ເອຊາຢາ
57 ເມື່ອຄົນດີຕາຍ
ກໍບໍ່ມີໃຜສົນໃຈ.
ເມື່ອຄົນທີ່ສັດຊື່ຕໍ່ພະເຈົ້າຕາຍ+
ກໍບໍ່ມີໃຜເຂົ້າໃຈວ່າລາວຕາຍເພື່ອຈະບໍ່ຕ້ອງມີຊີວິດຢູ່
ຕອນທີ່ຄວາມຈິບຫາຍເກີດຂຶ້ນ.
2 ລາວຢູ່ຢ່າງສະຫງົບສຸກແລ້ວ.
ທຸກຄົນທີ່ເປັນຄົນດີກໍໄດ້ພັກຜ່ອນຢູ່ໃນບ່ອນຝັງສົບ.*
3 “ແຕ່ສຳລັບພວກເຈົ້າ ໃຫ້ຫຍັບເຂົ້າມາໃກ້ໆແລະຟັງເຮົາ
ພວກເຈົ້າທີ່ເປັນລູກຂອງໝໍຜີ*
ພວກເຈົ້າທີ່ເປັນລູກຂອງຜູ້ຊາຍທີ່ຫຼິ້ນຊູ້ແລະເປັນລູກຂອງໂສເພນີ.
4 ພວກເຈົ້າກຳລັງເຍາະເຍີ້ຍໃຜ?
ພວກເຈົ້າກຳລັງແລບລີ້ນ*ໃສ່ໃຜ?
ພວກເຈົ້າເປັນລູກຂອງຄົນທີ່ເຮັດຜິດ
ແລະເປັນລູກຂອງຄົນຂີ້ຕົວະແມ່ນບໍ?+
5 ພວກເຈົ້າເປັນຄົນທີ່ມີຕັນຫາຢູ່ທ່າມກາງຕົ້ນໄມ້ໃຫຍ່+
ແລະຢູ່ກ້ອງຕົ້ນໄມ້ທີ່ຂຽວໆແມ່ນບໍ?+
ພວກເຈົ້າຂ້າພວກລູກຂອງໂຕເອງຢູ່ຮ່ອມພູ*+
ແລະຢູ່ຫຼືບຫີນຕົ໋ວ.
6 ຕອນນີ້ ພວກເຈົ້າເລືອກຫີນຢູ່ຮ່ອມພູມາເປັນເຄື່ອງບູຊາ. ມັນຈະເປັນສ່ວນແບ່ງຂອງພວກເຈົ້າ.+
ພວກເຈົ້າຈະໄດ້ແຕ່ຫີນເຫຼົ່ານີ້ເປັນມໍລະດົກ.
ພວກເຈົ້າເທເຄື່ອງບູຊາດື່ມໃສ່ຫີນເຫຼົ່ານີ້ແລະເອົາເຄື່ອງບູຊາມາໃຫ້ມັນ.+
ພວກເຈົ້າຄິດວ່າເຮົາຈະພໍໃຈກັບສິ່ງເຫຼົ່ານີ້ບໍ?
7 ພວກເຈົ້າກຽມບ່ອນນອນ*ໄວ້ຢູ່ເທິງພູທີ່ໃຫຍ່ໆສູງໆ+
ແລ້ວກໍຂຶ້ນໄປເຜົາເຄື່ອງບູຊາຢູ່ຫັ້ນ.+
8 ພວກເຈົ້າເຮັດເຄື່ອງໝາຍ*ໄວ້ໃນເຮືອນ.*
ພວກເຈົ້າຖິ້ມເຮົາແລະປະໂປ້ຢູ່.
ພວກເຈົ້າຂຶ້ນໄປເທິງພູແລະເຮັດໃຫ້ບ່ອນນອນໃຫຍ່ຂຶ້ນ.
ພວກເຈົ້າເຮັດສັນຍາກັບຄົນຮັກຂອງພວກເຈົ້າ.
9 ພວກເຈົ້າໄປຫາເມເລັກ*ແລະເອົານ້ຳມັນໝາກກອກ
ກັບນ້ຳມັນຫອມຈຳນວນຫຼາຍໄປນຳ.
ພວກເຈົ້າສົ່ງຕົວແທນອອກໄປໄກໆເພື່ອຂໍຄວາມຊ່ວຍເຫຼືອ
ແລະໂດຍວິທີນີ້ພວກເຈົ້າກໍຂຸດຂຸມຝັງສົບ*ໃຫ້ໂຕເອງ.
10 ພວກເຈົ້າເມື່ອຍໃນການເຮັດຕາມແນວທາງຂອງໂຕເອງ
ແຕ່ກໍບໍ່ເຄີຍເວົ້າວ່າ ‘ມັນບໍ່ມີປະໂຫຍດຫຍັງ.’
ພວກເຈົ້າມີແຮງຄືນມາໃໝ່ຕະຫຼອດ.
