ຈົດໝາຍເຖິງຄລິດສະຕຽນໃນເມືອງໂກໂລຊາຍ
1 ຂ້ອຍໂປໂລທີ່ເປັນອັກຄະສາວົກ*ຂອງພະຄລິດເຢຊູຕາມທີ່ພະເຈົ້າຕ້ອງການກັບຕີໂມທຽວ+ພີ່ນ້ອງຂອງພວກເຮົາ 2 ຂຽນຫາພວກຜູ້ບໍລິສຸດກັບພີ່ນ້ອງທີ່ສັດຊື່ໃນເມືອງໂກໂລຊາຍທີ່ເປັນລູກສິດຂອງພະຄລິດ.
ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ແລະສັນຕິສຸກຈາກພະເຈົ້າຜູ້ເປັນພໍ່ຂອງພວກເຮົາ.
3 ພວກເຮົາຂອບໃຈພະເຈົ້າຜູ້ທີ່ເປັນພໍ່ຂອງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາສະເໝີ ເມື່ອອະທິດຖານເພື່ອພວກເຈົ້າ. 4 ພວກເຮົາຂອບໃຈພະເຈົ້າຍ້ອນໄດ້ຍິນເລື່ອງຄວາມເຊື່ອທີ່ພວກເຈົ້າມີໃນພະຄລິດເຢຊູແລະຄວາມຮັກທີ່ພວກເຈົ້າມີຕໍ່ຜູ້ບໍລິສຸດທຸກຄົນ. 5 ພວກເຈົ້າມີສິ່ງເຫຼົ່ານັ້ນຍ້ອນພວກເຈົ້າຫວັງຈະໄດ້ສິ່ງທີ່ກຽມໃຫ້ພວກເຈົ້າໃນສະຫວັນ.+ ພວກເຈົ້າຮູ້ເລື່ອງຄວາມຫວັງນີ້ຕອນໄດ້ຍິນຂ່າວດີທີ່ເປັນຄວາມຈິງ 6 ເຊິ່ງມາຮອດພວກເຈົ້າ. ຂ່າວດີນັ້ນກຳລັງເກີດຜົນແລະແພ່ໄປທົ່ວໂລກ.+ ນັບຕັ້ງແຕ່ມື້ທີ່ພວກເຈົ້າໄດ້ຍິນແລະຮູ້ຈັກຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າຢ່າງດີ ຂ່າວດີນັ້ນກໍເກີດຜົນແລະແພ່ໄປໃນພວກເຈົ້າຄືກັນ. 7 ພວກເຈົ້າໄດ້ຮຽນເລື່ອງນີ້ຈາກເອປາຟາ.+ ລາວເປັນທາດຂອງພະຄລິດທີ່ຮັບໃຊ້ຢ່າງສັດຊື່ແລະເປັນພີ່ນ້ອງທີ່ຮັກເຊິ່ງເຮັດວຽກແທນພວກເຮົາ. 8 ລາວເລົ່າໃຫ້ພວກເຮົາຟັງກ່ຽວກັບຄວາມຮັກຂອງພວກເຈົ້າທີ່ເກີດຈາກພະລັງຂອງພະເຈົ້າ.
9 ຍ້ອນແນວນີ້ ຕັ້ງແຕ່ໄດ້ຍິນເລື່ອງຂອງພວກເຈົ້າ ພວກເຮົາກໍອະທິດຖານເພື່ອພວກເຈົ້າມາຕະຫຼອດ+ແລະຂໍໃຫ້ພວກເຈົ້າມີຄວາມຮູ້ທີ່ຖືກຕ້ອງ+ກ່ຽວກັບຄວາມຕ້ອງການຂອງພະເຈົ້າ ໃຫ້ມີສະຕິປັນຍາຄົບຖ້ວນ ແລະມີຄວາມເຂົ້າໃຈທີ່ເກີດຈາກພະລັງຂອງພະເຈົ້າ.+ 10 ພວກເຮົາອະທິດຖານຂໍໃຫ້ພວກເຈົ້າໃຊ້ຊີວິດໃຫ້ສົມກັບການເປັນຜູ້ຮັບໃຊ້ພະເຢໂຫວາ*ເພື່ອຈະເຮັດໃຫ້ເພິ່ນພໍໃຈສະເໝີ. ໃຫ້ເກີດຜົນດີໃນທຸກສິ່ງທີ່ພວກເຈົ້າເຮັດແລະມີຄວາມຮູ້ທີ່ຖືກຕ້ອງກ່ຽວກັບພະເຈົ້າຫຼາຍຂຶ້ນເລື້ອຍໆ.+ 11 ພວກເຮົາຍັງອະທິດຖານຂໍໃຫ້ພວກເຈົ້າໄດ້ຮັບກຳລັງຈາກລິດເດດທີ່ຍິ່ງໃຫຍ່ຂອງເພິ່ນ+ເພື່ອຈະອົດທົນຈົນເຖິງທີ່ສຸດແລະອົດທົນດ້ວຍຄວາມຍິນດີ. 12 ຂໍໃຫ້ພວກເຈົ້າຂອບໃຈພະເຈົ້າຜູ້ເປັນພໍ່ທີ່ຊ່ວຍໃຫ້ພວກເຈົ້າມີຄຸນສົມບັດເໝາະສົມທີ່ຈະໄດ້ຮັບມໍລະດົກຮ່ວມກັບພວກຜູ້ບໍລິສຸດ+ທີ່ຢູ່ໃນຄວາມສະຫວ່າງ.
