ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມາຣະໂກ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມາຣະໂກ

      • ຕົວຢ່າງ​ປຽບທຽບ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ (1-34)

        • ຄົນ​ທີ່​ຫວ່ານ​ເມັດ​ພືດ (1-9)

        • ເຫດຜົນ​ທີ່​ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບທຽບ (10-12)

        • ອະທິບາຍ​ເລື່ອງ​ຄົນ​ທີ່​ຫວ່ານ​ເມັດ​ພືດ (13-20)

        • ໄຕ້​ຕະກຽງ​ແລ້ວ​ບໍ່​ເອົາ​ກະຕ່າ​ມາ​ງວມ​ໄວ້ (21-23)

        • ຕັ້ງໃຈ​ຟັງ​ດີ⁠​ໆ​ແລ້ວ​ຈະ​ເຂົ້າ​ໃຈ (24, 25)

        • ຄົນ​ຫວ່ານ​ເມັດ​ພືດ​ທີ່​ນອນ​ຫຼັບ (26-29)

        • ເມັດ​ມັດສະຕາດ (30-32)

        • ຍົກ​ຕົວຢ່າງ​ປຽບທຽບ​ໃນ​ການ​ສອນ (33, 34)

      • ພະ​ເຢຊູ​ເຮັດ​ໃຫ້​ພາຍຸ​ສະຫງົບ (35-41)

ມາຣະໂກ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:1, 2; ລກ 8:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 68

ມາຣະໂກ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:34
  • +ມທ 13:3-9; ລກ 8:5-8

ມາຣະໂກ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 4:14

ມາຣະໂກ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 4:16, 17

ມາຣະໂກ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 4:18, 19

ມາຣະໂກ 4:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 4:20

ມາຣະໂກ 4:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 1:5; ມທ 11:15; ລກ 8:8

ມາຣະໂກ 4:10

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:10; ລກ 8:9

ມາຣະໂກ 4:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 1:9, 10; ກລຊ 1:26, 27
  • +ມທ 13:11; ລກ 8:10

ມາຣະໂກ 4:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 6:9, 10; ມທ 13:13, 14; ຢຮ 12:40; ກຈກ 28:26

ມາຣະໂກ 4:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:18; ລກ 8:11; 1ປຕ 1:25

ມາຣະໂກ 4:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ປຕ 5:8
  • +ມທ 13:19; ລກ 8:12

ມາຣະໂກ 4:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:20, 21; ລກ 8:13

ມາຣະໂກ 4:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:22; ລກ 8:14

ມາຣະໂກ 4:19

ໄຂເງື່ອນ

  • *

    ຫຼື “ຍຸກ​ນີ້.” ເບິ່ງ​ຄຳ​ວ່າ “ຍຸກ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 6:25; 24:38, 39
  • +ສພສ 23:4, 5; ມຣກ 10:23; ລກ 18:24; 1ຕມ 6:9; 2ຕມ 4:10
  • +1ຢຮ 2:16

ມາຣະໂກ 4:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:23; ລກ 8:15

ມາຣະໂກ 4:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:15; ລກ 8:16, 17; 11:33

ມາຣະໂກ 4:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:26; ລກ 12:2

ມາຣະໂກ 4:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 1:5; ມທ 11:15; ພນມ 2:7

ມາຣະໂກ 4:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 8:18; ຢກບ 1:25

ມາຣະໂກ 4:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 25:23
  • +ມທ 13:12; ລກ 8:18; 19:26

ມາຣະໂກ 4:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2021, ໜ້າ 9

ມາຣະໂກ 4:28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2021, ໜ້າ 9

ມາຣະໂກ 4:31

ໄຂເງື່ອນ

  • *

    ເມັດ​ພືດ​ນ້ອຍ​ໆ​ຊະນິດ​ໜຶ່ງ​ທີ່​ມີ​ຢູ່​ແຖວ​ອິດສະຣາເອນ. ເມື່ອ​ໃຫຍ່​ເຕັມທີ​ຕົ້ນ​ຂອງ​ມັນ​ສູງ​ຮອດ 4 ແມັດ​ແລະ​ມີ​ງ່າ​ແຜ່​ອອກ​ໄປ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:31, 32; ລກ 13:18, 19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 90