ພວກເຈົ້າກໍເລີຍບໍ່ຍອມແພ້.*
11 ພວກເຈົ້າຢ້ານໃຜ
ພວກເຈົ້າຈຶ່ງເວົ້າຕົວະ?+
ພວກເຈົ້າບໍ່ໄດ້ຄິດເຖິງເຮົາ+
ແລະບໍ່ໄດ້ສົນໃຈຫຍັງ+
ຍ້ອນເຮົາມິດຢູ່ແລະບໍ່ໄດ້ຈັດການກັບສິ່ງທີ່ພວກເຈົ້າເຮັດ+
ພວກເຈົ້າກໍເລີຍບໍ່ຢ້ານເຮົາ.
12 ເຮົາຈະເຮັດໃຫ້ຄົນອື່ນຮູ້ວ່າພວກເຈົ້າທຳທ່າເຮັດດີ+
ແລະໃຫ້ຄົນເຫັນວ່າສິ່ງທີ່ພວກເຈົ້າເຮັດບໍ່ມີປະໂຫຍດຫຍັງ.+
13 ເມື່ອພວກເຈົ້າຮ້ອງຂໍຄວາມຊ່ວຍເຫຼືອ
ຮູບບູຊາຕ່າງໆທີ່ພວກເຈົ້າສະສົມໄວ້ກໍຈະຊ່ວຍບໍ່ໄດ້.+
ລົມຈະພັດພວກມັນໄປໝົດ.
ພຽງແຕ່ຄົນຫາຍໃຈໃສ່ຊື່ໆ ພວກມັນກໍປິວໄປແລ້ວ.
ແຕ່ຜູ້ທີ່ໄວ້ໃຈເຮົາຈະໄດ້ແຜ່ນດິນເປັນມໍລະດົກ
ແລະລາວຈະໄດ້ຢູ່ເທິງພູທີ່ບໍລິສຸດຂອງເຮົາ.+
14 ຈະມີຄົນເວົ້າວ່າ: ‘ໃຫ້ສ້າງຫົນທາງແລະກຽມທາງໄວ້.+
ໃຫ້ເອົາສິ່ງທີ່ຂວາງທາງປະຊາຊົນຂອງເຮົາອອກໄປ.’”
“ເຖິງວ່າເຮົາຈະຢູ່ບ່ອນທີ່ສູງໆແລະບໍລິສຸດ+
ແຕ່ເຮົາກໍຢູ່ກັບຄົນທີ່ທຸກໃຈແລະຄົນທີ່ຕ່ຳຕ້ອຍ
ເພື່ອຈະຍົກຄົນທີ່ຕ່ຳຕ້ອຍຂຶ້ນ
ແລະໃຫ້ກຳລັງໃຈຄົນທີ່ທຸກໃຈ.+
16 ເຮົາຈະບໍ່ເປັນສັດຕູກັບເຂົາເຈົ້າຕະຫຼອດໄປ
ແລະຈະບໍ່ໃຈຮ້າຍໃຫ້ເຂົາເຈົ້າເລື້ອຍໆ.+
ຖ້າເຮົາເຮັດແບບນັ້ນ ເຮົາຄືຊິເຮັດໃຫ້ຄົນໝົດແຮງ+
ແລະສິ່ງມີຊີວິດຕ່າງໆທີ່ເຮົາສ້າງກໍຈະໝົດແຮງຄືກັນ.
17 ເຮົາໃຈຮ້າຍທີ່ລາວ*ພະຍາຍາມຊອກຫາຜົນປະໂຫຍດໃຫ້ໂຕເອງ.+
ເຮົາຈຶ່ງລົງໂທດລາວແລະປິ່ນໜ້າໜີຈາກລາວ ຍ້ອນເຮົາໃຈຮ້າຍຫຼາຍ.
ແຕ່ລາວກໍຍັງທໍລະຍົດເຮົາ+ແລະເຮັດຕາມໃຈໂຕເອງ.
18 ເຮົາເຫັນແລ້ວວ່າລາວໃຊ້ຊີວິດແນວໃດ
ແຕ່ເຮົາຈະປິ່ນປົວລາວ+ແລະນຳທາງລາວ.+
ເຮົາຈະປອບໂຍນລາວ+ແລະປອບໂຍນຄົນໂສກເສົ້າທີ່ຢູ່ນຳລາວຄືກັນ.”+
19 ພະເຢໂຫວາເວົ້າວ່າ: “ເຮົາຈະເຮັດໃຫ້ມີຄົນສັນລະເສີນເຮົາ.
ເຮົາຈະເຮັດໃຫ້ມີຄວາມສະຫງົບສຸກຕໍ່ໆໄປສຳລັບຜູ້ທີ່ຢູ່ໃກ້ແລະໄກ+
ແລະເຮົາຈະປິ່ນປົວລາວ.
20 ແຕ່ຄົນຊົ່ວເປັນຄືກັບທະເລທີ່ປັ່ນປ່ວນບໍ່ເຊົາຈັກເທື່ອ
ເປັນຄືກັບຄື້ນແຮງໆທີ່ພັດເອົາສາຫຼ່າຍແລະຂີ້ຕົມຂຶ້ນມາ.
21 ຄົນຊົ່ວຈະບໍ່ໄດ້ຢູ່ຢ່າງສະຫງົບສຸກ.”+ ພະເຈົ້າຂອງຂ້ອຍເວົ້າຈັ່ງຊີ້.