ເອັດຊະຣາ
10 ຕອນທີ່ເອັດຊະຣາກຳລັງອະທິດຖານ+ສາລະພາບຄວາມຜິດຂອງປະຊາຊົນ ລາວຮ້ອງໄຫ້ແລະໝູບລົງຕໍ່ໜ້າວິຫານຂອງພະເຈົ້າທ່ຽງແທ້ ແລ້ວພວກອິດສະຣາເອນກຸ່ມໃຫຍ່ທີ່ມີທັງຜູ້ຊາຍ ຜູ້ຍິງ ແລະເດັກນ້ອຍກໍມາຢູ່ອ້ອມລາວແລະພາກັນໄຫ້ແທ້ໄຫ້ວ່າ. 2 ເຊການີອາລູກຊາຍຂອງເຢຮີເອນ+ທີ່ເປັນລູກຫຼານຂອງເອລາມ+ເວົ້າກັບເອັດຊະຣາວ່າ: “ພວກເຮົາບໍ່ເຊື່ອຟັງພະເຈົ້າໂດຍເອົາຜູ້ຍິງຈາກຊາດຕ່າງໆທີ່ຢູ່ອ້ອມຂ້າງມາເປັນເມຍ.+ ເຖິງວ່າຈະເປັນແນວນີ້ ແຕ່ກໍຍັງມີຄວາມຫວັງທີ່ວ່າພະເຈົ້າຈະຍົກໂທດໃຫ້ອິດສະຣາເອນ. 3 ຂໍໃຫ້ພວກເຮົາເຮັດສັນຍາກັບພະເຈົ້າຂອງພວກເຮົາວ່າ+ຈະສົ່ງພວກເມຍທີ່ເປັນຄົນຕ່າງຊາດກັບລູກທີ່ໄດ້ນຳເຂົາເຈົ້າກັບຄືນໄປປະເທດຂອງເຂົາເຈົ້າຕາມທີ່ພະເຢໂຫວາແລະຄົນທີ່ຢ້ານຢຳຄຳສັ່ງຂອງພະເຈົ້າໄດ້ສັ່ງໄວ້.+ ຂໍໃຫ້ພວກເຮົາເຮັດຕາມກົດໝາຍນີ້. 4 ໃຫ້ເຈົ້າລຸກຂຶ້ນເພາະເຈົ້າເປັນຜູ້ທີ່ຕ້ອງຈັດການເລື່ອງນີ້. ພວກເຮົາຈະຢູ່ຝ່າຍເຈົ້າ. ໃຫ້ເຈົ້າກ້າຫານແລະລົງມືເຮັດໂລດ.”
5 ເອັດຊະຣາກໍລຸກຂຶ້ນແລະໃຫ້ຫົວໜ້າພວກປະໂລຫິດ ຫົວໜ້າພວກເລວີ ແລະຫົວໜ້າພວກອິດສະຣາເອນທຸກຄົນສາບານວ່າເຂົາເຈົ້າຈະເຮັດຕາມທີ່ເຊການີອາບອກ+ ແລ້ວເຂົາເຈົ້າກໍສາບານ. 6 ເອັດຊະຣາລຸກອອກຈາກໜ້າວິຫານຂອງພະເຈົ້າທ່ຽງແທ້ແລ້ວໄປຫ້ອງກິນເຂົ້າຂອງເຢໂຮຮານັນລູກຊາຍຂອງເອລີຢາຊິບ. ເຖິງວ່າລາວຈະໄປຫ້ອງນັ້ນ ແຕ່ລາວກໍບໍ່ໄດ້ກິນເຂົ້າກິນນ້ຳຍ້ອນວ່າເສຍໃຈທີ່ພວກທີ່ກັບມາຈາກບາບີໂລນໄດ້ເຮັດຜິດ.+
