ປະຖົມມະການ
29 ຢາໂຄບເດີນທາງຕໍ່ໄປ ໄປທາງທິດຕາເວັນອອກ 2 ແລ້ວລາວກໍມາຮອດທົ່ງນາບ່ອນໜຶ່ງທີ່ມີນ້ຳສ້າງ. ຕອນນັ້ນມີຝູງແກະ 3 ຝູງຢູ່ໃກ້ນ້ຳສ້າງ ຍ້ອນວ່າປົກກະຕິຄົນລ້ຽງແກະຈະພາແກະມາກິນນ້ຳຢູ່ບ່ອນນັ້ນ. ນ້ຳສ້າງນັ້ນມີຫີນກ້ອນໃຫຍ່ອັດໄວ້. 3 ເມື່ອຕ້ອນຝູງແກະມາລວມກັນທັງໝົດແລ້ວ ຄົນລ້ຽງແກະກໍຈະເປີດຝານ້ຳສ້າງອອກແລ້ວເອົານ້ຳໃຫ້ແກະກິນ. ຫຼັງຈາກນັ້ນຈຶ່ງອັດຝານ້ຳສ້າງໄວ້ຄືນ.
4 ຢາໂຄບຖາມຄົນລ້ຽງແກະຢູ່ຫັ້ນວ່າ: “ຂໍໂທດເດີ້ອ້າຍ ພວກເຈົ້າມາແຕ່ໃສ?” ເຂົາເຈົ້າຕອບວ່າ: “ພວກເຮົາມາຈາກຮາຣານ.”+ 5 ຢາໂຄບຖາມອີກວ່າ: “ຮູ້ຈັກຄົນທີ່ຊື່ລາບານ+ຫຼານຂອງນາໂຮບໍ?”+ ເຂົາເຈົ້າຕອບວ່າ: “ຮູ້ຈັກຕົ໋ວ.” 6 ຢາໂຄບຖາມວ່າ: “ລາວສະບາຍດີບໍ?” ເຂົາເຈົ້າຕອບວ່າ: “ລາວສະບາຍດີ. ຫັ້ນເດ້! ຣາເຄນ+ລູກສາວຂອງລາວກຳລັງຕ້ອນຝູງແກະມາ.” 7 ຢາໂຄບເວົ້າວ່າ: “ຕອນນີ້ມັນກະຍັງເວັນຢູ່ ຍັງບໍ່ທັນຮອດຍາມທີ່ຈະແຍກຝູງແກະກັບເມືອເທື່ອ ຄືບໍ່ພາແກະໄປກິນນ້ຳ ແລະປ່ອຍໃຫ້ພວກມັນໄປກິນຫຍ້າ?” 8 ເຂົາເຈົ້າເລີຍຕອບວ່າ: “ພວກເຮົາໄດ້ຮັບຄຳສັ່ງວ່າຕ້ອງຕ້ອນຝູງແກະໃຫ້ມາລວມກັນທັງໝົດກ່ອນ ແລ້ວຄ່ອຍເປີດຝານ້ຳສ້າງອອກແລະເອົານ້ຳໃຫ້ແກະກິນ.”
9 ຕອນທີ່ຍັງລົມກັນຢູ່ຣາເຄນກໍພາຝູງແກະຂອງພໍ່ມາຮອດພໍດີ. 10 ເມື່ອຢາໂຄບເຫັນຣາເຄນລູກຂອງລາບານທີ່ເປັນລຸງທາງແມ່ ຢາໂຄບກໍໄປເອົາກ້ອນຫີນທີ່ອັດນ້ຳສ້າງອອກທັນທີ ແລະເອົານ້ຳໃຫ້ແກະກິນ. 11 ຫຼັງຈາກນັ້ນ ຢາໂຄບກໍຈູບ*ຣາເຄນແລະຮ້ອງໄຫ້ດີໃຈ. 12 ຢາໂຄບອະທິບາຍໃຫ້ຣາເຄນຟັງວ່າລາວເປັນພີ່ນ້ອງທາງພໍ່ຂອງຣາເຄນ ແລະເປັນລູກຊາຍຂອງເຣເບກາ. ແລ້ວຣາເຄນກໍແລ່ນເມືອບອກພໍ່.
