ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 29
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ຢາໂຄບ​ເຈິ​ກັບ​ຣາເຄນ (1-14)

      • ຢາໂຄບ​ຮັກ​ຣາເຄນ​ຫຼາຍ (15-20)

      • ຢາໂຄບ​ແຕ່ງ​ດອງ​ກັບ​ເລອາ​ແລະ​ຣາເຄນ (21-29)

      • ລູກ​ຊາຍ​ຂອງ​ຢາໂຄບ 4 ຄົນ​ທີ່​ເກີດ​ຈາກ​ເລອາ​ມີ​ຣູເບັນ ຊີເມໂອນ ເລວີ ແລະ​ຢູດາ (30-35)

ປະຖົມມະການ 29:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 27:42, 43; ກຈກ 7:2

ປະຖົມມະການ 29:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 24:29
  • +ປຖກ 24:24; 31:53

ປະຖົມມະການ 29:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:19; ນຣ 4:11

ປະຖົມມະການ 29:11

ໄຂເງື່ອນ

  • *

    ການ​ຈູບ​ຄົນອື່ນ​ຢູ່​ແກ້ມ ໜ້າ​ຜາກ ຫຼື​ຢູ່​ບ່ອນ​ອື່ນ​ໆ​ ເປັນ​ວິທີ​ທັກທາຍ​ຂອງ​ຄົນ​ໃນ​ສະໄໝ​ນັ້ນ

ປະຖົມມະການ 29:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 24:29

ປະຖົມມະການ 29:14

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮົາ​ເປັນ​ກະດູກ​ແລະ​ເນື້ອ​ໜັງ​ຂອງ​ກັນ​ແລະ​ກັນ”

ປະຖົມມະການ 29:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 28:5
  • +ປຖກ 30:27, 28; 31:7

ປະຖົມມະການ 29:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 4:11

ປະຖົມມະການ 29:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:41

ປະຖົມມະການ 29:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:26; ຮຊອ 12:12

ປະຖົມມະການ 29:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 16:1, 2; 30:9; 46:18

ປະຖົມມະການ 29:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:7, 42

ປະຖົມມະການ 29:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:41

ປະຖົມມະການ 29:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:1, 3; 35:22

ປະຖົມມະການ 29:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 12:12

ປະຖົມມະການ 29:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:15; ນຣ 4:11
  • +ປຖກ 30:22

ປະຖົມມະການ 29:32

ໄຂເງື່ອນ

  • *

    ແປ​ວ່າ “ເບິ່ງ​ແມ້​ລູກ​ຊາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 35:22; 37:22; 49:3, 4; ອພຍ 6:14; 1ຂຄ 5:1
  • +ປຖກ 30:20; 1ຊມ 1:5, 6; ລກ 1:24, 25

ປະຖົມມະການ 29:33

ໄຂເງື່ອນ

  • *

    ແປ​ວ່າ “ໄດ້​ຍິນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 34:25; 49:5; 1ຂຄ 4:24

ປະຖົມມະການ 29:34

ໄຂເງື່ອນ

  • *

    ແປ​ວ່າ “ຄວາມ​ຜູກພັນ; ໃກ້ຊິດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 34:25; 49:5; ອພຍ 6:16; ຈຊບ 3:12; 1ຂຄ 6:1

ປະຖົມມະການ 29:35

ໄຂເງື່ອນ

  • *

    ແປ​ວ່າ “ໄດ້​ຮັບ​ການ​ສັນລະເສີນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 35:23; 37:26; 44:18; 49:8; 1ຂຄ 2:3; ພນມ 5:5

