ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 26
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມັດທາຍ

      • ພວກ​ປະໂລຫິດ​ວາງ​ແຜນ​ຂ້າ​ພະ​ເຢຊູ (1-5)

      • ເທ​ນ້ຳມັນ​ຫອມ​ໃສ່​ພະ​ເຢຊູ (6-13)

      • ປັດສະຄາ​ເທື່ອ​ສຸດທ້າຍ​ແລະ​ການ​ທໍລະຍົດ (14-25)

      • ກິນ​ອາຫານ​ແລງ​ຂອງ​ພະຄລິດ​ເທື່ອ​ທຳອິດ (26-30)

      • ພະ​ເຢຊູ​ບອກ​ວ່າ​ເປໂຕ​ຈະ​ປະຕິເສດ​ເພິ່ນ (31-35)

      • ພະ​ເຢຊູ​ອະທິດຖານ​ໃນ​ສວນ​ເຄັດເຊມາເນ (36-46)

      • ພະ​ເຢຊູ​ຖືກ​ຈັບ (47-56)

      • ພິຈາລະນາ​ຄະດີ​ໃນ​ສານ​ຊັນເຮດຣິນ (57-68)

      • ເປໂຕ​ປະຕິເສດ​ພະ​ເຢຊູ (69-75)

ມັດທາຍ 26:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:14; ມຣກ 14:1, 2; ລກ 22:1, 2; ຢຮ 13:1
  • +ມທ 16:21; 20:18, 19; 27:26; ມຣກ 15:15; ຢຮ 19:16

ມັດທາຍ 26:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 26:57; ລກ 3:2; ຢຮ 11:49; 18:13, 24

ມັດທາຍ 26:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 2:2

ມັດທາຍ 26:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:3-9; ຢຮ 12:1-8

ມັດທາຍ 26:7

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຂວດ​ອະລາບາສ໌ເຕີ”

ມັດທາຍ 26:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 15:11
  • +ມຣກ 14:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/6/2015, ໜ້າ 5

ມັດທາຍ 26:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:8; ຢຮ 12:7

ມັດທາຍ 26:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2017, ໜ້າ 5

ມັດທາຍ 26:14

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:2, 4; ຢຮ 13:2
  • +ມຣກ 14:10, 11; ລກ 22:3-6

ມັດທາຍ 26:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 11:57
  • +ອພຍ 21:32; ຊຄຢ 11:12; ມທ 27:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 15

ມັດທາຍ 26:17

ໄຂເງື່ອນ

  • *

    ຫຼື “ໃນ​ມື້​ກ່ອນ​ມື້​ທຳອິດ.” ໃນ​ສະໄໝ​ຂອງ​ພະ​ເຢຊູ ວັນ​ປັດສະຄາ (14 ນີຊານ) ມັກ​ຈະ​ຖື​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ (15-21 ນີຊານ).

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:18; 23:15; ລກ 22:1
  • +ມຣກ 14:12-16; ລກ 22:7-13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    4/2018, ໜ້າ 2

ມັດທາຍ 26:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:6
  • +ມຣກ 14:17-21; ລກ 22:14

ມັດທາຍ 26:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 22:21-23; ຢຮ 6:70; 13:21, 22

ມັດທາຍ 26:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 41:9; ມຣກ 14:20; ລກ 22:21; ຢຮ 13:26

ມັດທາຍ 26:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 27:25; ລກ 22:22; ຢຮ 17:12
  • +ມຣກ 14:21

ມັດທາຍ 26:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 10:16
  • +ມຣກ 14:22; ລກ 22:19; 1ກຣ 11:23-26

ມັດທາຍ 26:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:23; ລກ 22:20

ມັດທາຍ 26:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 10:16
  • +ອພຍ 24:8; ຢຣມ 31:31; ຮຣ 7:22
  • +ມທ 20:28; ມຣກ 14:24
  • +ອຟຊ 1:7; ຮຣ 9:20, 22

ມັດທາຍ 26:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:25; ລກ 22:18

ມັດທາຍ 26:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 22:39; ຢຮ 18:1

ມັດທາຍ 26:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 13:7; ມຣກ 14:27, 28; ຢຮ 16:32

ມັດທາຍ 26:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 28:7, 16

ມັດທາຍ 26:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:29-31

ມັດທາຍ 26:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:30; ລກ 22:34; ຢຮ 13:38

ມັດທາຍ 26:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 22:33

ມັດທາຍ 26:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 18:1
  • +ມຣກ 14:32-36; ລກ 22:40

ມັດທາຍ 26:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 53:3

ມັດທາຍ 26:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:34

ມັດທາຍ 26:39

ໄຂເງື່ອນ

  • *

    ໝາຍເຖິງ​ການ​ທີ່​ພະເຈົ້າ​ຈະ​ຍອມ​ໃຫ້​ພະ​ເຢຊູ​ຖືກ​ຂ້າ​ໃນ​ຂໍ້​ກ່າວຫາ​ຕົວະ​ທີ່​ວ່າ​ເພິ່ນ​ໝິ່ນ​ປະໝາດ​ພະເຈົ້າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 5:7
  • +ມທ 20:22; ຢຮ 18:11
  • +ມຣກ 14:36; ລກ 22:42; ຢຮ 5:30; 6:38; ຮຣ 10:9

ມັດທາຍ 26:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:37-42; ລກ 22:45

ມັດທາຍ 26:41

ໄຂເງື່ອນ

  • *

    ຫຼື “ໃຈ​ພ້ອມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 13:33; 1ປຕ 5:8; ພນມ 16:15
  • +ລກ 18:1; ຣມ 12:12; ອຟຊ 6:18; 1ປຕ 4:7
  • +ມທ 6:13; ລກ 22:46
  • +ມຣກ 14:38; ຣມ 7:23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2020, ໜ້າ 18

ມັດທາຍ 26:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 6:10; ຢຮ 12:27

ມັດທາຍ 26:46

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 43-45

ມັດທາຍ 26:47

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:43-47; ລກ 22:47-51; ຢຮ 18:3

ມັດທາຍ 26:50

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 41:9

ມັດທາຍ 26:51

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:47; ລກ 22:50; ຢຮ 18:10

ມັດທາຍ 26:52

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 18:11
  • +ປຖກ 9:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    6/2018, ໜ້າ 7-8