7 ຫຼັງຈາກນັ້ນກໍມີການປະກາດໄປທົ່ວຢູດາແລະທົ່ວເມືອງເຢຣູຊາເລັມວ່າ ໃຫ້ທຸກຄົນທີ່ກັບມາຈາກບາບີໂລນມາລວມກັນຢູ່ເມືອງເຢຣູຊາເລັມ 8 ຕາມທີ່ພວກເຈົ້ານາຍກັບພວກຜູ້ນຳໄດ້ສັ່ງ. ຖ້າຜູ້ໃດບໍ່ມາພາຍໃນ 3 ມື້ກໍຈະຖືກຍຶດເຄື່ອງຂອງທັງໝົດແລະຖືກໄລ່ອອກຈາກກຸ່ມຄົນທີ່ກັບມາຈາກບາບີໂລນ.+ 9 ພາຍໃນ 3 ມື້ ພວກຜູ້ຊາຍຈາກຕະກູນຢູດາແລະຕະກູນເບັນຢາມິນກໍມາລວມກັນຢູ່ເມືອງເຢຣູຊາເລັມໃນວັນທີ 20 ຂອງເດືອນທີ 9. ເຂົາເຈົ້າໄປນັ່ງຢູ່ເດີ່ນວິຫານຂອງພະເຈົ້າທ່ຽງແທ້. ເຂົາເຈົ້າພາກັນໂຕສັ່ນຍ້ອນຢ້ານທີ່ໄດ້ເຮັດຜິດແລະຍ້ອນຝົນຕົກແຮງ.
10 ປະໂລຫິດເອັດຊະຣາໄດ້ລຸກຂຶ້ນແລະເວົ້າກັບເຂົາເຈົ້າວ່າ: “ພວກເຈົ້າບໍ່ເຊື່ອຟັງພະເຈົ້າ ແລ້ວໄປເອົາຜູ້ຍິງຕ່າງຊາດມາເປັນເມຍ+ແລະເຮັດໃຫ້ອິດສະຣາເອນມີຄວາມຜິດຫຼາຍຂຶ້ນ. 11 ຕອນນີ້ ໃຫ້ພວກເຈົ້າຍອມຮັບຕໍ່ໜ້າພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງພວກເຈົ້າວ່າພວກເຈົ້າໄດ້ເຮັດຜິດ ແລະຈາກນີ້ໄປໃຫ້ພວກເຈົ້າຕັ້ງໃຈເຮັດຕາມທີ່ເພິ່ນຕ້ອງການ. ໃຫ້ພວກເຈົ້າເຊົາພົວພັນກັບຊາດຕ່າງໆທີ່ຢູ່ອ້ອມຂ້າງແລະໃຫ້ເຊົາພົວພັນກັບເມຍຕ່າງຊາດຂອງພວກເຈົ້າ.”+ 12 ເມື່ອໄດ້ຍິນແບບນັ້ນ ທຸກຄົນກໍຕອບສຽງດັງວ່າ: “ພວກເຮົາຈະເຮັດທຸກຢ່າງຕາມທີ່ເຈົ້າບອກ. 13 ແຕ່ຍາມນີ້ເປັນຍາມຝົນແລະພວກເຮົາມີຫຼາຍຄົນຢູ່ນີ້ ຊິໃຫ້ພວກເຮົາຢືນຢູ່ທາງນອກແບບນີ້ຕໍ່ໄປບໍ່ໄດ້ດອກ. ຍ້ອນພວກເຮົາຫຼາຍຄົນໄດ້ເຮັດຜິດ ຊິແກ້ໄຂເລື່ອງນີ້ໃນມື້ໜຶ່ງຫຼືສອງມື້ກໍຄືຊິເປັນໄປບໍ່ໄດ້. 14 ຄັນຊັ້ນ ຂໍໃຫ້ພວກເຈົ້ານາຍຢູ່ນີ້ຕໍ່ເພື່ອວາງແຜນວ່າຈະແກ້ໄຂເລື່ອງນີ້ແນວໃດ.+ ຈາກນັ້ນ ໃຫ້ທຸກຄົນທີ່ເອົາເມຍຄົນຕ່າງຊາດມານີ້ຕາມມື້ທີ່ນັດໄວ້ ແລະໃຫ້ພວກຜູ້ນຳກັບພວກຜູ້ຕັດສິນໃນເມືອງຂອງເຂົາເຈົ້າມານຳ. ພວກເຮົາຕ້ອງເຮັດແນວນີ້ເພື່ອພະເຈົ້າຈະເຊົາໃຈຮ້າຍໃຫ້ພວກເຮົາ.”