ມາຣະໂກ 4:32

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 90

ມາຣະໂກ 4:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 78:2

ມາຣະໂກ 4:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 13:11, 34, 35; ມຣກ 4:11

ມາຣະໂກ 4:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:18

ມາຣະໂກ 4:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:23; ລກ 8:22

ມາຣະໂກ 4:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:24-27; ລກ 8:23-25

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/6/2015, ໜ້າ 6

ມາຣະໂກ 4:38

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/6/2015, ໜ້າ 7

ມາຣະໂກ 4:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 89:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/6/2015, ໜ້າ 7

ມາຣະໂກ 4:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 6:19

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມຣກ. 4:1ມທ 13:1, 2; ລກ 8:4
ມຣກ. 4:2ມທ 13:34
ມຣກ. 4:2ມທ 13:3-9; ລກ 8:5-8
ມຣກ. 4:3ມຣກ 4:14
ມຣກ. 4:5ມຣກ 4:16, 17
ມຣກ. 4:7ມຣກ 4:18, 19
ມຣກ. 4:8ມຣກ 4:20
ມຣກ. 4:9ສພສ 1:5; ມທ 11:15; ລກ 8:8
ມຣກ. 4:10ມທ 13:10; ລກ 8:9
ມຣກ. 4:11ອຟຊ 1:9, 10; ກລຊ 1:26, 27
ມຣກ. 4:11ມທ 13:11; ລກ 8:10
ມຣກ. 4:12ອຊຢ 6:9, 10; ມທ 13:13, 14; ຢຮ 12:40; ກຈກ 28:26
ມຣກ. 4:14ມທ 13:18; ລກ 8:11; 1ປຕ 1:25
ມຣກ. 4:151ປຕ 5:8
ມຣກ. 4:15ມທ 13:19; ລກ 8:12
ມຣກ. 4:16ມທ 13:20, 21; ລກ 8:13
ມຣກ. 4:18ມທ 13:22; ລກ 8:14
ມຣກ. 4:19ມທ 6:25; 24:38, 39
ມຣກ. 4:19ສພສ 23:4, 5; ມຣກ 10:23; ລກ 18:24; 1ຕມ 6:9; 2ຕມ 4:10
ມຣກ. 4:191ຢຮ 2:16
ມຣກ. 4:20ມທ 13:23; ລກ 8:15
ມຣກ. 4:21ມທ 5:15; ລກ 8:16, 17; 11:33
ມຣກ. 4:22ມທ 10:26; ລກ 12:2
ມຣກ. 4:23ສພສ 1:5; ມທ 11:15; ພນມ 2:7
ມຣກ. 4:24ລກ 8:18; ຢກບ 1:25
ມຣກ. 4:25ມທ 25:23
ມຣກ. 4:25ມທ 13:12; ລກ 8:18; 19:26
ມຣກ. 4:31ມທ 13:31, 32; ລກ 13:18, 19
ມຣກ. 4:33ພສ 78:2
ມຣກ. 4:34ມທ 13:11, 34, 35; ມຣກ 4:11
ມຣກ. 4:35ມທ 8:18
ມຣກ. 4:36ມທ 8:23; ລກ 8:22
ມຣກ. 4:37ມທ 8:24-27; ລກ 8:23-25
ມຣກ. 4:39ພສ 89:9
ມຣກ. 4:41ຢຮ 6:19
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
ຄຳພີໄບເບິນສະບັບແປໂລກໃໝ່
ມາຣະໂກ 4:1-41

