ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງດາວິດ.
14 ຄົນໂງ່ຄິດໃນໃຈວ່າ:
“ພະເຢໂຫວາບໍ່ມີແທ້ດອກ.”+
ເຂົາເຈົ້າເຮັດສິ່ງທີ່ບໍ່ສັດຊື່ແລະເຮັດສິ່ງທີ່ເປັນຕາຂີ້ດຽດ.
ບໍ່ມີໃຜເຮັດສິ່ງທີ່ຖືກຕ້ອງເລີຍ.+
2 ແຕ່ພະເຢໂຫວາແນມເບິ່ງມະນຸດຈາກສະຫວັນ
ເພື່ອເບິ່ງວ່າມີໃຜແດ່ທີ່ມີຄວາມເຂົ້າໃຈແລະມີໃຜແດ່ທີ່ກຳລັງຊອກຫາພະເຢໂຫວາ.+
3 ເຂົາເຈົ້າທຸກຄົນຖິ້ມແນວທາງທີ່ຖືກຕ້ອງ.+
ເຂົາເຈົ້າບໍ່ສັດຊື່ຄືກັນໝົດ.
ບໍ່ມີໃຜເຮັດສິ່ງທີ່ຖືກຕ້ອງເລີຍ
ແມ່ນແຕ່ຄົນດຽວກໍບໍ່ມີ.
4 ພວກຄົນຊົ່ວບໍ່ເຂົ້າໃຈຫຍັງເລີຍບໍ?
ເຂົາເຈົ້າກົດຂີ່ຄົນຂອງພະເຈົ້າໄດ້ງ່າຍໆຄືກັບກິນເຂົ້າ.
ເຂົາເຈົ້າບໍ່ໄດ້ນະມັດສະການ*ພະເຢໂຫວາ.
6 ພວກເຈົ້າທີ່ເປັນຄົນຊົ່ວໄດ້ພະຍາຍາມທຳລາຍຄວາມຫວັງຂອງຄົນທຸກ
ແຕ່ພະເຢໂຫວາເປັນບ່ອນເພິ່ງຂອງເຂົາເຈົ້າ.+
7 ຂໍໃຫ້ຄວາມລອດຂອງອິດສະຣາເອນມາຈາກຊີໂອນ+
ເມື່ອພະເຢໂຫວາລວບລວມຄົນຂອງເພິ່ນທີ່ຖືກຈັບໄປເປັນຊະເລີຍໃຫ້ກັບມາ.
ຂໍໃຫ້ຢາໂຄບມີຄວາມສຸກ ຂໍໃຫ້ອິດສະຣາເອນມີຄວາມຍິນດີ.