ເນເຮມີຢາ
13 ໃນມື້ນັ້ນມີການອ່ານປຶ້ມກົດໝາຍຂອງໂມເຊໃຫ້ປະຊາຊົນຟັງ+ ແລະເຂົາເຈົ້າເຫັນວ່າມີສ່ວນໜຶ່ງບອກວ່າ ຫ້າມບໍ່ໃຫ້ພວກອຳໂມນແລະພວກໂມອາບ+ມາຢູ່ຮ່ວມກັບຄົນທີ່ນະມັດສະການພະເຈົ້າທ່ຽງແທ້+ 2 ຍ້ອນແຕ່ກີ້ເຂົາເຈົ້າບໍ່ໄດ້ເອົາເຂົ້າເອົານ້ຳໃຫ້ພວກອິດສະຣາເອນແລະຍັງໄດ້ຈ້າງບາລາອາມໃຫ້ມາສາບແຊ່ງພວກອິດສະຣາເອນ+ ແຕ່ພະເຈົ້າກໍປ່ຽນຄຳສາບແຊ່ງໃຫ້ເປັນຄຳອວຍພອນ.+ 3 ເມື່ອປະຊາຊົນໄດ້ຍິນກົດໝາຍສ່ວນນີ້ ເຂົາເຈົ້າກໍເລີ່ມແຍກລູກຫຼານຂອງຄົນຕ່າງຊາດ*ອອກຈາກຄົນອິດສະຣາເອນ.+
4 ກ່ອນໜ້ານີ້ຜູ້ທີ່ເບິ່ງແຍງຫ້ອງມ້ຽນເຄື່ອງ*ໃນວິຫານຂອງພະເຈົ້າຂອງພວກເຮົາ+ແມ່ນປະໂລຫິດເອລີຢາຊິບ+ທີ່ເປັນພີ່ນ້ອງກັບໂຕເບຍ.+ 5 ປະໂລຫິດເອລີຢາຊິບເອົາຫ້ອງໃຫຍ່ຫ້ອງໜຶ່ງໃຫ້ໂຕເບຍໃຊ້. ຫ້ອງນັ້ນເຄີຍເປັນຫ້ອງມ້ຽນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ເຄື່ອງຫອມ ເຄື່ອງໃຊ້ຕ່າງໆ ແລະ 1 ສ່ວນ 10 ທີ່ເປັນເຂົ້າ ເຫຼົ້າແວງໃໝ່ ແລະນ້ຳມັນໝາກກອກ+ສຳລັບພວກເລວີ+ ພວກນັກຮ້ອງ ແລະພວກຄົນຍາມປະຕູ ລວມທັງເຄື່ອງຕ່າງໆທີ່ປະຊາຊົນເອົາມາບໍລິຈາກໃຫ້ພວກປະໂລຫິດ.+
6 ຕອນນັ້ນຂ້ອຍບໍ່ໄດ້ຢູ່ເມືອງເຢຣູຊາເລັມຍ້ອນກັບໄປຫາກະສັດອາຕາເຊເຊັດ.+ ຂ້ອຍກັບໄປໃນປີ 32+ ທີ່ລາວປົກຄອງບາບີໂລນ. ຫຼັງຈາກນັ້ນ ຂ້ອຍກໍຂໍກະສັດກັບມາເມືອງເຢຣູຊາເລັມອີກ. 7 ເມື່ອມາຮອດເມືອງເຢຣູຊາເລັມຂ້ອຍກໍເຫັນວ່າເອລີຢາຊິບ+ເຮັດຊົ່ວຫຼາຍສ່ຳໃດ. ລາວໄດ້ເອົາຫ້ອງໜຶ່ງຢູ່ເດີ່ນວິຫານຂອງພະເຈົ້າທ່ຽງແທ້ໃຫ້ໂຕເບຍ+ໃຊ້. 8 ຂ້ອຍໃຈຮ້າຍຫຼາຍຈຶ່ງໂຍນເຄື່ອງທັງໝົດຂອງໂຕເບຍອອກຈາກຫ້ອງນັ້ນ. 9 ຈາກນັ້ນ ຂ້ອຍກໍສັ່ງໃຫ້ເຮັດໃຫ້ຫ້ອງທັງໝົດບໍລິສຸດ ແລ້ວຂ້ອຍກໍເອົາເຄື່ອງໃຊ້ສຳລັບວິຫານຂອງພະເຈົ້າທ່ຽງແທ້+ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງຫອມກັບໄປມ້ຽນໄວ້ຢູ່ຫ້ອງເຫຼົ່ານັ້ນ.+