ຂ່າວດີທີ່ຂຽນໂດຍມາຣະໂກ

4 ພະ​ເຢຊູ​ໄດ້​ສອນ​ຢູ່​ແຄມ​ທະເລ​ອີກ ແລະ​ມີ​ຄົນ​ຫຼາຍ​ແທ້​ຫຼາຍ​ວ່າ​ຫຸ້ມ​ເພິ່ນ​ຢູ່. ດັ່ງນັ້ນ ເພິ່ນ​ຈຶ່ງ​ລົງ​ໄປ​ນັ່ງ​ຢູ່​ເຮືອ​ທີ່​ຢູ່​ໃກ້​ໆ​ຝັ່ງ ສ່ວນ​ຄົນ​ທີ່​ມາ​ນັ້ນ​ກໍ​ຢູ່​ແຄມ​ຝັ່ງ.+ 2 ພະ​ເຢຊູ​ໄດ້​ສອນ​ເຂົາເຈົ້າ​ໂດຍ​ໃຊ້​ຕົວຢ່າງ​ປຽບທຽບ​ຫຼາຍ​ເລື່ອງ.+ ເພິ່ນ​ເລົ່າ​ວ່າ:+ 3 “ໃຫ້​ຕັ້ງໃຈ​ຟັງ​ເດີ້. ມີ​ຜູ້​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພື​ດ.+ 4 ຕອນ​ທີ່​ລາວ​ຫວ່ານ​ນັ້ນ ເມັດ​ພືດ​ບາງ​ສ່ວນ​ຕົກ​ໃສ່​ຫົນທາງ​ແລະ​ມີ​ນົກ​ມາ​ກິນ​ຈົນ​ໝົດ. 5 ບາງ​ສ່ວນ​ຕົກ​ໃສ່​ພື້ນ​ທີ່​ເປັນ​ຫີນ​ທີ່​ມີ​ດິນ​ຕື້ນ​ໆ​ ແລະ​ເຮັດ​ໃຫ້​ຕົ້ນ​ອ່ອນ​ປົ່ງ​ຂຶ້ນ​ໄວ.+ 6 ແຕ່​ເມື່ອ​ຖືກ​ແດດ​ເຜົາ ຕົ້ນ​ອ່ອນ​ນັ້ນ​ກໍ​ຫ່ຽວ​ຕາຍ​ຍ້ອນ​ຮາກ​ມັນ​ຢູ່​ຕື້ນ​ໆ​. 7 ເມັດ​ພືດ​ບາງ​ສ່ວນ​ຕົກ​ໃສ່​ຟຸ່ມ​ໄມ້​ທີ່​ມີ​ໜາມ. ຟຸ່ມ​ໄມ້​ນັ້ນ​ກໍ​ປົ່ງ​ຂຶ້ນ​ຫຸ້ມ​ຕົ້ນ​ອ່ອນ​ຈົນ​ໝົດ ມັນ​ເລີຍ​ບໍ່​ເກີດ​ໝາກ.+ 8 ແຕ່​ກໍ​ມີ​ບາງ​ສ່ວນ​ຕົກ​ໃສ່​ດິນ​ດີ ມັນ​ຈຶ່ງ​ໃຫຍ່​ຂຶ້ນ​ແລະ​ເປັນ​ໝາກ. ບາງ​ຕົ້ນ​ໄດ້ 30 ເທົ່າ ບາງ​ຕົ້ນ​ໄດ້ 60 ເທົ່າ ແລະ​ບາງ​ຕົ້ນ​ໄດ້ 100 ເທົ່າ.”+ 9 ແລ້ວ​ພະ​ເຢຊູ​ກໍ​ເວົ້າ​ວ່າ: “ໃຫ້​ທຸກ​ຄົນ​ທີ່​ໄດ້​ຍິນ​ຕັ້ງໃຈ​ຟັງ​ດີ​ໆ​.”+