ມັດທາຍ 26:53

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 6:17; ດນອ 7:10; ມທ 4:11

ມັດທາຍ 26:55

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 19:47; ຢຮ 18:20
  • +ມຣກ 14:48, 49; ລກ 22:52, 53

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2020, ໜ້າ 31

ມັດທາຍ 26:56

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 22:16-18; ອຊຢ 53:1-12; ດນອ 9:26
  • +ຊຄຢ 13:7; ມຣກ 14:50; ຢຮ 16:32

ມັດທາຍ 26:57

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 18:13
  • +ມຣກ 14:53, 54; ລກ 22:54, 55

ມັດທາຍ 26:58

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 18:16

ມັດທາຍ 26:59

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:55-59

ມັດທາຍ 26:60

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 27:12; 35:11

ມັດທາຍ 26:61

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 27:39, 40; ຢຮ 2:19; ກຈກ 6:14

ມັດທາຍ 26:62

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:60-65

ມັດທາຍ 26:63

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 53:7; ກຈກ 8:32
  • +ລກ 22:67-71

ມັດທາຍ 26:64

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຈົ້າ​ເອງ​ເປັນ​ຜູ້​ເວົ້າ.” ນີ້​ແມ່ນ​ສຳນວນ​ທີ່​ໝາຍເຖິງ​ການ​ເຫັນດີ​ກັບ​ສິ່ງ​ທີ່​ຫາກໍ​ເວົ້າ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 7:13; ຢຮ 1:51
  • +ພສ 110:1; ລກ 22:69
  • +ມຣກ 14:62; ພນມ 1:7

ມັດທາຍ 26:66

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 24:16; ຢຮ 19:7

ມັດທາຍ 26:67

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 50:6
  • +ລກ 22:63, 64
  • +ອຊຢ 53:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 172

ມັດທາຍ 26:69

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 14:66-72; ລກ 22:54-62; ຢຮ 18:15-17

ມັດທາຍ 26:71

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 18:25-27

ມັດທາຍ 26:75

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 26:34; ມຣກ 14:30; ຢຮ 13:38

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມທ. 26:2ອພຍ 12:14; ມຣກ 14:1, 2; ລກ 22:1, 2; ຢຮ 13:1
ມທ. 26:2ມທ 16:21; 20:18, 19; 27:26; ມຣກ 15:15; ຢຮ 19:16
ມທ. 26:3ມທ 26:57; ລກ 3:2; ຢຮ 11:49; 18:13, 24
ມທ. 26:4ພສ 2:2
ມທ. 26:6ມຣກ 14:3-9; ຢຮ 12:1-8
ມທ. 26:11ພບຍ 15:11
ມທ. 26:11ມຣກ 14:7
ມທ. 26:12ມຣກ 14:8; ຢຮ 12:7
ມທ. 26:13ມຣກ 14:9
ມທ. 26:14ມທ 10:2, 4; ຢຮ 13:2
ມທ. 26:14ມຣກ 14:10, 11; ລກ 22:3-6
ມທ. 26:15ຢຮ 11:57
ມທ. 26:15ອພຍ 21:32; ຊຄຢ 11:12; ມທ 27:3
ມທ. 26:17ອພຍ 12:18; 23:15; ລກ 22:1
ມທ. 26:17ມຣກ 14:12-16; ລກ 22:7-13
ມທ. 26:20ພບຍ 16:6
ມທ. 26:20ມຣກ 14:17-21; ລກ 22:14
ມທ. 26:21ລກ 22:21-23; ຢຮ 6:70; 13:21, 22
ມທ. 26:23ພສ 41:9; ມຣກ 14:20; ລກ 22:21; ຢຮ 13:26
ມທ. 26:24ພບຍ 27:25; ລກ 22:22; ຢຮ 17:12
ມທ. 26:24ມຣກ 14:21
ມທ. 26:261ກຣ 10:16
ມທ. 26:26ມຣກ 14:22; ລກ 22:19; 1ກຣ 11:23-26
ມທ. 26:27ມຣກ 14:23; ລກ 22:20
ມທ. 26:281ກຣ 10:16
ມທ. 26:28ອພຍ 24:8; ຢຣມ 31:31; ຮຣ 7:22
ມທ. 26:28ມທ 20:28; ມຣກ 14:24
ມທ. 26:28ອຟຊ 1:7; ຮຣ 9:20, 22
ມທ. 26:29ມຣກ 14:25; ລກ 22:18
ມທ. 26:30ລກ 22:39; ຢຮ 18:1
ມທ. 26:31ຊຄຢ 13:7; ມຣກ 14:27, 28; ຢຮ 16:32
ມທ. 26:32ມທ 28:7, 16
ມທ. 26:33ມຣກ 14:29-31
ມທ. 26:34ມຣກ 14:30; ລກ 22:34; ຢຮ 13:38
ມທ. 26:35ລກ 22:33
ມທ. 26:36ຢຮ 18:1
ມທ. 26:36ມຣກ 14:32-36; ລກ 22:40
ມທ. 26:37ອຊຢ 53:3
ມທ. 26:38ມຣກ 14:34
ມທ. 26:39ຮຣ 5:7
ມທ. 26:39ມທ 20:22; ຢຮ 18:11
ມທ. 26:39ມຣກ 14:36; ລກ 22:42; ຢຮ 5:30; 6:38; ຮຣ 10:9
ມທ. 26:40ມຣກ 14:37-42; ລກ 22:45
ມທ. 26:41ມຣກ 13:33; 1ປຕ 5:8; ພນມ 16:15
ມທ. 26:41ລກ 18:1; ຣມ 12:12; ອຟຊ 6:18; 1ປຕ 4:7
ມທ. 26:41ມທ 6:13; ລກ 22:46
ມທ. 26:41ມຣກ 14:38; ຣມ 7:23
ມທ. 26:42ມທ 6:10; ຢຮ 12:27
ມທ. 26:47ມຣກ 14:43-47; ລກ 22:47-51; ຢຮ 18:3
ມທ. 26:50ພສ 41:9
ມທ. 26:51ມຣກ 14:47; ລກ 22:50; ຢຮ 18:10
ມທ. 26:52ຢຮ 18:11
ມທ. 26:52ປຖກ 9:6
ມທ. 26:532ກສ 6:17; ດນອ 7:10; ມທ 4:11
ມທ. 26:55ລກ 19:47; ຢຮ 18:20
ມທ. 26:55ມຣກ 14:48, 49; ລກ 22:52, 53
ມທ. 26:56ພສ 22:16-18; ອຊຢ 53:1-12; ດນອ 9:26
ມທ. 26:56ຊຄຢ 13:7; ມຣກ 14:50; ຢຮ 16:32
ມທ. 26:57ຢຮ 18:13
ມທ. 26:57ມຣກ 14:53, 54; ລກ 22:54, 55
ມທ. 26:58ຢຮ 18:16
ມທ. 26:59ມຣກ 14:55-59
ມທ. 26:60ພສ 27:12; 35:11
ມທ. 26:61ມທ 27:39, 40; ຢຮ 2:19; ກຈກ 6:14
ມທ. 26:62ມຣກ 14:60-65
ມທ. 26:63ອຊຢ 53:7; ກຈກ 8:32
ມທ. 26:63ລກ 22:67-71
ມທ. 26:64ດນອ 7:13; ຢຮ 1:51
ມທ. 26:64ພສ 110:1; ລກ 22:69
ມທ. 26:64ມຣກ 14:62; ພນມ 1:7
ມທ. 26:66ລລວ 24:16; ຢຮ 19:7
ມທ. 26:67ອຊຢ 50:6
ມທ. 26:67ລກ 22:63, 64
ມທ. 26:67ອຊຢ 53:3
ມທ. 26:69ມຣກ 14:66-72; ລກ 22:54-62; ຢຮ 18:15-17
ມທ. 26:71ຢຮ 18:25-27
ມທ. 26:75ມທ 26:34; ມຣກ 14:30; ຢຮ 13:38
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
  • 50
  • 51
  • 52
  • 53
  • 54
  • 55
  • 56
  • 57
  • 58
  • 59
  • 60
  • 61
  • 62
  • 63
  • 64
  • 65
  • 66
  • 67
  • 68
  • 69
  • 70
  • 71
  • 72
  • 73
  • 74
  • 75
ຄຳພີໄບເບິນສະບັບແປໂລກໃໝ່
ມັດທາຍ 26:1-75