15 ແຕ່ໂຢນາທານລູກຊາຍຂອງອາສາເຮນກັບຢາເຊຢາລູກຊາຍຂອງຕິກວາບໍ່ເຫັນດີນຳ ແລະຄົນເລວີທີ່ຊື່ເມຊຸນລຳກັບຊັບເບທາຍ+ກໍຢູ່ຝ່າຍເຂົາເຈົ້າ. 16 ແຕ່ໃນທີ່ສຸດ ທຸກຄົນທີ່ກັບມາຈາກບາບີໂລນກໍຕົກລົງເຮັດຕາມທີ່ລົມກັນ. ໃນວັນທີ 1 ຂອງເດືອນທີ 10 ປະໂລຫິດເອັດຊະຣາກັບພວກຫົວໜ້າໃນຈຸ້ມເຈື້ອຕ່າງໆໄດ້ປະຊຸມກັນອີກເທື່ອໜຶ່ງຕ່າງຫາກເພື່ອວາງແຜນຈັດການເລື່ອງນີ້. 17 ເມື່ອຮອດວັນທີ 1 ຂອງເດືອນທີ 1 ເຂົາເຈົ້າກໍຈັດການເລື່ອງຜູ້ຊາຍທຸກຄົນທີ່ໄປເອົາເມຍຄົນຕ່າງຊາດແລ້ວໆ. 18 ຕອນນັ້ນ ເຂົາເຈົ້າໄດ້ຮູ້ວ່າມີປະໂລຫິດ*ບາງຄົນເອົາເມຍຄົນຕ່າງຊາດຄືກັນ.+ ໃນພວກລູກຫຼານແລະອ້າຍນ້ອງຂອງເຢຊູອາ+ລູກຊາຍຂອງເຢໂຮຊາດັກມີ: ມາອາເສຢາ ເອລີເອເຊ ຢາຣິບ ແລະເກດາລີຢາ. 19 ເຂົາເຈົ້າສັນຍາວ່າຈະສົ່ງພວກເມຍຄົນຕ່າງຊາດກັບຄືນເມືອປະເທດແລະແຕ່ລະຄົນຈະເຜົາແກະໂຕໜຶ່ງເພື່ອໄຖ່ຄວາມຜິດຂອງໂຕເອງ.+
20 ປະໂລຫິດຄົນອື່ນໆທີ່ເອົາເມຍຄົນຕ່າງຊາດມີ: ຮານານີກັບເຊບາດີຢາທີ່ເປັນລູກຫຼານຂອງອິມເມ+ 21 ມາອາເສຢາ ເອລີຢາ ເຊມາຢາ ເຢຮີເອນ ແລະອຸດຊີຢາ. ທັງໝົດນີ້ເປັນລູກຫຼານຂອງຮາຣີມ.+ 22 ເອລີໂອນາຍ ມາອາເສຢາ ອິດຊະມາເອນ ເນທາເນນ ໂຢຊາບັດ ແລະເອເລອາສາ. ທັງໝົດນີ້ເປັນລູກຫຼານຂອງປັດຊູ.+ 23 ພວກເລວີທີ່ເອົາເມຍຄົນຕ່າງຊາດມີ: ໂຢຊາບັດ ຊິເມອີ ເກລາຢາ (ຫຼືເກລີຕາ) ເປທາຮີຢາ ຢູດາ ແລະເອລີເອເຊ. 24 ພວກນັກຮ້ອງທີ່ເອົາເມຍຄົນຕ່າງຊາດມີເອລີຢາຊິບ. ພວກຄົນຍາມປະຕູທີ່ເອົາເມຍຄົນຕ່າງຊາດມີ: ຊາລຶມ ເຕເລັມ ແລະອູຣີ.
