ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ
1 ຂ້ອຍໂປໂລທີ່ຖືກເລືອກໃຫ້ເປັນອັກຄະສາວົກ*+ຂອງພະຄລິດເຢຊູຕາມທີ່ພະເຈົ້າຕ້ອງການແລະໂສດສະເທນພີ່ນ້ອງຂອງພວກເຮົາ 2 ຂຽນຫາປະຊາຄົມຂອງພະເຈົ້າໃນເມືອງໂກຣິນໂທ+ ເຊິ່ງແມ່ນພວກເຈົ້າທີ່ຖືກເຮັດໃຫ້ສະອາດແລ້ວແລະເປັນລູກສິດຂອງພະຄລິດເຢຊູ.+ ພວກເຈົ້າຖືກເລືອກໃຫ້ເປັນຜູ້ບໍລິສຸດຮ່ວມກັບທຸກຄົນທີ່ຍອມຮັບພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ.+
3 ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ແລະສັນຕິສຸກຈາກພະເຈົ້າຜູ້ເປັນພໍ່ຂອງພວກເຮົາແລະຈາກພະເຢຊູຄລິດຜູ້ເປັນນາຍ.
4 ຂ້ອຍຂອບໃຈພະເຈົ້າສະເໝີທີ່ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກເພິ່ນໂດຍທາງພະຄລິດເຢຊູ. 5 ພະເຈົ້າໃຫ້ທຸກສິ່ງທຸກຢ່າງກັບພວກເຈົ້າ ຍ້ອນພວກເຈົ້າເປັນລູກສິດຂອງພະຄລິດ ພວກເຈົ້າຈຶ່ງມີຄວາມຮູ້ຫຼາຍເລື່ອງຖ້ອຍຄຳຂອງພະເຈົ້າແລະປະກາດໄດ້ດີ.+ 6 ພວກເຈົ້າເຂົ້າໃຈທຸກຢ່າງເລື່ອງຄຳສອນກ່ຽວກັບພະຄລິດ+ 7 ພວກເຈົ້າຈຶ່ງມີທຸກສິ່ງທີ່ຈຳເປັນໃນໄລຍະທີ່ຕັ້ງໃຈລໍຖ້າພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາມາສະແດງລິດເດດຂອງເພິ່ນ.+ 8 ນອກຈາກນັ້ນ ພະເຈົ້າຈະເຮັດໃຫ້ພວກເຈົ້າໝັ້ນຄົງຈົນເຖິງທີ່ສຸດ ເພື່ອຈະບໍ່ມີໃຜຕຳໜິພວກເຈົ້າໄດ້ໃນວັນຂອງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ.+ 9 ພະເຈົ້າສັດຊື່.+ ເພິ່ນໄດ້ເລືອກພວກເຮົາໃຫ້ມີສ່ວນຮ່ວມກັບລູກຊາຍຂອງເພິ່ນ ຜູ້ນັ້ນແມ່ນພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ.