ຂ່າວດີທີ່ຂຽນໂດຍມັດທາຍ

26 ຫຼັງ​ຈາກ​ເວົ້າ​ເລື່ອງ​ທັງໝົດ​ນີ້​ແລ້ວ ພະ​ເຢຊູ​ກໍ​ບອກ​ພວກ​ລູກສິດ​ວ່າ: 2 “ພວກ​ເຈົ້າ​ກະ​ຮູ້​ຢູ່​ວ່າ​ອີກ 2 ມື້​ຈະ​ແມ່ນ​ເທດສະການ​ປັດສະຄາ+ ແລະ​ລູກ​ມະນຸດ​ຈະ​ຖືກ​ມອບ​ໃຫ້​ສັດຕູ​ປະຫານ​ຢູ່​ເທິງ​ເສົາ.”+

3 ຕອນ​ນັ້ນ ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຜູ້​ນຳ​ຄົນ​ຢິວ​ມາ​ປະຊຸມ​ກັນ​ຢູ່​ເດີ່ນ​ບ້ານ​ຂອງ​ປະໂລຫິດ​ໃຫຍ່​ຊື່​ກາຢະຟາ.+ 4 ເຂົາເຈົ້າ​ວາງ​ແຜນ​ຊົ່ວ+​ເພື່ອ​ຈະ​ຈັບ​ພະ​ເຢຊູ​ໄປ​ຂ້າ. 5 ແຕ່​ເຂົາເຈົ້າ​ພາກັນ​ເວົ້າ​ວ່າ: “ຢ່າ​ຟ້າວ​ເຮັດ​ໃນ​ຍາມ​ເທດສະການ ຈັກ​ໜ້ອຍ​ຈະ​ເຮັດ​ໃຫ້​ປະຊາຊົນ​ວຸ່ນວາຍ.”

6 ຕອນ​ທີ່​ພະ​ເຢຊູ​ຢູ່​ບ້ານ​ເບັດທານີ ໃນ​ເຮືອນ​ຂອງ​ຊີໂມນ​ທີ່​ເຄີຍ​ເປັນ​ຂີ້ທູດ+ 7 ມີ​ຜູ້​ຍິງ​ຄົນ​ໜຶ່ງ​ຖື​ຂວດ*​ນ້ຳມັນ​ຫອມ​ລາຄາ​ແພງ​ເຂົ້າ​ມາ​ຫາ​ພະ​ເຢຊູ ແລ້ວ​ລາວ​ກໍ​ເທ​ນ້ຳມັນ​ຫອມ​ໃສ່​ຫົວ​ເພິ່ນ​ຕອນ​ທີ່​ເພິ່ນ​ກຳລັງ​ກິນ​ເຂົ້າ. 8 ເມື່ອ​ພວກ​ລູກສິດ​ເຫັນ​ແບບ​ນັ້ນ​ກໍ​ບໍ່​ພໍໃຈ​ແລະ​ພາກັນ​ເວົ້າ​ວ່າ: “ເປັນ​ຫຍັງ​ຄື​ເຮັດ​ຖິ້ມ​ເຮັດ​ເສຍ​ຈັ່ງ​ຊີ້? 9 ຖ້າ​ເອົາ​ໄປ​ຂາຍ​ຄື​ຊິ​ໄດ້​ເງິນ​ຫຼາຍ ແລ້ວ​ເອົາ​ເງິນ​ໄປ​ຊ່ວຍ​ຄົນ​ທຸກ​ກະ​ດີ​ກວ່າ.” 10 ພະ​ເຢຊູ​ຮູ້​ວ່າ​ເຂົາເຈົ້າ​ເວົ້າ​ຫຍັງ ເພິ່ນ​ຈຶ່ງ​ບອກ​ວ່າ: “ເປັນ​ຫຍັງ​ຈຶ່ງ​ເວົ້າ​ໃຫ້​ລາວ​ຈັ່ງຊັ້ນ? ລາວ​ເຮັດ​ແນວ​ທີ່​ດີ​ຕໍ່​ຂ້ອຍ. 11 ຄົນ​ທຸກ​ຈະ​ຢູ່​ກັບ​ພວກ​ເຈົ້າ​ຕະຫຼອດ+ ແຕ່​ຂ້ອຍ​ຈະ​ບໍ່​ໄດ້​ຢູ່​ກັບ​ພວກ​ເຈົ້າ​ຕະຫຼອດ.+ 12 ລາວ​ເທ​ນ້ຳມັນ​ຫອມ​ໃສ່​ຂ້ອຍ​ກໍ​ເພື່ອ​ກຽມ​ຮ່າງກາຍ​ຂອງ​ຂ້ອຍ​ໄວ້​ສຳລັບ​ການ​ຝັງ​ສົບ.+ 13 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຂ່າວດີ​ປະກາດ​ໄປ​ຮອດ​ບ່ອນ​ໃດ​ໃນ​ໂລກ ສິ່ງ​ທີ່​ຜູ້​ຍິງ​ຄົນ​ນີ້​ເຮັດ​ກໍ​ຈະ​ຮູ້​ໄປ​ຮອດ​ບ່ອນ​ນັ້ນ ແລະ​ຄົນ​ຈະ​ບໍ່​ລືມ​ລາວ.”+

