ພະບັນຍັດ
6 “ຕໍ່ໄປນີ້ແມ່ນກົດໝາຍ ຂໍ້ກຳນົດ ແລະຄຳສັ່ງຕ່າງໆທີ່ພະເຢໂຫວາພະເຈົ້າຂອງເຈົ້າໃຫ້ໄວ້ເພື່ອສັ່ງສອນເຈົ້າ. ເຈົ້າຕ້ອງເຮັດຕາມກົດໝາຍເຫຼົ່ານີ້ເມື່ອຂ້າມແມ່ນ້ຳເຂົ້າໄປໃນແຜ່ນດິນທີ່ເພິ່ນຈະເອົາໃຫ້. 2 ເຈົ້າຕ້ອງຢ້ານຢຳພະເຢໂຫວາພະເຈົ້າຂອງເຈົ້າ ເຮັດຕາມກົດໝາຍ ແລະຄຳສັ່ງຂອງເພິ່ນ ທັງເຈົ້າກັບລູກຫຼານຂອງເຈົ້າ.+ ຖ້າເຈົ້າເຮັດແບບນີ້ທຸກມື້ ເຈົ້າກໍຈະມີອາຍຸຍືນຍາວ.+ 3 ພວກອິດສະຣາເອນ ຂໍໃຫ້ເຈົ້າຕັ້ງໃຈຟັງແລະເຮັດຕາມຢ່າງເຄັ່ງຄັດ ເພື່ອເຈົ້າຈະຢູ່ດີມີແຮງແລະມີລູກຫຼານຫຼາຍໆໃນແຜ່ນດິນທີ່ມີນ້ຳນົມກັບນ້ຳເຜີ້ງຫຼາຍ ຄືກັບທີ່ພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງເຈົ້າໄດ້ສັນຍາໄວ້.
4 ພວກອິດສະຣາເອນ ໃຫ້ຕັ້ງໃຈຟັງດີໆເດີ້. ພະເຢໂຫວາເປັນພະເຈົ້າຂອງພວກເຮົາແລະພະເຢໂຫວາມີພຽງອົງດຽວ.+ 5 ເຈົ້າຕ້ອງຮັກພະເຢໂຫວາພະເຈົ້າຂອງເຈົ້າສຸດຫົວໃຈ ສຸດຊີວິດ+ ແລະສຸດກຳລັງຂອງເຈົ້າ.*+ 6 ຄຳສັ່ງທີ່ຂ້ອຍໃຫ້ເຈົ້າໃນມື້ນີ້ຕ້ອງຢູ່ໃນຫົວໃຈຂອງເຈົ້າ. 7 ເຈົ້າຕ້ອງໝັ່ນສອນລູກຂອງເຈົ້າ+ ຕອນທີ່ເຈົ້ານັ່ງຢູ່ເຮືອນແລະຍ່າງຢູ່ຫົນທາງ ຕອນທີ່ເຈົ້ານອນແລະລຸກແຕ່ນອນ.+ 8 ໃຫ້ມັດຂໍ້ເຕືອນໃຈນີ້ໄວ້ຢູ່ມືຂອງເຈົ້າແລະໃຫ້ສິ່ງນີ້ເປັນຄືກັບຜ້າມັດຫົວຂອງເຈົ້າ.+ 9 ໃຫ້ຂຽນໄວ້ຢູ່ວົງກົບປະຕູເຮືອນແລະປະຕູເມືອງຂອງເຈົ້າ.
10 ເມື່ອພະເຢໂຫວາພະເຈົ້າຂອງເຈົ້າພາເຈົ້າເຂົ້າໄປໃນແຜ່ນດິນທີ່ເພິ່ນສັນຍາກັບອັບຣາຮາມ ອີຊາກ ແລະຢາໂຄບທີ່ເປັນປູ່ຍ່າຕານາຍຂອງເຈົ້າວ່າຈະເອົາໃຫ້ເຈົ້າ+ ເຊິ່ງເປັນແຜ່ນດິນທີ່ມີເມືອງໃຫຍ່ໆງາມໆທີ່ເຈົ້າບໍ່ໄດ້ສ້າງ+ 11 ມີເຮືອນທີ່ເຕັມແຕ່ສິ່ງດີໆທີ່ເຈົ້າບໍ່ໄດ້ອອກແຮງຫາມາ ມີນ້ຳສ້າງທີ່ເຈົ້າບໍ່ໄດ້ຂຸດ ມີສວນໝາກລະແຊັງແລະຕົ້ນໝາກກອກທີ່ເຈົ້າບໍ່ໄດ້ປູກ ຖ້າເຈົ້າໄດ້ກິນຈົນພໍໃຈແລ້ວ+ 12 ໃຫ້ລະວັງ ຢ່າລືມພະເຢໂຫວາ+ຜູ້ທີ່ໄດ້ພາເຈົ້າອອກຈາກເອຢິບ ແລະໄດ້ປົດປ່ອຍເຈົ້າອອກຈາກການເປັນທາດ. 13 ໃຫ້ຢ້ານຢຳພະເຢໂຫວາພະເຈົ້າຂອງເຈົ້າ+ ຮັບໃຊ້ເພິ່ນ+ ແລະສາບານໂດຍໃຊ້ຊື່ຂອງເພິ່ນ.