25 ຕໍ່ໄປນີ້ແມ່ນພວກອິດສະຣາເອນທີ່ເອົາເມຍຄົນຕ່າງຊາດ. ຈາກລູກຫຼານຂອງປາຣົດມີ:+ ຣາມີຢາ ອິດຊີຢາ ມັນກີຢາ ມິຢາມິນ ເອເລອາຊາ ມັນກີຢາ ແລະເບນາຢາ. 26 ຈາກລູກຫຼານຂອງເອລາມມີ:+ ມັດຕານີຢາ ເຊຄາຣີຢາ ເຢຮີເອນ+ ອັບດີ ເຢເຣໂມດ ແລະເອລີຢາ. 27 ຈາກລູກຫຼານຂອງຊັດຕຸມີ:+ ເອລີໂອນາຍ ເອລີຢາຊິບ ມັດຕານີຢາ ເຢເຣໂມດ ຊາບາດ ແລະອາຊີຊາ. 28 ຈາກລູກຫຼານຂອງເບບາຍມີ:+ ເຢໂຮຮານັນ ຮານານີຢາ ຊັບບາຍ ແລະອັດລາຍ. 29 ຈາກລູກຫຼານຂອງບານີມີ: ເມຊຸນລຳ ມັນລຸກ ອາດາຢາ ຢາຊຸບ ເຊອານ ແລະເຢເຣໂມດ. 30 ຈາກລູກຫຼານຂອງປາຮາດໂມອາບມີ:+ ອັດນາ ເກລານ ເບນາຢາ ມາອາເສຢາ ມັດຕານີຢາ ເບຊາເລນ ບິນນຸຍ ແລະມານາເຊ. 31 ຈາກລູກຫຼານຂອງຮາຣີມມີ:+ ເອລີເອເຊ ອິດສີຢາ ມັນກີຢາ+ ເຊມາຢາ ຊິເມໂອນ 32 ເບັນຢາມິນ ມັນລຸກ ແລະເຊມາຣີຢາ. 33 ຈາກລູກຫຼານຂອງຮາຊຸມມີ:+ ມັດເຕນາຍ ມັດຕາຕາ ຊາບາດ ເອລີເຟເລັດ ເຢເຣມາຍ ມານາເຊ ແລະຊິເມອີ. 34 ຈາກລູກຫຼານຂອງບານີມີ: ມາອາດາຍ ອຳຣາມ ອູເອນ 35 ເບນາຢາ ເບເດຢາ ເກລູຮີ 36 ວານີຢາ ເມເຣໂມດ ເອລີຢາຊິບ 37 ມັດຕານີຢາ ມັດເຕນາຍ ແລະຢາອາສູ. 38 ຈາກລູກຫຼານຂອງບິນນຸຍມີ: ຊິເມອີ 39 ເຊເລມີຢາ ນາທານ ອາດາຢາ 40 ມັກນາເດບາຍ ຊາຊາຍ ຊາຣາຍ 41 ອັດຊາເຣນ ເຊເລມີຢາ ເຊມາຣີຢາ 42 ຊາລຶມ ອາມາຣີຢາ ແລະໂຢເຊັບ. 43 ຈາກລູກຫຼານຂອງເນໂບມີ: ເຢອີເອນ ມັດຕີທີຢາ ຊາບາດ ເຊບີນາ ຢາດດາຍ ໂຢເອນ ແລະເບນາຢາ. 44 ທັງໝົດນີ້ແມ່ນຄົນທີ່ໄດ້ເອົາເມຍຄົນຕ່າງຊາດ.+ ເຂົາເຈົ້າໄດ້ສົ່ງລູກສົ່ງເມຍກັບຄືນເມືອປະເທດ.+