14 ໃນ​ອັກຄະ​ສາວົກ* 12 ຄົນ ຜູ້​ທີ່​ຊື່​ຢູດາ​ອິສະກາຣີອົດ+​ໄດ້​ໄປ​ຫາ​ພວກ​ຫົວໜ້າ​ປະໂລຫິດ+ 15 ແລະ​ຖາມ​ວ່າ: “ຖ້າ​ຂ້ອຍ​ທໍລະຍົດ​ເຢຊູ​ເພື່ອ​ພວກ​ເຈົ້າ​ຈະ​ຈັບ​ລາວ​ໄດ້ ພວກ​ເຈົ້າ​ຊິ​ເອົາ​ຫຍັງ​ໃຫ້​ຂ້ອຍ?”+ ພວກ​ປະໂລຫິດ​ໃຫຍ່​ຕົກ​ລົງ​ວ່າ​ຈະ​ເອົາ​ຫຼຽນ​ເງິນ​ໃຫ້​ລາວ 30 ຫຼຽນ.+ 16 ຕັ້ງແຕ່​ນັ້ນ​ມາ ຢູດາ​ຈຶ່ງ​ຊອກ​ຫາ​ໂອກາດ​ທີ່​ເໝາະ​ເພື່ອ​ຈະ​ທໍລະຍົດ​ພະ​ເຢຊູ.

17 ໃນ​ມື້​ທຳອິດ*​ຂອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ+ ພວກ​ລູກສິດ​ມາ​ຖາມ​ພະ​ເຢຊູ​ວ່າ: “ທ່ານ​ຢາກ​ໃຫ້​ພວກ​ເຮົາ​ກຽມ​ປັດສະຄາ​ສຳລັບ​ທ່ານ​ຢູ່​ໃສ?”+ 18 ພະ​ເຢຊູ​ຕອບ​ວ່າ: “ເຂົ້າ​ໄປ​ໃນ​ເມືອງ ແລ້ວ​ພວກ​ເຈົ້າ​ຈະ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ. ໃຫ້​ບອກ​ລາວ​ວ່າ ‘ອາຈານ​ບອກ​ວ່າ “ເວລາ​ທີ່​ກຳນົດ​ໄວ້​ສຳລັບ​ຂ້ອຍ​ໃກ້​ຈະ​ຮອດ​ແລ້ວ ຂ້ອຍ​ຈະ​ສະຫຼອງ​ປັດສະຄາ​ກັບ​ພວກ​ລູກສິດ​ຢູ່​ເຮືອນ​ຂອງ​ເຈົ້າ.”’” 19 ພວກ​ລູກສິດ​ກໍ​ເຮັດ​ຕາມ​ທີ່​ພະ​ເຢຊູ​ສັ່ງ ແລ້ວ​ກຽມ​ການ​ສະຫຼອງ​ປັດສະຄາ​ໄວ້.

20 ເມື່ອ​ຮອດ​ຕອນ​ຄ່ຳ+ ພະ​ເຢຊູ​ກັບ​ລູກສິດ 12 ຄົນ​ກໍ​ນັ່ງ​ນຳ​ກັນ​ຢູ່​ໂຕະ.+ 21 ຕອນ​ທີ່​ກຳລັງ​ກິນ​ເຂົ້າ ພະ​ເຢຊູ​ເວົ້າ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ໃນ​ພວກ​ເຈົ້າ​ມີ​ຜູ້​ໜຶ່ງ​ຈະ​ທໍລະຍົດ​ຂ້ອຍ.”+ 22 ເມື່ອ​ພວກ​ລູກສິດ​ໄດ້​ຍິນ​ກໍ​ບໍ່​ສະບາຍ​ໃຈ​ຫຼາຍ ແຕ່​ລະ​ຄົນ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ອາຈານ ບໍ່​ແມ່ນ​ຂ້ອຍ​ຕີ້?” 23 ພະ​ເຢຊູ​ຕອບ​ວ່າ: “ຜູ້​ທີ່​ຈະທໍລະຍົດຂ້ອຍ​ແມ່ນ​ຜູ້​ທີ່​ເອົາ​ເຂົ້າຈີ່​ຈ້ຳ​ໃນ​ຖ້ວຍ​ໃບ​ດຽວ​ກັບ​ຂ້ອຍ.+ 24 ແມ່ນ​ຢູ່​ລູກ​ມະນຸດ​ຈະ​ຕ້ອງ​ຕາຍ​ຕາມ​ທີ່​ພະຄຳພີ​ບອກ​ໄວ້ ແຕ່​ຜູ້​ທີ່​ທໍລະຍົດ​ລູກ​ມະນຸດ​ຈະ​ຕ້ອງ​ຈິບຫາຍ!+ ຖ້າ​ຜູ້​ນັ້ນ​ບໍ່​ໄດ້​ເກີດ​ມາ​ກະ​ຄື​ຊິ​ດີ​ກວ່າ.”+ 25 ຢູດາ​ຜູ້​ທີ່​ຈະ​ທໍລະຍົດ​ພະ​ເຢຊູ​ຖາມ​ວ່າ: “ອາຈານ ບໍ່​ແມ່ນ​ຂ້ອຍ​ຕີ້?” ເພິ່ນ​ຕອບ​ລາວ​ວ່າ: “ເຈົ້າ​ກໍ​ຮູ້​ຄຳ​ຕອບ​ຢູ່​ແລ້ວ.”