+ 14 ຫ້າມເຈົ້າໄປນະມັດສະການພະເຈົ້າອື່ນເຊິ່ງເປັນພະເຈົ້າຂອງຄົນຕ່າງຊາດທີ່ຢູ່ອ້ອມຂ້າງເຈົ້າ+ 15 ເພາະພະເຢໂຫວາພະເຈົ້າຜູ້ທີ່ຢູ່ນຳເຈົ້າຮຽກຮ້ອງໃຫ້ນະມັດສະການເພິ່ນພຽງຜູ້ດຽວ.+ ຖ້າເຈົ້າໄປນະມັດສະການພະເຈົ້າອື່ນ ພະເຢໂຫວາພະເຈົ້າຂອງເຈົ້າຈະໃຈຮ້າຍ+ແລະທຳລາຍເຈົ້າ.+
16 ຢ່າທ້າທາຍພະເຢໂຫວາພະເຈົ້າຂອງເຈົ້າ+ ຄືກັບທີ່ເຈົ້າທ້າທາຍເພິ່ນຢູ່ມາສາ.+ 17 ເຈົ້າຕ້ອງເຮັດຕາມກົດໝາຍ ຂໍ້ເຕືອນໃຈ ແລະຂໍ້ກຳນົດຂອງພະເຢໂຫວາພະເຈົ້າຂອງເຈົ້າຢ່າງເຄັ່ງຄັດຄືກັບທີ່ເພິ່ນໄດ້ສັ່ງເຈົ້າໄວ້. 18 ເຈົ້າຕ້ອງເຮັດສິ່ງທີ່ດີແລະຖືກຕ້ອງໃນສາຍຕາຂອງພະເຢໂຫວາ ເພື່ອເຈົ້າຈະໄດ້ເຂົ້າໄປແລະຢູ່ດີມີແຮງໃນແຜ່ນດິນທີ່ດີທີ່ພະເຢໂຫວາໄດ້ສັນຍາກັບປູ່ຍ່າຕານາຍຂອງເຈົ້າ.+ 19 ແລ້ວເຈົ້າຈະຂັບໄລ່ສັດຕູອອກໄປຈາກແຜ່ນດິນນັ້ນໄດ້ຄືກັບທີ່ພະເຢໂຫວາໄດ້ສັນຍາໄວ້.+
20 ຖ້າໃນອະນາຄົດລູກຂອງເຈົ້າຖາມວ່າ ‘ເປັນຫຍັງພະເຢໂຫວາຈຶ່ງໃຫ້ຂໍ້ເຕືອນໃຈ ຂໍ້ກຳນົດ ແລະຄຳສັ່ງເຫຼົ່ານີ້ກັບພວກເຮົາ?’ 21 ເຈົ້າຕ້ອງຕອບລູກວ່າ ‘ພວກເຮົາເຄີຍເປັນທາດຂອງຟາໂຣ*ໃນເອຢິບ ແຕ່ພະເຢໂຫວາໃຊ້ລິດເດດທີ່ຍິ່ງໃຫຍ່*ຂອງເພິ່ນຊ່ວຍພວກເຮົາອອກມາຈາກເອຢິບ. 22 ພະເຢໂຫວາໄດ້ເຮັດການອັດສະຈັນທີ່ຍິ່ງໃຫຍ່ຫຼາຍຢ່າງ ເຊິ່ງເຮັດໃຫ້ຄົນເອຢິບ+ ລວມທັງຟາໂຣກັບຄົນຂອງລາວທຸກລຳບາກຫຼາຍ.+ ພວກເຮົາເຫັນເລື່ອງນີ້ກັບຕາ. 23 ເພິ່ນໄດ້ພາພວກເຮົາອອກຈາກບ່ອນນັ້ນ ເພື່ອໃຫ້ມາຢູ່ແຜ່ນດິນນີ້ທີ່ເພິ່ນເຄີຍສັນຍາກັບປູ່ຍ່າຕານາຍຂອງພວກເຮົາວ່າຈະເອົາໃຫ້ພວກເຮົາ.+ 24 ແລ້ວພະເຢໂຫວາກໍສັ່ງພວກເຮົາໃຫ້ເຮັດຕາມຂໍ້ກຳນົດກົດໝາຍຕ່າງໆນີ້ ແລະໃຫ້ຢ້ານຢຳພະເຢໂຫວາພະເຈົ້າຂອງພວກເຮົາ.+ ຖ້າພວກເຮົາເຮັດຕາມ ພວກເຮົາກໍຈະຢູ່ດີມີແຮງແລະມີອາຍຸຍືນຍາວ+ຄືກັບທີ່ເປັນຢູ່ຕອນນີ້. 25 ຖ້າພວກເຮົາເຊື່ອຟັງພະເຢໂຫວາພະເຈົ້າຂອງພວກເຮົາ ແລະເຮັດຕາມກົດໝາຍທັງໝົດຢ່າງເຄັ່ງຄັດຕາມທີ່ເພິ່ນສັ່ງໄວ້ ເພິ່ນກໍຈະຍອມຮັບພວກເຮົາ.’”+