ໂຢບ
38 ແລ້ວພະເຢໂຫວາກໍຕອບໂຢບຈາກພາຍຸວ່າ:+
2 “ຜູ້ໃດເວົ້າບິດເບືອນຄຳແນະນຳຂອງເຮົາ
ແລະເວົ້າທັງໆທີ່ບໍ່ຮູ້ຈັກຫຍັງ?+
3 ກຽມໂຕໃຫ້ພ້ອມ ໃຫ້ສົມກັບເປັນລູກຜູ້ຊາຍ.
ເຮົາຈະຖາມເຈົ້າແລະໃຫ້ເຈົ້າຕອບເຮົາ.
4 ເຈົ້າຢູ່ໃສຕອນທີ່ເຮົາວາງຖານຂອງໂລກ?+
ຖ້າເຈົ້າຮູ້ເລື່ອງນີ້ກໍເວົ້າມາໂລດ.
5 ເຈົ້າຮູ້ບໍວ່າຜູ້ໃດເປັນຜູ້ກຳນົດວ່າໜ່ວຍໂລກຈະໃຫຍ່ສ່ຳໃດ
ຫຼືຜູ້ໃດເປັນຜູ້ແທກລວງກວ້າງຂອງມັນ?
6 ເສົາຂອງໂລກຕັ້ງຢູ່ໃສ
ແລະໃຜເປັນຜູ້ວາງຫີນກ້ອນທຳອິດຂອງໂລກ?+
7 ເຈົ້າຢູ່ໃສຕອນທີ່ດາວຕ່າງໆ*+ໂຫ່ຮ້ອງດີໃຈ
ແລະຕອນທີ່ລູກຂອງພະເຈົ້າ*+ທັງໝົດພາກັນໂຫ່ຮ້ອງຊົມເຊີຍ?
8 ຕອນທີ່ນ້ຳທະເລໄຫຼອອກມາຈາກແຫຼ່ງຂອງມັນ
ຜູ້ໃດເອົາປະຕູມາກັ້ນມັນໄວ້?+
9 ຕອນທີ່ເຮົາເອົາຂີ້ເຝື້ອມາປົກມັນໄວ້
ແລະເອົາຂີ້ເຝື້ອທີ່ຕຶບໜາມາຫໍ່ມັນໄວ້
10 ຕອນທີ່ເຮົາກຳນົດຂອບເຂດໃຫ້ມັນ
ແລະເອົາປະຕູກັບກອນມາໃສ່ໃຫ້ມັນ+
11 ແລະຕອນທີ່ເຮົາບອກມັນວ່າ ‘ເຈົ້າມາຮອດໄດ້ແຕ່ສ່ຳນີ້ ຫ້າມໄປໄກກວ່ານີ້ເດີ້!
ຄື້ນໃຫຍ່ໆຂອງເຈົ້າກໍໃຫ້ຢຸດຢູ່ສ່ຳນີ້ເດີ້!’ ຕອນນັ້ນເຈົ້າຢູ່ໃສ?+
12 ເຈົ້າເປັນຄົນສັ່ງໃຫ້ມີຕອນເຊົ້າ
ແລະເປັນຜູ້ບອກແສງຕອນເຊົ້າວ່າມັນຕ້ອງຂຶ້ນທາງໃດບໍ?+
13 ເຈົ້າເປັນຄົນເຮັດໃຫ້ແສງຕອນເຊົ້າສ່ອງໄປຮອດທຸກຈອກທຸກແຈຂອງໂລກ
ແລະຂັບໄລ່ຄົນຊົ່ວອອກໄປບໍ?+
14 ແສງນັ້ນປ່ຽນໜ້າຕາຂອງໜ່ວຍໂລກຄືກັບກາຈ້ຳ*ປ່ຽນໜ້າຕາຂອງດິນດາກ
ແລະເຮັດໃຫ້ເຫັນທຸກສິ່ງແຈ້ງຂຶ້ນຄືກັບລາຍຜ້າທີ່ມີສີງາມໆ.
15 ແຕ່ແສງຂອງພວກຄົນຊົ່ວກໍໝົດໄປ
ແລະແຂນຂອງພວກເຂົາທີ່ເຄີຍຍົກໄດ້ກໍຖືກຫັກ.
16 ເຈົ້າເຄີຍລົງໄປບ່ອນທີ່ເປັນແຫຼ່ງຂອງນ້ຳທະເລບໍ?
ຫຼືເຈົ້າເຄີຍສຳຫຼວດບ່ອນເລິກໆຂອງມັນບໍ?+
18 ເຈົ້າເຄີຍຮູ້ບໍວ່າໜ່ວຍໂລກມັນໃຫຍ່ສ່ຳໃດ?+
ບອກເຮົາມາເບິ່ງດຸ ຖ້າເຈົ້າຮູ້ທັງໝົດນີ້.
19 ແສງສະຫວ່າງມັນຢູ່ໃສແທ້ໆ+
ແລະຄວາມມືດມັນຢູ່ບ່ອນໃດແທ້ໆ?