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 29:4ປຖກ 27:42, 43; ກຈກ 7:2
ປຖກ. 29:5ປຖກ 24:29
ປຖກ. 29:5ປຖກ 24:24; 31:53
ປຖກ. 29:6ປຖກ 46:19; ນຣ 4:11
ປຖກ. 29:13ປຖກ 24:29
ປຖກ. 29:15ປຖກ 28:5
ປຖກ. 29:15ປຖກ 30:27, 28; 31:7
ປຖກ. 29:16ນຣ 4:11
ປຖກ. 29:18ປຖກ 31:41
ປຖກ. 29:20ປຖກ 30:26; ຮຊອ 12:12
ປຖກ. 29:24ປຖກ 16:1, 2; 30:9; 46:18
ປຖກ. 29:25ປຖກ 31:7, 42
ປຖກ. 29:27ປຖກ 31:41
ປຖກ. 29:29ປຖກ 30:1, 3; 35:22
ປຖກ. 29:30ຮຊອ 12:12
ປຖກ. 29:31ປຖກ 46:15; ນຣ 4:11
ປຖກ. 29:31ປຖກ 30:22
ປຖກ. 29:32ປຖກ 35:22; 37:22; 49:3, 4; ອພຍ 6:14; 1ຂຄ 5:1
ປຖກ. 29:32ປຖກ 30:20; 1ຊມ 1:5, 6; ລກ 1:24, 25
ປຖກ. 29:33ປຖກ 34:25; 49:5; 1ຂຄ 4:24
ປຖກ. 29:34ປຖກ 34:25; 49:5; ອພຍ 6:16; ຈຊບ 3:12; 1ຂຄ 6:1
ປຖກ. 29:35ປຖກ 35:23; 37:26; 44:18; 49:8; 1ຂຄ 2:3; ພນມ 5:5
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 29:1-35

ປະຖົມມະການ

29 ຢາໂຄບ​ເດີນ​ທາງ​ຕໍ່​ໄປ ໄປ​ທາງ​ທິດ​ຕາເວັນ​ອອກ 2 ແລ້ວ​ລາວ​ກໍ​ມາ​ຮອດ​ທົ່ງ​ນາ​ບ່ອນ​ໜຶ່ງ​ທີ່​ມີ​ນ້ຳ​ສ້າງ. ຕອນ​ນັ້ນ​ມີ​ຝູງ​ແກະ 3 ຝູງ​ຢູ່​ໃກ້​ນ້ຳ​ສ້າງ ຍ້ອນ​ວ່າ​ປົກກະຕິ​ຄົນ​ລ້ຽງ​ແກະ​ຈະ​ພາ​ແກະ​ມາ​ກິນ​ນ້ຳ​ຢູ່​ບ່ອນ​ນັ້ນ. ນ້ຳ​ສ້າງ​ນັ້ນ​ມີ​ຫີນ​ກ້ອນ​ໃຫຍ່​ອັດ​ໄວ້. 3 ເມື່ອ​ຕ້ອນ​ຝູງ​ແກະ​ມາ​ລວມ​ກັນ​ທັງ​ໝົດ​ແລ້ວ ຄົນ​ລ້ຽງ​ແກະ​ກໍ​ຈະເປີດຝາ​ນ້ຳ​ສ້າງ​ອອກ​ແລ້ວ​ເອົາ​ນ້ຳ​ໃຫ້​ແກະ​ກິນ. ຫຼັງ​ຈາກ​ນັ້ນ​ຈຶ່ງ​ອັດ​ຝາ​ນ້ຳ​ສ້າງ​ໄວ້​ຄືນ.