13 ພະເຈົ້າຊ່ວຍພວກເຮົາໃຫ້ພົ້ນຈາກອຳນາດຂອງຄວາມມືດ+ແລະພາພວກເຮົາມາຢູ່ໃຕ້ການປົກຄອງຂອງລູກຊາຍທີ່ເພິ່ນຮັກ. 14 ລູກຊາຍຜູ້ນີ້ຂອງພະເຈົ້າໄດ້ປົດປ່ອຍພວກເຮົາດ້ວຍຄ່າໄຖ່ແລະເຮັດໃຫ້ພວກເຮົາໄດ້ຮັບການຍົກໂທດບາບ.+ 15 ເພິ່ນຖອດແບບພະເຈົ້າ+ ແລະເພິ່ນເປັນຜູ້ທຳອິດ*ທີ່ຖືກສ້າງກ່ອນທຸກສິ່ງ.+ 16 ພະເຈົ້າໃຊ້ເພິ່ນສ້າງທຸກສິ່ງໃນສະຫວັນແລະໃນໂລກນີ້ ທັງສິ່ງທີ່ເບິ່ງເຫັນແລະສິ່ງທີ່ເບິ່ງບໍ່ເຫັນ+ ບໍ່ວ່າຈະເປັນບັນລັງ ເຈົ້ານາຍ ຜູ້ປົກຄອງ ຫຼືຜູ້ມີອຳນາດ. ພະເຈົ້າໃຊ້ເພິ່ນສ້າງສິ່ງເຫຼົ່ານັ້ນທັງໝົດ+ແລະສ້າງໄວ້ສຳລັບເພິ່ນ. 17 ເພິ່ນຢູ່ກ່ອນສິ່ງເຫຼົ່ານັ້ນ+ ແລະສິ່ງເຫຼົ່ານັ້ນເກີດຂຶ້ນໄດ້ກໍຍ້ອນເພິ່ນ. 18 ເພິ່ນເປັນຫົວຂອງຮ່າງກາຍ ເປັນຜູ້ນຳ*ຂອງປະຊາຄົມ.+ ເພິ່ນເປັນຈຸດເລີ່ມຕົ້ນຂອງທຸກສິ່ງ. ເພິ່ນເປັນຜູ້ທຳອິດທີ່ຄືນມາຈາກຕາຍ+ ເພິ່ນຈຶ່ງເປັນຜູ້ທຳອິດໃນທຸກເລື່ອງ. 19 ພະເຈົ້າພໍໃຈທີ່ຈະເຮັດໃຫ້ເພິ່ນມີທຸກສິ່ງຄົບຖ້ວນ.+ 20 ພະເຈົ້າເລືອກທີ່ຈະເຮັດໃຫ້ທຸກສິ່ງຄືນດີກັບເພິ່ນໂດຍທາງພະຄລິດ.+ ບໍ່ວ່າສິ່ງນັ້ນຈະຢູ່ໃນໂລກຫຼືໃນສະຫວັນ ການຄືນດີນັ້ນເກີດຂຶ້ນໄດ້ໂດຍເລືອດ+ຂອງເພິ່ນທີ່ໄຫຼອອກຢູ່ເທິງເສົາທໍລະມານ.*
21 ແຕ່ກີ້ ພວກເຈົ້າເຄີຍຢູ່ຫ່າງໄກຈາກພະເຈົ້າແລະເປັນສັດຕູກັບເພິ່ນຍ້ອນໃຈພວກເຈົ້າຄິດຢາກຈະເຮັດແຕ່ແນວຊົ່ວໆ. 22 ແຕ່ຕອນນີ້ ພະເຈົ້າໃຫ້ພວກເຈົ້າຄືນດີກັບເພິ່ນໂດຍໃຫ້ລູກຊາຍຂອງເພິ່ນມາຕາຍໃນຮ່າງກາຍມະນຸດ ເພື່ອພວກເຈົ້າຈະເປັນຜູ້ບໍລິສຸດ ບໍ່ມີຕຳໜິ ແລະບໍ່ມີຜູ້ໃດຕິໄດ້ຕໍ່ໜ້າພະເຈົ້າ.