13 ເມື່ອລາບານ+ໄດ້ຍິນເລື່ອງຂອງຢາໂຄບຫຼານຊາຍຂອງລາວ. ລາວກໍແລ່ນອອກໄປຫາຫຼານ. ລາວກອດແລະຈູບຢາໂຄບແລ້ວກໍພາມາເຮືອນ. ຢາໂຄບເລົ່າທຸກຢ່າງໃຫ້ລາບານຟັງ. 14 ລາບານບອກລາວວ່າ: “ແມ່ນໆ ເຮົາເປັນພີ່ນ້ອງກັນແທ້ໆ.”* ຢາໂຄບກໍເລີຍຢູ່ກັບລາບານ 1 ເດືອນ.
15 ລາບານເວົ້າກັບຢາໂຄບວ່າ: “ເຖິງວ່າເຮົາຈະເປັນພີ່ນ້ອງກັນ+ ແຕ່ຫຼານຊິມາເຮັດວຽກໃຫ້ລຸງລ້າໆມັນກະບໍ່ຄື. ຫຼານຢາກໄດ້ຫຍັງເປັນຄ່າຈ້າງກໍບອກເລີຍ.”+ 16 ລາບານມີລູກສາວ 2 ຄົນ ຜູ້ທຳອິດຊື່ເລອາ ແລະຜູ້ທີ 2 ຊື່ຣາເຄນ.+ 17 ເລອາມີຕາບໍ່ງາມ ແຕ່ຣາເຄນເປັນຄົນງາມຫຼາຍແທ້ໆ. 18 ຢາໂຄບຫຼົງຮັກຣາເຄນ ລາວກໍເລີຍບອກລາບານວ່າ: “ຖ້າຫຼານເຮັດວຽກໃຫ້ລຸງ 7 ປີ ລຸງຍົກຣາເຄນໃຫ້ເປັນເມຍຫຼານໄດ້ບໍ?”+ 19 ລາບານຕອບວ່າ: “ໄດ້ ລຸງຍົກຣາເຄນໃຫ້ຫຼານກໍດີກວ່າຍົກໃຫ້ຄົນອື່ນ. ໃຫ້ຫຼານຢູ່ກັບລຸງຕໍ່ໄປເດີ້.” 20 ຢາໂຄບເຮັດວຽກໃຫ້ລາບານ 7 ປີເພື່ອຈະໄດ້ຣາເຄນເປັນເມຍ.+ ແຕ່ສຳລັບຢາໂຄບແລ້ວ 7 ປີນັ້ນເປັນຄືກັບບໍ່ເທົ່າໃດມື້ ຍ້ອນລາວຮັກຣາເຄນຫຼາຍ.
21 ແລ້ວຢາໂຄບກໍເວົ້າກັບລາບານວ່າ: “ຫຼານເຮັດວຽກຄົບຕາມເວລາທີ່ຕົກລົງກັນແລ້ວ ຂໍລຸງຍົກລູກສາວໃຫ້ເປັນເມຍຫຼານເດີ້.” 22 ລາບານກໍເລີຍຈັດງານດອງໃຫ້ແລະເຊີນທຸກຄົນມາ. 23 ແຕ່ເມື່ອຮອດຕອນກາງຄືນ ລາບານພັດໃຫ້ເລອາລູກສາວອີກຄົນໜຶ່ງໄປນອນນຳຢາໂຄບແທນ. 24 (ລາບານເອົາຄົນຮັບໃຊ້ຜູ້ຍິງຄົນໜຶ່ງຊື່ຊີລະປາໃຫ້ເລອາ.)+ 25 ເມື່ອຕື່ນຂຶ້ນມາຕອນເຊົ້າ ຢາໂຄບກໍເຫັນວ່າຄົນທີ່ນອນທາງຂ້າງລາວແມ່ນເລອາ. ລາວກໍເລີຍໄປເວົ້າກັບລາບານວ່າ: “ລຸງຄືເຮັດຈັ່ງຊີ້ ຫຼານເຮັດວຽກໃຫ້ລຸງເພື່ອຈະໄດ້ຣາເຄນບໍ່ແມ່ນຫວາ? ເປັນຫຍັງລຸງຄືຕົວະຫຼານ?”