10 ເມື່ອ​ພະ​ເຢຊູ​ຢູ່​ຄົນ​ດຽວ ລູກສິດ​ບາງ​ຄົນ​ລວມ​ທັງ​ອັກຄະ​ສາວົກ* 12 ຄົນ​ໄດ້​ມາ​ຖາມ​ເພິ່ນ​ວ່າ​ຕົວຢ່າງ​ປຽບທຽບ​ນັ້ນ​ໝາຍເຖິງ​ຫຍັງ.+ 11 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ພະເຈົ້າ​ໃຫ້​ພວກ​ເຈົ້າ​ເຂົ້າ​ໃຈ​ຄວາມ​ລັບ​ສັກສິດ+​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ສ່ວນ​ຄົນ​ອື່ນ​ໆ​ໄດ້​ຍິນ​ແຕ່​ຕົວຢ່າງ​ປຽບທຽບ​ເທົ່າ​ນັ້ນ.+ 12 ດັ່ງນັ້ນ ເຂົາເຈົ້າ​ຈະ​ເບິ່ງ​ແຕ່​ບໍ່​ເຫັນ ເຂົາເຈົ້າ​ຈະ​ໄດ້​ຍິນ​ແຕ່​ບໍ່​ເຂົ້າ​ໃຈ ແລະ​ຈະ​ບໍ່​ມີ​ວັນ​ກັບ​ມາ​ຫາ​ພະເຈົ້າ​ເພື່ອ​ເພິ່ນ​ຈະ​ຍົກໂທດ​ໃຫ້.”+ 13 ພະ​ເຢຊູ​ຖາມ​ເຂົາເຈົ້າ​ຕື່ມ​ອີກ​ວ່າ: “ຖ້າ​ພວກ​ເຈົ້າ​ບໍ່​ເຂົ້າ​ໃຈ​ຕົວຢ່າງ​ປຽບທຽບ​ນີ້ ແລ້ວ​ພວກ​ເຈົ້າ​ຈະ​ເຂົ້າ​ໃຈ​ຕົວຢ່າງ​ປຽບທຽບ​ເລື່ອງ​ອື່ນ​ໄດ້​ແນວ​ໃດ?

14 ຜູ້​ທີ່​ຫວ່ານ​ນັ້ນ​ກໍ​ຫວ່ານ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.+ 15 ສຳລັບ​ບາງ​ຄົນ ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ປຽບ​ຄື​ກັບ​ເມັດ​ພືດ​ທີ່​ຕົກ​ໃສ່​ຫົນທາງ. ທັນທີ​ທີ່​ເຂົາເຈົ້າ​ໄດ້​ຍິນ ຊາຕານ​ກໍ​ມາ+​ເອົາ​ສິ່ງ​ທີ່​ຫວ່ານ​ໄວ້​ໃນ​ໃຈ​ເຂົາເຈົ້າ​ໄປ.+ 16 ສຳລັບ​ບາງ​ຄົນ ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ປຽບ​ຄື​ກັບ​ເມັດ​ພືດ​ທີ່​ຕົກ​ໃສ່​ພື້ນ​ທີ່​ເປັນ​ຫີນ​ທີ່​ມີ​ດິນ​ຕື້ນ​ໆ​ ເມື່ອ​ເຂົາເຈົ້າ​ໄດ້​ຍິນ​ເລື່ອງ​ນັ້ນ​ແລ້ວ​ກໍ​ມັກ​ແລະ​ຈຶ່ງ​ຮັບ​ເອົາ​ທັນທີ.+ 17 ແຕ່​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ບໍ່​ໄດ້​ຝັງ​ເລິກ​ເຂົ້າ​ໄປ​ໃນ​ໃຈ ເຂົາເຈົ້າ​ຈຶ່ງ​ເຊື່ອ​ໄດ້​ບໍ່​ດົນ. ເມື່ອ​ເຈິ​ຄວາມ​ທຸກ​ລຳບາກ​ຫຼື​ການ​ຂົ່ມເຫງ​ຍ້ອນ​ເລື່ອງ​ນັ້ນ ເຂົາເຈົ້າ​ກໍ​ເຊົາ​ເຊື່ອ. 18 ສ່ວນ​ບາງ​ຄົນ ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ປຽບ​ຄື​ກັບ​ເມັດ​ພືດ​ທີ່​ຕົກ​ໃສ່​ຟຸ່ມ​ໄມ້​ທີ່​ມີ​ໜາມ. ເຂົາເຈົ້າ​ໄດ້​ຍິນ​ເລື່ອງ​ນັ້ນ+ 19 ແຕ່​ປ່ອຍ​ໃຫ້​ຄວາມ​ອຸກໃຈ+​ກັບ​ຊີວິດ​ໃນ​ໂລກ​ນີ້* ຄວາມ​ຫຼົງໄຫຼ​ໃນ​ຊັບ​ສົມບັດ+ ແລະ​ຄວາມ​ຢາກ+​ໄດ້​ສິ່ງ​ຕ່າງ​ໆ​ມາ​ຄອບງຳ​ຫົວໃຈ​ແລະ​ປົກ​ຫຸ້ມ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ຍິນ​ຈຶ່ງ​ເຮັດ​ໃຫ້​ເລື່ອງ​ນັ້ນ​ບໍ່​ເກີດ​ຜົນ​ໃນ​ຊີວິດ. 20 ສຳລັບ​ບາງ​ຄົນ ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ປຽບ​ຄື​ກັບ​ເມັດ​ພືດ​ທີ່​ຕົກ​ໃສ່​ດິນ​ດີ. ເຂົາເຈົ້າ​ໄດ້​ຍິນ​ເລື່ອງ​ນັ້ນ​ແລະ​ມັກ​ຫຼາຍ ບາງ​ຄົນ​ຈຶ່ງ​ເກີດ​ໝາກ​ໄດ້ 30 ເທົ່າ ບາງ​ຄົນ​ໄດ້ 60 ເທົ່າ ແລະ​ບາງ​ຄົນ​ໄດ້ 100 ເທົ່າ.”+

