກເຈົ້າເປັນເຄື່ອງມືເຮັດຊົ່ວ ແຕ່ໃຫ້ມອບຮ່າງກາຍພວກເຈົ້າໄວ້ກັບພະເຈົ້າຄືກັບຄົນທີ່ຕາຍແລ້ວແລະໄດ້ຊີວິດໃໝ່. ໃຫ້ພະເຈົ້າໃຊ້ພວກເຈົ້າເປັນເຄື່ອງມືເຮັດສິ່ງທີ່ດີ.+ 14 ຢ່າໃຫ້ບາບມີອຳນາດເໜືອພວກເຈົ້າ ຍ້ອນພວກເຈົ້າບໍ່ໄດ້ຢູ່ໃຕ້ກົດໝາຍຂອງໂມເຊ+ ແຕ່ໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຈົ້າ.+
15 ຄັ້ນຊັ້ນ ພວກເຮົາຍັງຈະເຮັດບາບຕໍ່ໄປບໍ ຍ້ອນພວກເຮົາບໍ່ໄດ້ຢູ່ໃຕ້ກົດໝາຍນັ້ນແລ້ວ ແຕ່ໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຈົ້າ?+ ບໍ່ຄວນເປັນແນວນັ້ນ! 16 ພວກເຈົ້າກໍຮູ້ແລ້ວວ່າ ເມື່ອພວກເຈົ້າຍອມເປັນທາດເຊື່ອຟັງຜູ້ໃດ ພວກເຈົ້າກໍເປັນທາດຂອງຜູ້ນັ້ນ.+ ຖ້າພວກເຈົ້າເປັນທາດຂອງບາບ+ ພວກເຈົ້າກໍຈະຕາຍ.+ ແຕ່ຖ້າພວກເຈົ້າເປັນທາດຂອງພະເຈົ້າແລະເຊື່ອຟັງເພິ່ນ ເພິ່ນກໍຈະຍອມຮັບພວກເຈົ້າ. 17 ພວກເຮົາຕ້ອງຂອບໃຈພະເຈົ້າ ຍ້ອນພວກເຈົ້າເຄີຍເປັນທາດຂອງບາບ ແຕ່ຕອນນີ້ພວກເຈົ້າເຕັມໃຈເຊື່ອຟັງຄຳສອນທີ່ເພິ່ນໃຫ້ພວກເຈົ້າ. 18 ເມື່ອພວກເຈົ້າຖືກປົດປ່ອຍຈາກການເປັນທາດຂອງບາບແລ້ວ+ ພວກເຈົ້າກໍໄດ້ມາເປັນທາດຂອງຄວາມຖືກຕ້ອງ.+ 19 ຂ້ອຍຈະອະທິບາຍໃຫ້ພວກເຈົ້າເຂົ້າໃຈງ່າຍໆ ຍ້ອນພວກເຈົ້າຫາເຫດຜົນບໍ່ເກັ່ງແລະເປັນຄົນບາບ. ພວກເຈົ້າເຄີຍຍອມໃຫ້ຄວາມຕ້ອງການຂອງໂຕເອງເຮັດໃຫ້ພວກເຈົ້າເປັນທາດຂອງແນວທີ່ບໍ່ສະອາດແລະຄວາມຊົ່ວ. ແຕ່ຕອນນີ້ ໃຫ້ພວກເຈົ້າມອບຮ່າງກາຍຂອງໂຕເອງໃຫ້ເປັນທາດຂອງຄວາມບໍລິສຸດແລະຄວາມຖືກຕ້ອງ.+ 20 ຕອນທີ່ພວກເຈົ້າເປັນທາດຂອງບາບ ພວກເຈົ້າບໍ່ຈຳເປັນຕ້ອງເຮັດສິ່ງທີ່ຖືກຕ້ອງ.
21 ເມື່ອພວກເຈົ້າໃຊ້ຊີວິດແບບນັ້ນ ມັນເປັນແນວໃດ? ພວກເຈົ້າໄດ້ເຮັດສິ່ງທີ່ຕອນນີ້ພວກເຈົ້າຖືວ່າເປັນຕາອາຍ ແລະເປັນສິ່ງທີ່ພາໄປສູ່ຄວາມຕາຍ.+ 22 ແຕ່ຍ້ອນວ່າຕອນນີ້ພວກເຈົ້າຫຼຸດພົ້ນຈາກອຳນາດຂອງບາບແລະມາເປັນທາດຂອງພະເຈົ້າແລ້ວ ໃຫ້ພວກເຈົ້າເຮັດສິ່ງທີ່ບໍລິສຸດແລະສະອາດສະເໝີ+ ແລ້ວພວກເຈົ້າຈະໄດ້ຊີວິດຕະຫຼອດໄປ.+ 23 ຍ້ອນຄ່າຈ້າງທີ່ບາບຈ່າຍແມ່ນຄວາມຕາຍ+ ແຕ່ຂອງຂວັນທີ່ພະເຈົ້າໃຫ້ແມ່ນຊີວິດຕະຫຼອດໄປ+ຜ່ານທາງພະຄລິດເຢຊູຜູ້ເປັນນາຍຂອງພວກເຮົາ.+