ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດຊະຣາ

      • ຄົນ​ອິດສະຣາເອນ​ແຕ່ງດອງ​ກັບ​ຄົນ​ຕ່າງ​ຊາດ (1-​4)

      • ເອັດຊະຣາ​ອະທິດຖານ​ສາລະພາບ​ຄວາມ​ຜິດ (5-​15)

ເອັດຊະຣາ 9:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:23; ພບຍ 12:29, 30
  • +ລລວ 18:3
  • +ປຖກ 15:16

ເອັດຊະຣາ 9:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:15, 16; ອຊຣ 10:44
  • +ອພຍ 19:5, 6
  • +ນຮຢ 13:1, 3

ເອັດຊະຣາ 9:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:41

ເອັດຊະຣາ 9:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 28:4, 5

ເອັດຊະຣາ 9:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 9:7

ເອັດຊະຣາ 9:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:14; 2ຂຄ 29:6
  • +2ກສ 10:32; 2ຂຄ 36:17
  • +2ກສ 17:22, 23; 25:6, 7
  • +2ກສ 17:20
  • +ນຮຢ 9:32

ເອັດຊະຣາ 9:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 9:31; ພສ 138:7

ເອັດຊະຣາ 9:9

ໄຂເງື່ອນ

  • *

    ຫຼື “ໃຫ້​ພວກເຮົາ​ມີ​ກຳແພງ​ຫີນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 9:36, 37
  • +ອຊຣ 1:1-3
  • +ອຊຣ 6:14; ຊຄຢ 4:9

ເອັດຊະຣາ 9:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:24; ພບຍ 12:30, 31; 18:9-11

ເອັດຊະຣາ 9:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:32; 34:15, 16; ພບຍ 7:3, 4; ຢຊ 23:12, 13
  • +ພບຍ 23:3, 6

ເອັດຊະຣາ 9:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 103:8, 10; ສສ 3:22
  • +ພສ 106:46

ເອັດຊະຣາ 9:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 9:1; ນຮຢ 13:23

ເອັດຊະຣາ 9:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 9:33; ດນອ 9:7
  • +ພສ 130:3; 143:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຣ. 9:1ລລວ 20:23; ພບຍ 12:29, 30
ອຊຣ. 9:1ລລວ 18:3
ອຊຣ. 9:1ປຖກ 15:16
ອຊຣ. 9:2ອພຍ 34:15, 16; ອຊຣ 10:44
ອຊຣ. 9:2ອພຍ 19:5, 6
ອຊຣ. 9:2ນຮຢ 13:1, 3
ອຊຣ. 9:4ອພຍ 29:41
ອຊຣ. 9:5ຈຊບ 28:4, 5
ອຊຣ. 9:6ດນອ 9:7
ອຊຣ. 9:7ຈຊບ 32:14; 2ຂຄ 29:6
ອຊຣ. 9:72ກສ 10:32; 2ຂຄ 36:17
ອຊຣ. 9:72ກສ 17:22, 23; 25:6, 7
ອຊຣ. 9:72ກສ 17:20
ອຊຣ. 9:7ນຮຢ 9:32
ອຊຣ. 9:8ນຮຢ 9:31; ພສ 138:7
ອຊຣ. 9:9ນຮຢ 9:36, 37
ອຊຣ. 9:9ອຊຣ 1:1-3
ອຊຣ. 9:9ອຊຣ 6:14; ຊຄຢ 4:9
ອຊຣ. 9:11ລລວ 18:24; ພບຍ 12:30, 31; 18:9-11
ອຊຣ. 9:12ອພຍ 23:32; 34:15, 16; ພບຍ 7:3, 4; ຢຊ 23:12, 13
ອຊຣ. 9:12ພບຍ 23:3, 6
ອຊຣ. 9:13ພສ 103:8, 10; ສສ 3:22
ອຊຣ. 9:13ພສ 106:46
ອຊຣ. 9:14ອຊຣ 9:1; ນຮຢ 13:23
ອຊຣ. 9:15ນຮຢ 9:33; ດນອ 9:7
ອຊຣ. 9:15ພສ 130:3; 143:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
ຄຳພີໄບເບິນສະບັບແປໂລກໃໝ່
ເອັດຊະຣາ 9:1-15