21 ພະ​ເຢຊູ​ເວົ້າ​ກັບ​ເຂົາເຈົ້າ​ຕໍ່​ໄປ​ວ່າ: “ມີ​ໃຜ​ບໍ​ທີ່​ໄຕ້​ຕະກຽງ​ແລ້ວ​ຈະ​ເອົາ​ກະຕ່າ​ມາ​ງວມ​ໄວ້​ຫຼື​ເອົາ​ໄປ​ວາງ​ໄວ້​ກ້ອງ​ຕຽງ? ລາວ​ຈະ​ເອົາ​ໄປ​ຕັ້ງ​ໄວ້​ເທິງ​ຂາ​ຕະກຽງ​ແມ່ນ​ບໍ?+ 22 ທຸກ​ສິ່ງ​ທີ່​ເຊື່ອງ​ໄວ້​ຈະ​ຕ້ອງ​ຖືກ​ເປີດໂປງ ແລະ​ທຸກ​ສິ່ງ​ທີ່​ປົກ​ປິດ​ໄວ້​ຢ່າງ​ດີ​ຈະ​ຕ້ອງ​ຖືກ​ເປີດເຜີຍ​ແນ່ນອນ.+ 23 ໃຫ້​ທຸກ​ຄົນ​ທີ່​ໄດ້​ຍິນ​ຕັ້ງໃຈ​ຟັງ​ດີ​ໆ​.”+

24 ພະ​ເຢຊູ​ເວົ້າ​ກັບ​ເຂົາເຈົ້າ​ຕໍ່​ໄປ​ວ່າ: “ເມື່ອ​ຟັງ​ຫຍັງ ກໍ​ໃຫ້​ຕັ້ງໃຈ​ຟັງ​ດີ​ໆ​+ ເພາະ​ຖ້າ​ຕັ້ງໃຈ​ຟັງ​ຫຼາຍ ພວກ​ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ຫຼາຍ ແລະ​ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຈົ້າ​ແຮ່ງ​ຈະ​ມີ​ຫຼາຍ​ຂຶ້ນ. 25 ຍ້ອນ​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ຈະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ+ ແຕ່​ຄົນ​ທີ່​ບໍ່​ມີ​ຄວາມ​ເຂົ້າ​ໃຈ ແມ່ນ​ແຕ່​ຄວາມ​ເຂົ້າ​ໃຈ​ເລັກ​ນ້ອຍ​ທີ່​ລາວ​ມີ​ກໍ​ຈະ​ເສຍ​ໄປ.”+