20 ເຈົ້າເປັນຜູ້ພາພວກມັນໄປບ່ອນທີ່ພວກມັນຢູ່ບໍ?
ເຈົ້າຮູ້ຈັກທາງໄປເຮືອນຂອງພວກມັນບໍ?
21 ຕອນທີ່ເຮົາສ້າງທຸກຢ່າງໃນໂລກນີ້ ເຈົ້າເກີດແລ້ວ ເຈົ້າກໍເລີຍຮູ້ທຸກຢ່າງແມ່ນບໍ?
ຕອນນີ້ເຈົ້າອາຍຸຫຼາຍແລ້ວຊັ້ນເບາະ?
22 ເຈົ້າເຄີຍເຂົ້າໄປບ່ອນມ້ຽນຫິມະ+
ຫຼືເຄີຍເຫັນບ່ອນມ້ຽນໝາກເຫັບບໍ?+
23 ເຮົາມ້ຽນພວກມັນໄວ້ໃຊ້ສຳລັບວັນແຫ່ງຄວາມທຸກລຳບາກ
ແລະສຳລັບມື້ທີ່ເຮັດສົງຄາມ.+
25 ໃຜເຈາະຮ່ອງໃຫ້ນ້ຳໄຫຼອອກມາຈາກຟ້າ
ແລະສັ່ງພາຍຸວ່າມັນຕ້ອງໄປທາງໃດ+
26 ເພື່ອໃຫ້ຝົນຕົກໃນບ່ອນທີ່ບໍ່ມີຄົນຢູ່
ແລະຕົກໃສ່ບ່ອນກັນດານທີ່ບໍ່ມີຜູ້ໃດຢູ່ເລີຍ?+
27 ໃຜເຮັດໃຫ້ດິນທີ່ຮ້າງເປົ່າຊຸ່ມຊື່ນຂຶ້ນ
ແລະມີຫຍ້າປົ່ງຂຶ້ນມາໄດ້?+
29 ໃຜເປັນແມ່ຂອງນ້ຳກ້ອນ
ແລະໃຜເຮັດໃຫ້ຫິມະຕົກລົງມາຈາກຟ້າ?+
30 ໃຜເຮັດໃຫ້ໜ້າຂອງນ້ຳແຂງໄດ້ຄືກັບຫີນ
ແລະໃຜເຮັດໃຫ້ບ່ອນທີ່ເລິກໆກາຍເປັນນ້ຳກ້ອນ?+
31 ເຈົ້າເອົາເຊືອກມັດກຸ່ມດາວຄີມາ*ໄດ້ບໍ?
32 ເຈົ້າພາກຸ່ມດາວ*ອອກໄປຕາມເວລາຂອງພວກມັນໄດ້ບໍ?
ຫຼືເຈົ້ານຳທາງກຸ່ມດາວອາດຊ໌*ພ້ອມກັບລູກຂອງມັນໄດ້ບໍ?
33 ເຈົ້າຮູ້ຈັກກົດຕ່າງໆທີ່ຄວບຄຸມທ້ອງຟ້າບໍ+
ແລະສັ່ງກົດເຫຼົ່ານັ້ນໃຫ້ຄວບຄຸມໂລກໄດ້ບໍ?
34 ເຈົ້າສັ່ງຂີ້ເຝື້ອ
ໃຫ້ມີຝົນຕົກລົງມາແຮງໆໃສ່ເຈົ້າໄດ້ບໍ?+
35 ເຈົ້າສົ່ງສາຍຟ້າອອກໄປໄດ້ບໍ?
ແລ້ວພວກມັນຈະກັບມາແລະບອກເຈົ້າວ່າ ‘ພວກເຮົາເຮັດແລ້ວລະເດີ້!’ ຈັ່ງຊັ້ນເບາະ?
37 ໃຜຈະສະຫຼາດພໍຈົນນັບຂີ້ເຝື້ອໄດ້?
ໃຜຈະເທນ້ຳລົງມາຈາກຟ້າໄດ້?+
38 ໃຜຈະເຮັດໃຫ້ດິນກາຍເປັນຂີ້ຕົມ
ແລະຈັບກັນເປັນກ້ອນໆໄດ້?
39 ເຈົ້າຈະຫາເຫຍື່ອມາໃຫ້ໂຕສິງກິນ
ຫຼືຈະເກືອສິງນ້ອຍຈົນອີ່ມໄດ້ບໍ?+
40 ຕອນທີ່ພວກມັນລີ້ຢູ່ບ່ອນຂອງພວກມັນ
ຫຼືຕອນທີ່ພວກມັນໝູບຖ້າໂຈມຕີ ເຈົ້າຈະເກືອພວກມັນໄດ້ບໍ?
41 ຕອນທີ່ກາໂຕນ້ອຍໆບໍ່ມີອາຫານກິນ+
ພວກມັນໄດ້ຮ້ອງໃຫ້ພະເຈົ້າຊ່ວຍ
ແລ້ວໃຜເອົາອາຫານໃຫ້ພໍ່ແມ່ຂອງມັນເພື່ອເອົາມາໃຫ້ພວກມັນກິນ?”