ເອັດຊະຣາ

9 ຫຼັງ​ຈາກ​ທີ່​ພວກ​ເຮົາ​ເຮັດ​ສິ່ງ​ເຫຼົ່ານີ້​ແລ້ວ ພວກ​ຫົວ​ໜ້າ​ໄດ້​ມາ​ຫາ​ຂ້ອຍ​ແລະ​ບອກ​ວ່າ: “ພວກ​ອິດສະຣາເອນ ພວກ​ປະໂລຫິດ ແລະ​ພວກເລວີ​ບໍ່​ໄດ້​ແຍກ​ໂຕ​ຢູ່​ຕ່າງ​ຫາກ​ຈາກ​ຊາດ​ຕ່າງ​ໆ​ທີ່​ຢູ່ອ້ອມ​ຂ້າງ. ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ພະເຈົ້າ​ຂີ້ດຽດ+​ຄື​ກັບ​ພວກ​ການາອານ ພວກ​ເຮດ ພວກ​ເປຣິຊີ ພວກ​ເຢບຸດ ພວກ​ອຳໂມນ ພວກ​ໂມອາບ ພວກ​ເອຢິບ+ ແລະ​ພວກ​ອາໂມ.+ 2 ເຂົາ​ເຈົ້າ​ເອົາ​ຜູ້​ຍິງ​ຈາກ​ຊາດ​ເຫຼົ່ານີ້​ມາ​ເປັນ​ເມຍ​ແລະ​ມາ​ເປັນ​ລູກໃພ້.+ ຍ້ອນ​ແນວ​ນີ້ ເຂົາ​ເຈົ້າ​ຈຶ່ງ​ເຮັດ​ໃຫ້​ໂຕເອງ​ເຊິ່ງ​ເປັນ​ລູກ​ຫຼານ​ທີ່​ບໍລິສຸດ+​ໄປ​ປົນ​ກັບ​ຄົນ​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ.+ ພວກ​ເຈົ້າ​ນາຍ​ກັບ​ພວກ​ຜູ້ປົກຄອງເປັນ​ຜູ້​ທີ່​ເຮັດ​ຜິດກ່ອນໝູ່ ແລ້ວ​ເຂົາ​ເຈົ້າ​ກໍ​ພາ​ຄົນ​ອື່ນ​ເຮັດ​ຜິດ​ຄື​ກັນ.”

3 ເມື່ອ​ໄດ້​ຍິນ​ແນວ​ນັ້ນ ຂ້ອຍ​ກໍຈີກເສື້ອ ດຶງ​ຜົມ ແລະ​ດຶງ​ໜວດ​ດຶງເຄົາຂອງ​ໂຕເອງ ແລ້ວ​ກໍ​ນັ່ງ​ຊຶງ​ຢູ່​ຍ້ອນ​ວ່າ​ຕົກ​ໃຈ​ຫຼາຍ. 4 ທຸກ​ຄົນ​ທີ່​ຢ້ານຢຳ​ຄຳ​ສັ່ງ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ​ກໍ​ມາ​ນັ່ງອ້ອມ​ຂ້ອຍ ຍ້ອນເຂົາ​ເຈົ້າ​ກໍ​ເສຍໃຈ​ທີ່​ໄດ້​ຍິນ​ວ່າ​ພວກ​ທີ່​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໄດ້ເຮັດຜິດ. ຂ້ອຍ​ນັ່ງ​ຊຶງ​ຈົນ​ຮອດ​ຕອນ​ແລງ​ເຊິ່ງ​ເປັນ​ເວລາ​ທີ່​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ.+