26 ແລ້ວ​ພະ​ເຢຊູ​ກໍ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຫັ້ນ​ຕໍ່​ອີກ​ວ່າ: “ການ​ປົກຄອງ​ຂອງ​ພະເຈົ້າ​ປຽບ​ຄື​ກັບ​ຄົນ​ທີ່​ຫວ່ານ​ເມັດ​ເຂົ້າ​ໃສ່​ດິນ. 27 ກາງຄືນ​ລາວ​ນອນ​ຫຼັບ​ແລະ​ເມື່ອ​ແຈ້ງ​ລາວ​ກໍ​ຕື່ນ ແຕ່​ເມັດ​ເຫຼົ່າ​ນັ້ນ​ປົ່ງ​ແລະ​ໃຫຍ່​ຂຶ້ນ​ແນວ​ໃດ​ລາວ​ບໍ່​ຮູ້. 28 ຕົ້ນ​ເຂົ້າ​ນັ້ນ​ຄ່ອຍ​ໆ​ໃຫຍ່​ຂຶ້ນ​ເອງ ເລີ່ມ​ເປັນ​ຕົ້ນ​ອ່ອນ​ກ່ອນ ແລ້ວ​ກໍ​ຖອກ​ຮວງ ແລະ​ໃນ​ທີ່​ສຸດ​ກໍ​ມີ​ເມັດ​ເຕັມ​ຮວງ. 29 ທັນທີ​ທີ່​ເຂົ້າ​ເຫຼືອງ ລາວ​ກໍ​ກ່ຽວ ຍ້ອນ​ຮອດ​ຍາມກ່ຽວແລ້ວ.”

30 ຈາກນັ້ນ ພະ​ເຢຊູ​ເວົ້າ​ຕໍ່​ອີກ​ວ່າ: “ຈະ​ປຽບທຽບ​ການ​ປົກຄອງ​ຂອງ​ພະເຈົ້າ​ກັບ​ຫຍັງ? ຫຼື​ຈະ​ຍົກ​ຕົວຢ່າງ​ປຽບທຽບ​ເລື່ອງ​ໃດ​ມາ​ອະທິບາຍ​ກ່ຽວກັບ​ການ​ປົກຄອງ​ນັ້ນ? 31 ການ​ປົກຄອງ​ນັ້ນ​ປຽບ​ຄື​ກັບ​ເມັດມັດສະຕາດ.* ຕອນ​ທີ່​ເອົາ​ມາ​ປູກ​ໄວ້​ໃນ​ດິນ​ມັນ​ເປັນ​ເມັດ​ພືດ​ທີ່​ນ້ອຍ​ທີ່​ສຸດ​ໃນ​ໂລກ.+ 32 ແຕ່​ເມື່ອ​ປູກ​ແລ້ວ ມັນ​ກໍ​ໃຫຍ່​ຂຶ້ນ​ແລະ​ຕົ້ນ​ຂອງ​ມັນ​ກໍ​ສູງ​ໃຫຍ່​ກວ່າ​ພືດ​ຜັກ​ທັງ​ໝົດ ແລະ​ມັນ​ແຕກ​ງ່າ​ໃຫຍ່​ຈົນ​ນົກ​ມາ​ອາໄສ​ຢູ່​ກ້ອງ​ຮົ່ມ​ຂອງ​ມັນ​ໄດ້.”