26 ຕອນ​ທີ່​ຍັງ​ກິນ​ເຂົ້າ​ຢູ່ ພະ​ເຢຊູ​ຈັບ​ເອົາ​ເຂົ້າຈີ່​ແຜ່ນ​ໜຶ່ງ ແລ້ວ​ອະທິດຖານ​ຂອບໃຈ​ພະເຈົ້າ. ຈາກນັ້ນ ເພິ່ນ​ກໍ​ຫັກ​ເຂົ້າຈີ່+​ແລະ​ຍື່ນ​ໃຫ້​ພວກ​ລູກສິດ​ແລ້ວ​ເວົ້າ​ວ່າ: “ກິນ​ເຂົ້າຈີ່​ນີ້​ແມ້. ນີ້​ໝາຍເຖິງ​ຮ່າງກາຍ​ຂອງ​ຂ້ອຍ.”+ 27 ແລ້ວ​ພະ​ເຢຊູ​ກໍ​ຈັບ​ເອົາ​ຈອກ​ຂຶ້ນ​ມາ ອະທິດຖານ​ຂອບໃຈ​ພະເຈົ້າ ແລ້ວ​ຍື່ນ​ໃຫ້​ເຂົາເຈົ້າ. ເພິ່ນ​ເວົ້າ​ວ່າ: “ໃຫ້​ທຸກ​ຄົນ​ກິນ​ຈາກ​ຈອກ​ນີ້.+ 28 ນີ້​ໝາຍເຖິງ​ເລືອດ​ຂອງ​ຂ້ອຍ ເປັນ ‘ເລືອດ+​ທີ່​ເຮັດ​ໃຫ້​ສັນຍາ​ມີ​ຜົນ​ບັງຄັບ​ໃຊ້’+ ເຊິ່ງ​ຈະ​ຕ້ອງ​ໄຫຼ​ອອກ​ເພື່ອ​ເຮັດ​ໃຫ້​ຄວາມ​ຜິດ​ຂອງ​ຄົນ​ຈຳນວນ​ຫຼາຍ+​ໄດ້​ຮັບ​ການ​ຍົກໂທດ.+ 29 ແຕ່​ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຂ້ອຍ​ຈະ​ບໍ່​ກິນ​ເຫຼົ້າແວງ​ອີກ​ເລີຍ ຈົນ​ກວ່າ​ຈະ​ຮອດ​ມື້​ນັ້ນ​ທີ່​ຂ້ອຍ​ຈະ​ກິນ​ເຫຼົ້າແວງ​ໃໝ່​ກັບ​ພວກ​ເຈົ້າ​ຕອນ​ທີ່​ພວກ​ເຈົ້າ​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ຂ້ອຍ.”+ 30 ຈາກນັ້ນ ພະ​ເຢຊູ​ກັບ​ພວກ​ລູກສິດ​ໄດ້​ຮ້ອງ​ເພງ​ສັນລະເສີນ​ພະເຈົ້າ ແລ້ວ​ເຂົາເຈົ້າກໍ​ພາກັນ​ອອກ​ໄປ​ພູ​ໝາກກອກ.+

31 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຄືນ​ນີ້ ພວກ​ເຈົ້າ​ທຸກ​ຄົນ​ຈະ​ຖິ້ມ​ຂ້ອຍ​ຍ້ອນ​ເລື່ອງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຂ້ອຍ ຄື​ກັບ​ທີ່​ພະຄຳພີ​ບອກ​ໄວ້​ວ່າ ‘ເຮົາ​ຈະ​ຂ້າ​ຜູ້​ລ້ຽງ​ແກະ ແລະ​ແກະ​ໃນ​ຝູງ​ຈະ​ກະຈັດ​ກະຈາຍ​ກັນ​ໄປ.’+ 32 ແຕ່​ເມື່ອ​ຂ້ອຍ​ຄືນ​ມາ​ຈາກ​ຕາຍ​ແລ້ວ ຂ້ອຍ​ຈະ​ໄປ​ຖ້າ​ພວກ​ເຈົ້າ​ຢູ່​ແຂວງ​ຄາລີເລ.”+ 33 ເປໂຕ​ບອກ​ພະ​ເຢຊູ​ວ່າ: “ເຖິງ​ວ່າ​ທຸກ​ຄົນ​ຈະ​ຖິ້ມ​ທ່ານ​ຍ້ອນ​ເລື່ອງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ທ່ານ ແຕ່​ຂ້ອຍ​ຈະ​ບໍ່​ມີ​ວັນ​ຖິ້ມ​ທ່ານ​ເລີຍ!”+ 34 ພະ​ເຢຊູ​ບອກ​ລາວ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ໃນ​ຄືນ​ນີ້​ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ຮອດ 3 ເທື່ອ​ວ່າບໍ່​ຮູ້​ຈັກ​ຂ້ອຍ.”+ 35 ເປໂຕ​ບອກ​ພະ​ເຢຊູ​ວ່າ: “ເຖິງ​ວ່າ​ຂ້ອຍ​ຈະ​ຕ້ອງ​ຕາຍ​ພ້ອມ​ກັບ​ທ່ານ ບໍ່​ມີ​ທາງ​ທີ່​ຂ້ອຍ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້​ຈັກ​ທ່ານ.”+ ລູກສິດ​ທຸກ​ຄົນ​ກໍ​ເວົ້າ​ແບບ​ດຽວ​ກັນ.

36 ພະ​ເຢຊູ​ກັບ​ພວກ​ລູກສິດ​ຍ່າງ​ມາ​ຮອດ​ສວນ​ທີ່​ຊື່​ວ່າ​ເຄັດເຊມາເນ+ ແລ້ວ​ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ໃຫ້​ນັ່ງ​ຖ້າ​ຢູ່​ນີ້ ຂ້ອຍ​ຈະ​ໄປ​ອະທິດຖານ​ຢູ່​ພຸ້ນ.”+ 37 ພະ​ເຢຊູ​ພາ​ເປໂຕ​ກັບ​ລູກ​ຊາຍ 2 ຄົນ​ຂອງ​ເຊເບດາຍ​ໄປ​ນຳ. ຕອນ​ນັ້ນ ເພິ່ນ​ຮູ້ສຶກ​ໂສກເສົ້າ​ແລະ​ທຸກໃຈ​ຫຼາຍ.+ 38 ເພິ່ນ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ທຸກ​ໃຈ​ຈົນ​ເກືອບ​ຊິ​ຕາຍ​ແລ້ວ. ໃຫ້​ພວກ​ເຈົ້າ​ຢູ່​ນີ້​ແລະ​ເຝົ້າ​ລະວັງ​ຢູ່​ສະເໝີ​ນຳ​ກັນ​ກັບ​ຂ້ອຍ.”+ 39 ພະ​ເຢຊູ​ໄດ້​ຍ່າງ​ໄປ​ອີກ​ໜ້ອຍ​ໜຶ່ງ ແລ້ວ​ເພິ່ນ​ກໍ​ໝູບ​ໜ້າ​ລົງ​ອະທິດຖານ​ວ່າ:+ “ພໍ່​ເອີ້ຍ ຖ້າ​ເປັນ​ໄປ​ໄດ້ ຂໍ​ໃຫ້​ຈອກ​ນີ້*+​ກາຍ​ລູກ​ໄປ. ແຕ່​ຢ່າ​ໃຫ້​ເປັນ​ໄປ​ຕາມ​ທີ່​ລູກ​ຕ້ອງການ ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພໍ່​ຕ້ອງການ.”+