+ 23 ແຕ່ຢ່າລືມວ່າ ພວກເຈົ້າຕ້ອງຮັກສາຄວາມເຊື່ອຕໍ່ໄປ+ ແລະຕັ້ງໝັ້ນຄົງຢູ່ເທິງຮາກຖານຂອງຄວາມເຊື່ອນັ້ນ+ແລະຢ່າຫວັ່ນໄຫວ.+ ຢ່າເຈີດໄປຈາກຄວາມຫວັງກ່ຽວກັບຂ່າວດີທີ່ພວກເຈົ້າໄດ້ຍິນແລະທີ່ມີການປະກາດໄປທົ່ວໂລກ.+ ຂ້ອຍໂປໂລໄດ້ມາເປັນຜູ້ຮັບໃຊ້ເພື່ອປະກາດຂ່າວດີນີ້.+
24 ຕອນນີ້ ຂ້ອຍຍິນດີທົນທຸກເພື່ອພວກເຈົ້າ.+ ຂ້ອຍເປັນສ່ວນໜຶ່ງໃນຮ່າງກາຍຂອງພະຄລິດ ແລະໂຕຂ້ອຍເອງຈະຍອມອົດທົນຄວາມທຸກລຳບາກຕໍ່ໄປຈົນເຖິງທີ່ສຸດເພື່ອປະໂຫຍດຕໍ່ຮ່າງກາຍຂອງພະຄລິດ+ເຊິ່ງກໍແມ່ນປະຊາຄົມ.+ 25 ຂ້ອຍໄດ້ເປັນຜູ້ຮັບໃຊ້ຂອງປະຊາຄົມນີ້ກໍຍ້ອນພະເຈົ້າມອບໝາຍໜ້າທີ່ນີ້ໃຫ້+ ຂ້ອຍຈຶ່ງປະກາດຄຳສອນຂອງເພິ່ນສຸດຄວາມສາມາດເພື່ອປະໂຫຍດຂອງພວກເຈົ້າ. 26 ຄຳສອນນັ້ນແມ່ນຄວາມລັບສັກສິດ+ທີ່ຖືກປົກປິດໄວ້ຈາກຄົນລຸ້ນກ່ອນໆຕະຫຼອດຫຼາຍຍຸກ*ຫຼາຍສະໄໝ.+ ແຕ່ຕອນນີ້ ຄວາມລັບນັ້ນຖືກເປີດເຜີຍຕໍ່ພວກຜູ້ບໍລິສຸດຂອງເພິ່ນແລ້ວ.+ 27 ພະເຈົ້າພໍໃຈໃຫ້ພວກຜູ້ບໍລິສຸດທີ່ຢູ່ໃນຊາດຕ່າງໆໄດ້ຮູ້ຈັກຄວາມລັບສັກສິດທີ່ຍິ່ງໃຫຍ່ແລະມີຄ່າຫຼາຍ+ ເຊິ່ງກໍແມ່ນເລື່ອງທີ່ພະຄລິດເປັນອັນໜຶ່ງອັນດຽວກັບພວກເຈົ້າ ພວກເຈົ້າຈຶ່ງມີຄວາມຫວັງທີ່ຈະໄດ້ຮັບກຽດຮ່ວມກັບເພິ່ນ.+ 28 ພວກເຮົາກຳລັງປະກາດເລື່ອງຂອງເພິ່ນ. ພວກເຮົາເຕືອນແລະສອນທຸກຄົນດ້ວຍສະຕິປັນຍາທຸກຢ່າງ ເພື່ອພວກເຮົາຈະພາເຂົາເຈົ້າທີ່ເປັນລູກສິດຂອງພະຄລິດທີ່ມີຄຸນສົມບັດຄົບຖ້ວນໄປຢູ່ຕໍ່ໜ້າພະເຈົ້າ.+ 29 ຍ້ອນແນວນີ້ ຂ້ອຍຈຶ່ງທຸ່ມເທໂຕເອງເຮັດວຽກໜັກດ້ວຍກຳລັງທີ່ພະເຈົ້າໃຫ້ຂ້ອຍ.+