+ 26 ລາບານຕອບວ່າ: “ຄົນຢູ່ແຖວນີ້ບໍ່ໄດ້ໃຫ້ນ້ອງແຕ່ງດອງກ່ອນເອື້ອຍ. 27 ໃຫ້ຫຼານສະຫຼອງງານແຕ່ງດອງກັບເລອາໃຫ້ຄົບ 1 ອາທິດກ່ອນ. ຫຼັງຈາກນັ້ນ ລຸງຈະຍົກລູກສາວອີກຄົນໜຶ່ງໃຫ້. ແຕ່ຫຼານຕ້ອງເຮັດວຽກໃຫ້ລຸງຕື່ມອີກ 7 ປີ.”+ 28 ຢາໂຄບເຮັດຕາມນັ້ນແລະສະຫຼອງງານແຕ່ງດອງກັບເລອາຈົນຄົບ 1 ອາທິດ. ຫຼັງຈາກນັ້ນ ລາບານກໍຍົກຣາເຄນໃຫ້ເປັນເມຍຂອງຢາໂຄບ. 29 ລາບານເອົາຄົນຮັບໃຊ້ຜູ້ຍິງຄົນໜຶ່ງຊື່ບິນຮາ+ໃຫ້ຣາເຄນ.
30 ຢາໂຄບນອນນຳຣາເຄນຄືກັນ. ລາວຮັກຣາເຄນຫຼາຍກວ່າເລອາ. ແລ້ວລາວກໍເຮັດວຽກໃຫ້ລາບານຕື່ມອີກ 7 ປີ.+ 31 ເມື່ອພະເຢໂຫວາເຫັນວ່າຢາໂຄບບໍ່ຮັກເລອາ ເພິ່ນຈຶ່ງເຮັດໃຫ້ເລອາຖືພາ+ ແຕ່ໃຫ້ຣາເຄນເປັນໝັນ.+ 32 ເລອາຈຶ່ງຖືພາແລະເກີດລູກຊາຍ. ລາວຕັ້ງຊື່ໃຫ້ລູກວ່າຣູເບັນ.*+ ລາວບອກວ່າ: “ພະເຢໂຫວາເຫັນຂ້ອຍມີຄວາມທຸກຫຼາຍ+ ເພິ່ນກໍເລີຍໃຫ້ຂ້ອຍມີລູກ ຜົວຊິໄດ້ຮັກຂ້ອຍແດ່.” 33 ຕໍ່ມາ ເລອາຖືພາອີກແລະເກີດລູກຊາຍ ລາວຈຶ່ງເວົ້າວ່າ: “ເພາະພະເຢໂຫວາຟັງຂ້ອຍແລະເຫັນວ່າຜົວບໍ່ໄດ້ຮັກຂ້ອຍ ເພິ່ນກໍເລີຍໃຫ້ລູກຄົນນີ້ກັບຂ້ອຍອີກ.” ລາວຕັ້ງຊື່ໃຫ້ລູກຄົນນີ້ວ່າຊີເມໂອນ.*+ 34 ແລ້ວເລອາກໍຖືພາອີກແລະເກີດລູກຊາຍຄົນໜຶ່ງ ລາວຈຶ່ງເວົ້າວ່າ: “ຕອນນີ້ຜົວກະຊິຢູ່ກັບຂ້ອຍຫຼາຍຂຶ້ນ ເພາະຂ້ອຍເກີດລູກຊາຍ 3 ຄົນໃຫ້ລາວແລ້ວ.” ລູກຜູ້ນີ້ຈຶ່ງໄດ້ຊື່ວ່າເລວີ.*+ 35 ຕໍ່ມາ ລາວຖືພາແລະເກີດລູກຊາຍອີກຄົນໜຶ່ງ ລາວເລີຍເວົ້າວ່າ: “ເທື່ອນີ້ຂ້ອຍຊິສັນລະເສີນພະເຢໂຫວາ.” ລາວຕັ້ງຊື່ໃຫ້ລູກວ່າຢູດາ.*+ ຫຼັງຈາກນັ້ນ ລາວກໍບໍ່ມີລູກອີກໄລຍະໜຶ່ງ.