4 ຢາໂຄບ​ຖາມ​ຄົນ​ລ້ຽງ​ແກະ​ຢູ່​ຫັ້ນ​ວ່າ: “ຂໍ​ໂທດ​ເດີ້​ອ້າຍ ພວກ​ເຈົ້າມາ​ແຕ່​ໃສ?” ເຂົາ​ເຈົ້າ​ຕອບ​ວ່າ: “ພວກ​ເຮົາ​ມາ​ຈາກ​ຮາຣານ.”+ 5 ຢາໂຄບ​ຖາມ​ອີ​ກວ່າ: “ຮູ້ຈັກ​ຄົນ​ທີ່​ຊື່​ລາບານ+​ຫຼານ​ຂອງ​ນາໂຮ​ບໍ?”+ ເຂົາ​ເຈົ້າ​ຕອບ​ວ່າ: “ຮູ້ຈັກ​ຕົ໋ວ.” 6 ຢາໂຄບ​ຖາມ​ວ່າ: “ລາວ​ສະບາຍ​ດີ​ບໍ?” ເຂົາ​ເຈົ້າ​ຕອບ​ວ່າ: “ລາວ​ສະບາຍ​ດີ. ຫັ້ນ​ເດ້​! ຣາເຄນ+ລູກ​ສາວ​ຂອງ​ລາວ​ກຳລັງ​ຕ້ອນ​ຝູງ​ແກະ​ມາ.” 7 ຢາໂຄບ​ເວົ້າ​ວ່າ: “ຕອນ​ນີ້​ມັນ​ກະ​ຍັງ​ເວັນ​ຢູ່ ຍັງ​ບໍ່​ທັນ​ຮອດຍາມທີ່​ຈະ​ແຍກ​ຝູງ​ແກະ​ກັບ​ເມືອ​ເທື່ອ ຄື​ບໍ່​ພາ​ແກະ​ໄປ​ກິນ​ນ້ຳ ແລະ​ປ່ອຍ​ໃຫ້​ພວກ​ມັນ​ໄປ​ກິນ​ຫຍ້າ?” 8 ເຂົາ​ເຈົ້າ​ເລີຍ​ຕອບ​ວ່າ: “ພວກ​ເຮົາ​ໄດ້​ຮັບ​ຄຳ​ສັ່ງ​ວ່າ​ຕ້ອງ​ຕ້ອນ​ຝູງ​ແກະ​ໃຫ້​ມາ​ລວມ​ກັນ​ທັງ​ໝົດ​ກ່ອນ ແລ້ວ​ຄ່ອຍເປີດຝາ​ນ້ຳ​ສ້າງ​ອອກ​ແລະ​ເອົາ​ນ້ຳ​ໃຫ້​ແກະ​ກິນ.”

9 ຕອນ​ທີ່​ຍັງ​ລົມ​ກັນ​ຢູ່​ຣາເຄນ​ກໍ​ພາ​ຝູງ​ແກະ​ຂອງ​ພໍ່​ມາ​ຮອດ​ພໍ​ດີ. 10 ເມື່ອ​ຢາໂຄບ​ເຫັນ​ຣາເຄນ​ລູກ​ຂອງ​ລາບານ​ທີ່​ເປັນ​ລຸງ​ທາງ​ແມ່ ຢາໂຄບ​ກໍ​ໄປ​ເອົາ​ກ້ອນ​ຫີນ​ທີ່​ອັດ​ນ້ຳ​ສ້າງອອກ​ທັນທີ ແລະ​ເອົາ​ນ້ຳ​ໃຫ້​ແກະ​ກິນ. 11 ຫຼັງ​ຈາກ​ນັ້ນ ຢາໂຄບ​ກໍ​ຈູບ*ຣາເຄນ​ແລະ​ຮ້ອງໄຫ້​ດີ​ໃຈ. 12 ຢາໂຄບ​ອະທິບາຍ​ໃຫ້​ຣາເຄນ​ຟັງ​ວ່າ​ລາວ​ເປັນ​ພີ່ນ້ອງ​ທາງ​ພໍ່​ຂອງ​ຣາເຄນ ແລະ​ເປັນ​ລູກ​ຊາຍ​ຂອງ​ເຣເບກາ. ແລ້ວ​ຣາເຄນ​ກໍ​ແລ່ນ​ເມືອ​ບອກ​ພໍ່.