5 ຂ້ອຍ​ນຸ່ງ​ເສື້ອ​ທີ່​ຈີກ​ແລ້ວ ແລະນັ່ງ​ເສົ້າ​ຢູ່​ບ່ອນ​ນັ້ນຈົນ​ຮອດ​ຕອນ​ແລງ​ເຊິ່ງ​ເປັນ​ເວລາ​ທີ່​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ.+ ຈາກ​ນັ້ນ ຂ້ອຍ​ກໍ​ຄູ້​ເຂົ່າ​ລົງ​ແລະ​ຍໍ​ມື​ຂຶ້ນ​ຟ້າ ແລ້ວ​ອະທິດຖານ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ. 6 ຂ້ອຍ​ອະທິດຖານ​ວ່າ: “ພະເຈົ້າ​ເອີ້ຍ ລູກ​ຮູ້ສຶກ​ອາຍ​ຫຼາຍ ລູກ​ຄິດ​ວ່າບໍ່ສົມຄວນ​ທີ່​ຈະ​ອະທິດຖານ​ຫາ​ພະອົງ. ພະເຈົ້າ​ເອີ້ຍ ຄວາມ​ຜິດ​ຂອງ​ພວກ​ເຮົາມີຫຼາຍ​ແທ້​ໆ​ຈົນ​ກອງ​ສູງ​ສ່ຳ​ຟ້າ.+ 7 ພວກ​ເຮົາ​ເຮັດ​ຜິດ​ຫຼາຍ​ຕັ້ງ​ແຕ່​ສະໄໝ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ຈົນ​ຮອດ​ທຸກ​ມື້​ນີ້.+ ຍ້ອນ​ແນວ​ນີ້ ພະອົງ​ຈຶ່ງ​ໃຫ້​ພວກ​ເຮົາ ພວກ​ກະສັດ ແລະ​ພວກ​ປະໂລຫິດ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ພວກ​ກະສັດ​ຕ່າງ​ຊາດ ຖືກຂ້າດ້ວຍ​ດາບ+ ຖືກ​ຈັບ​ໄປ​ເປັນ​ຊະເລີຍ+ ຖືກ​ປຸ້ນ+ ແລະ​ຖືກ​ເຮັດ​ໃຫ້​ອັບອາຍ​ຄື​ກັບ​ທີ່​ເປັນ​ຢູ່​ໃນ​ທຸກ​ມື້​ນີ້.+ 8 ແຕ່​ພະ​ເຢໂຫວາ​ພະເຈົ້າ ພະອົງ​ໄດ້​ອີ່ຕົນ​ພວກ​ເຮົາ​ໄລຍະ​ໜຶ່ງ​ໂດຍ​ໃຫ້​ຄົນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ລອດ​ກັບ​ມາ​ຢ່າງ​ປອດໄພ​ແລະ​ໄດ້​ມາ​ຢູ່​ໃນ​ບ່ອນ​ທີ່​ບໍລິສຸດ+​ແລະ​ເຮັດ​ໃຫ້​ພວກ​ເຮົາ​ມີຄວາມ​ສຸກ. ພະເຈົ້າ​ເອີ້ຍ ພະອົງ​ໄດ້​ຊ່ວຍ​ພວກ​ເຮົາ​ບໍ່​ໃຫ້​ເປັນ​ທາດ​ໜັກ​ສ່ຳ​ເກົ່າ. 9 ເຖິງ​ວ່າ​ພວກ​ເຮົາ​ຍັງ​ເປັນ​ທາດ​ຢູ່+ ແຕ່​ພະອົງ​ກໍ​ບໍ່​ໄດ້​ປະຖິ້ມ​ພວກ​ເຮົາ. ພະອົງ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ພວກ​ເຮົາ​ໂດຍ​ເຮັດ​ໃຫ້​ພວກ​ກະສັດ​ເປີເຊຍມັກພວກ​ເຮົາ.+ ພະອົງ​ໃຫ້​ພວກ​ເຮົາ​ມີກຳລັງທີ່​ຈະ​ສ້າງ​ວິຫານ​ຂອງ​ພະເຈົ້າ+​ທີ່​ຖືກ​ທຳລາຍ​ແລ້ວຄືນ​ໃໝ່​ແລະປົກ​ປ້ອງ​ພວກ​ເຮົາ*​ໃນ​ຢູດາ​ແລະ​ໃນ​ເມືອງ​ເຢຣູຊາເລັມ.