10 ຂ້ອຍຍັງຮູ້ອີກວ່າພວກເລວີ+ບໍ່ໄດ້ຮັບສ່ວນທີ່ເຂົາເຈົ້າຄວນໄດ້+ ຍ້ອນແນວນີ້ພວກເລວີກັບພວກນັກຮ້ອງຈຶ່ງໄປເຮັດໄຮ່ເຮັດນາຢູ່ດິນຂອງໂຕເອງແທນທີ່ຈະເຮັດວຽກຮັບໃຊ້ຢູ່ວິຫານ.+ 11 ຂ້ອຍຈຶ່ງຮ້າຍພວກຜູ້ປົກຄອງ+ວ່າ: “ເປັນຫຍັງພວກເຈົ້າຈຶ່ງປະຖິ້ມວິຫານຂອງພະເຈົ້າທ່ຽງແທ້?”+ ແລ້ວຂ້ອຍກໍເອີ້ນພວກເລວີກັບມາແລະໃຫ້ເຂົາເຈົ້າເຮັດວຽກຂອງໂຕເອງຄືເກົ່າ. 12 ພວກຢູດາໄດ້ເອົາ 1 ສ່ວນ 10+ ທີ່ເປັນເຂົ້າ ເຫຼົ້າແວງໃໝ່ ແລະນ້ຳມັນໝາກກອກມາໄວ້ຢູ່ຫ້ອງມ້ຽນເຄື່ອງ.+ 13 ຈາກນັ້ນ ຂ້ອຍກໍແຕ່ງຕັ້ງປະໂລຫິດເຊເລມີຢາ ຊາໂດກທີ່ເປັນຜູ້ຊຳນານໃນການຄັດລອກ ແລະຄົນເລວີທີ່ຊື່ເປດາຢາໃຫ້ເບິ່ງແຍງຫ້ອງມ້ຽນເຄື່ອງ ແລະໃຫ້ຮານານລູກຊາຍຂອງຊາກູເຣທີ່ເປັນຫຼານຊາຍຂອງມັດຕານີຢາເປັນຜູ້ຊ່ວຍເຂົາເຈົ້າ. ຄົນເຫຼົ່ານີ້ທັງໝົດເຊື່ອໃຈໄດ້. ເຂົາເຈົ້າມີໜ້າທີ່ແຈກຢາຍເຄື່ອງຕ່າງໆໃຫ້ພີ່ນ້ອງຂອງເຂົາເຈົ້າ.
14 ຂ້ອຍໄດ້ອະທິດຖານວ່າ: “ພະເຈົ້າເອີ້ຍ ຂໍພະອົງຈື່ລູກຍ້ອນສິ່ງທີ່ລູກໄດ້ເຮັດ+ ແລະຢ່າລືມສິ່ງທີ່ລູກເຮັດດ້ວຍຄວາມຮັກທີ່ໝັ້ນຄົງສຳລັບວິຫານຂອງພະອົງແລະວຽກຮັບໃຊ້ທີ່ຢູ່ບ່ອນນີ້.”+
15 ໃນໄລຍະນັ້ນ ຂ້ອຍເຫັນປະຊາຊົນໃນຢູດາຢຽບໝາກລະແຊັງຢູ່ໃນອ່າງໃຫຍ່ໆເພື່ອເຮັດເຫຼົ້າແວງໃນວັນຊະບາໂຕ.+ ເຂົາເຈົ້າເອົາເຂົ້າຫຼາຍເປົາໃສ່ຫຼັງໂຕລາມາ ແລະຂົນເຫຼົ້າແວງ ໝາກລະແຊັງ ໝາກເດື່ອແລະເຄື່ອງຂອງອື່ນໆເຂົ້າມາໃນເມືອງເຢຣູຊາເລັມໃນວັນຊະບາໂຕ.+ ຂ້ອຍຈຶ່ງເຕືອນເຂົາເຈົ້າບໍ່ໃຫ້ຂາຍເຄື່ອງໃນມື້ນັ້ນ.