40 ພະ​ເຢຊູ​ກັບ​ມາ​ຫາ​ພວກ​ລູກສິດ​ແລະ​ເຫັນ​ວ່າ​ເຂົາເຈົ້າ​ກຳລັງ​ນອນ​ຫຼັບ ເພິ່ນ​ຈຶ່ງ​ບອກ​ເປໂຕ​ວ່າ: “ພວກ​ເຈົ້າ​ເຝົ້າ​ລະວັງ​ຄືກັບ​ຂ້ອຍຈັກ​ຊົ່ວໂມງ​ໜຶ່ງ​ບໍ່​ໄດ້​ບໍ?+ 41 ພວກ​ເຈົ້າ​ຕ້ອງ​ເຝົ້າ​ລະວັງ​ຢູ່​ສະເໝີ+​ແລະ​ອະທິດຖານ​ຢູ່​ເລື້ອຍ​ໆ​+​ເພື່ອ​ພວກ​ເຈົ້າ​ຈະບໍ່​ຍອມແພ້ເມື່ອ​ຖືກ​ທົດສອບ.+ ເຖິງ​ວ່າ​ໃຈ​ສູ້* ແຕ່​ຮ່າງກາຍ​ຂອງ​ພວກ​ເຈົ້າ​ກໍ​ຍັງ​ອ່ອນແອ.”+ 42 ພະ​ເຢຊູ​ອອກ​ໄປ​ອີກ​ເປັນ​ເທື່ອ​ທີ 2 ແລະ​ອະທິດຖານ​ວ່າ: “ພໍ່​ເອີ້ຍ ຖ້າ​ລູກ​ຫຼີກ​ຈາກ​ຈອກ​ນີ້​ບໍ່​ໄດ້​ແລະ​ຕ້ອງ​ໄດ້​ກິນ​ແທ້​ໆ​ ກໍ​ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພໍ່​ຕ້ອງການ.”+ 43 ເມື່ອ​ພະ​ເຢຊູ​ກັບ​ມາ​ກໍ​ເຫັນ​ພວກ​ລູກສິດ​ກຳລັງ​ນອນ​ຫຼັບ​ຍ້ອນ​ເຂົາເຈົ້າ​ຢາກ​ນອນ​ແຮ​ງ. 44 ເພິ່ນ​ຈຶ່ງ​ປະ​ເຂົາເຈົ້າ​ໄວ້ ແລະ​ໄປ​ອະທິດຖານ​ອີກ​ເປັນ​ເທື່ອ​ທີ 3. 45 ແລ້ວ​ພະ​ເຢຊູ​ກໍ​ກັບ​ມາ​ຫາ​ພວກ​ລູກສິດ​ແລະ​ບອກ​ເຂົາເຈົ້າ​ວ່າ: “ໃນ​ເວລາ​ແບບ​ນີ້​ພວກ​ເຈົ້າ​ຍັງ​ນອນ​ຫຼັບ​ພັກຜ່ອນ​ຢູ່​ບໍ! ຕອນນີ້​ໃກ້​ຈະ​ຮອດ​ເວລາ​ແລ້ວ​ທີ່​ລູກ​ມະນຸດ​ຈະ​ຖືກ​ທໍລະຍົດ​ແລະ​ຖືກ​ຈັບ. 46 ລຸກ​ຂຶ້ນ. ໄປ໋! ຄົນ​ທີ່​ທໍລະຍົດ​ຂ້ອຍ​ມາ​ແລ້ວ.” 47 ພະ​ເຢຊູ​ເວົ້າ​ຍັງ​ບໍ່​ທັນ​ສຸດ​ຄວາມ ຢູດາ​ທີ່​ເປັນ​ຜູ້​ໜຶ່ງ​ໃນ​ອັກຄະສາວົກ 12 ຄົນ​ກໍ​ມາ​ຮອດ​ພ້ອມ​ກັບ​ຄົນ​ກຸ່ມ​ໃຫຍ່​ທີ່​ຖື​ດາບ​ຖື​ໄມ້​ຄ້ອນ​ມາ​ນຳ. ພວກ​ນີ້​ເປັນ​ຄົນ​ຂອງ​ພວກ​ຫົວໜ້າ​ປະໂລຫິດ​ແລະ​ພວກ​ຜູ້​ນຳ​ຄົນ​ຢິວ.+