13 ເມື່ອ​ລາບານ+ໄດ້​ຍິນ​ເລື່ອງ​ຂອງຢາໂຄບ​ຫຼານ​ຊາຍຂອງ​ລາວ. ລາວ​ກໍ​ແລ່ນ​ອອກ​ໄປ​ຫາ​ຫຼານ. ລາວ​ກອດ​ແລະ​ຈູບ​ຢາໂຄບ​ແລ້ວ​ກໍ​ພາ​ມາ​ເຮືອນ. ຢາໂຄບ​ເລົ່າ​ທຸກ​ຢ່າງ​ໃຫ້​ລາບານ​ຟັງ. 14 ລາບານ​ບອກ​ລາວ​ວ່າ: “ແມ່ນ​ໆ​ ເຮົາ​ເປັນ​ພີ່ນ້ອງ​ກັນ​ແທ້​ໆ​.”* ຢາໂຄບ​ກໍ​ເລີຍ​ຢູ່​ກັບ​ລາບານ 1 ເດືອນ.

15 ລາບານ​ເວົ້າ​ກັບ​ຢາໂຄບ​ວ່າ: “ເຖິງ​ວ່າ​ເຮົາ​ຈະ​ເປັນ​ພີ່ນ້ອງ​ກັນ+ ແຕ່​ຫຼານ​ຊິ​ມາ​ເຮັດ​ວຽກ​ໃຫ້ລຸງ​ລ້າ​ໆ​ມັນ​ກະ​ບໍ່​ຄື. ຫຼານ​ຢາກ​ໄດ້​ຫຍັງ​ເປັນ​ຄ່າ​ຈ້າງ​ກໍ​ບອກ​ເລີຍ.”+ 16 ລາບານ​ມີ​ລູກ​ສາວ 2 ຄົນ ຜູ້​ທຳອິດ​ຊື່​ເລອາ ແລະ​ຜູ້​ທີ 2 ຊື່​ຣາເຄນ.+ 17 ເລອາ​ມີ​ຕາ​ບໍ່​ງາມ ແຕ່​ຣາເຄນ​ເປັນ​ຄົນ​ງາມ​ຫຼາຍ​ແທ້​ໆ​. 18 ຢາໂຄບ​ຫຼົງ​ຮັກ​ຣາເຄນ ລາວ​ກໍ​ເລີຍ​ບອກ​ລາບານ​ວ່າ: “ຖ້າ​ຫຼານ​ເຮັດ​ວຽກ​ໃຫ້​ລຸງ 7 ປີ ລຸງ​ຍົກ​ຣາເຄນ​ໃຫ້​ເປັນ​ເມຍ​ຫຼານ​ໄດ້​ບໍ?”+ 19 ລາບານ​ຕອບ​ວ່າ: “ໄດ້ ລຸງຍົກຣາເຄນ​ໃຫ້​ຫຼານ​ກໍ​ດີ​ກວ່າ​ຍົກ​ໃຫ້​ຄົນ​ອື່ນ. ໃຫ້​ຫຼານ​ຢູ່​ກັບ​ລຸງ​ຕໍ່​ໄປ​ເດີ້.” 20 ຢາໂຄບ​ເຮັດ​ວຽກ​ໃຫ້​ລາບານ 7 ປີ​ເພື່ອ​ຈະ​ໄດ້​ຣາເຄນ​ເປັນ​ເມຍ.+ ແຕ່​ສຳລັບ​ຢາໂຄບ​ແລ້ວ 7 ປີ​ນັ້ນ​ເປັນ​ຄື​ກັບ​ບໍ່​ເທົ່າ​ໃດ​ມື້ ຍ້ອນ​ລາວ​ຮັກ​ຣາເຄນ​ຫຼາຍ.