* 16 ຄົນຕີເຣທີ່ຢູ່ເມືອງເຢຣູຊາເລັມກໍໄດ້ເອົາປາແລະເຄື່ອງຂອງຕ່າງໆມາຂາຍໃຫ້ພວກຢູດາທີ່ຢູ່ໃນເມືອງເຢຣູຊາເລັມໃນວັນຊະບາໂຕຄືກັນ.+ 17 ຂ້ອຍຈຶ່ງຮ້າຍພວກຜູ້ນຳຂອງຢູດາວ່າ: “ເປັນຫຍັງພວກເຈົ້າບໍ່ຖືວັນຊະບາໂຕຕາມທີ່ກົດໝາຍກຳນົດໄວ້? 18 ພວກເຈົ້າກໍຮູ້ຕົ໋ວວ່າປູ່ຍ່າຕານາຍຂອງພວກເຮົາເຮັດແບບນີ້ ພະເຈົ້າຈຶ່ງລົງໂທດພວກເຮົາກັບເມືອງນີ້ໃຫ້ເຈິຄວາມລຳບາກ. ເປັນຫຍັງພວກເຈົ້າບໍ່ຖືວັນຊະບາໂຕ? ພວກເຈົ້າຢາກໃຫ້ພະເຈົ້າໃຈຮ້າຍໃຫ້ອິດສະຣາເອນຫຼາຍກວ່າເກົ່າອີກຫວະ!”+
19 ຕອນໃກ້ຊິຄ່ຳກ່ອນທີ່ວັນຊະບາໂຕຈະເລີ່ມຕົ້ນ ຂ້ອຍໄດ້ສັ່ງໃຫ້ປິດປະຕູເມືອງເຢຣູຊາເລັມ ແລະຍັງສັ່ງອີກວ່າບໍ່ໃຫ້ເປີດປະຕູຈົນກວ່າຈະຫວິດວັນຊະບາໂຕ. ຂ້ອຍໃຫ້ຄົນຂອງຂ້ອຍຈຳນວນໜຶ່ງຍາມປະຕູໄວ້ເພື່ອບໍ່ໃຫ້ຜູ້ໃດເອົາເຄື່ອງເຂົ້າມາຂາຍໃນວັນຊະບາໂຕ. 20 ພວກພໍ່ຄ້າແມ່ຄ້າຈຶ່ງໄດ້ນອນຢູ່ນອກເມືອງເຢຣູຊາເລັມເທື່ອໜຶ່ງຫຼືສອງເທື່ອ. 21 ຂ້ອຍເຕືອນເຂົາເຈົ້າວ່າ: “ຢ່າມານອນຢູ່ໜ້າກຳແພງເມືອງອີກເດີ້. ຄັນມາອີກຂ້ອຍຊິໃຫ້ຄົນຂອງຂ້ອຍຈັບພວກເຈົ້າໂຍນຖິ້ມ.” ນັບຕັ້ງແຕ່ມື້ນັ້ນ ເຂົາເຈົ້າກໍບໍ່ມາຂາຍເຄື່ອງໃນວັນຊະບາໂຕອີກເລີຍ.
22 ຂ້ອຍໄດ້ບອກພວກເລວີໃຫ້ຮັກສາໂຕໃຫ້ສະອາດແລະບໍລິສຸດຢູ່ສະເໝີແລະບອກເຂົາເຈົ້າໃຫ້ໄປຍາມຢູ່ປະຕູເມືອງເພື່ອຮັກສາວັນຊະບາໂຕໃຫ້ບໍລິສຸດ.+ ແລ້ວຂ້ອຍກໍອະທິດຖານວ່າ: “ພະເຈົ້າເອີ້ຍ ຂໍພະອົງຈື່ລູກຍ້ອນເລື່ອງນີ້ນຳ ແລະຂໍພະອົງອີ່ຕົນລູກ ຍ້ອນພະອົງມີຄວາມຮັກທີ່ໝັ້ນຄົງຫຼາຍແທ້ໆ.”+