10 ພີ່ນ້ອງເອີ້ຍ ໃນນາມພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ ຂ້ອຍຂໍເຕືອນພວກເຈົ້າທຸກຄົນໃຫ້ເວົ້າສອດຄ່ອງກັນແລະຢ່າແຕກແຍກກັນ+ ແຕ່ໃຫ້ມີຄວາມຄິດແລະເປົ້າໝາຍດຽວກັນສະເໝີ.+ 11 ພີ່ນ້ອງເອີ້ຍ ມີບາງຄົນໃນເຮືອນຂອງຂະໂລເອໄດ້ມາເລົ່າໃຫ້ຂ້ອຍຟັງວ່າພວກເຈົ້າຂັດແຍ່ງກັນ. 12 ຂ້ອຍກຳລັງເວົ້າເຖິງເລື່ອງທີ່ພວກເຈົ້າບາງຄົນຖຽງກັນວ່າ “ຂ້ອຍເປັນລູກສິດໂປໂລ” “ແຕ່ຂ້ອຍເປັນລູກສິດອາໂປໂລ”+ “ຂ້ອຍເປັນລູກສິດເກຟາ”* “ແຕ່ຂ້ອຍເປັນລູກສິດພະຄລິດ.” 13 ພະຄລິດຖືກແບ່ງແຍກເປັນຫຼາຍໆກຸ່ມແລ້ວບໍ? ໂປໂລຖືກປະຫານເທິງເສົາເພື່ອພວກເຈົ້າບໍ? ພວກເຈົ້າຮັບບັບເຕມາໃນນາມໂປໂລບໍ? 14 ຂ້ອຍຂອບໃຈພະເຈົ້າທີ່ຂ້ອຍບໍ່ໄດ້ໃຫ້ບັບເຕມາພວກເຈົ້າເລີຍນອກຈາກກີສະໂປ+ກັບຄາໂຢ+ 15 ເພື່ອຈະບໍ່ມີຜູ້ໃດໃນພວກເຈົ້າເວົ້າໄດ້ວ່າຮັບບັບເຕມາໃນນາມຂອງຂ້ອຍ. 16 ເອີ້ເກືອບລືມ ຂ້ອຍຍັງໃຫ້ບັບເຕມາສະເຕຟານາກັບຄົນໃນເຮືອນຂອງລາວນຳ+ ແຕ່ນອກຈາກນັ້ນ ຂ້ອຍກໍຈື່ບໍ່ໄດ້ແລ້ວວ່າເຄີຍໃຫ້ບັບເຕມາໃຜອີກ. 17 ພະຄລິດບໍ່ໄດ້ໃຊ້ຂ້ອຍໄປເພື່ອໃຫ້ບັບເຕມາຄົນອື່ນ ແຕ່ໃຊ້ໄປເພື່ອປະກາດຂ່າວດີ.+ ເພິ່ນບໍ່ໄດ້ໃຫ້ຂ້ອຍໄປປະກາດໂດຍໃຊ້ຄຳເວົ້າຂອງຄົນທີ່ຮຽນສູງໆ ເພາະຖ້າຂ້ອຍເຮັດແນວນັ້ນ ການຕາຍຂອງພະຄລິດເທິງເສົາທໍລະມານ*ກໍຈະບໍ່ມີປະໂຫຍດຫຍັງ.
18 ການເວົ້າເລື່ອງເສົາທໍລະມານເປັນເລື່ອງໂງ່ສຳລັບຄົນທີ່ກຳລັງຈະຖືກທຳລາຍ+ ແຕ່ສຳລັບພວກເຮົາທີ່ໄດ້ຮັບຄວາມລອດ ເລື່ອງນີ້ເປັນລິດເດດຂອງພະເຈົ້າ.+ 19 ຄືກັບທີ່ພະຄຳພີບອກໄວ້ວ່າ: “ເຮົາຈະເຮັດໃຫ້ສະຕິປັນຍາຂອງຄົນມີປັນຍາບໍ່ມີອີກຕໍ່ໄປ ແລະເຮົາຈະໂຍນຄວາມສະຫຼາດຂອງຄົນສະຫຼາດຖິ້ມ.”+ 20 ຄົນມີປັນຍາໄປໃສໝົດແລ້ວ? ພວກຄູສອນສາສະໜາ*ພາກັນໄປຢູ່ໃສໝົດ? ນັກໂຕ້ວາທີຂອງໂລກນີ້*ໄປໃສໝົດແລ້ວ? ພະເຈົ້າເຮັດໃຫ້ເຫັນແລ້ວວ່າຄວາມສະຫຼາດຂອງໂລກນີ້ເປັນເລື່ອງໂງ່ແທ້ໆ. 21 ຄວາມສະຫຼາດຂອງໂລກ+ບໍ່ໄດ້ເຮັດໃຫ້ຄົນໃນໂລກຮູ້ຈັກພະເຈົ້າ.+ ເຂົາເຈົ້າຖືວ່າເລື່ອງທີ່ພວກເຮົາປະກາດເປັນເລື່ອງໂງ່ ແຕ່ເພິ່ນໃຊ້ເລື່ອງນັ້ນ+ເພື່ອຊ່ວຍຄົນທີ່ເຊື່ອໃຫ້ລອດ. ນີ້ແຫຼະແມ່ນສະຕິປັນຍາຂອງພະເຈົ້າ.