21 ແລ້ວ​ຢາໂຄບ​ກໍ​ເວົ້າ​ກັບ​ລາບານ​ວ່າ: “ຫຼານ​ເຮັດ​ວຽກ​ຄົບ​ຕາມ​ເວລາ​ທີ່​ຕົກ​ລົງ​ກັນ​ແລ້ວ ຂໍ​ລຸງ​ຍົກ​ລູກ​ສາວ​ໃຫ້​ເປັນ​ເມຍ​ຫຼານ​ເດີ້.” 22 ລາບານ​ກໍ​ເລີຍ​ຈັດ​ງານ​ດອງ​ໃຫ້​ແລະ​ເຊີນ​ທຸກ​ຄົນ​ມາ. 23 ແຕ່​ເມື່ອ​ຮອດ​ຕອນ​ກາງຄືນ ລາບານ​ພັດ​ໃຫ້​ເລອາ​ລູກ​ສາວ​ອີ​ກ​ຄົນ​ໜຶ່ງ​ໄປ​ນອນ​ນຳ​ຢາໂຄບ​ແທນ. 24 (ລາບານ​ເອົາ​ຄົນ​ຮັບ​ໃຊ້​ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ຊີ​ລະ​ປາ​ໃຫ້​ເລອາ.)+ 25 ເມື່ອ​ຕື່ນ​ຂຶ້ນ​ມາ​ຕອນ​ເຊົ້າ ຢາໂຄບ​ກໍ​ເຫັນ​ວ່າ​ຄົນ​ທີ່​ນອນ​ທາງ​ຂ້າງ​ລາວ​ແມ່ນ​ເລອາ. ລາວ​ກໍ​ເລີຍ​ໄປ​ເວົ້າ​ກັບ​ລາບານ​ວ່າ: “ລຸງ​ຄື​ເຮັດ​ຈັ່ງ​ຊີ້ ຫຼານ​ເຮັດ​ວຽກ​ໃຫ້​ລຸງ​ເພື່ອ​ຈະ​ໄດ້​ຣາເຄນ​ບໍ່​ແມ່ນຫວາ? ເປັນ​ຫຍັງ​ລຸງ​ຄື​ຕົວະ​ຫຼານ?”+ 26 ລາບານ​ຕອບ​ວ່າ: “ຄົນ​ຢູ່​ແຖວ​ນີ້​ບໍ່​ໄດ້​ໃຫ້​ນ້ອງ​ແຕ່ງ​ດອງ​ກ່ອນ​ເອື້ອຍ. 27 ໃຫ້​ຫຼານ​ສະຫຼອງ​ງານ​ແຕ່ງ​ດອງ​ກັບ​ເລອາ​ໃຫ້​ຄົບ 1 ອາທິດ​ກ່ອນ. ຫຼັງ​ຈາກ​ນັ້ນ ລຸງ​ຈະ​ຍົກ​ລູກ​ສາວ​ອີ​ກ​ຄົນ​ໜຶ່ງ​ໃຫ້. ແຕ່​ຫຼານ​ຕ້ອງ​ເຮັດ​ວຽກ​ໃຫ້​ລຸງ​ຕື່ມ​ອີ​ກ 7 ປີ.”+ 28 ຢາໂຄບ​ເຮັດ​ຕາມ​ນັ້ນ​ແລະ​ສະຫຼອງ​ງານ​ແຕ່ງ​ດອງ​ກັບ​ເລອາ​ຈົນ​ຄົບ 1 ອາທິດ. ຫຼັງ​ຈາກ​ນັ້ນ ລາບານ​ກໍ​ຍົກ​ຣາເຄນ​ໃຫ້​ເປັນ​ເມຍ​ຂອງ​ຢາໂຄບ. 29 ລາບານ​ເອົາ​ຄົນ​ຮັບໃຊ້​ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ບິນຮາ+​ໃຫ້​ຣາເຄນ.