23 ນອກຈາກນັ້ນ ຂ້ອຍຍັງເຫັນຄົນຢິວເອົາເມຍ+ຄົນອາຊະໂດດ+ ຄົນອຳໂມນ ແລະຄົນໂມອາບ.+ 24 ລູກຂອງເຂົາເຈົ້າເຄິ່ງໜຶ່ງເວົ້າພາສາອາຊະໂດດ ແລະອີກເຄິ່ງໜຶ່ງເວົ້າພາສາຂອງຊາດອື່ນ. ບໍ່ມີຈັກຄົນທີ່ເວົ້າພາສາເຮັບເຣີໄດ້. 25 ຂ້ອຍຮ້າຍແລະເຕືອນເຂົາເຈົ້າວ່າພະເຈົ້າຊິລົງໂທດເຂົາເຈົ້າ. ຂ້ອຍດຶງຜົມເຂົາເຈົ້າ ສັ່ງໃຫ້ເອົາແສ້ຟາດບາງຄົນ+ ແລະເວົ້າວ່າ: “ໃຫ້ພວກເຈົ້າສາບານຕໍ່ພະເຈົ້າວ່າ ພວກເຈົ້າຈະບໍ່ໃຫ້ລູກສາວໄປເປັນເມຍລູກຊາຍຂອງເຂົາເຈົ້າ ແລະພວກເຈົ້າກັບລູກຊາຍກໍຈະບໍ່ເອົາລູກສາວຂອງເຂົາເຈົ້າມາເປັນເມຍຄືກັນ.+ 26 ໂຊໂລໂມນກະສັດຂອງອິດສະຣາເອນເຮັດຜິດກໍຍ້ອນເອົາເມຍຄົນຕ່າງຊາດນິຕົ໋ວ. ໃນຊາດຕ່າງໆບໍ່ມີກະສັດອົງໃດຄືກັບລາວ+ ພະເຈົ້າຮັກລາວ+ ເພິ່ນຈຶ່ງໃຫ້ລາວເປັນກະສັດປົກຄອງທົ່ວອິດສະຣາເອນ ແຕ່ພວກເມຍຕ່າງຊາດໄດ້ພາລາວເຮັດຜິດ.+ 27 ຂ້ອຍບໍ່ຢາກເຊື່ອວ່າພວກເຈົ້າຊິເຮັດຊົ່ວປານນີ້. ພວກເຈົ້າບໍ່ສັດຊື່ຕໍ່ພະເຈົ້າໂດຍເອົາຄົນຕ່າງຊາດມາເປັນເມຍ.”+
28 ປະໂລຫິດໃຫຍ່ເອລີຢາຊິບ+ມີລູກຊາຍຊື່ໂຢຢາດາ.+ ລູກຊາຍຜູ້ໜຶ່ງຂອງໂຢຢາດາໄປເປັນລູກເຂີຍຂອງສັນບັນລັດ+ຄົນເມືອງເບັດໂຮໂຣນ ຂ້ອຍຈຶ່ງໄລ່ລູກຊາຍຜູ້ນັ້ນຂອງໂຢຢາດາໜີ.
29 ຂ້ອຍໄດ້ອະທິດຖານວ່າ: “ພະເຈົ້າເອີ້ຍ ຂໍໃຫ້ພະອົງຈື່ພວກປະໂລຫິດແລະພວກເລວີເຫຼົ່ານີ້ ຍ້ອນເຂົາເຈົ້າເຮັດໃຫ້ຕຳແໜ່ງປະໂລຫິດເສື່ອມເສຍແລະບໍ່ໄດ້ເຮັດຕາມສັນຍາ*ທີ່ພວກປະໂລຫິດ+ແລະພວກເລວີ+ເຮັດກັບພະອົງ.”
30 ຫຼັງຈາກນັ້ນ ຂ້ອຍໄດ້ເຮັດໃຫ້ເຂົາເຈົ້າບໍລິສຸດຈາກທຸກສິ່ງທີ່ກ່ຽວຂ້ອງກັບຄົນຕ່າງຊາດ.* ຂ້ອຍແຕ່ງຕັ້ງພວກປະໂລຫິດແລະພວກເລວີໃຫ້ເຮັດໜ້າທີ່ຂອງເຂົາເຈົ້າ+ 31 ແລະໃຫ້ເຂົາເຈົ້າໄປຊອກຟືນ+ເປັນປະຈຳແລະເອົາຜົນລະປູກຊຸດທຳອິດມາ.
ແລ້ວຂ້ອຍກໍອະທິດຖານວ່າ: “ພະເຈົ້າເອີ້ຍ ຂໍພະອົງຈື່ສິ່ງດີໆທຸກຢ່າງທີ່ລູກໄດ້ເຮັດ.”+