22 ຄົນຢິວຢາກເຫັນການອັດສະຈັນ*+ ສ່ວນຄົນກຣີກຢາກໄດ້ສະຕິປັນຍາ. 23 ແຕ່ພວກເຮົາພັດປະກາດເລື່ອງທີ່ພະຄລິດຖືກປະຫານເທິງເສົາ ເຊິ່ງເປັນເລື່ອງທີ່ຄົນຢິວຮັບບໍ່ໄດ້ແລະຄົນຕ່າງຊາດຄິດວ່າເປັນເລື່ອງໂງ່.+ 24 ສຳລັບຄົນທີ່ຖືກເລືອກ ບໍ່ວ່າຈະເປັນຄົນຢິວຫຼືຄົນກຣີກ ເຂົາເຈົ້າກໍຖືວ່າພະຄລິດເປັນຜູ້ທີ່ສະແດງໃຫ້ເຫັນລິດເດດແລະສະຕິປັນຍາຂອງພະເຈົ້າ.+ 25 ສິ່ງທີ່ມາຈາກພະເຈົ້າທີ່ມະນຸດຖືວ່າເປັນເລື່ອງໂງ່ກໍຍັງສະຫຼາດກວ່າມະນຸດ ແລະສິ່ງທີ່ມາຈາກພະເຈົ້າທີ່ມະນຸດຖືວ່າເປັນສິ່ງທີ່ອ່ອນແອກໍຍັງແຂງແຮງກວ່າມະນຸດ.+
26 ພີ່ນ້ອງເອີ້ຍ ພວກເຈົ້າກໍເຫັນແລ້ວວ່າໃນຄົນທີ່ພະເຈົ້າເລືອກມີໜ້ອຍຄົນທີ່ມະນຸດຖືວ່າສະຫຼາດ+ ແລະມີໜ້ອຍຄົນທີ່ເປັນຄົນມີອຳນາດຫຼືມາຈາກຄອບຄົວຂອງຄົນຊັ້ນສູງ.+ 27 ແຕ່ພະເຈົ້າເລືອກຄົນທີ່ໂລກຖືວ່າໂງ່ເພື່ອຈະເຮັດໃຫ້ຄົນສະຫຼາດຕ້ອງອາຍ ແລະເພິ່ນເລືອກຄົນທີ່ໂລກຖືວ່າອ່ອນແອເພື່ອຈະເຮັດໃຫ້ຄົນທີ່ແຂງແຮງຕ້ອງອາຍ.+ 28 ພະເຈົ້າເລືອກສິ່ງທີ່ໂລກຖືວ່າຕ່ຳຕ້ອຍ ສິ່ງທີ່ຄົນດູຖູກແລະຖືວ່າບໍ່ມີຄ່າ ເພື່ອຈະເຮັດໃຫ້ສິ່ງທີ່ຖືກັນວ່າສຳຄັນກາຍເປັນສິ່ງທີ່ບໍ່ມີຄວາມໝາຍຫຍັງເລີຍ.+ 29 ພະເຈົ້າເຮັດແບບນີ້ເພື່ອຈະບໍ່ມີຜູ້ໃດອວດຕໍ່ໜ້າເພິ່ນໄດ້. 30 ຍ້ອນພະເຈົ້າ ພວກເຈົ້າຈຶ່ງໄດ້ເປັນລູກສິດຂອງພະຄລິດເຢຊູ ແລະເພິ່ນເຮັດໃຫ້ພວກເຮົາເຫັນສະຕິປັນຍາຂອງພະເຈົ້າ. ເພິ່ນເຮັດໃຫ້ພະເຈົ້າຍອມຮັບພວກເຮົາ+ ເຮັດໃຫ້ພວກເຮົາສະອາດ+ ແລະປົດປ່ອຍພວກເຮົາດ້ວຍຄ່າໄຖ່+ 31 ເພື່ອພວກເຮົາຈະເຮັດຄືກັບທີ່ພະຄຳພີບອກວ່າ: “ຄົນທີ່ອວດກໍໃຫ້ອວດຍ້ອນວ່າລາວຮູ້ຈັກພະເຢໂຫວາ.”*+