30 ຢາໂຄບ​ນອນ​ນຳ​ຣາເຄນ​ຄື​ກັນ. ລາວ​ຮັກ​ຣາເຄນ​ຫຼາຍ​ກວ່າ​ເລອາ. ແລ້ວ​ລາວ​ກໍ​ເຮັດ​ວຽກ​ໃຫ້​ລາບານ​ຕື່ມ​ອີ​ກ 7 ປີ.+ 31 ເມື່ອ​ພະ​ເຢໂຫວາ​ເຫັນ​ວ່າ​ຢາໂຄບ​ບໍ່​ຮັກ​ເລອາ ເພິ່ນ​ຈຶ່ງ​ເຮັດ​ໃຫ້​ເລອາ​ຖື​ພາ+ ແຕ່​ໃຫ້​ຣາເຄນ​ເປັນ​ໝັນ.+ 32 ເລອາ​ຈຶ່ງ​ຖື​ພາ​ແລະ​ເກີດ​ລູກ​ຊາຍ. ລາວ​ຕັ້ງ​ຊື່​ໃຫ້​ລູກ​ວ່າ​ຣູເບັນ.*+ ລາວ​ບອກ​ວ່າ: “ພະ​ເຢໂຫວາ​ເຫັນ​ຂ້ອຍ​ມີ​ຄວາມທຸກ​ຫຼາຍ+ ເພິ່ນ​ກໍ​ເລີຍ​ໃຫ້​ຂ້ອຍ​ມີ​ລູກ ຜົວ​ຊິ​ໄດ້​ຮັກ​ຂ້ອຍ​ແດ່.” 33 ຕໍ່ມາ ເລອາ​ຖື​ພາ​ອີ​ກ​ແລະ​ເກີດ​ລູກ​ຊາຍ ລາວ​ຈຶ່ງ​ເວົ້າ​ວ່າ: “ເພາະ​ພະ​ເຢໂຫວາ​ຟັງ​ຂ້ອຍ​ແລະ​ເຫັນ​ວ່າ​ຜົວ​ບໍ່​ໄດ້​ຮັກ​ຂ້ອຍ ເພິ່ນ​ກໍ​ເລີຍ​ໃຫ້​ລູກ​ຄົນ​ນີ້​ກັບ​ຂ້ອຍ​ອີ​ກ.” ລາວ​ຕັ້ງ​ຊື່​ໃຫ້​ລູກ​ຄົນ​ນີ້​ວ່າ​ຊີເມໂອນ.*+ 34 ແລ້ວ​ເລອາ​ກໍ​ຖື​ພາ​ອີ​ກ​ແລະ​ເກີດ​ລູກ​ຊາຍ​ຄົນ​ໜຶ່ງ ລາວ​ຈຶ່ງ​ເວົ້າ​ວ່າ: “ຕອນ​ນີ້​ຜົວ​ກະ​ຊິ​ຢູ່​ກັບ​ຂ້ອຍ​ຫຼາຍ​ຂຶ້ນ ເພາະ​ຂ້ອຍ​ເກີດ​ລູກ​ຊາຍ 3 ຄົນ​ໃຫ້​ລາວ​ແລ້ວ.” ລູກ​ຜູ້​ນີ້​ຈຶ່ງ​ໄດ້​ຊື່​ວ່າ​ເລວີ.*+ 35 ຕໍ່ມາ ລາວ​ຖື​ພາ​ແລະ​ເກີດ​ລູກ​ຊາຍ​ອີ​ກ​ຄົນ​ໜຶ່ງ ລາວ​ເລີຍ​ເວົ້າ​ວ່າ: “ເທື່ອ​ນີ້​ຂ້ອຍ​ຊິ​ສັນລະເສີນ​ພະ​ເຢໂຫວາ.” ລາວ​ຕັ້ງ​ຊື່​ໃຫ້​ລູກ​ວ່າ​ຢູດາ.*+ ຫຼັງ​ຈາກ​ນັ້ນ ລາວ​ກໍ​ບໍ່​ມີ​ລູກ​ອີ​ກ​ໄລຍະ​ໜຶ່ງ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