33 ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ແບບ​ນີ້​ຫຼາຍ​ເລື່ອງ+​ເພື່ອ​ສອນ​ປະຊາຊົນ​ໃຫ້​ຮູ້​ເລື່ອງ​ພະເຈົ້າ​ເທົ່າ​ທີ່​ເຂົາເຈົ້າ​ຈະ​ເຂົ້າ​ໃຈ​ໄດ້. 34 ທີ່ຈິງ ເພິ່ນ​ສອນ​ເຂົາເຈົ້າ​ໂດຍ​ໃຊ້​ຕົວຢ່າງ​ປຽບທຽບ​ເລື້ອຍ​ໆ​ ແຕ່​ເພິ່ນ​ຈະ​ອະທິບາຍ​ຄວາມ​ໝາຍ​ທຸກ​ຢ່າງ​ໃຫ້​ພວກ​ລູກສິດ​ຮູ້​ຕອນ​ທີ່​ບໍ່​ມີ​ປະຊາຊົນ​ຢູ່​ນຳ.+

35 ເມື່ອ​ຮອດ​ຕອນ​ແລງ​ມື້​ນັ້ນ ພະ​ເຢຊູ​ບອກ​ພວກ​ລູກສິດ​ວ່າ: “ໄປ໋ ພວກ​ເຮົາ​ພາກັນ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ.”+ 36 ຫຼັງ​ຈາກ​ພວກ​ລູກສິດ​ບອກ​ປະຊາຊົນ​ໃຫ້​ເມືອ ເຂົາເຈົ້າ​ກໍ​ພາ​ພະ​ເຢຊູ​ຂຶ້ນ​ເຮືອ​ໄປ ແຕ່​ກໍ​ມີ​ເຮືອ​ລຳ​ອື່ນ​ໆ​ນຳ​ຫຼັງ​ເພິ່ນ​ໄປ.+ 37 ແລ້ວ​ກໍ​ມີ​ພາຍຸ​ໃຫຍ່ ແລະ​ຄື້ນ​ໄດ້​ຊັດ​ນ້ຳ​ເຂົ້າ​ມາ​ຈົນ​ເກືອບ​ເຕັມ​ເຮືອ.+ 38 ແຕ່​ພະ​ເຢຊູ​ນອນ​ໝູນ​ໝອນ​ຫຼັບ​ຢູ່​ທ້າຍ​ເຮືອ ເຂົາເຈົ້າ​ຈຶ່ງ​ປຸກ​ເພິ່ນ​ແລ້ວ​ເວົ້າ​ວ່າ: “ອາຈານ ພວກ​ເຮົາ​ກຳລັງ​ຊິ​ຕາຍ​ແລ້ວ ທ່ານ​ບໍ່​ເປັນ​ຫ່ວງ​ເລີຍ​ບໍ?” 39 ພະ​ເຢຊູ​ກໍ​ລຸກ​ຂຶ້ນ​ແລ້ວ​ສັ່ງ​ຄື້ນ​ກັບ​ລົມ​ວ່າ: “ສະຫງົບ​ດຽວ​ນີ້!”+ ລົມ​ພາຍຸ​ກໍ​ເຊົາ​ແລະ​ທຸກ​ຢ່າງ​ກໍ​ສະຫງົບ​ເປັນ​ປົກກະຕິ. 40 ແລ້ວ​ເພິ່ນ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ເປັນຫຍັງ​ພວກ​ເຈົ້າ​ຈຶ່ງ​ຢ້ານ ພວກ​ເຈົ້າ​ຄື​ມີ​ຄວາມ​ເຊື່ອ​ໜ້ອຍ​ແທ້?” 41 ແຕ່​ເຂົາເຈົ້າ​ຢ້ານ​ຫຼາຍ​ແລະ​ເວົ້າ​ວ່າ: “ເພິ່ນ​ແມ່ນ​ໃຜ? ຂະໜາດ​ລົມ​ກັບ​ທະເລ​ກໍ​ຍັງ​ເຊື່ອຟັງ​ເພິ່ນ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