48 ຜູ້​ທີ່​ທໍລະຍົດ​ພະ​ເຢຊູ​ບອກ​ພວກ​ນັ້ນ​ໄວ້​ແລ້ວ​ວ່າ: “ຖ້າ​ຂ້ອຍ​ຈູບ​ຜູ້​ໃດ ໃຫ້​ຈັບ​ຜູ້​ນັ້ນ.” 49 ຢູດາ​ຍ່າງ​ເຂົ້າ​ມາ​ຫາ​ພະ​ເຢຊູ​ແລະ​ເວົ້າ​ວ່າ: “ສະບາຍ​ດີ ອາຈານ!” ແລ້ວ​ກໍ​ຈູບ​ເພິ່ນ​ຄ່ອຍ​ໆ​. 50 ແຕ່​ພະ​ເຢຊູ​ເວົ້າ​ກັບ​ລາວ​ວ່າ: “ເຈົ້າ​ມາ​ນີ້​ເຮັດ​ຫຍັງ?”+ ແລ້ວ​ພວກ​ນັ້ນ​ກໍ​ເຂົ້າ​ມາ​ຈັບ​ເພິ່ນ. 51 ແຕ່​ຜູ້​ໜຶ່ງ​ທີ່​ຢູ່​ກັບ​ພະ​ເຢຊູ​ໄດ້​ຖອດ​ດາບ​ອອກ​ມາ​ຟັນ​ທາດ​ຂອງ​ປະໂລຫິດ​ໃຫຍ່ ແລະ​ຖືກ​ຫູ​ຂອງ​ລາວ​ຂາດ​ເບື້ອງ​ໜຶ່ງ.+ 52 ພະ​ເຢຊູ​ບອກ​ຜູ້​ນັ້ນ​ວ່າ: “ເອົາ​ດາບ​ມ້ຽນ​ໄວ້​ໃນ​ຝັກ​ສະ+ ເພາະ​ທຸກ​ຄົນ​ທີ່​ໃຊ້​ດາບ​ຈະ​ຕາຍ​ຍ້ອນ​ດາບ.+ 53 ພວກ​ເຈົ້າ​ຄິດ​ວ່າ​ຂ້ອຍ​ຈະ​ຂໍ​ພໍ່​ຂອງ​ຂ້ອຍ​ໃຫ້​ຊ່ວຍ​ບໍ່​ໄດ້​ບໍ? ເພິ່ນ​ຈະ​ສົ່ງ​ທູດສະຫວັນ​ຫຼາຍ​ກວ່າ 12 ກອງທັບ​ມາ​ຊ່ວຍ​ຂ້ອຍ​ຕອນນີ້​ເລີຍ​ກໍ​ໄດ້.+ 54 ແຕ່​ຖ້າ​ຂ້ອຍ​ເຮັດ​ແບບ​ນັ້ນ ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ຈະ​ເກີດ​ຂຶ້ນ​ແທ້​ໄດ້​ແນວ​ໃດ?” 55 ແລ້ວ​ພະ​ເຢຊູ​ເວົ້າ​ກັບ​ຄົນ​ກຸ່ມ​ໃຫຍ່​ນັ້ນ​ວ່າ: “ເປັນ​ຫຍັງ​ຕ້ອງ​ຖື​ດາບ​ຖື​ໄມ້​ຄ້ອນ​ມາ​ຈັບ​ຂ້ອຍ​ຄື​ກັບ​ຈັບ​ໂຈນ? ຂ້ອຍ​ນັ່ງ​ສອນ​ຢູ່​ວິຫານ​ທຸກ​ມື້+ ພວກ​ເຈົ້າ​ຄື​ບໍ່​ມາ​ຈັບ?+ 56 ແຕ່​ມັນ​ເປັນ​ແນວ​ນີ້​ກໍ​ເພື່ອ​ໃຫ້​ສິ່ງ​ທີ່​ພວກ​ຜູ້​ພະຍາກອນ​ຂຽນ​ໄວ້​ເກີດ​ຂຶ້ນ​ແທ້.”+ ແລ້ວ​ລູກສິດ​ທຸກ​ຄົນ​ກໍ​ຖິ້ມ​ພະ​ເຢຊູ​ແລ້ວ​ໜີ​ໄປ.+

57 ພວກ​ນັ້ນ​ຈັບ​ພະ​ເຢຊູ​ໄປ​ເຮືອນ​ປະໂລຫິດ​ໃຫຍ່​ກາຢະຟາ.+ ພວກ​ຄູ​ສອນ​ສາສະໜາ​ກັບ​ພວກ​ຜູ້​ນຳ​ຄົນ​ຢິວ​ກໍ​ມາ​ລວມ​ກັນຢູ່​ຫັ້ນແລ້ວ.+ 58 ສ່ວນ​ເປໂຕ​ໄດ້​ນຳ​ຫຼັງ​ພະ​ເຢຊູ​ໄປ​ຫ່າງ​ໆ​ຈົນ​ຮອດ​ເດີ່ນ​ບ້ານ​ຂອງ​ປະໂລຫິດ​ໃຫຍ່ ແລ້ວ​ລາວ​ກໍ​ເຂົ້າ​ໄປ​ນັ່ງ​ຢູ່​ກັບ​ພວກ​ຄົນ​ຮັບໃຊ້​ເພື່ອ​ຖ້າ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ.+