10 ພະເຈົ້າ​ເອີ້ຍ ພວກ​ເຮົາ​ບໍ່​ມີ​ຫຍັງ​ຊິ​ແກ້​ໂຕ​ແລ້ວ ຍ້ອນ​ພວກ​ເຮົາ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ. 11 ພະອົງ​ໃຫ້​ຄຳ​ສັ່ງ​ພວກ​ເຮົາ​ຜ່ານ​ທາງ​ພວກ​ຜູ້ພະຍາກອນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ວ່າ ‘ແຜ່ນດິນ​ທີ່​ພວກ​ເຈົ້າ​ກຳລັງ​ຈະ​ໄປ​ຍຶດ​ເອົາ​ນັ້ນ​ເປັນ​ແຜ່ນດິນ​ທີ່​ບໍ່​ສະອາດ ຍ້ອນ​ຄົນ​ທີ່​ຢູ່​ຫັ້ນ​ເປັນ​ຄົນ​ທີ່​ບໍ່​ສະອາດ. ເຂົາ​ເຈົ້າ​ເຮັດ​ແຕ່​ສິ່ງ​ທີ່​ພະເຈົ້າ​ຂີ້ດຽດ​ຈຶ່ງ​ເຮັດ​ໃຫ້​ທົ່ວ​ແຜ່ນດິນ​ນັ້ນ​ບໍ່​ສະອາດ.+ 12 ຍ້ອນ​ແນວ​ນີ້ ຢ່າ​ໃຫ້​ລູກສາວ​ຂອງ​ພວກ​ເຈົ້າ​ໄປ​ເປັນ​ເມຍ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ ແລະ​ຢ່າ​ໃຫ້​ລູກສາວ​ຂອງ​ເຂົາ​ເຈົ້າ​ມາ​ເປັນ​ເມຍ​ລູກ​ຊາຍ​ຂອງ​ພວກ​ເຈົ້າ.+ ຢ່າ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ໄດ້​ຢູ່​ສຸກສະບາຍ​ແລະ​ຈະເລີນ​ຮຸ່ງເຮືອງ.+ ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງ​ເຮົາ ພວກ​ເຈົ້າ​ຈະ​ເຂັ້ມແຂງ​ແລະ​ໄດ້​ກິນ​ຜົນລະ​ປູກ​ທີ່​ດີ​ຂອງ​ແຜ່ນດິນ​ນັ້ນ​ແລະ​ໄດ້​ແຜ່ນດິນ​ນັ້ນ​ເປັນ​ມໍລະດົກ​ໃຫ້​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຕະຫຼອດໄປ.’ 13 ພະເຈົ້າ​ເອີ້ຍ ຍ້ອນ​ພວກ​ເຮົາ​ເຮັດ​ຊົ່ວ​ແລະ​ເຮັດ​ຜິດ​ຮ້າຍແຮງ​ຫຼາຍ ພວກ​ເຮົາ​ຈຶ່ງ​ເຈິ​ກັບ​ຄວາມ​ລຳບາກ​ຫຼາຍ​ຢ່າງ. ເຖິງ​ວ່າ​ຈະ​ເປັນ​ແນວ​ນັ້ນ ພະອົງ​ກໍ​ບໍ່​ໄດ້​ລົງໂທດ​ພວກ​ເຮົາ​ໃຫ້​ສົມ​ກັບ​ຄວາມ​ຜິດ​ທີ່​ພວກ​ເຮົາ​ໄດ້​ເຮັດ+ ແຕ່​ພະອົງ​ໄດ້​ຊ່ວຍ​ພວກ​ເຮົາ​ທີ່​ຢູ່​ນີ້​ໃຫ້​ໜີ​ລອດ​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ.+ 14 ຂະໜາດ​ພະອົງ​ເຮັດ​ດີ​ກັບ​ພວກ​ເຮົາ​ສ່ຳ​ນີ້ ພວກ​ເຮົາ​ກໍ​ຍັງ​ບໍ່​ຫຼາບ ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ​ແລະ​ໄປ​ແຕ່ງດອງ​ກັບ​ຄົນ​ຕ່າງ​ຊາດ​ທີ່​ເຮັດ​ສິ່ງ​ທີ່​ພະອົງ​ຂີ້​ດຽດ+ ກໍ​ສົມ​ແລ້ວ​ທີ່​ພະອົງ​ໃຈ​ຮ້າຍ​ໃຫ້​ພວກ​ເຮົາ​ຫຼາຍ​ແລະ​ຢາກ​ທຳລາຍ​ພວກ​ເຮົາ​ບໍ່​ໃຫ້​ເຫຼືອ​ຈັກ​ຄົນ. 15 ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ ພະອົງ​ດີ​ແທ້​ໆ​+ ພະອົງ​ຊ່ວຍ​ພວກ​ເຮົາ​ບາງຄົນ​ໃຫ້​ມີ​ຊີວິດ​ລອດ​ຈົນ​ຮອດທຸກມື້​ນີ້. ຕອນ​ນີ້​ພວກ​ເຮົາ​ທີ່​ເປັນ​ຄົນ​ເຮັດ​ຜິດ​ມາ​ຢືນ​ຢູ່​ຕໍ່​ໜ້າ​ພະອົງ​ທັງ​ໆ​ທີ່​ພວກ​ເຮົາ​ບໍ່​ມີສິດທີ່​ຈະ​ເຮັດ​ແບບ​ນີ້.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