59 ພວກ​ຫົວໜ້າ​ປະໂລຫິດ​ກັບ​ສະມາຊິກ​ທຸກ​ຄົນ​ຂອງ​ສານ​ຊັນເຮດຣິນ​ກໍ​ຊອກ​ພະຍານ​ຕົວະ​ມາ​ໃສ່ຮ້າຍ​ພະ​ເຢຊູ​ເພື່ອ​ຈະ​ເຮັດໃຫ້​ເພິ່ນ​ຖືກ​ໂທດ​ປະຫານ.+ 60 ເຖິງ​ຈະ​ມີ​ພະຍານ​ຕົວະ​ຫຼາຍ​ຄົນ​ມາ​ໃຫ້​ການ ແຕ່​ເຂົາເຈົ້າ​ກໍ​ບໍ່​ສາມາດ​ຊອກ​ຫາ​ພະຍານ​ທີ່​ໜ້າ​ເຊື່ອຖື​ໄດ້.+ ໃນ​ທີ່​ສຸດ​ກໍ​ມີ 2 ຄົນ​ມາ​ໃຫ້​ການ​ວ່າ: 61 “ຜູ້​ນີ້​ເຄີຍ​ເວົ້າ​ວ່າ ‘ຂ້ອຍ​ສາມາດ​ທຳລາຍ​ວິຫານ​ຂອງ​ພະເຈົ້າ ແລ້ວ​ສ້າງ​ຂຶ້ນ​ໃໝ່​ພາຍ​ໃນ 3 ມື້.’”+ 62 ປະໂລຫິດ​ໃຫຍ່​ກໍ​ລຸກ​ຂຶ້ນ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ເຈົ້າ​ຊິ​ບໍ່​ເວົ້າ​ຫຍັງ​ຫວະ? ເຈົ້າ​ບໍ່​ໄດ້​ຍິນ​ບໍ ພວກ​ນີ້​ກ່າວ​ຫາ​ເຈົ້າ​ແນວ​ໃດ?”+ 63 ແຕ່​ພະ​ເຢຊູ​ບໍ່​ຕອບ+ ປະໂລຫິດ​ໃຫຍ່​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ: “ຂ້ອຍ​ຂໍ​ສັ່ງ​ເຈົ້າ​ໃຫ້​ສາບານ​ໃນ​ນາມ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ. ບອກ​ມາ​ດຽວ​ນີ້ ເຈົ້າ​ແມ່ນ​ພະຄລິດ​ລູກ​ຂອງ​ພະເຈົ້າ​ແມ່ນ​ບໍ.”+ 64 ພະ​ເຢຊູ​ຕອບ​ລາວ​ວ່າ: “ແມ່ນ​ແລ້ວ.* ຂ້ອຍ​ຈະ​ບອກ​ເຈົ້າ​ວ່າ ຕັ້ງແຕ່​ນີ້​ໄປ ພວກ​ເຈົ້າ​ຈະ​ເຫັນ​ລູກ​ມະນຸດ+​ນັ່ງ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະ​ເຈົ້າ​ຜູ້​ມີ​ລິດເດດ+ ແລະ​ຈະ​ເຫັນ​ເພິ່ນ​ມາ​ເທິງ​ຂີ້​ເຝື້ອ​ໃນ​ທ້ອງຟ້າ.”+ 65 ແລ້ວ​ປະໂລຫິດ​ໃຫຍ່​ກໍ​ຈີກ​ເສື້ອ​ຄຸມ​ຂອງ​ໂຕເອງ​ແລະ​ເວົ້າ​ວ່າ: “ລາວ​ໝິ່ນ​ປະໝາດ​ພະເຈົ້າ! ພວກ​ເຮົາ​ຍັງ​ຕ້ອງ​ມີ​ພະຍານ​ອີກ​ຫວະ? ພວກ​ເຈົ້າ​ກໍ​ໄດ້​ຍິນ​ແລ້ວ​ວ່າ​ລາວ​ໝິ່ນ​ປະໝາດ​ພະເຈົ້າ. 66 ພວກ​ເຈົ້າ​ຄິດ​ວ່າ​ຄວນ​ເຮັດ​ແນວ​ໃດ​ກັບ​ລາວ?” ຄົນ​ພວກ​ນັ້ນ​ຕອບ​ວ່າ: “ລາວ​ສົມຄວນ​ຕາ​ຍ.”+ 67 ແລ້ວ​ເຂົາເຈົ້າ​ກໍ​ຖົ່ມ​ນ້ຳ​ລາຍ​ໃສ່​ໜ້າ​ພະ​ເຢຊູ+​ແລະ​ຊົກ​ເພິ່ນ.+ ບາງ​ຄົນ​ກໍ​ຕົບ​ໜ້າ​ເພິ່ນ+ 68 ແລະ​ເວົ້າ​ວ່າ: “ພະຄລິດ​ເອີ້ຍ ທວາຍ​ເບິ່ງ​ດຸ​ວ່າ​ແມ່ນ​ໃຜ​ຕົບ​ເຈົ້າ?”

69 ຕອນ​ນັ້ນ ເປໂຕ​ນັ່ງ​ຢູ່​ເດີ່ນ​ບ້ານ ມີ​ສາວໃຊ້​ຄົນ​ໜຶ່ງ​ມາ​ທ້ວງ​ລາວ​ວ່າ: “ເຈົ້າ​ເປັນ​ໝູ່​ຂອງ​ເຢຊູ​ຄົນ​ຄາລີເລ​ຕົ໋ວ!”+ 70 ແຕ່​ເປໂຕ​ປະຕິເສດ​ຕໍ່​ໜ້າ​ທຸກ​ຄົນ​ທີ່ຢູ່​ຫັ້ນວ່າ: “ຂ້ອຍ​ບໍ່​ຮູ້​ຈັກ​ລາວ. ເຈົ້າ​ເວົ້າ​ເລື່ອງ​ຫຍັງ?” 71 ຈາກນັ້ນ ເປໂຕ​ກໍ​ຍ່າງ​ໄປ​ປະຕູ​ທາງເຂົ້າ. ມີ​ຜູ້​ຍິງ​ອີກ​ຄົນ​ໜຶ່ງ​ເຫັນ​ລາວ​ແລະ​ເວົ້າ​ກັບ​ຄົນ​ທີ່​ຢູ່​ແຖວ​ນັ້ນ​ວ່າ: “ຜູ້​ນີ້​ເປັນ​ໝູ່​ຂອງ​ເຢຊູ​ຄົນ​ນາຊາເຣັດ.”+ 72 ເປໂຕ​ປະຕິເສດ​ອີກ​ແລະ​ສາບານ​ວ່າ: “ຂ້ອຍ​ບໍ່​ຮູ້​ຈັກ​ຜູ້​ນັ້ນ​ແທ້​ໆ​!” 73 ຫຼັງ​ຈາກນັ້ນ​ໜ້ອຍ​ໜຶ່ງ ພວກ​ທີ່​ຢືນ​ຢູ່​ແຖວ​ນັ້ນ​ກໍ​ເຂົ້າ​ມາ​ເວົ້າ​ກັບ​ເປໂຕ​ວ່າ: “ແມ່ນ​ແລ້ວ ເຈົ້າ​ເປັນ​ຜູ້​ໜຶ່ງ​ໃນ​ພວກ​ນັ້ນ​ແທ້​ໆ​. ສຳນຽງ​ຂອງ​ເຈົ້າ​ຄື​ກັບ​ຄົນ​ຄາລີເລ.” 74 ເປໂຕ​ເລີ່ມ​ສາບານ​ວ່າ ຖ້າ​ລາວ​ເວົ້າ​ຕົວະ​ຂໍ​ໃຫ້​ລາວ​ຖືກ​ລົງໂທດ ແລະ​ຍັງ​ເວົ້າ​ອີກ​ວ່າ: “ຂ້ອຍ​ບໍ່​ຮູ້​ຈັກ​ຜູ້​ນັ້ນ​ແທ້​ໆ​!” ທັນໃດ​ນັ້ນ ໄກ່​ກໍ​ຂັນ. 75 ແລ້ວ​ເປໂຕ​ກໍ​ຄິດ​ພໍ້​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ວ່າ: “ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ຮອດ 3 ເທື່ອ​ວ່າ​ບໍ່​ຮູ້​ຈັກ​ຂ້ອຍ.”+ ຈາກນັ້ນ ລາວ​ກໍ​ອອກ​ໄປ​ທາງ​ນອກ​ແລະຮ້ອງໄຫ້​ດ້ວຍ​ຄວາມ​ເຈັບ​ປວດ​ໃຈ​ຫຼາຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